ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ອາຊີບປູກຝັງ ແລະ ລ້ຽງສັດສາມາດສ້າງລາຍຮັບທີ່ໝັ້ນຄົງໄດ້
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 13/02/2018

       ການປູກຝັງ ແລະ ລ້ຽງສັດເປັນອາຊີບໜຶ່ງທີ່ສຳຄັນຢູ່ເຂດຊົນນະບົດ ທີ່ສ້າງລາຍຮັບໃຫ້ຫຼາຍຄອບຄົວເຮັດໃຫ້ມີ ລາຍຮັບທີ່ໝັ້ນຄົງ ແລະ ຊີວິດການເປັນຢູ່ດີຂຶ້ນ ບົນ​ພື້ນ​ຖານ​ເງື່ອນ​ໄຂ​ດັ່ງ​ກ່າວນັ້ນ ຕ້ອງບວກ​ກັບ​ຄວາມ​ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ, ຄວາມ​ອົດ​ທົນ​ບາກບັ່ນ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ-ຊອກ​ຮູ້​ຮ່ຳ​ຮຽນ​ນຳ​ຄົນ​ອື່ນ ເພື່ອ​ກາຍ​ເປັນ​ແຮງ​ຊຸກ​ດັນ​ໃຫ້​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ທີ່​ວາງ​ໄວ້. ໃນ​ນີ້ ລຸງ ບຸນລຽນ ຄຳພິທູນ ບ້ານຄຳວົງສາ, ເມືອງພູວົງ, ແຂວງອັດຕະປື ເປັນ​ຄອບ​ຄົວ​ໜຶ່ງ​ທີ່​ຢຶດ​ຖື​ອາ​ຊີບເຮັດ​ນາ​ປູກ​ເຂົ້າ​ປະ​ສົມ​ປະ​ສານ​ກັບ​ການ​ລ້ຽງ​ສັດ​ໃຫ​ຍ່​ເປັນ​ສິນ​ຄ້າ ຊຶ່ງ​ໃນ​ແຕ່​ລະ​ປີ​ສາ​ມາດ​ສ້າງ​ລາຍ​ຮັບ​ຫຼາຍ​ພໍ​ສົມ​ຄວນ ຈາກ​ຄອບ​ຄົວ​ທີ່​ທຸກ​ຍາກ​ຂາດ​ເຂີນ ຈົນ​ກາຍ​ມາ​ເປັນ​ຄອບ​ຄົວ​ຕົວ​ແບບ​ທີ່​ມີ​ຢູ່​, ມີ​ກິນ ທັງ​ເຫຼືອ​ກິນ ແລະ ຂ​າຍ​ເປັນ​ສິນ​ຄ້າ.

          ລຸງ ບຸນລຽນ ຄຳພິທູນ ອາຍຸ 57 ປີ ແມ່ນ​ຄົນ​ພື້ນ​ຖານ​ດັ່ງ​ເດີມແຂວງ​ອັດ​ຕະ​ປື ​ໃນ​ເມື່ອ​ກ່ອນ​ຍ້ອນ​ມີ​ຄວາມ​ຮັກ​ຫອມ​ບ້ານ​ເກີດ​ເມືອງນອນ ແລະ ມີ​ນ້ຳ​ໃຈ​ຮັກ​ຊາດ​ອັນ​ດູດ​ດື່ມ​ໃນ​ປີ 1968 ລຸງ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ຕິ​ວັດ​ຊາດ ຈົນ​ມາ​ຮອດ​ປີ 1986 ລຸງ​ຈຶ່ງໄດ້ຕັດສິນໃຈສະຫຼະໂສດສ້າງຄອບຄົວກັບ​ປ້າ ລົດ; ພ້ອມທັງມີລູກນຳກັນ 4 ຄົນ. ຍ້ອນມີລູກຫຼາຍແດ່ ແລະ ຍັງນ້ອຍແດ່; ສ່ວນຕົນເອງພັດຍັງໄປເຄື່ອນໄຫວການປະຕິວັດ ບໍ່ມີເວລາໃຫ້ແກ່ຄອບຄົວ, ບັນຫາສຳຄັນຕົນເອງພັດມາເສຍພໍ່-ແມ່ຕື່ມອີກຍັງເຮັດໃຫ້ຄອບຄົວພົບຄວາມຫຍຸ້ງຍາກ. ດ້ວຍຄວາມຫຍຸ້ງຍາກດັ່ງກ່າວ ມາຮອດປີ 1987 ລຸງຈຶ່ງຕັດສິນໃຈຫວນຄືນສູ່ບ້ານເກີດເມືອງນອນ ເພື່ອມາເບິ່ງແຍງຄອບຄົວ ໂດຍອາໃສທ່າ​ແຮງ​ພື້ນ​ຖານ​ຂອງເມືອງທີ່ມີເນື້ອ​ທີ່​ຈຳ​ນວນ​ໜຶ່ງທີ່ຄາວພໍ່ແມ່ສັບສ່າວໄວ້ແຕ່ສະໄໝເພິ່ນຍັງມີຊີວິດຢູ່ພຸ້ນ ເພື່ອທຳມາຫາ ກິນລ້ຽງຊີບ ເບື້ອງ​ຕົ້ນ​ລຸງ​ໄດ້​ອາ​ໄສ​ການ​ເຮັດ​ນາ​ປູກ​ເຂົ້າ​ເພື່ອ​ຫາ​ລ້ຽງ​ຄອບ​ຄົວ ແຕ່​ເຮັດ​ນາ​ໃນ​ໄລ​ຍະ​ນັ້ນ​ແມ່ນ​ເຮັດ​ແຕ່​ລະ​ດູ​ດຽວ ອາ​ໄສ​ແຕ່​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ ປີໃດຟ້າຝົນດີ ຮອດລະດູເກັບກ່ຽວກໍພໍກຸ້ມກິນແຕ່ປີໃດຟ້າຝົນບໍ່ອຳນວຍ ຫຼືປະສົບກັບອຸທົບກະໄພຕ່າງໆ ຖືວ່າປີນັ້ນແມ່ນຂາດເຂົ້າກິນ 3-6ເດືອນ. ແຕ່ພາຍ​ຫຼັງ​ ພັກ-ລັດ​ຖະ​ບານ​ໄດ້​ມີ​ນະ​ໂຍ​ບາຍ​ເປີດກວ້າງ​ຊຸກ​ຍູ້​ສົ່ງ​ເສີມ​ປະ​ຊາ​ຊົນ​ສ້າງ​ເສດ​ຖະ​ກິດ​ຄອບ​ຄົວ ແລະ ຜະ​ລິດ​ເປັນ​ສິນ​ຄ້າ ແລະ ຖ້າອີງໃສ່ເນື້ອທີ່ການຜະລິດລຸງເອງກໍມີບໍ່ຫຼາຍ ສະນັ້ນ, ລຸງ​ ບຸນ​ລຽນ​ ພ້ອມ​ດ້ວຍ​ຄອບ​ຄົວ ຈຶ່ງ​ໄດ້​​ຂໍ​ຄຳ​ປຶກ​ສານໍາ​ອຳ​ນາດ​ການ​ປົກ​ຄອງ ໃນ​ການ​ຊ່ວຍ​ເຫຼືອ​ຮັບ​ຮອງ​ໃນ​ການກູ້ຢືມສິນ​ເຊື່ອຈາກທະນາຄານສົ່ງເສີມກະສິກຳແຂວງ ຈຳນວນ 150.000 ກີບ ເພື່ອມາ​ບຸກ​ເບີກ​ເນື້ອ​ທີ່​ທຳ​ການ​ຜະ​ລິດເຕີ່ມ​ອີກ​ຈຳ​ນວນ 1,5 ເຮັກຕ້າ ເພື່ອ​ເພີ້ມກຳ​ລັງ​ການ​ຜະ​ລິດ ພໍ​ເຮັດ​ມາ​ຮອດໄລຍະໜຶ່ງເຫັນໄດ້ວ່າ ຊີ ວິດການເປັນຢູ່​ຂອງ​ຄອບ​ຄົວທີ່ດີຂຶ້ນ​ເປັນ​ກ້າວໆ, ແຕ່​ຖ້າ​ທຽບ​ໃສ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຍັງ​ບໍ່​ທັນ​ສາ​ມາດ​ກາຍ​ເປັນ​ສິນ​ຄ້າ​ໄດ້ ແຕ່​ໂດຍ​ພື້ນ​ຖານ​ທ່າ​ແຮງ​ທີ່​ມີ​ໂດຍ​ສະ​ເພາະ​ຄວາມ​ດຸ​ໝັນ​ຂະ​ຫ​ຍັນ​ພຽນ​ຂອງ​ຕົນ ແລະ ຄອບ​ຄົວ ດັ່ງ​ນັ້ນ. ລຸງ​ຈຶ່ງ​ໄດ້​ຊອກ​ຫາ​ຊອກ​ທາງ​ໃໝ່ໃນ​ການ​ພັດ​ທະ​ນາ​ຄອບ​ຄົວໃຫ້ດີຂຶ້ນກວ່າເກົ່າ.

