ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພື້ນຖານຄອບຄົວດີໄດ້ຍ້ອນຄວາມດຸໝັ່ນ ບວກກັບຄວາມເຂົ້າໃຈຕໍ່ແນວທາງຂອງພັກ-ລັດ
ຈຳນວນຜູ້ອ່ານ: 53
ອະນຸມັດວັນທີ: 13/02/2018

​          ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ​​ໃນ​ການອອກ​ແຮງ​​ເພີ້​ມພູນ​ຜະລິດຜົນ​ ບົນ​ພື້ນຖານ​ການ​ຫັນ​ເອົາ​ແນວ ທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ​ໃນ​ການ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ​ມີ​ສ່ວນ​ເຫຼືອ ​ແລະ ​ແຮ​ໄວ້ຢ່າງ​ປະດິດ​ສ້າງສາມາດ​ເຮັດ​ໃຫ້​​ຄອບຄົວ​ປະສົບ​ຜົນສຳ​ເລັດ​ໄດ້. ພາຍ​ໃຕ້ການ​ຊີ້​ນຳ-ນຳພາ​ຂອງ​ພັກ​​ເຮົາ​ແນ​ໃສ່​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ແຕ່ລະ​ຂົງ​ເຂດ​ ນັບ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ​​​ເພື່ອ​​ຍົກ​ລະດັບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​​ເຜົ່າ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ ​​ໂດຍ​ສະ​ເພາະ​ນັບ​ແຕ່ມີຂະ​ບວນການ​ແຂ່ງຂັນ​ “ຮັກ​ຊາດ ​ແລະ ພັດທະນາ” ​ຕິດ​ພັນ​ກັບ​ຂະ​ບວນການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ ພັດທະນາ​ຊົນນະບົດ​ຮອບດ້ານ, ​ການຊຸກຍູ້​ ​ແລະ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ 3 ສ້າງ ຊຶ່ງ​ໃນຊຸມ​ປີຜ່ານ ມາໄດ້​ເຮັດ​ໃຫ້​ຂະ​ແໜງ​ການ​ຂັ້ນ​ສູນ​ກາງ, ທອງ​ຖິ່ນ, ບັນດາ​ເມືອງ, ບ້ານ​, ຄອບຄົວ​ຕົວ​ແບບ, ນັກ​ພັດທະ ນາ​ກອນ ​ແລະ ຜູ້​ປະກອບ​ການ​ດີ​ເດັ່ນ​ທົ່ວ​ປະ​ເທດ​ມີ​ການ​ຂະຫຍາຍຕົວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ຄື​ດັ່ງ​ຄອບຄົວ ຂອງ​ສະຫາຍ​ນາງ ວົງ​ໃສ ຈູມ​ທຸມມາ​ລາ ກໍ​ເປັນຄອບຄົວ​ຕົວ​ແບບ​ໜຶ່ງ​ໃນ​ການ​ເຮັດ​ນາ​ປູກ​ເຂົ້າ​ ​ແລະ ລ້ຽງ ສັດ​ເປັນ​ສິນຄ້າ.

