ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ການສ້າງລາຍຮັບຈາກຫັດຖະກຳຕີເຫຼັກ ເຮັດໃຫ້ຄອບຄົວມີຊີວິດດີຂຶ້ນ
ຈຳນວນຜູ້ອ່ານ: 33
ອະນຸມັດວັນທີ: 23/04/2019

        ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ກ່ຽວກັບການສົ່ງເສີມການຜະລິດເປັນສິນຄ້າເພື່ອນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ຕາມແນວທາງຂອງພັກວາງອອກແຕ່ນີ້ຫາປີ 2020 ໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ໃນຍຸກປະຈຸບັນການສ້າງເສດຖະກິດຄອບຄົວໄດ້ມີການຂະຫຍາຍຕົວສູງເລື້ອຍໆ ພ້ອມດຽວກັນນັ້ນກໍມີການແຂ່ງຂັນກັນຫຼາຍຂຶ້ນ. ທຸກໆອາຊີບຈະສ້າງລາຍໄດ້ໃຫ້ກັບຄອບຄົວຂໍພຽງແຕ່ມີຄວາມດຸໝັ່ນ, ອົດທົນ, ຊອກຮູ້ຮໍ່າຮຽນສິ່ງໃໝ່ໆ ເພື່ອມີປະສົບການມາພັດທະນາຊີວິດຄອບຄົວໃຫ້ດີຂຶ້ນ ເຊັ່ນດຽວກັບຫັດຖະກຳຕີເຫຼັກ ຂອງ ລຸງພົມມີ ພົນອາສາ ທີ່ໄດ້ຜັນຕົນເອງຈາກຮັບການຈ້າງທົ່ວໄປມາ ເຮັດກິດຈະການຂອງຕົນເອງດ້ວຍຫັດຖະກຳຕີເຫຼັກຂາຍເປັນສິນຄ້າ ຈາກຈຸດເລີ່ມຕົ້ນນ້ອຍໆແລ້ວຄ່ອຍໆພັດທະນາສີມືຂຶ້ນເລື້ອຍໆ ຈົນສາມາດກາຍເປັນຄອບຄົວທີ່ພົ້ນທຸກ ແລະ ກາຍເປັນຄອບຄົວຕົວແບບ ຂອງບ້ານໂພນຄຳ ເມືອງແກ້ວອຸດົມ ແຂວງວຽງຈັນ.

      ລຸງ ພົມມີ ພົນອາສາ ອາຍຸ 52 ປີ ເປັນຄົນຖິ່ນກຳເນີດຢູ່ແຂວງຊຽງຂວາງ ເມື່ອຮຽນຈົບມັດທະຍົມ ປີ 1985 ກໍໄດ້ລົງມາຮຽນຕໍ່ວິຊາຊີບຢູ່ໂຮງຮຽນ ການຊ່າງລາວ-ເຢຍລະມັນ ພາຍຫຼັງຮຽນຈົບໃນປີ 1988 ກໍ່ໄດ້ມາຮັບຈ້າງເຮັດວຽກທົ່ວໄປ ຢູ່ບ້ານໂພນຄຳ ເມືອງທຸລະຄົມ ແຂວງວຽງຈັນ ຈຶ່ງໄດ້ມັກຮັກກັບ ປ້າ ແກ້ວມະນີ ບຸບຜາລີວັນ ແລະ ໄດ້ສ້າງຄອບຄົວນຳກັນໃນປີ 1991 ມີລູກຮ່ວມກັນ 3 ຄົນ, ປະຈຸບັນສະມາຊິກຄອບຄົວມີທັງໝົດ 5 ຄົນ, ແຮງງານຕົ້ນຕໍ 1 ຄົນ ແລະ ມີກຳມະກອນ 5 ຄົນ. ລຸງພົມມີ ພົນອາສາ ເລົ່າສູ່ຟັງວ່າ: ອາຊີບໃນເມື່ອກ່ອນແມ່ນເຮັດນາເປັນຕົ້ນຕໍ  ມີບາງປີໄດ້ເຂົ້າບໍ່ກຸ້ມກິນ ເຮັດໃຫ້ຄອບຄົວມີຄວາມທຸກຍາກຫຼາຍ, ລາຍຮັບແຕ່ລະເດືອນໜ້ອຍ ແຕ່ລາຍຈ່າຍຊໍ້າພັດຫຼາຍ ເພາະຕ້ອງໄດ້ສົ່ງລູກເຂົ້າໂຮງຮຽນນຳອີກ. ສະນັ້ນ, ນອກຈາກເຮັດນາແລ້ວຕົນເອງຍັງໄດ້ໄປຮັບຈ້າງທົ່ວໄປນຳອີກ ແຕ່ລາຍຮັບຂອງຄອບຄົວຍັງບໍ່ພຽງພໍຢູ່. ຕົກມາປີ 1999 ຜົວເມຍຈຶ່ງໄດ້ປຶກສາກັນ ຊອກຫາວິທີທາງແກ້ໄຂ ໂດຍຊອກຫາອາຊີບທີ່ສາມາດສ້າງລາຍຮັບເພີ່ມ ແລະ ລົງທຶນໜ້ອຍ. ໃນເວລານັ້ນ ຕົນເອງກໍເປັນກຳມະກອນຢູ່ບໍລິສັດຂອງເອກະຊົນແຫ່ງໜຶ່ງທີ່ຕັດໄມ້ຢູ່ອ່າງນໍ້າງື່ມ ແລະ ໄດ້ພົວພັນກັບໂຮງ ເລື່ອຍຢູ່ຕະຫຼອດ ຈຶ່ງໄດ້ເຫັນໃບເລື່ອຍເກົ່າທີ່ເສດເຫຼືອແລ້ວໃນໂຮງເລື່ອຍມີຫຼາຍ ຈຶ່ງເກີດມີແນວຄິດທີ່ຈະເອົາມາຕີເຮັດອຸປະກອນຮັບໃຊ້ໃນຊີວິດປະຈຳວັນ ແລະ ມີຄົນສົນໃຈກໍເຮັດຂາຍ. ໃນເບື້ອງຕົ້ນຕົນເອງມີອຸປະກອນ ຕູ້ຈອດ 1 ເຄື່ອງ, ເຄື່ອງເຈຍເຫຼັກ 1 ເຄື່ອງ ຈາກນັ້ນກໍ່ໄດ້ທົດລອງເອົາໃບເລື່ອຍມາຜະລິດເປັນຊ້ວນເພື່ອຮັບໃຊ້ຢູ່ພາຍໃນຄອບຄົວ, ກໍເຫັນວ່າມີຄວາມພໍໃຈຫຼາຍ ແລະ ໃຊ້ດີ, ຈຶ່ງເຮັດໃຫ້ປະຊາຊົນພາຍໃນບ້ານມາເຫັນ ແລະ ຢາກໄດ້ຈຶ່ງສັ່ງຊື້ໄປ. ຕໍ່ຈາກນັ້ນມາຕົນເອງຈຶ່ງໄດ້ຕັດສິນໃຈຢຶດຖືອາຊີບນີ້ ແລະ ໄດ້ຜະລິດຂາຍຫຼາຍເພີ່ມຂຶ້ນເລື້ອຍໆຕາມການສັ່ງຈອງຂອງລູກຄ້າ ຊຶ່ງຜະລິດຕະພັນທີ່ຜະລິດລວມມີ: ກ່ຽວ, ຊ້ວນ, ຈົກ, ສຽມ, ແວກ, ຄາດ ແລະ ອື່ນໆ ຕາມຄວາມເໝາະສົມຂອງວັດຖຸດິບ; ສ່ວນການຈຳໜ່າຍສ່ວນຫຼາຍແມ່ນລູກຄ້າປະຈຳມາຮັບເອົາຢູ່ເຮືອນເພື່ອໄປຂາຍຕໍ່. ໃນມື້ໜຶ່ງສາມາດຜະລິດໄດ້ 20 ດວງຕໍ່ວັນ, ລາຄາຂາຍດວງໜຶ່ງ 10.000 ກີບ ລາຍໄດ້ສະເລ່ຍເດືອນໜຶ່ງປະມານ 300.000 ກີບ.

      ມາຮອດປີ 2003 ເຫັນວ່າສັງຄົມເລີ່ມມີການຮັບຮູ້ສິນຄ້າຂອງຕົນເອງຫຼາຍຂຶ້ນ ແລະ ມີຄົນຊົມໃຊ້ຜະລິດຕະພັນນີ້ຫຼາຍຂຶ້ນ ເຮັດໃຫ້ການຜະລິດບໍ່ທັນຕໍ່ຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ຈຶ່ງໄດ້ຕັດສິນໃຈເອົາເງິນເກັບທີ່ສະສົມໄວ້ຈຳນວນ 1.500.000 ກີບ ໄປຊື້ເຄື່ອງຕັດເຫຼັກເພີ່ມອີກ 1 ເຄື່ອງ, ເຄື່ອງເຈຍເຫຼັກ 1 ເຄື່ອງ ແລະ ອຸປະກອນຮັບໃຊ້ອື່ນໆທີ່ມີຄວາມຈຳເປັນ, ອີກສ່ວນໜຶ່ງແມ່ນເອົາໄປຊື້ໃບເລື່ອຍ ພ້ອມທັງຈ້າງກຳມະກອນອີກ 1 ຄົນ. ຈາກທີ່ເຄີຍຜະລິດໄດ້ 20 ດວງຕໍ່ວັນມາເປັນ 40 ດວງຕໍ່ວັນ. ນອກຈາກຜະລິດຕາມແບບທີ່ຕົນເອງຄິດຄົ້ນເອງແລ້ວ, ຍັງໄດ້ເບິ່ງບົດຮຽນ ແລະ ແລກປ່ຽນກັບຊ່າງອື່ນໆອີກ ເພື່ອມາພັດທະນາຜະລິດຕະພັນຂອງຕົນເອງໃຫ້ດີຂຶ້ນ ແລະ ມີລວດລາຍສວຍງາມດຶງດູດຄວາມຈັບໃຈຂອງລູກຄ້າຫຼາຍກວ່າເກົ່າ ແລະ ຄ່ອຍໆເພີ່ມຜະລິດເພີ່ມຂຶ້ນເລື້ອຍໆ.

