ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຢຶດຖືອາຊີບປູກຝັງ-ລ້ຽງສັດ ສາມາດສ້າງລາຍຮັບ ບໍ່ຕໍ່າກວ່າ 100 ກວ່າລ້ານກີບ/ປີ
ຈຳນວນຜູ້ອ່ານ: 29
ອະນຸມັດວັນທີ: 12/03/2018

        ພາຍຫຼັງທີ່ພັກ-ລັດຖະບານໄດ້ມີທິດໃນການພັດທະນາເສດຖະກິດ-ສັງຄົມ ແນໃສ່ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສະເພາະກໍແມ່ນການຫັນເສດຖະກິດທຳມະຊາດ, ເຄິ່ງທຳມະຊາດ ໄປເປັນເສດຖະກິດຜະລິດເປັນສິນຄ້າ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດກໍໄດ້ມີການຫັນປ່ຽນ ແບບແຜນທີ່ມີການຜະລິດ ຊຶ່ງແຕ່ກ່ອນຜະລິດພໍກຸ້ມກິນກາຍມາເປັນຜະລິດໄວ້ເພື່ອຂາຍເປັນສິນຄ້າ. ມາຮອດປັດຈຸບັນສາມາດຢັ້ງຢືນໄດ້ວ່າ ຍ້ອນແນວທາງນະໂຍບາຍຂອງພັກຈຶ່ງເຮັດໃຫ້ຫຼາຍໆຄອບຄົວກາຍ ເປັນຄອບຄົວຕົວແບບໃນການຜະລິດເປັນສິນຄ້າ ຊຶ່ງໃນນັ້ນຄອບຄົວຂອງລຸງບຸນທີ ຄົງຈະເລີນ ອາຍຸ 62 ປີ ປະຊາຊົນບ້ານສະໜອດ ເມືອງສັງທອງ ນະຄອນຫຼວງວຽງຈັນ ກໍແມ່ນຄອບຄົວໜຶ່ງທີ່ເປັນຕົວແບບໃນ ການປູກຝັງ-ລ້ຽງສັດ ເປັນອາຊີບ.

          ໃນເມື່ອກ່ອນຄອບຄົວຂອງລຸງບຸນທີ ໄດ້ຢຶດຖືອາຊີບເຮັດນາປູກເຂົ້າພໍແຕ່ກຸ້ມກິນ ແລະ ບໍ່ມີການ ຂະຫຍາຍ ການຜະລິດແມ່ນເຮັດຕາມທຳມະຊາດ ແລະ ເຮັດຕາມຄວາມຊິນເຄີຍ, ການດຳລົງຊີວິດຂອງຄອບຄົວແມ່ນຫຍຸ້ງຍາກຝືດເຄືອງເພາະອາໄສແຕ່ເຮັດນາປູກເຂົ້າພໍແຕ່ໄດ້ກິນ. ເວົ້າລວມແລ້ວຖານະດ້ານ ເສດຖະກິດແມ່ນພົບຄວາມຫຍຸ້ງຍາກຫຼາຍ ສິ່ງສຳຄັນກໍແມ່ນສອງຜົວເມຍກັບລູກ ອີກ 3 ຄົນຂອງຄອບຄົວ ທີ່ມີຄວາມຈຳເປັນໃນການໃຊ້ຈ່າຍຄ່າຮຽນ, ຄ່າໃຊ້ຈ່າຍອື່ນໆ. ຈາກຈຸດຫຍຸ້ງຍາກຄືດັ່ງກ່າວ ບວກໃສ່ແນວ ທາງນະໂຍບາຍຂອງພັກ-ລັດໃນການສົ່ງເສີມກະຕຸກຊຸກຍູ້ ໃຫ້ປະຊາຊົນສ້າງເສດຖະກິດຄອບຄົວເພື່ອ ກາຍເປັນສິນຄ້າ ຕົນເອງຈຶ່ງເຫັນໄດ້ຊ່ອງທາງເພື່ອພັດທະນາຄອບຄົວຂອງຕົນໃຫ້ດີຂຶ້ນ ຈຶ່ງຕັດສິນໃຈ ເລືອກເອົາການປູກຝັງ-ລ້ຽງສັດເປັນອາຊີບທົດລອງ. ຈຸດເລີ້ມຕົ້ນໃນການປູກ-ການລ້ຽງ ແມ່ນເລີ້ມປີ 1987 ໄດ້ຢືມເງິນທຶນກຸ່ມບ້ານ ຈຳນວນ 1.000.000 ກີບ ເພື່ອຊື້ງົວມາລ້ຽງ ຈຳນວນ 4 ໂຕ. ເຫັນວ່າງົວທີ່ລ້ຽງນັ້ນແມ່ນມີຄວາມອຸດົມສົມບູນຕຸ້ຍພີດີ ແລະ ແຜ່ພັນຫຼາຍຂຶ້ນ. ແຕ່ລະປີສາມາດມີລາຍຮັບຈາກການຂາຍງົວເພີ້ມ ພໍມີເງິນສະສົມໄດ້ຈຳນວນໜຶ່ງ ຈາກນັ້ນຄອບຄົວຂອງລຸງບຸນທີ ກໍໄດ້ຫັນມາປູກຢາງພາລາ ໄລຍະເລີ້ມຕົ້ນ ລຸງໄດ້ກ່າວວ່າ ໃນຄອບຄົວມີແຮງງານຕົ້ນຕໍ 3 ຄົນ ແລະ ຈ້າງແຮງງານເພີ້ມຕື່ມ 30-50 ຄົນ ຈຶ່ງໄດ້ທົດລອງປູກ 3.000 ຕົ້ນ, ໃນເນື້ອທີ່ 5 ເຮັກຕາ. ຊື້ເບ້ຍມາປູກ 2.500 ກີບ/1 ເບ້ຍ. ພໍເຖິງລະດູກີດຢາງກໍເຫັນວ່າໄດ້ຮັບຜົນດີ ສາມາດມີລາຍຮັບເຖິງ 70-80 ລ້ານ ກີບ/ປີ. ຜ່ານການຈັດຕັ້ງປະຕິບັດເຫັນວ່າມີປະສິດທິຜົນໃນການຜະລິດດີ ປີຕໍ່ມາຈຶ່ງໄດ້ຂະຫຍາຍເພີ້ມຕື່ມ 5.000 ຕົ້ນ. ເດືອນໜຶ່ງຂາຍອອກ 2 ເທື່ອ, ເທື່ອລະ 1 ໂຕນກວ່າ, ຂາຍໃນລາຄາ 8.000 ກີບ/1 ກິໂລ ກຼາມ. ນອກຈາກສວນຢາງແລ້ວ ລຸງຍັງປູກກ້ວຍຫອມສົ້ມອີກ 7.000 ສຸມ ໃນເນື້ອທີ່ 5 ເຮັກຕາ, ຂາຍ ງວດໜຶ່ງຈຳນວນ 3.000-5.000 ຫວີ, ລາຄາ 1.000 ກີບ/ຫວີ. ປັດຈຸບັນ ມີງົວທັງໝົດ 30 ໂຕ. ສະເລ່ຍລາຍຮັບຈາກຜົນຜະລິດທັງໝົດບໍ່ຕ່ຳກວ່າ 100 ກວ່າລ້ານກີບ/ປີ.

