ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍເລຂາ ໜ່ວຍພັກບ້ານຈອມທອງ ຜູ້ດຸໝັ່ນຂະຫຍັນພຽນ ບວກກັບຄວາມສາມາດ ຈຶ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ
ຈຳນວນຜູ້ອ່ານ: 27
ອະນຸມັດວັນທີ: 23/04/2019

      ພາຍຫຼັງມີມະຕິ 03/ກມສພ ກ່ຽວກັບວຽກງານ 3 ສ້າງ ບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄໍາໄຊ ກໍ່ ເປັນອີກບ້ານໜຶ່ງໄດ້ຖືກຄັດເລືອກເປັນບ້ານທົດລອງ 3 ສ້າງ ເພື່ອປະຕິບັດເນື້ອໃນຈິດໃຈດັ່ງກ່າວ ຄື ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງບ້ານນ້ອຍເປັນບ້ານໃຫຍ່, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ; ສະນັ້ນ ຄະນະພັກຂັ້ນເທິງ ພ້ອມດ້ວຍອຳນາດການປົກຄອງບ້ານ ຈຶ່ງໄດ້ຕົກລົງເຫັນດີເຕົ້າໂຮມເອົາບ້ານໂພຄຳ, ບ້ານທາດພູວຽງ ແລະ ບ້ານຈອມທອງ ເຂົ້າເປັນບ້ານໃຫຍ່ຈອມທອງໃນປີ 2011 ແລະ ໄດ້ຊີ້ນໍາ-ນໍາພາປັບປຸງກົງຈັກການຈັດຕັ້ງຂອງບ້ານຈາກ 8 ຕຳ ແໜ່ງງານມາເປັນ 5 ໜ່ວຍງານ ໃນນີ້ຄະນະພັກບ້ານໃຫຍ່ຈອມທອງ ມີ 4 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 72 ສະຫາຍ.

      ສະຫາຍ ຈັນຜິວ ວັນລະວົງ ອາຍຸ 65 ປີ ໄດ້ເຄື່ອນໄຫວໃນການຈັດຕັ້ງພັກ-ລັດຖະບານ ແລະ ເຂົ້າເປັນສະ ມາຊິກພັກສົມບູນປີ 1990 ປະຈຸບັນທັງເປັນເລຂາຄະນະພັກຮາກຖານບ້ານ ນາຍບ້ານໆໃຫຍ່ຈອມທອງ ໂດຍໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຄົນຢ່າງຈະແຈ້ງ ແລະ ເຫັນວ່າວຽກງານແຕ່ລະຂະແໜງການແມ່ນມີຜົນສຳເລັດ; ອັນພົ້ນເດັ່ນແມ່ນລະບົບກົງຈັກຂອງພັກມີຄວາມເຂັ້ມແຂງ ສາມາດສ້າງຜົນງານສຳເລັດຫຼາຍດ້ານ ແລະ ໄດ້ເປັນໜ່ວຍພັກເຂັ້ມ ແຂງ-ຮູ້ນຳພາຮອບດ້ານ 5 ສະໄໝຕິດຕໍ່ກັນ. ປະຈຸບັນ ບ້ານໃຫຍ່ຈອມທອງ ໄດ້ປະກາດເປັນບ້ານພົ້ນທຸກ, ເປັນບ້ານວັດທະນະທຳ, ບ້ານສາທາລະນະສຸກແບບຢ່າງ, ບ້ານ 