        ການ​ດຳລົງ​ຊີ​ວິດ​​ແຕ່​ກ່ອນແມ່ນປູກຝັງ​-ລ້ຽງສັດ​​ແບບ​ປະຖົມ​ປະ​ຖານ, ອາ​​ໄສ​ແຕ່​ທຳ​ມະ​ຊາດ​ເປັນຫຼັກ ບໍ່​ທັນ​ມີ​​ເຕັກນິກ ​ຫຼື ວິທີ​ການ​ທີ່​ທັນ​ສະ​ໄໝ ຜົນ​ໄດ້​ຮັບ​ບໍ່​ສູງ ​ສະມັດ​ຕະພາບ​​ໃນ​ການປູກ-ການ​ລ້ຽງຈຶ່ງບໍ່​ຄ່ອຍ​ດີ ປີ​ໜຶ່ງ​ໄດ້​​ເຂົ້າພຽງ 2,70 ໂຕນ​ ໃນ​ເນື້ອ​ທີ່​ນາ​ເຮັກຕາ​ກວ່າ ຜົນ​ຜະລິດ​ແຕ່ລະ​ປີພຽງ​ແຕ່​ກຸ້ມ​ກິນ, ລ້ຽງສັດ​ກໍ​ພຽງ​ແຕ່​ໄວ້​ຮັບໃຊ້​ສະ​ເພາະ​ຄອບຄົວ​ເທົ່າ​ນັ້ນ. ສະຫາຍ ນາງ ວົງ​ໃສ​ ຈູມທຸມມາ​ລາ​ ອາຍຸ 49 ປີ ໄດ້​ສ້າງ​ຄອບຄົວ​ກັບ​ທ້າວ ວິ​ແສງ ຈູມທຸມມາ​ລາ ອາ​ຍຸ 52 ປີ ຊົນ​ເຜົ່າ​ລາວ​ລຸ່ມ, ​ເປັນ​ຄົນ​ພື້ນຖານ​ຢູ່​ບ້ານ​ໂພນ ​ເມືອງ​ລະ​ມາ​ມ ​ແຂວງ​ເຊ​ກອງ, ມີ​ລູກ​ 3 ຄົນ​ ຍິງ 2 ຄົນ​; ​ໃນ​ຄອບຄົວ​ມີ 7 ຄົນ, ຍິງ 4 ຄົນ ມີ​ແຮງ​ງານ​ຕົ້ນຕໍ 3 ຄົນ ​ແຮງ​ງານ​ສຳຮອງ 2 ຄົນ ສະຫາຍ​ເຂົ້າ​ເປັນ​ສະມາຊິກ​ພັກ​ສົມບູນ​ໃນວັນ​ທີ 24 ​ເດືອນ 6 ປີ 1998 ປັດຈຸບັນ​ເປັນ​ເລຂາ​ພັກ​ບ້ານ​ທັງ​ເປັນ​ນາຍບ້ານໆ​ໂພນ, ອາຊີບຕົ້ນຕໍ​ແມ່ນ​​ເຮັດ​ນາ ​ແລະ ລ້ຽງສັດ​ເປັນ​ສຳຮອງ. ຄອບຄົວ​ຂອງ​ເພິ່ນ​ແມ່ນ​ອາ​​ໄສ​ມູນ​ມໍລະດົກ​​ຂອງ​ພໍ່-​ແມ່ຈຳນວນ​ໜຶ່ງ​​, ອີກ​ສ່ວນ​ໜຶ່ງ​​ແມ່ນ​ສິນ​ສົມ​ສ້າງ​ທີ່​ຜົວ​-ເມຍໄດ້​ພ້ອມ​ກັນ​ບຸກ​ເບີກ​ຊັບ​ຊ່າວ​ຂະຫຍາຍ​​ໃໝ່. ເບື້ອງ​ຕົ້ນ​ມີ​ເນື້ອ​ທີ່​ນາ​ພຽງ 1,556 ​ເຮັກຕາ, ມີ​ຄວາຍ 13 ​ໂຕ ​ແລະ ສັດ​ປີກຈຳນວນ​ໜຶ່ງ. ມາຮອດ​ປີ 2012​ ພາຍຫຼັງພັກ-ລັດ ​ໄດ້​ສ້າງຂະ​ບວນການ​ຫັນ​ລົງ​ຮາກ​ຖານ​ສ້າງ​ບ້ານ​​ເປັນ​ຫົວໜ່ວຍພັດທະນາ​ ​ໂດຍ​ຖື​ເອົາ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ 3 ສ້າງ​ ​ໃຫ້ເຂົ້າ​ສູ່​ລວງ​ເລິກ ​ແລະ ການ​ສ້າງ​ບາດກ້າວ​ບຸກທະລຸ​ທັງ 4 ດ້ານ​ໃຫ້​ແຂງ​ແຮງ​, ​ໂດຍ​ສະ​ເພາະ​ຄາດໝາຍ​ສູ້​ຊົນແກ້​ໄຂຄອບຄົວທຸກ​ຍາກ, ສ້າງ​ບ້ານ​ພັດທະນາ​ ​​ໃນ​ນີ້ບ້ານ​ໂພນ​ໄດ້​ຖືກ​ເລືອກ​ເປັນ​ບ້ານ​ທົດ​ລອງ 3 ສ້າງ​ຂອງ​ເມືອງ​ລະ​ມາ​ມ​ ໃນ​ນັ້ນ​ຄະນະ​ພັກ-​ອຳນາດ​ການ​ປົກຄອງບ້ານ​ ກໍ​ຄື​ຄະນະ​ພັກ​ເມືອງ, ຄະນະ​ພັກ​ແຂວງ​​ເຊ​ກອງ​ກໍໄດ້​ຈັດ​ສົ່ງ​ພະນັກງານ​ລົງ​ຊີ້​ນຳ​ຊຸກຍູ້​ວຽກ​ງານ 3 ສ້າງ​ ​ໂດຍ​ອີງ​ໃສ່​ຈຸດ​ພິ​ເສດ​ກໍ​ຄື​ທ່າ​ແຮງ​ຂອງ​ບ້ານ​​ໂພນ ​ເຫັນ​ວ່າ​ເໝາະ​ສົມ​ໃນ​​ການ​​ຜະລິດກະສິກ​ຳ​ເປັນ​ສິນຄ້າ ​ເປັນ​ຕົ້ນ​ການປູກຝັງ​-ລ້ຽງສັດ, ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ເຫັນ​ວ່າ​ມີ​ຜົນສຳ​ເລັດ​ຫຼາຍ​ດ້ານ ​ແລະ ຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​​ໃກ້​ຊິດ​ຂອງ​ພັກ-ລັດ​ຂັ້ນ​ເທິງ​ ຈຶ່ງ​ເຮັດ​ໃຫ້​ບ້ານ​ໂພນ​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ ອີກ​ອັນ​ໜຶ່ງ​ສະຫາຍເອງ​ກໍ​​ເປັນ​ກຳມະການ​ພັກ​ເມືອງ, ເປັນ​ເລຂາ​ພັກ ບ້ານ​ທັງ​ເປັນນາຍບ້ານດັ່ງກ່າວ ຈຶ່ງ​ໄດ້​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ-​ບໍລິຫານ​ຮອບດ້ານ ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ເຜີຍ​ແຜ່​ແນວທາງ​ຂອງ​ພັກ-ລັດ, ສຶກສາ​ອົບຮົມ ​ແລະ ປຸກລະ ດົມ​ຂົນຂວາຍ​ປະຊາຊົນ​ພາຍ​ໃນ​ບ້ານ ທັງ​ໄດ້​ໄປ​ທັດສະນະ​ແລກປ່ຽນບົດຮຽນ​ຢູ່​ບ່ອນ​ອື່ນ​ເລື້ອຍໆ ​ຕົນ​ເອງ​ຈຶ່ງມີ​ຄວາມ​ເຂົ້າ​ໃຈ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັດ-​ລັດ​ພໍ​ສົມຄວນ ​ແລະ ໄດ້​ຫັນ​​ເອົາ​ແນວທາງ​ດັ່ງກ່າວມາ​ນຳ​ໃຊ້​ໃຫ້​ຖືກຕ້ອງ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​​ຂອງ​ບ້ານ ກໍ​ຄື​​ແຕ່ລະຄອບຄົວ​ ຈະ​ສັງ​ເກດເຫັນ​ໄດ້​​ໃນ​ຊີວິດ​ການ​ເປັນ​ຢູ່ຕົວ​ຈິງຂອງ​ປະຊາຊົນ​ໄດ້​ຮັບ​ການ​ເປັນ​ຢູ່ດີ​ຂຶ້ນ ມີ​ຫຼາຍ​ຄອບຄົວ​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ ​ໂດຍ​ສະ​ເພາະ​​ເດັ່ນ​ກວ່າ​ໝູ່​ແມ່ນຄອບຄົວ​ຂອງສະຫາຍເອງ ທີ່​ໄດ້​ຮັບ​ຄັດ​ເລືອກ​ເປັນ​ຕົວ​ແບບ​ຂອງ​ບ້ານ​ໃນ​ການ​ເຮັດ​ນາ​ປູກ​ເຂົ້າ​ ​ແລະ ລ້ຽງ​ລັດເປັນ​ສິນຄ້າ.