       ເມື່ອຖາມເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປູກ-ການລ້ຽງ, ການບົວລະບັດຮັກສາ ລຸງບຸນທີເວົ້າວ່າ: ການປູກແມ່ນຈະຫຍຸ້ງຍາກແຕ່ 3 ປີທຳອິດ ໂດຍສະເພາະການປູກເພາະວ່າຕ້ອງໄດ້ຕັດຫຍ້າປີໜຶ່ງ 3 ເທື່ອ, ທຳອິດຕ້ອງໄດ້ຈ້າງຄົນຖາງ ແລະ ຂຸດຂຸມປູກ. ແຕ່ຜ່ານການປະຕິບັດຕົວຈິງ, ພ້ອມກັບການເອົາໃຈ ໃສ່ຊີ້ນຳ, ຊ່ວຍເຫຼືອດ້ານ ວິຊາການ ແລະ ເຕັກນິກຢ່າງໃກ້ຊິດຕິດແທດຂອງຂະແໜງການກະສິກຳ-ປ່າໄມ້ເມືອງ ບວກກັບຄວາມດຸ ໝັ່ນ, ອົດທົນ ຂະຫຍັນພຽນໃນການບົວລະບັດຮັກສາ ຈຶ່ງສາມາດປະສົບຜົນສຳເລັດດັ່ງທີ່ກ່າວມານັ້ນ.

          ເຫດຜົນ ແລະ ເງື່ອນໄຂທີ່ພາໃຫ້ປະສົບຜົນສຳເລັດແມ່ນ ເຖິງວ່າກິດຈະກຳດັ່ງກ່າວເປັນວຽກບໍ່ໜັກ ແຕ່ກ່ອນຈະເຮັດໄດ້ຕ້ອງມີຄວາມຮັກມັກໃນອາຊີບ, ໃຊ້ຄວາມອົດທົນສູງ, ຄວາມບາກບັ່ນສູ້ຊົນ, ຄວາມສາ ມັກຄີເປັນເອກກະພາບຂອງສະມາຊິກພາຍໃນຄອບຄົວ ໜັກກໍພ້ອມກັນຫາບ ຫຍາບກໍພ້ອມກັນດຶງ, ຊອກຮູ້ ດ້ານການຕະຫຼາດກໍສາມາດປະສົບຜົນສຳເລັດໄດ້.

           ເວົ້າລວມແລ້ວ, ດ້ວຍການຊີ້ນຳໆພາຂອງໜ່ວຍພັກ ກໍຄືການຊຸກຍູ້ສົ່ງເສີມຂອງການຈັດ ຕັ້ງພັກ-ລັດຂັ້ນຕ່າງໆ ໂດຍສະເພາະຂະແໜງການກະສິກຳ ບວກກັບຄວາມຕັດສິນໃຈ, ບຸກບືນສູ້ຊົນຂອງສອງຜົວເມຍພ້ອມດ້ວຍລູກເຕົ້າ ໄດ້ເຮັດໃຫ້ສະຖານະພາບດ້ານເສດຖະກິດຂອງຄອບຄົວ ລຸງບຸນທີ ດີຂຶ້ນ ເລື້ອຍໆ, ມີພາຫະນະຮັບໃຊ້, ມີເຮືອນຢູ່ຖາວອນ, ສາມາດສົ່ງລູກຮຽນຈົບການສຶກສາ ແລະ ມີວຽກເຮັດ ງານທຳ; ພ້ອມກັນນັ້ນ ຄອບຄົວຂອງລຸງ ກໍແມ່ນຄອບຄົວໜຶ່ງທີ່ນຳເອົາແນວທາງນະໂຍບາຍຂອງພັກ-ລັດ ໄປຈັດຕັ້ງຜັນຂະຫຍາຍຈົນກາຍເປັນຄອບຄົວພົ້ນທຸກ, ຄອບຄົວຕົວແບບໃຫ້ແກ່ປະຊາຊົນພາຍໃນບ້ານ ກໍຄືໃນເມືອງສັງທອງ ນະຄອນຫຼວງວຽງຈັນ.

ໂດຍ: ພິດສະໄໝ