3 ດີ, ບ້ານປ້ອງກັນຊາດດີ, ບ້ານສາມັກຄີປອງດອງ ແລະ ເປັນບ້ານພັດທະນາ. ຍ້ອນພື້ນຖານໂຄງລ່າງຂອງບ້ານໄດ້ຮັບການພັດທະນາຢ່າງຕໍ່ເນື້ອງເປັນຕົ້ນຖະໜົນຫົນທາງຕາມຮ່ອມຕ່າງໆມີທາງປູຢາງ, ມີສະໂມສອນຂອງບ້ານ, ມີຕະຫຼາດຊຸມຊົນ, ມີໂຮງໝໍນ້ອຍຊຸມຊົນ, ມີໂຮງຮຽນປະຖົມ 3 ແຫ່ງ, ມີໂຮງຮຽນມັດທະຍົມສົມບູນ 1 ແຫ່ງ, ມີລະບົບນໍ້າລິນ 3 ແຫ່ງ, ມີວັດວາອາຮາມ 2 ແຫ່ງ ແລະ ໃນຕໍ່ໜ້ານີ້ ບ້ານໃຫຍ່ຈອມທອງຍັງຈະໄດ້ປະກາດສ້າງເປັນບ້ານໃຫຍ່ສີສັນຕົວເມືອງນ້ອຍໃນຊົນນະບົດ; ຜ່ານການປະເມີນຕາມ 12 ມາດຖານ ໄດ້ຮັບຮອງຜ່ານແລ້ວ 11 ມາດຖານ, ຍັງເຫຼືອ 1 ມາດຖານ ຄືນໍ້າປະປາຊຸມຊົນ. ຜົນສຳເລັດທັງໝົດນັ້ນແມ່ນຄວາມເອົາໃຈໃສ່ຊີ້ນຳ-ນຳພາຢ່າງໄກ້ຊິດຂອງຂັ້ນເທິງ ແລະ ຄະນະພັກຮາກຖານບ້ານໃຫຍ່ຈອມທອງ; ທີ່ສຳຄັນແມ່ນການນໍາຫຼັກແຫຼ່ງຂອງບ້ານ, ຄະນະພັກຮາກຖານບ້ານ ໂດຍສະເພາະແມ່ນສະຫາຍເລຂາຄະນະພັກຮາກຖານບ້ານເປັນຜູ້ມີຄວາມຮູ້ຄວາມສາມາດ, ມີປະສົບການກຳໄດ້ສະພາບການຂອງທ້ອງຖິ່ນໄດ້ດີ ຍ້ອນສະຫາຍສັງກັດກໍາລັງປະກອບອາວຸດ ເປັນທະຫານເມືອງ ຮັບຜິດຊອບຊີ້ນຳວຽກງານກອງຮ້ອຍກອງຫຼອນ ປະຈໍາຢູ່ເຂດນີ້ ແລະ ໄດ້ເຄື່ອນໄຫວຢ່າງໄກ້ຊິດມາໂດຍຕະຫຼອດ, ນອກນີ້ສະຫາຍຍັງເຮັດວຽກງານການເມືອງແນວຄິດ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ສາມາດເຜີຍແຜ່ເຊື່ອມຊຶມໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ  ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ສະຫາຍສາມາດຊີ້ນນໍາ-ນຳພາຄະນະ ແລະ ປຸກລະດົມຂົນຂວາຍປະຊາຊົນພາຍໃນບ້ານໃຫ້ມີຄວາມສາມັກຄີ ຈຶ່ງເຮັດໃຫ້ບ້ານໄດ້ຮັບການພັດທະນາ, ສັງຄົມມີຄວາມສະຫງົບໂດຍພື້ນຖານ. ດ້ວຍເຫດນັ້ນສະຫາຍຈຶ່ງໄດ້ຮັບຄວາມໄວເນື້ອເຊື່ອໃຈຈາກຂັ້ນເທິງ ແລະ ປະຊາຊົນພາຍໃນບ້ານໃຫ້ເປັນເລຂາຄະນະພັກຮາກຖານບ້ານມາເຖິງປະຈຸບັນ.

