ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຂຽບພອງອາຫານທີ່ຄົນມັກກິນ
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 09/08/2018

          ເມື່ອເວົ້າເຖິງການປະກອບອາຊີບໃນຍຸກເສດຖະກິດຕະຫຼາດ ທຸກຄົນຕ້ອງໄດ້ດີ້ນຮົບຊອກຫາກິນ ເພື່ອ ຄວາມຢູ່ລອດ ແລະ ພັດທະນາຄອບຄົວ ໂດຍສະເພາະການປະກອບທຸລະກິດ ທີ່ມີຄວາມແຕກຕ່າງກັນຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະຄອບຄົວ ຂອງສັງຄົມໃນຍຸກປັດຈຸບັນ ໃນ ເມືອງເສດຖະກິດ-ສັງຄົມມີການຂະຫຍາຍກົດເກນແຫ່ງການສະໜອງ ແລະ ຄວາມຕ້ອງການກໍຕ້ອງ ມີຄວາມດຸນດ່ຽງກັນ ຖ້າກົດເກນສະໜອງ ແລະ ຄວາມຕ້ອງການບໍ່ດຸນດ່ຽງກັນກໍຈະກໍໃຫ້ເກີດຄວາມ ຫຍຸ້ງຍາກໃນສັງຄົມ. ຄືດັ່ງການປະກອບອາຊີບເຮັດຂຽບພອງນີ້ກໍເຊັ່ນດຽວກັນ ຊຶ່ງນາງ ດວງຕາ ກໍຢຶດຖືເປັນອາຊີບທີ່ສາມາດສ້າງລາຍຮັບໄດ້ດີ ອີງຕາມເກດເກນແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສັງຄົມ ທາງດ້ານເສດຖະກິດ-ສັງຄົມ  ແລະ ຜະລິດຕະພັນກໍມີເອກະລັກເປັນຂອງຕົນເອງ ເພື່ອມາພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນເລື້ອຍໆ.

         ນາງ ດວງຕາ, ປະຊາຊົນບ້ານສາຍລົມ,​ ເມືອງແປກ, ແຂວງຊຽງຂວາງ ຊຶ່ງເປັນຄອບຄົວໜຶ່ງ ທີ່ມີຄວາມບຸກບືນສູ້ຊົນ ເພື່ອຢາກພັດທະນາຄອບຄົວໃຫ້ມີຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ. ຈາກການເລົ່າເຖິງປະສົບການໃນການປະກອບອາຊີບຂາຍຂຽບພອງມາເປັນເວລາ 10 ກວ່າປີ ຕໍ່ນັກຂ່າວຂອງວາລະ ສານກໍ່ສ້າງພັກ ໃນໂອກາດທີ່ຜູ້ຂຽນຕິດຕາມຄະນະຈັດຕັ້ງສູນກາງພັກ ໄປຈັດກອງປະຊຸມສຳມະນານິຕິກຳ ກ່ຽວກັບວຽກງານກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະນັກງານ ຢູ່ແຂວງຊຽງຂວາງ.