       ຈຸດ​ເລີ່ມ​ຕົ້ນທີ່​ພາ​ໃຫ້​ຄອບຄົວ​ຂອງ​ເພິ່ນ​ກາຍ​ເປັນ​ຄອບຄົວ​ຕົວ​ແບບ. ​ຫຼັງ​ຈາກ​ທີ່​ພັກ-ລັດ​ໄດ້​ມີ​ແນວ ທາງ​​ໃນ​ການ​ພັດທະນາຮອບດ້ານ ​ເຮັດ​ໃຫ້​ຊົນນະບົດ​ຫຍັບ​ໃກ້​ເຂົ້າກັບ​ຕົວ​ເມືອງ​ເທື່ອລະກ້າວ ໝາຍວ່າ ການ​ພັດທະນາ​ຕົວ​ເມືອງ​ກັບ​ຊົນນະບົດ​ຕ້ອງ​ຄວບ​ຄູ່​ກັນ​ໄປ ສະ​ນັ້ນ, ມາ​ຮອດ​ປີ 2013 ພັກ-ລັດ ໄດ້ມີ​ນະ​ໂຍບາຍ​ປ່ອຍສິນ​ເຊື່ອໃຫ້​ປະຊາຊົນພາຍ​ໃນ​ບ້ານ​ໄດ້​ກູ້​ຢືມ​ ໂດຍ​ແມ່ນ​ທະນາຄານ​ນະ​ໂຍບາຍ​ ໃນ​ດອກ​ເບ້ຍ​ຕໍ່າ ​ເມື່ອ​ເຫັນ​ໄດ້​ເຖິງ​ເງື່ອນ​ໄຂ​ດັ່ງກ່າວ ​ສະຫາຍ​ຈຶ່ງ​ໄດ້​ປຶກສາ​ກັບ​ຄອບຄົວ​ ​ເພື່ອ​ຢືມ​ເງິນ​ມາ​ລົງທຶນ​​ໃນ​ການ​ຜະລິດ ​ເປັນ​ຕົ້ນ​ໄດ້ບຸກ​ເບີກ​ເນື້ອ​ທີ່​ນາ​ 2 ​ເຮັກຕາ​ໃນ​ວົງ​ເງິນ 30 ລ້ານ​ກີບ​ ໃນ​ໄລຍະ​ຍາວ 7 ປີ; ຈາກ​ນັ້ນ​ມາ​ຮອດ​ປີ 2014 ພາຍ​ຫຼັງ​ທີ່​ໄດ້​ຂະຫຍາຍ​ເນື້ອ​ທີ່​ນາ​ໄດ້ ສະຫາຍ​ຈຶ່ງ​ໄດ້​ວາງ​ແຜນ​ເຮັດ​ທັງນາ​ປີ-ນາ​ແຊງທຸກ​ປີ​ ຈາກ​ເນື້ອ​ທີ່​ນາ​ຕົນ​ເອງ​ທີ່​ມີ​ຊົນລະປະທານ​ພຽງ​ເຄິ່ງ​ເຮັກຕາ​ ຈຶ່ງ​ໄດ້​ເຊົ່າ​ນາ​ຂອງ​ຄົນ​ອື່ນ​ຕື່ມ​ອີກ 7000 ຕາ​​ແມັດ ຜົນ​ຜະລິດ​ໄດ້ 5,20 ​ໂຕນ​ຂາຍ​ອອກ 4.20 ​ໂຕນ ​ເປັນ​ເງິນ 8,400,000 ກີບ; ພ້ອມ​ກັນ​ນັ້ນ​ຕົກ​ມາ​ຮອດ​ລະດູຝົນ​ກໍໄດ້​ສືບ​ຕໍ່​ເຮັດ​ນາປີ​ໃນ​ເນື້ອ​ທີ່​ເກືອບ 