      ນອກຈາກເປັນຜູ້ຊີ້ນຳ-ນຳພາບ້ານໄດ້ດີມີຜົນສຳເລັດແລ້ວ ສະຫາຍຍັງເປັນຕົວແບບໃນການເຮັດອາຊີບປູກຝັງ, ລ້ຽງສັດແບບປະສົມປະສານ ເຊິ່ງອາຊີບນີ້ກໍ່ເປັນທາງເລືອກໜຶ່ງທີ່ປະຊາຊົນລາວເຮົານິຍົມກັນເຮັດຢ່າງຫຼວງຫຼາຍ ແລະ ເຫັນວ່າມີຫຼາຍທ້ອງຖິ່ນ, ຫຼາຍຄອບຄົວປະສົບຜົນສຳເລັດ ສາມາດສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ເສດຖະກິດຄອບ ຄົວດີຂຶ້ນ ແລະ ສາມາດຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ ຈົນກາຍເປັນຕົວແບບທີ່ພົ້ນເດັ່ນຫຼາຍດ້ານ. ສະຫາຍ ຈັນຜິວ ວັນລະວົງ ປະຈຸບັນໄດ້ຊັ້ນ ພັຕ ທັງເປັນເລຂາຄະນະພັກຮາກຖານບ້ານນາຍບ້ານໆໃຫຍ່ຈອມທອງ, ຊີວິດການ ເປັນຢູ່ໃນເມື່ອກ່ອນແມ່ນຢຶດຖືອາຊີບເຮັດນາປູກເຂົ້າເປັນມູນເຊື້ອມາຫຼາຍປີ. ສະຫາຍສ້າງຄອບຄົວກັບນາງ ຄຳສິງ ວັນລະວົງ ໃນປີ 1978 ມີລູກນຳກັນ 7 ຄົນ, ຍິງ 3 ຄົນ ຈາກຈຸດເລີ່ມຕົ້ນແມ່ນຍ້ອນມີຄວາມມັກຮັກໃນການປູກຝັງ-ລ້ຽງ ສັດ ສະຫາຍຈຶ່ງຍາດເວລາຫວ່າງມາບຸກເບີກຊັບຊ່າວຂະຫຍາຍເນື້ອທີ່ ປູກຕົ້ນໄມ້ຕາມຄວາມສາມາດທີ່ເຮັດໄດ້ໃນຂອບເຂດບໍລິເວນທີ່ໄດ້ແທກ, ລ້ອມຮົ້ວໄວ້ ແລະ ຕັ້ງເຮືອນຢູ່ ເພື່ອຄວາມສະດວກໃນການບົວລະບັດຮັກສາຜົນລະປູກ ແລະ ສັດລ້ຽງ ເປັນຕົ້ນ ງົວ, ແບ້, ເປັດ, ໄກ່. ສະຫາຍ ໄດ້ເລີ່ມລົງມືປູກຝັງ-ລ້ຽງສັດມາແຕ່ປີ 2000 ໃນເນື້ອທີ່ທັງໝົດປະມານ 6 ເຮັກຕາ ໃນນີ້ມີໜອງປາ 7 ໜອງ. ມາຮອດປະຈຸບັນມີງົວ 23 ໂຕ, ແບ້ 30 ກວ່າໂຕ ນອກນີ້ກໍມີເປັດ, ໄກ່ຈຳນວນໜຶ່ງ ພ້ອມກັນນີ້ຍັງເຮັດນາໃນເນື້ອທີ່ 2 ເຮັກຕາ ຜົນຜະລິດແຕ່ລະປີບໍ່ຫຼຸດ 7-8 ໂຕນ ສະເລ່ຍໃສ່ຫົວຄົນຜູ້ໜຶງໄດ້ໂຕນປາຍ. ແຕ່ລະປີໄດ້ຂາຍງົວ 4-5 ໂຕ, ແບ້ 10 ກວ່າໂຕ, ນອກນີ້ຍັງໄດ້ຂາຍເຂົ້າ, ມັນຕົນ, ສາລີ ແລະ ເປັດ-ໄກ່ ຈຳນວນໜຶ່ງ ຊຶ່ງສາມາດສ້າງລາຍຮັບບໍ່ຕໍ່າກວ່າ 40 ລ້ານກີບ. ຈາກລາຍຮັບຜົນຜະລິດ ແລະ ຂາຍສັດລ້ຽງ  ເຮັດໃຫ້ເສດຖະກິດຄອບຄົວຂອງສະຫາຍດີຂຶ້ນເປັນກ້າງໆ ຈະເຫັນໃດ້ໃນປະຈຸບັນ ມີລົດຮຸນໄດ 1 ຄັນ, ມີລົດໄຖໃຫຍ່ 1 ຄັນ, ມີລົດຈັດ 2 ຄັນ ມີເຮືອນຢູ່ແໜ້ນໜາຖາວອນ, ສາມາສົ່ງລູກຮຽນຈົນຈົບ ແລະ ໄດ້ເຂົ້າເຮັດວຽກນຳພັກ-ລັດຖະບານຈຳນວນໜຶ່ງ.

      ຈາກຜົນສໍາເລັດທັງໝົດນັ້ນ ກໍ່ຍ້ອນມີຫຼາຍປັດໄຈທີ່ເປັນເງື່ອນໄຂເອື້ອອຳນວຍ ເປັນຕົ້ນມີເນື້ອທີ່ດິນທີ່ເໝາະສົມໃນການປູກ-ການລ້ຽງ, ມີຖະໜົນໃຫຍ່ຜ່ານ ສະດວກໃນການໄປມາ, ສະດວກໃນການບົວລະບັດຮັກສາ, ເໝາະສົມໃນການເຮັດສວນ ແລະ ລ້ຽງສັດ, ອີກດ້ານໜຶ່ງພັກ-ລັດຖະບານ, ແລະ  ອຳນາດການປົກຄອງກໍ່ໃຫ້ການສະໜັບສະໜູນ, ຊຸກຍູ້ສົ່ງເສີມ ບວກກັບຄວາມດຸໝັ່ນຂະຫຍັນພຽນ ແລະ ມັກຮັກໃນການເຮັດອາຊີບປູກຝັງ-ລ້ຽງສັດຂອງຕົນຢູ່ແລ້ວ ຈຶ່ງໄດ້ຮັບຜົນສຳເລັດມາເລື້ອຍໆ. ກ່ອນຈະມາເຮັດອາຊີບນີ້ເສີມກໍຍ້ອນຄິດວ່າການລ້ຽງສັດໃຫຍ່ໜ້າຈະໄດ້ຮັບຜົນດີ ຈຶ່ງໄດ້ຊອກຫາວິທີ ແລະ ຊອກຮູ້ຮໍ່າຮຽນ ຈາກບ່ອນອື່ນຜູ້ມີປະສົບການ ແລະ ຮຽນຮູ້ຈາກລາຍການຕ່າງໆທີ່ອອກທາງໂທລະພາບ ເຫັນເຂົາເຈົ້າມີການສ້າງສາພັດທະນາດີ ໂດຍໄດ້ແຮງບັນດານໃຈດັ່ງກ່າວ ຈຶ່ງຕັດສິນໃຈພາຄອບຄົວຍາດເວລາລົງມືເຮັດ ເຖິງເວລາຈະໜ້ອຍ ຫຼື ຈະຢູ່ໃສ, ອາຊີບໃດກໍ່ຕາມ ຖ້າບໍ່ຍາດໂອກາດອອກເຫື່ອເທແຮງ ກໍ່ຈະບໍ່ມີໂອກາດ ອີກອັນໜຶ່ງດິນດອນຕອນຫຍ້າກໍ່ມີແລ້ວ ເໝາະສົມຕາມຄວາມຕ້ອງການ ແລະ ຍັງເປັນສິ່ງທີ່ເຮົາມັກຮັກ ດັ່ງນັ້ນຈຶ່ງຕັດສິນໃຈລົງທຶນຊື້ງົວ ແລະ ແບ້ມາລ້ຽງ;  ເບື້ອງຕົ້ນຊື້ງົວ 5 ໂຕ ໃນລາລາຄາໂຕລະ 3 ລ້ານກີບ ແລະ ຊື້ແບ້ 10 ກວ່າໂຕ ເປັນເງິນ 5 ລ້ານກວ່າກີບ ລວມແລ້ວລົງທຶນເບື້ອງຕົ້ນປະມານ 20 ລ້ານກວ່າກີບ ເປັນທຶນຂອງຕົນເອງທີ່ໄດ້ຈາກການເກັບອອມ. ລ້ຽງປະມານ 3-4 ປີເພີ່ມຂຶ້ນ 10 ກວ່າໂຕ ຈຶ່ງໄດ້ເລີ່ມຂາຍອອກ ແລະ ລ້ຽງມາເລື້ອຍໆຈົນຮອດປະຈຸບັນ.  ຂັ້ນຕອນໃນການລ້ຽງກໍຖືວ່າສະດວກດີ ເພາະມີຄັງສຳລັບປ່ອຍ ແລະ ປູກຫຍ້າ. ຂໍ້ຫຍຸ້ງຍາກໃນການເຮັດຕົວຈິງແມ່ນແຮງານ ມີໜ້ອຍ, ແຮງງານຕົ້ນຕໍມີ ພຽງ 2 ຄົນ ເຮັດໃຫ້ການບົວລະບັດເບິ່ງແຍງບໍ່ທ່ວງທັນ ແລະ ບໍ່ທົ່ວເຖິງເທົ່າທີ່ຄວນ, ເນື້ຶອທີ່  ແລະ ຫຍ້າຍັງບໍ່ທັນພຽງພໍ; ສ່ວນເລື່ອງພະຍາດລະບາດຕາມລະດູການ ຫຼື ຕາຍຍ້ອນເປັນພະຍາດ ເປັນຕົ້ນປາກເປື່ອຍລົງເລັບ, ອະຫິວາ ຫຼືພະຍາດຕາງໆທີ່ຜ່ານບໍ່ຄ່ອຍມີ ມີແຕ່ຕາຍຍ້ອນໄພທຳມະຊາດຄື ຊ່ວງເດືອນ 11 ວັນທີ 14 ປີ 2017 ຜ່ານມາ ມີພາຍຸພັດຕົ້ນໄມ້ໃຫຍ່ຫັກທັບຝຸງງົວທີ່ນອນຢູ່ໃຕ້ຮົ່ມໄມ້ຕາຍ 11 ໂຕ ເປັນການສູນເສຍຫຼາຍພໍສົມຄວນເທົ່າທີ່ມີມາ.