       ບໍ່ວ່າອາຊີບໃດກໍຕາມເລີ່ມຕົ້ນໃນການເຮັດຕົວຈິງ ກໍບັນຫາຫຼາຍອັນ ສ່ວນອັນທີ່ຫຍຸ້ງຍາກ ແລະ ອັນທີ່ດວກ ຄືດັ່ງອາຊີບເຮັດຂຽບພອງນີ້ກໍເຊັ່ນດຽວ ກ່ອນຈະມາເຖິງຈຸດນີ້ ການເຮັດຂຽບພອງຂາຍໃນເບື້ອງຕົ້ນກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍ ເພາະ ບົດຮຽນຍັງບໍ່ທັນມີ ແຕ່ພາຍຫຼັງເຮັດໄປນຳຖອດຖອນບົດຮຽນໄປພ້ອມ ເຮັດໃຫ້ຜະລິດຕະພັນຄ່ອຍໆດີຂຶ້ນນັບທາງດ້ານປະລິມານ ແລະ ຄຸນນະພາບ ສ່ວນຂັ້ນຕອນໃນການເຮັດແມ່ນລາວໄດ້ໄປຊື້ໜັງຄວາຍມາປະມານ 10 ກິໂລ, ກິໂລໜຶ່ງ 10.000 ກີບ ໝາຍວ່າ ມື້ໜຶ່ງລາວລົງທຶນ 100.000 ກີບ ເຖິງຈະໃຊ້ທຶນໜ້ອຍແຕ່ການເຮັດມີຫຼາຍຂັ້ນຕອນຂ້ອນຂ້າງລະອຽດສົມຄວນ ເບື້ອງຕົ້ນແມ່ນນຳເອົາໜັງຄວາຍມາຂູດຂົນອອກໃຫ້ລະອຽດ,​ ນຳໄປຕົ້ມໃຫ້ສຸກ, ແລ້ວເອົາມາຊອຍເປັນເສັ້ນນ້ອຍໆ,​ ປຸງເຄື່ອງເອືອບໃຫ້ມີລົດຊາດແຊບຕາມຄວາມຕ້ອງການຂອງລູກຄ້າ​ ແລ້ວຈຶ່ງນຳໄປຕາກແດດໃຫ້ແຫ້ງ ຫຼັງຈາກແຫ້ງແລ້ວຈຶ່ງນຳມາອົບໃສ່ນ້ຳມັນປະມານ 2 ຊົ່ວໂມງ ຈຶ່ງນຳມາທອດໃຫ້ມັນໂພງຂຶ້ນຈົນກອບແລ້ວປະໄວ້ໃຫ້ເຢັນຈຶ່ງນໍາເອົາມາໃສ່ຖົງ; ສ່ວນການຈຳໜ່າຍແມ່ນຂາຍສົ່ງພວງໜຶ່ງ 50.000 ກີບ ມີ 14 ຖົງ,​ ຂາຍຍ່ອຍຖົງໜຶ່ງ 5.000 ກີບ ນອກຈາກຂາຍສົ່ງຕາມຮ້ານແລ້ວຍັງໄປນັ່ງຂາຍຢູ່ຕະຫຼາດໃນຕອນເຊົ້າ, ຄິດສະເລຍຮັບ ຫຼື ກຳໄລຈາກການຂາຍທຳອິດປະມານ 200.000-300.000 ກີບຕໍ່ມື້ໜຶ່ງ. ປັດຈຸບັນ ໄດ້ຜະລິດຂຽບພອງເພີ້ມຂຶ້ນຕື່ມຕາມຄວາມຕ້ອງການຂອງຕະຫຼາດທີ່ມາສັ່ງຈອງ, ບາງຮ້ານກໍມາຮັບເອົາຢູ່ກັບເຮືອນ ແລ້ວແຕ່ ສະດວກ ແຕ່ລະມື້ກໍໄດ້ນຳໄປສົ່ງ ແລະ ເກັບເງິນຕາມລູກຄ້າສັ່ງຈອງ.

        ຈາກການປະກອບອາຊີບເຮັດຂຽບພອງຂອງຄອບຄົວນາງ ດວງຕາ ຊຶ່ງເປັນອາຊີບໜຶ່ງທີ່ໃຊ້ ຕົ້ນທຶນຕໍ່າແຕ່ກໍແມ່ນອາຊີບທີ່ສາມາດສ້າງລາຍຮັບໄດ້ດີ ຖ້າຄິດໄລ່ເດືອນໜຶ່ງກໍສາມາດສ້າງລາຍຮັບໄດ້ ເຖິງ 17.080.000 ກີບ ຊຶ່ງເປັນລາຍຮັບທີ່ສາມາດເຮັດໃຫ້ຄອບຄົວມີຖານະຢູ່ໄດ້ໃນສັງຄົມປັດຈຸບັນ. ທ່ານ ບຸນເຮືອງ ແກ້ວພັນດີ ຜົວຂອງນາງ ດວງຕາ ໄດ້ຢັ້ງຢືນຕື່ມວ່າ:​ ການເຮັດຂຽບພອງຂາຍ ສາມາດສ້າງລາຍຮັບເຂົ້າໃນຄອບຄົວໄດ້ຢ່າງສະໝຳສະເໝີ ແລະ ຍັງໄດ້ຄິດຄົ້ນສູດເຮັດໜັງເຂັ້ມ, ໜັງແຊ່ເພຍ, ເຮັດເຂົ້າປຸ້ນ ແລະ​ ລ້ຽງໝູ, ລ້ຽງສັດປີກອີກຈຳນວນໜຶ່ງອີກ ເພື່ອເປັນການເພີ້ມລາຍຮັບເຂົ້າໃນຄອບຄົວ ແລະ ໃນປັດຈຸບັນແມ່ນ 2 ຫາ 3 ມື້ໃດ ຈະນຳໃຊ້ໜັງໃນການເຮັດຂຽບພອງຂາຍແມ່ນປະມານ 50 ກິໂລ ສະເລ່ຍລາຍຮັບ ມື້ໜຶ່ງໄດ້ 500.000-600.000 ກີບ ຈາກລາຍຮັບດັ່ງກ່າວເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກພາຍໃນຄອບຄົວມີຄວາມອຸດົມສົມບູນຂຶ້ນຖ້າທຽບໃສ່ໃນເມື່ອກ່ອນແມ່ນຈະພົບຄວາມ ຫຍຸ້ງຍາກຫຼາຍໃນການໄປມາຄ້າຂາຍ ແຕ່ດຽວນີ້ມີຄວາມສຸກຄວາມສະບາຍທັງໝົດນັ້ນກໍຍ້ອນແນວທາງ ນະໂຍບາຍຂອງພັກ-ລັດ ທີ່ຖືກຕ້ອງ ແລະ ສອດຄ່ອງ ເຮັດໃຫ້ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