      ມາຮອດປະຈຸບັນລຸງພົມມີ ພົນອາສາ  ໄດ້ມີກຳມະກອນເພີ່ມຂຶ້ນເປັນທັງໝົດ 5 ຄົນ ສຳລັບຄ່າຈ້າງແມ່ນຈ້າງກຳມະກອນເປັນລາຍວັນ ໂດຍຄິດໄລ່ ຕາມຈຳນວນຜະລິດຕະພັນທີ່ຜະລິດໄດ້ ໂດຍສະເພາະແມ່ນສຸມໃສ່ການຜະລິດ ກ່ຽວ ເປັນສ່ວນຫຼາຍ ຊຶ່ງກ່ອນຈະໄດ້ດວງໜຶ່ງປະກອບມີ: ຕັດດວງ, ລັບຄົມ, ຕີເຫຼັກກະບອງ, ຈອດດວງ, ຂັດມ້ຽງ ແຕ່ລະສິ້ນສ່ວນຈະຄິດໄລ່ລາຄາຕ່າງກັນ ລວມລາຍຮັບຂອງແຕ່ລະຄົນຈະໄດ້ປະມານ 60.000 ກີບ-70.000 ກີບຕໍ່ວັນ. ສ່ວນລຸງພົມມີ ພົນອາສາ ແມ່ນຈະເປັນຜູ້ແນະນຳວ່າຄວນເຮັດຮູບແບບແນວໃດຈຶ່ງຈະມີຄຸນນະພາບ ແລະ ດຶງດູດຄວາມສົນໃຈຂອງລູກຄ້າ. ໂດຍລວມແລ້ວໃນແຕ່ລະວັນສາມາດຜະລິດແຕ່ລະປະເພດໄດ້ປະມານ 200-300 ດວງ, ສະເລ່ຍເປັນເງິນໃນແຕ່ລະເດືອນປະມານ 5.000.000 ກວ່າກີບ, ປີໜຶ່ງສາມາດສ້າງລາຍຮັບໄດ້ປະມານ 60 ລ້ານກວ່າກີບ.

      ຈາກຜົນສຳເລັດທີ່ຍາດຂ້າງເທິງນັ້ນເຖິງວ່າບໍ່ຫຼາຍແຕ່ກໍ່ເປັນຄວາມພູມໃຈຂອງຄອບຄົວ ທີ່ສາມາດບັນລຸໄດ້ຕາມຈຸດປະສົງເປົ້າໝາຍທີ່ໄດ້ວາງໄວ້ຄື: ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກາຍເປັນຄອບຄົວທີ່ອຸດົມສົມບູນມາຮອດປະຈຸບັນ ເຫັນວ່າຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍສະເພາະແມ່ນມີເຮືອນຢູ່ທີ່ຖາວອນ 1 ຫຼັງ, ມີລົດຮັບໃຊ້ພາຍໃນຄອບຄົວ 2 ຄັນ, ສາມາດສົ່ງລູກຮຽນຈົບປະລິນ ຍາຕີ 2 ຄົນ ແລະ ກຳລັງສຶກສາ 1 ຄົນ, ມີເງິນເກັບໄວ້ປິ່ນປົວສຸຂະພາບ ແລະ  ເພື່ອເປັນທຶນຮອນໃນຍາມທີ່ຈຳເປັນຈຳນວນໜຶ່ງ, ດັ່ງນັ້ນ, ຄອບຄົວ ລຸງພົມມີ ພົນອາສາ ຈຶ່ງໄດ້ຮັບຮອງເປັນຄອບຄົວຕົວແບບໃນປີ 2012, ໄດ້ຮັບໃບຍ້ອງຍໍ ແລະ ຫຼຽນກາແຮງງານຈຳ ນວນໜຶ່ງ ຈາກການຈັດຕັ້ງພັກ-ລັດ ໂດຍສະເພາະແມ່ນການປະກອບສ່ວນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