3 ​ເຮັກຕາ​​ ໃນ​ນັ້ນ​ໄດ້​ເຊົ່າ​ນາ​ຄົນ​ອື່ນ​ອີກ 1 ​ເຮັກຕາ ​ໂດຍ​ໃຊ້​ຝຸ່ນ​ຄອກ ​ແລະ ຝຸ່ນ​ເຄມີ​ ໃຊ້​ຕາມ​ສູດ​ວິຊາ​ການ​ຂັ້ນ​ເທິງ​ລົງ​ແນະນຳ, ສະມັດ​ຕະພາບ​ຖື​ວ່າ​ວ່າ​ດີພໍ​ສົມຄວນ ຜົນ​ເກັບ​ກ່ຽວ​ໄດ້​ 11 ​ໂຕນ​ ຂາຍ​ອອກ 5 ​ໂຕນ​ເປັນ​ເງິນ 10 ລ້ານ​ກີບ ລວມລາຍ​ຮັບ​ຈາກ​ການ​ຂາຍ​ເຂົ້າ​ປີ​ໜຶ່ງ​ໄດ້ບໍ່​ຕໍ່າ​ກວ່າ 18 ​ກວ່າລ້ານກີບ; ນອກ​ນີ້​ຍັງ​ມີ​ລາຍ​ຮັບ​ຈາກການ​ຂາຍ​ສັດລ້ຽງ​ ເປັນ​ຕົ້ນ​ຄວາຍປີ​ໜຶ່ງ 3-4 ​ໂຕ​ ເປັນ​ເງິນ 20 ກວ່າລ້ານກີບ, ລາຍ​ຮັບ​ຈາກ​ຂາຍ​ສັດ​ປີກ ​ແລະ ພືດ​ພັກ​ຜົນ​ຜະລິດອື່ນໆ​ປະມານ 10 ກວ່າ​ລ້ານກີບ, ລວມຍອດ​ລາຍ​ຮັບ​ທັງ​ໝົດ​ປະມານ 50 ​ກວ່າລ້ານ​ກີບ​ຕໍ່​ປີ. ນອກ​ນີ້​ໃນ​ສົກ​ປີຜ່ານມາ​ສັດ​ລ້ຽງ​ປະເພດ​ຕ່າງໆ​ຍັງ​ເພີ້​ມຂຶ້ນ​ເປັນ​ຕົ້ນ​ຄວາຍ ​ປັດຈຸບັນມີ 24 ​ໂຕ, ສັດ​ປີກຈຳນວນ​ໜຶ່ງ, ເນື້ອທີ່ນາເກືອບ 2 ເຮັກຕາ. ຈາກ​ໝາກຜົນ​​ທີ່​ກ່າວ​ມາ​ນັ້ນ​ຄອບຄົວ​ຂອງ​ສະຫາຍ​​ໄດ້​​ກຳລັງສ້າງເຮືອ​ນຖາວອນ 1 ຫຼັງ, ມີລົດໄຖນາ 1 ຄັນ, ລົດຈັກ 2 ຄັນ, ສາມາດສົ່ງ​ເສີມ​ລູກ​ໄດ້​ສຶກສາ​ຮໍ່າຮຽນທັງ​ໝົດ ​ທັງ​ຢູ່ພາຍ​ໃນ​ ແລະ​ ຕ່າງປະ​ເທດ​ດ້ວຍ​ທຶນ​ຕົນ​ເອງ. ຈາກ​ຜົນສຳ​ເລັດ​​ໃນ​ການພັດທະນາ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ສ້າງ​ລາຍ​ຮັບ​ໃຫ້​ຄອບຄົວ ​ທັງ​ໝົດ​ນັ້ນລ້ວນ​ແຕ່​ແມ່ນ​ໝາກຜົນ​ແນວທາງ​ຂອງ​ຂັ້ນ​ເທິງ​ທີ່​ໄດ້​​ໃກ້​ຊິດ​ຕິດ​ແທດ ​ແລະ ຊຸກຍູ້​ສົ່ງ​ເສີມ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ໃນ​ການ​ຊີ້​ນຳ-ນຳພາ​ເຮັດ​ໃຫ້​ໜ່ວຍ​ພັກ-ອຳນາດ​ການ​ປົກຄອງ​ບ້ານ​ທີ່​ໄດ້​ເອົາ​ໃຈ​ໃສ່​ສົ່ງ​ເສີມ​ຄອບຄົວ​ຂອງ​ສະຫາຍ ແລະ ຍ້ອນມີ​ແນວທາງ​ຂອງ​ພັກ​​-ລັດ  ໂດຍ​ສະ​ເພາະ​ປະຕິບັດ​ຕາມ​ມະຕິ​ 03 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ ວ່າ​ດ້ວຍ​ວຽກ​ງານ 3 ສ້າງ ຈຶ່ງ​ໄດ້​ມີ​ທຶນ​ຂອງ​ທະນາຄານ​ນະ​ໂຍບາຍ ​ເພື່ອ​ສົ່ງ​ເສີມ​ການ​ບຸກ​ເບີກ​ເນື້ອ​ທີ່​ນາ​, ມີ​ທຶນ​ໝູນວຽນ​ຮັບ​ໃຊ້​ວຽກ​ງານ​ດ້ານ​ຕ່າງ​ໆໃນ​ຄອບຄົວເຮັດໃຫ້ຕົນເອງມີກຳລັງ ແຮງ ແລະ ກຳລັງໃຈອອກແຮງສຸມໃສ່ພັດທະນາເສດຖະກິດຄອບ ຄົວ ດ້ວຍ​ຄວາມ​ຫ້າວຫັນ ​ດຸ​ໝັ່ນ ອົດທົນ ​ແລະ ມັກ​ຮັກ​ໃນ​ອາຊີບ ​ຈຶ່ງ​ເຮັດ​ໃຫ້​ຄອບຄົວ​ຂອງ​ສະຫາຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ ຈົນ​ກາຍເປັນ​ຄອບຄົວ​ຕົວ​ແບບ​. ໃນຕໍ່ໜ້າຈະສືບຕໍ່ບຸກເບີກຂະ ຫຍາຍເນື້ອທີ່ນາໃຫ້ໄດ້ 2 ເຮັກຕາ, ເອົາໃຈໃສ່ລ້ຽງສັດ ແລະ ເຮັດນາທັງສອງລະດູໃຫ້ທ່ວງທັນລະດູ ການ ເພື່ອຮັບປະກັນຜົນຜະລິດໃຫ້ສູງຂຶ້ນ.