      ໃນຕໍ່ໜ້າມີແຜນຂະຫຍາຍເນື້ອທີ່ປູກຫຍ້າ ແລະ ຊື້ແມ່ພັນດີໆງາມໆເຂົ້າມາເພີ່ມ ເພື່ອໃຫ້ມັນຂະຫຍາຍໂຕໄວ ແລະ ໄດ້ຄຸນນະພາບດີຂຶ້ນກວ່າເກົ່າ ສ່ວນໂຕທີ່ບໍ່ງາມແມ່ນຂາຍອອກ ແລະ ພະຍາຍາມບົວລະບັດຮັກສາ ບໍ່ໃຫ້ສັດເປັນພະຍາດ ຕາມລະດູການ  ເປັນຕົ້ນລະດູຝົນ, ລະດູໜາວ. ເພື່ອປ້ອງກັນບໍ່ໃຫ້ເກີດພະຍາດຕິດຕໍ່ທີ່ສຳຄັນແມ່ນບໍ່ໃຫ້ເອົາສັດທີ່ເປັນພະຍາດລະບາດແລ້ວເຂົ້າມາ ແລະ ປ້ອງກັນບໍ່ເອົາສັດທາງອື່ນເຂົ້າມາກິນ ການລ້ຽງຕ້ອງລ້ຽງຢ່າງມີຈຸດສຸມ ຕ້ອງມີຄັງ ແລະ ລ້ອມຮົ້ວຄັກແນ່ ບໍ່ປ່ອຍສະຊາຍ ສິ່ງທີ່ຂາດບໍ່ໄດ້ຄືຄວາມເອົາໃຈໃສ່ຕິດຕາມຢ່າງໄກ້ຊິດ, ສັກຢາປ້ອງ ກັນເປັນປົກກະຕິ ຊອກຫາເຕັກນິກວິທີການໃໝ່ໆເຂົ້າມານຳໃຊ້ໃຫ້ໄດ້ຮັບຜົນສູງສຸດ, ອີກບັນຫາໜຶ່ງທີ່ສຳຄັນທີ່ຈະເຮັດໃຫ້ເຮົາປະສົບຜົນສຳ ເລັດໄດ້ຕ້ອງມີຄວາມມັກຮັກໃນອາຊີບ,  ໝັ່ນຝຶກຝົນຫຼໍ່ຫຼອມຊອກຮູ້ບົດຮຽນໃໝ່ໆມາປັບໃຊ້ເຂົ້າໃນໜ້າທີ່ວຽກງານ ກໍ່ຄືວີຊາອາຊີບ ນອກນີ້ຕ້ອງມີຄວາມອົດທົນເຮັດໄປນຳຖອດຖອນບົດຮຽນໄປນຳ, ຝຶກຝົນຮໍ່າຮຽນໄປຕາມຫົວຄິດປະດິດສ້າງຂອງຕົນ ແລະ ພະຍາຍາມໄປທັດສະນະສຶກສາແລກປ່ຽນບົດຮຽນຈາກບ່ອນອື່ນຕື່ມ ເພື່ອມາພັດທະນາໃຫ້ດີຂຶ້ນເລື້ອຍໆ. ທັງໝົດນັ້ນແມ່ນບົດຮຽນ ແລະ ປະສົບການຂອງສະຫາຍ ຈັນຜິວ ວັນລະວົງ ທີ່ປະສົບຜົນສໍາເລັດໃນ ໜ້າທີ່ວຽກງານ ແລະ ອາຊີບປູກຝັງ-ລ້ຽງສັດ ຈົນກາຍເປັນຄອບຄົວພົ້ນທຸກທັງເປັນຄອບຄົວຕົວແບບ ທີມີຫຼາຍຄົນມາຖອດຖອນບົດຮຽນນຳ …ຯ

ໂດຍ: ສັນຕິບານ