      ຄຽງຄູ່ກັບຜົນສຳເລັດຂ້າງເທິງນັ້ນ ຍັງພົບຄວາມຫຍຸ້ງຍາກເຊັ່ນ: ເຄື່ອງມືຮັບໃຊ້ການຜະລິດຍັງບໍ່ທັນສະໄໝຍັງເປັນແບບດັ່ງເດີມ, ຂາດວັດຖຸດິບໂດຍສະເພາະໃບເລື່ອຍເກົ່າເລີ່ມມີໜ້ອຍລົງ ແຕ່ຜູ້ຜະລິດພັດເພີ່ມຂຶ້ນ, ມາຮອດປະຈຸບັນທົ່ວບ້ານໂພນຄຳ ມີຄອບຄົວຕີເຫຼັກເຖິງ 10 ກວ່າຄອບຄົວ, ເຮັດໃຫ້ມີການແຂ່ງຂັນກັນທາງດ້ານການຕະຫຼາດ ເຮັດໃຫ້ຕົ້ນທຶນສູງແຕ່ກຳໄລໜ້ອຍ ແລະ ບໍ່ສາມາດແຂ່ງຂັນກັບສິນຄ້າທີ່ມາຈາກຕ່າງປະເທດໄດ້ເທື່ອ. ເຖິງແນວໃດກໍ່ຕາມ ໃນອະນາຄົດຕໍ່ຈາກນີ້ ລຸງພົມມາ ພົນອາສາ ກໍ່ໄດ້ມີແຜນທີ່ຈະຂະຫຍາຍກິດຈະການຂອງຕົນ ແລະ ຄິດຄົ້ນແບບຕ່າງໆ ເພື່ອດຶງດູດລູກຄ້າໃຫ້ໄດ້ຫຼາຍກວ່າເກົ່າ ເພື່ອຮອງຮັບການແຂ່ງຂັນຈາກພາຍໃນ ກໍຄືຕ່າງປະເທດ ຈະຊອກຫາເຄື່ອງມືຮັບໃຊ້ທີ່ທັນສະໄໝໃຫ້ມີຫຼາຍຂຶ້ນເປັນຕົ້ນແມ່ນ ເຄື່ອງຕັດ, ເຄື່ອງປໍ້າ, ສ່ວນວັດຖຸທີ່ມາເຮັດກໍຈະຊອກຫາວັດຖຸທົດແທນໃບເລື່ອຍ ທີ່ລາຄາບໍ່ສູງແຕ່ຄຸນນະພາບດີມາຜະລິດ. ຖ້າຫາກເຮັດໄດ້ຄືດັ່ງກ່າວມານັ້ນກໍ່ຈະເຮັດໃຫ້ສິນຄ້າຂອງພວກເຮົານຳໃຊ້ໄດ້ຍາວນານ, ມີຄຸນນະພາບ ແລະ ສາມາດແຂ່ງຂັນກັບສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດໄດ້. ສາມາດສັງເກດເຫັນວ່າມາຮອດປັດຈຸບັນນີ້ ສ່ວນຫຼາຍປະຊາຊົນທີ່ຢູ່ໃນຂົງເຂດນີ້ ແຕ່ກ່ອນນິຍົມໃຊ້ແຕ່ຜະລິດຕະພັນທີ່ນຳເຂົ້າຈາກຕ່າງປະເທດ, ແຕ່ດຽວນີ້ໄດ້ຫັນມານຳໃຊ້ຜະລິດຕະພັນຂອງບ້ານຜະລິດເອງຫຼາຍຂຶ້ນ ແລະ ລາຄາກໍຖືກກວ່າ.​

      ຜົນສຳເລັດດັ່ງກ່າວນັ້ນແມ່ນ ຍ້ອນມີແນວທາງ-ນະໂຍບາຍທີ່ຖືກຕ້ອງ ແລະ ສອດຄ່ອງຂອງພັກ, ອຳນາດການປົກຄອງບ້ານທີ່ໄດ້ອຳນວຍາຄວາມສະດວກ ບວກໃສ່ຄວາມຕັດສິນໃຈ ຮູ້ນຳເອົາແນວທາງນະໂຍບາຍຂອງພັກ-ລັດຖະບານ ໄປຈັດຕັ້ງຜັນຂະຫຍາຍຈົນເຮັດໃຫ້ຄອບຄົວ ມີລາຍໄດ້ພາໃຫ້ຄອບຄົວມີຊີວິດທີ່ດີຂຶ້ນ ສາມາດຫຼຸດພົ້ນຈາກຄວາມທຸກຍາກ ແລະ ກາຍເປັນຄອບຄົວຕົວແບບໃຫ້ແກ່ປະຊາຊົນພາຍໃນບ້ານໂພນຄຳ ກໍຄືເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຮໍ່າຮຽນເອົາເປັນແບບຢ່າງ...ຯ

ໂດຍ: ແສງຄຳ