         ​ຕົກມາຮອດປີ 1992 ລຸງໄດ້​ປຶກ​ສາ​ກັບ​ຄອບຄົວ ຕັດສິນໃຈກູ້ຢືມສິນ​ເຊື່ອຈາກທະນາຄານນະໂຍບາຍ ໜ່ວຍ​ບໍ​ລິ​ການເມືອງ ເປັນຈຳນວນເງິນ 6.500.000 ກີບ ເພື່ອຊື້ງົວມາລ້ຽງຕື່ມ 3 ໂຕເປັນອາຊີບເສີມ ແລະ ໄດ້ເພີ້ມເນື້ອທີ່ການປູກເຂົ້າຈາກເດີມມາເປັນ 2.5 ເຮັກຕາ, ​ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງໃນແຕ່ລະປີສາມາດເກັບກ່ຽວ​ຜົນ​ຜະ​ລິດ​ຈາກ​ການ​ເຮັດ​ນາ​ປູກເຂົ້າໄດ້ 6 ໂຕນ/ປີ ຈາກການພາກພຽນພະຍາຍາມບວກ​ກັບ​ການ​ຊ່ວຍ​ເຫຼືອ​ຂອງ​ພັກ-ລັກ ກໍ​ຄື​ອຳ​ນາດ​ການ​ປົກ​ຄອງ ໄດ້ເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນ ມີເຂົ້າ​ໄວ້​ແຮ່​ກິນຕະ​ຫຼອດ​ປີ ແລະ ເຫຼືອເປັນສິນຄ້າ. ປັດຈຸບັນ ລຸງ​ໄດ້​ມີ​ສັດ​ລ້ຽງ ຈຳ​ນວນ 33 ໂຕຈາກງົວ 3 ໂຕໃນແຕ່ກ່ອນ ແລະ ໃນແຕ່ລະປີແມ່ນຂາຍງົວ 3-5 ໂຕ ນອກ​ຈາກ​ເນື້ອ​ທີ່​ທຳ​ການ​ຜະ​ລິດ​ທີ່​ພຽງ​ພໍ ແລະ ຜົນ​ໄດ້​ຮັບ​ຕອບ​ແທນ​ທີ່​ໜ້າ​ເພິ່ງ​ພໍ​ໃຈ​ແລ້ວ ລຸງ​ຍັງ​ໄດ້​ບຸກ​ເບີກ ​ໜອງ​ປາ ແລະ ຊື້​ປາ​ມາ​ລ້ຽງ​ເພື່ອສ້າງ​ລາຍ​ຮັບເພີ້ມ​ໃຫ້​ແກ່​ຄອບ​ຄົວ​ຕື່ມ​ອີກ ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ສາ​ມາດ​ສະ​ຫຼຸບ​ໄດ້​ວ່າ ຄອບຄົວ​ຂອງ​ລຸງ ບຸນ​ລຽນ ກາຍ​ເປັນ​ຄອບ​ຄົວ​ທີ່​ອຸ​ດົມ​ສົມບູນ ແລະ ສາ​ມາດ​ຮັບ​ຮອງ​ເປັນ​ຄອບ​ຄົວ​ຕົວ​ແບບ ໂດຍ​ສ້າງ​ລາຍ​ຮັບ​​ໃຫ້​ແກ່​ຄອບ​ຄົວສະ​ເລ່ຍຈາກເຮັດນາປູກເຂົ້າ, ລ້ຽງສັດ ປະເພດງົວ-ຄວາຍ ແລະ ລ້ຽງປາ ປີໜຶ່ງ 45 ລ້ານ​ກີບ/ປີ ແຕ່ຄ່ຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ, ກໍມີບາງ​ດ້ານ​ທີ່​ເປັນຂໍ້ຫຍຸ້ງຍາກ ໂດຍ​ສະ​ເພາະ​ດ້ານການ​ພັດ​ທະ​ນາ​ແນວ​ພັນ ​ເພື່ອ​ເຮັດ​ໃຫ້​ຕອບ​ສະ​ໜອງ​ຕ​າມ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ ແລະ ການ​ປ້ອງ​ກັນ​ພະ​ຍາດ​ລະ​ບາດ​ໃນ​ສັດ​ລ້ຽງ​ຍັງ​ເປັນ​ໄພ​ຄຸກ​ຄາມ​ພໍ​ຮອດ​ລະ​ດຸ​ການ ເຊັ່ນ: ພະ​ຍາດ​ປາກ​ເປື່ອຍ​ລົງ​ເລັບເຮັດໃຫ້ສັດຈຳນວນໜຶ່ງລົ້ມຕາຍ ແລະ ບັນຫາດັ່ງກ່າວລຸງກໍໄດ້ໄປປະສານກັບພາກສ່ວນກ່ຽວຂ້ອງຄືກັບໜ່ວຍງານສັດຕະວະແພດຂອງເມືອງເພື່ອຊອກຫາວິທີປ້ອງກັນ.