           ຍ້ອນຄວາມດຸໝັ່ນບວກກັບພອນສະຫວັນອັນມີຫົວຄິດປະດິດສ້າງຂອງນາງ ດວງຕາ ສີດາທອງ  ແລະ ດ້ວຍຄວາມເອົາໃຈໃສ່ຂອງອຳນາດການປົກຄອງແຕ່ລະຂັ້ນຂອງບ້ານທີ່ໄດ້ໃຫ້ຄວາມໃກ້ຊິດຕິດແທດ ແລະ ປຸກລະດົມ ປະຊາຊົນສ້າງຢູ່ທຳກິນຕາມທ່າແຮງ ແລະ ເງື່ອນໄຂຕົວຈິງ ເຮັດໃຫ້ເສດຖະກິດ ກໍຄືຂອງປະຊາຊົນ ພາຍໃນບ້ານດີຂຶ້ນ ແລະ ເປັນທີ່ຮູ້ຈັກຂອງຫຼາຍບ້ານຫຼາຍເມືອງ ໃຫ້ນັບມື້ຂະຫຍາຍຕົວອອກສູ່ທ້ອງຕະຫຼາດຢ່າງກວ້າງຂວາງຂຶ້ນກວ່າເກົ່າ ຈາກຄວາມບາກບັ່ນອົດທົນ, ສູ້ຊົນ ແລະ ປະຢັດ ຖືກຕ້ອງຕາມແນວທາງປ່ຽນແປງໃໝ່ຂອງພັກ-ລັດເຮົາໄດ້ວາງອອກ ຈຶ່ງເຮັດໃຫ້ຄອບຄົວຂອງ ນາງ ດວງຕາ ໃນປັດຈຸບັນ ສາມາດສ້າງເຮືອນຢູ່ທີ່ແໜ້ນໜາຖາວອນໄດ້ຢ່າງຄົບຊຸດ, ມີພາຫະນະຮັບໃຊ້ທຸລະກິດຂອງຄອບຄົວທັງສາມາດສົ່ງໃຫ້ ລູກຫຼານໄດ້ຮັບການສຶກສາທີ່ດີ ແລະ ມີທຶນຮອນໝູນວຽນພາຍໃນຄອບຄົວ ເຮັດ ໃຫ້ຄອບຄົວມີຄວາມ ໝັ້ນຄົງ, ອົບອຸ່ນ ແລະ ສາມາດເປັນແບບເປັນຢ່າງໃຫ້ແກ່ຄອບຄົວທີ່ກຳລັງຄິດທີ່ຈະປະກອບກິດຈະການ ໃດໜຶ່ງຂຶ້ນມາເພື່ອຢາກໃຫ້ຄອບຄົວຂອງຕົນພົ້ນທຸກ…ຯ

ໂດຍ: ແສງແກ້ວ