        ສຸດ​ທ້າຍ ສະຫາຍ ນາງ ວົງ​ໃສ ຈູມ​ທຸມມາ​ລາ ໄດ້​ຢັ້ງຢືນ​ວ່າ​ມີ​ວັນ​ນີ້​ໄດ້​ກໍ​ຍ້ອນ​ພັກ-ລັດ ອຳນາດ​ການ​ປົກຄອງໄດ້​​ເອື້ອ​ອຳນວຍ​ເງື່ອນ​ໄຂ​ໃນ​ດ້ານ​ຕ່າງໆ​ ຈຶ່ງເຮັດ​ໃຫ້​ຄອບຄົວ​ຂອງ​​ເຮົາ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ​ແລະ ​ສະຫາຍ​ຍັງ​​ໃຫ້​ບົດຮຽນ​ວ່າ ການເຮັດນາ ກໍຄືການລ້ຽງສັດ ຖ້າເຮົາມັກຮັກ ແລະ ມີປະສົບການແລ້ວກໍບໍ່ຍາກ ພຽງແຕ່ເຮົາມີຄວາມດຸໝັ່ນເຮັດໃຫ້ທັນ ເວລາ, ເບິ່ງແຍງບົວລະບັດໃຫ້ດີ ນາກໍໝັ່ນ​ໃສ່ຝຸ່ນ,​ ​ນໍ້າ​ໃຫ້​ພໍ, ໝັ່ນເສຍຫຍ້າ​ ​ແລະ ​ແປງ​ຄັນ​ ​ເຖິງ​​ເວລາ​ເກັບ​ກ່ຽວ​ກໍ​ເກັບ​ກ່ຽວ​​ໃຫ້ທັນ​ເວລາ; ສ່ວນສັດລ້ຽງກໍໝັ່ນແຫຼ່ງໝັ່ນດູ, ໝັ່ນຕິດຕາມອາການ ແລະ ສັກຢາ ປ້ອງກັນ​ເປັນ​ປະຈຳ ກໍຈະໄດ້ຮັບຜົນດີ ສ່ວນຂໍ້ຫຍຸ້ງຍາກກໍມີ ແຕ່ສັດຕູພືດບາງ ປີກໍມີບົ້ງມີແມງ, ຕັກ​ແຕນ ຫຼື ຝົນຟ້າບໍ່ອຳນວຍ ຝົນຕົກຫຼາຍພາໃຫ້ນໍ້າຖ້ວມ ກໍ​ເຮັດ​ໃຫ້​ຜົນ​ຜະ​ລິດ​ບໍ່​ຄ່ອຍ​ດີ ​ແຕ່ສ່ວນ​ຫຼາຍ​ກໍ​ບໍ່​ຄ່ອຍ​ມີ​ບັນຫາ​​ເພາະ​ມີ​ລະບົບ​ຊົນລະປະທານ​ທີ່​ດີ​ ທັງ​ມີ​ເຕັກນິກ​ວິທີ​ການທາງວິທະຍາສາດ​ເຂົ້າ​ຊ່ວຍ ​ໂດຍ​ສະ​ເພາະມີ​ພະນັກງານ​ແຕ່​ລະ​ພາກສ່ວນ​ລົງ​ຊີ້​ນຳ​ໃຫ້​ຄຳ​ປຶກສາ​ແກ້​ໄຂ​ຊ່ວຍ ຈຶ່ງ​ເຮັດ​ໃຫ້​ຜົນ​ຜະ​ລິດ​ໃນ​ແຕ່ລະ​ປີ​ເຫັນ​ວ່າ​ມີ​ປະສິດທິ​ຜົນ​ດີ​ພໍ​ສົມຄວນ ອີກ​ເທື່ອ​ໜຶ່ງ​ສະຫາຍ​ຍັງ​ໃຫ້​ທັດສະນະ​ສ່ວນ​ຕົວ​ວ່າ ຢາກ​ໃຫ້​ແຕ່​ລະ​ຄອບຄົວ​ເອົາ​ໃຈ​ໃສ່​ພັດທະນາ​ເສດຖະກິດ​ຄອບຄົວ​ຂອງ​ຕົນ​ຢ່າງ​ຫ້າວຫັນ​ ຖ້າ​ພື້ນຖານ​ຄອບຄົວ​ໄດ້​ຮັບ​ການ​ພັດທະນາ ມີ​ເສດຖະກິດ​ດີ ບ້ານ​, ​ເມືອງ​ ກໍ​ພັດທະນ​າໄດ້​​ໄວ ​ປະ​ເທດ​ຊາດ​ກໍ​ຈະ​ຫຼຸດ​ພົນ​ຈາກ​ຄວາມທຸກ​ຍາກ​ໄດ້​.​..ຯ

ໂດ​ຍ: ສັນຕິ​ບານ