          ຈາກ​ຜົນ​ສຳ​ເລັດ​ທີ່​ເຫັນ​ປະ​ຈັກ​ຕາ ເຊັ່ນ: ມີ​ທີ່​ຢູ່​ພັກ​ເຊົ​າ​ທີ່​ຖາ​ວອນ, ມີ​ພາ​ຫະ​ນະ​ຮັບ​ໃຊ້​ຜົນ​ຜະ​ລິດ, ພາ​ຫະ​ນະ​ຮັບ​ໃຊ້​ຄອບ​ຄົວ ແລະ ລູກ​ທັງ 4 ໄດ້​ຮັບ​ການ​ສຶກ​ສາ​ ທັງ​ໝົດ​ນັ້ນ​ມັນ​ແມ່ນ​ໝາກ​ຜົນ​ຂອງ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ເບິ່ງ​ແຍງ​ຈາກ​ພັກ ແລະ ລັດ​ຖະ​ບານ ​ທີ່​ມີ​ແນວ​ທາງ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ ເວົ້າ​ລວມ, ເວົ້າ​ສະ​ເພາະ​ອຳ​ນາດ​ການ​ປົກ​ຄອງຂອງ​ເມືອງ​ພູ​ວົງ ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານເຕັກນິກວິ​ຊາ​ການໃນການປູກຝັງ ແລະ ລ້ຽງສັດ, ທຶນ​ຮອນ​ຕ່າງໆ​ຊ່ວຍ​ເຂົ້າ​ໃນ​ການ​ຜະ​ລິດ​ເປັນ​ສິນ​ຄ້າ ແຕ່ສິ່ງ​ສຳ​ຄັນ​ທີ່​ເປັນ​ພື້ນ​ຖານ​ອັນ​ຈຳ​ເປັນ​ແມ່ນ​ຄວາມ​ດຸ​ໝັ່ນໃນການບົວລະບັດຮັກສາ, ການ​ຊອກ​ຮູ້​ຖອດຖອນບົດຮຽນຈາກຄອບຄົວອື່ນ ແລະ ມີ​ຄວາມ​ຕັ້ງ​ໃຈ, ມັກ, ຮັກໃນອາຊີບ​ດັ່ງ​ກ່າວນັ້ນ ​ບົນ​ພື້ນ​ຖານ​ແນວ​ທາງ​ນະ​ໂຍ​ບາຍ ແລະ ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ ຈະ​ເຮັດ​ອາ​ຊີບ​ໃດ​ກໍ​ຕາມ​ຖ້າ​ມີ​ຄວາມ​ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ, ຊື່​ສັດ, ປະ​ຢັດ​ອົດ​ທົນ ພັກ ແລະ ລັດ​ຖະ​ບານ​ກໍ​ໃຫ້​​​ການຊ່ວຍ​ເຫຼືອ, ຊຸກ​ຍູ້​ສົ່ງ​ເສີມ​ຢູ່​ສະ​ເໝີ ແລະ ປະ​ສົມ​ຜົນ​ສຳ​ເລັດ​ດັ່ງ​ຄອບ​ຄົວ​ຂອງ​ລຸງ ບຸນ​ລຽນ ຄຳ​ພິ​ທູນ…ຯ

ໂດຍ: ​ວິລະສະໄໝ