ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ນັກບິນຍິງຄົນທຳອິດ
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 02/07/2018

        ອາຊີບນັກບິນ ເປັນອາຊີບທີ່ຫລາຍຄົນໄຝ່ຝັນ ບໍ່ວ່າຈະເປັນເພດໃດ, ໄວໃດ ຫລື ຊັ້ນຄົນໃດ ແຕ່ບັນຫາສຳຄັນ ອາຊີບນີ້ ເປັນອາຊີບທີ່ ຕ້ອງອາໄສຄວາມສາມາດ, ຄວາມກ້າຫານ, ອົດທົນພາກພຽນ ໃນການຄົ້ນຄວ້າ, ສຶກສາຮ່ຳຮຽນ ແລະ ການປະຕິບັດຕົວຈິງ ເພື່ອໃຫ້ມີຄວາມຊຳນານ ສາມາດນຳພາຜູ້ໂດຍສານ ໄປສູ່ຈຸດໝາຍຢ່າງປອດໄພ.

        ຂຶ້ນຊື່ວ່ານັກບິນ ຫລາຍຄົນຈະຄິດເຫັນພາບເປັນເພດຊາຍ ທີ່ມີຮູບຮ່າງໃຫຍ່, ສູງ ແລະ ສຸຂຸມເຄັ່ງຂຶມ ຈົນມາຮອດມື້ນີ້ ປະເທດລາວເຮົາໄດ້ລຶບພາບນັ້ນ ອອກຈາກຄວາມຄິດ ຂອງທຸກຄົນແລ້ວ, ເພາະໃນຍຸກປັດຈຸບັນ ນັກບິນເພດຍິງຄົນທຳອິດໄດ້ອອກສູ່ສາຍຕາປະຊາຊົນລາວ ແລະ ໄດ້ຮັບໃຊ້ສັງຄົມເປັນທີ່ຮຽບຮ້ອຍແລ້ວ. ນາງ ສຸດາພອນ ວິຊຸນນະລາດ ເປັນຜູ້ຍິງທີ່ມີຄວາມສົດຊື່ນແຈ່ມໃສ, ອັດທະຍາໄສດີ, ເວົ້າຈາສຸພາບອ່ອນນ້ອມຖ່ອມຕົນສົມໄວ, ລາວເກີດໃນວັນທີ 03/12/1992 ໃນຄອບຄົວ ພະນັກງານ, ພໍ່ຂອງລາວເປັນ ຮອງຜູ້ອຳນວຍການ ລັດວິສາຫະກິດ ການບິນລາວ, ສ່ວນແມ່ ເປັນທ່ານໝໍຢູ່ ໂຮງໝໍເສດຖາທິຣາດ ນະຄອນຫລວງວຽງຈັນ, ມີນ້ອງຊາຍ 1 ຄົນ, ປັດຈຸບັນຢູ່ ບ້ານຂົວຫລວງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ສຸດາພອນ ໄດ້ເວົ້າວ່າ : ຕົນເອງດຳລົງຊີວິດ ຕິດພັນກັບເຮືອບິນມາແຕ່ນ້ອຍ, ໄດ້ເຫັນ, ໄດ້ຂີ່, ໄດ້ສຳຜັດກັບເຮືອບິນຈົນເກີດເປັນຄວາມມັກຮັກ ແລະ ໄຝ່ຝັນຢາກຂັບເຮືອບິນ, ຢາກເປັນນັກບິນ, ໄດ້ເດີນທາງໄປຫລາຍບ່ອນ, ໄດ້ຮຽນຮູ້ສິ່ງໄໝ່ໆ ແລະ ຄິດວ່າອາຊີບນີ້ແຫລະ ແມ່ນອາຊີບທີ່ເໝາະສົມກັບຕົນເອງ ທີ່ສຸດ. ຫລັງຈາກຮຽນຈົບ ມໍ 7 ປີ 2012 ສຸດາພອນ ເຫັນປະກາດຮັບສະໝັກນັກຮຽນບິນຂອງລັດວິສາຫະກິດ ການບິນລາວ ເລີຍສົນໃຈໄປສະໝັກ, ຜ່ານການສອບເສັງ ແລະ ທົດສອບໃນຮອບຕ່າງໆແລ້ວ ທາງການບິນລາວໄດ້ສົ່ງລາວໄປຮຽນ­ຂັບເຮືອບິນຢູ່ປະເທດຝຣັ່ງ ເປັນເວລາ 21 ເດືອນ ແຕ່ວັນທີ 28/10/2013 ເຖິງ 25/07/2015. ຕະຫລອດໄລຍະເວລາເກືອບ 2 ປີ ທີ່ ສຸດາພອນ ໄດ້ຫ່າງໄກຈາກຄອບຄົວ ຈາກພໍ່ແມ່ທີ່ເຄົາລົບຮັກ ແລະ ໝູ່ເພື່ອນທີ່ໃກ້ຊິດ ບໍ່ມີມື້ໃດທີ່ລາວຊິບໍ່ຄິດຮອດບ້ານເກີດເມືອງນອນ. ອຸປະສັກຕ່າງໆ ກໍໂຮມກັນເຂົ້າມາພິສູດຄວາມເຂັ້ມແຂງ, ຄວາມອົດທົນຂອງລາວ ບໍ່ວ່າຈະເປັນດ້ານການສື່ສານ ກໍຄືພາສາຕ່າງ ປະເທດ, ການຮູ້ຈັກກັບໝູ່ເພື່ອນໃໝ່, ສັງຄົມໃໝ່, ອາຫານການກິນ ລວມໄປເຖິງການດຳລົງຊີວິດຢູ່ຕ່າງແດນ; ເພາະອາຊີບນັກຂັບເຮືອບິນ ແມ່ນອາຊີບທີ່ມີຄວາມກົດດັນຫລາຍ, ຕ້ອງສຶກສາ, ທົບທວນບົດຮຽນຄືນຢູ່ຕະຫລອດ ເພື່ອກຽມພ້ອມຮັບມືກັບສະຖານະການສຸກເສີນ ທີ່ອາດເກີດຂຶ້ນໄດ້ທຸກຍາມ, ຕ້ອງຮັບຜິດຊອບຊີວິດຜູ້ໂດຍສານ ຫລາຍຮ້ອຍຄົນ ທັງຊັບສິນທີ່ມີມູນຄ່າສູງຂອງຜູ້ໂດຍສານ ແລະ ຂອງບໍລິສັດ ກໍຄືຂອງປະເທດຊາດ, ແຕ່ອຸປະສັກ ທັງໝົດນັ້ນ ບໍ່ສາມາດເຮັດໃຫ້ຄວາມຕັ້ງໃຈຂອງລາວ ຫລຸດໜ້ອຍຖອຍລົງ, ກົງກັນຂ້າມ ມັນໄດ້ກັບກາຍເປັນສິ່ງທີ່ ຊ່ວຍຊຸກຍູ້ໃຫ້ມີກຳລັງໃຈຕໍ່ສູ້ ເພື່ອຄວາມສຳເລັດ ແລະ ກັບມາຮັບໃຊ້ສັງຄົມໃຫ້ທ່ວງທັນຕາມກຳນົດເວລາ. ມາຮອດປັດຈຸບັນ ສຸດາພອນ ເຮັດວຽກໃນຕຳແໜ່ງນັກບິນຊ່ວຍ ແອບັດ A 320 ແລະ ມີຊົ່ວໂມງບິນໄດ້ 100 ກວ່າຊົ່ວໂມງແລ້ວ. ເມື່ອຖາມວ່າ : ສຸດາພອນ ຢ້ານຄວາມສູງບໍ່? ເລື່ອງເພດ ເປັນອຸປະສັກຕໍ່ການເຮັດວຽກບໍ່ ? ສຸດາພອນ ຕອບວ່າ : ບໍ່ຢ້ານ, ເພາະການເປັນນັກບິນ ຕ້ອງມີຄວາມຄວາມກ້າຫານ, ຄວາມພະຍາຍາມ, ຄວາມເຊື່ອໝັ້ນໃນຕົນເອງ, ທີ່ສຳຄັນຕ້ອງ ມີຄວາມເສຍສະລະຕໍ່ໝູ່ຄູ່, ຕໍ່ຜູ້ໂດຍສານ ທີ່ຢູ່ເທິງເຮືອບິນ ແລະ ເສຍສະລະເພື່ອປະເທດຊາດ. ການເປັນນັກຂັບເຮືອບິນ ບໍ່ແມ່ນເລື່ອງງ່າຍ ຕ້ອງໄດ້ຮຽນທິດສະດີ ທີ່ບໍ່ໄດ້ພົບກັບ ຕົວຈິງໃນຊີວິດປະຈຳວັນ, ການຮຽນບັງຄັບບັນຊາເຮືອບິນຢູ່ເທິງຟ້າ ຕ້ອງໄດ້ໃຊ້ທັກສະສູງ ແລະ ຮັບມືກັບບັນຫາສະ ເພາະໜ້າທີ່ອາດເກີດຂຶ້ນໄດ້ຕະຫລອດເວລາ, ສ່ວນວ່າບັນຫາຄວາມແຕກຕ່າງລະຫວ່າງຍິງຊາຍນັ້ນ  ບໍ່ແມ່ນບັນຫາ ສຳຄັນ, ທຸກຄົນ ທຸກເພດໄວ ລ້ວນແລ້ວແຕ່ມີຄວາມສາມາດບົ່ມຊ້ອນໃນຕົນເອງ, ທຸກສາຂາ ວິຊາຊີບ ມີອຸປະສັກ ແຕກຕ່າງກັນ ພຽງແຕ່ກ້າຄິດ, ກ້າຕັດສິນໃຈ, ມີຄວາມອົດທົນ ພາກພຽນພະຍາຍາມ ແລະ ຄວາມເຊື່ອໝັ້ນ ໃນຕົນເອງວ່າເຮົາຕ້ອງເຮັດໄດ້ ກໍຈະປະສົບຜົນສຳເລັດແນ່ນອນ. ນອກຈາກນີ້ ກຳລັງໃຈຈາກຄອບຄົວ, ຍາດຕິພີ່ນ້ອງ ແລະ ໝູ່ຄູ່ແມ່ນສຳຄັນທີ່ສຸດ ໂດຍສະເພາະ ແມ່ນການໄດ້ຮັບໂອກາດຈາກ ລັດວິສາຫະກິດ ການບິນລາວ ກໍຄື ພັກ ລັດ, ອົງການຈັດຕັ້ງຂັ້ນຕ່າງໆ, ເປັນຕົ້ນແມ່ນ ຄະນະພັກ, ຄະນະສະຫະພັນແມ່ຍິງ ທີ່ໃຫ້ໂອກາດ ໃຫ້ການສະໜັບສະໜຸນຕະຫລອດມາ, ເຊື່ອໝັ້ນ ແລະ ຊຸກຍູ້ ໃຫ້ຕົນເອງໄດ້ເຮັດວຽກ ທີ່ຫລາຍຄົນຄິດວ່າ ມີແຕ່ເພດຊາຍເທົ່ານັ້ນທີ່ເຮັດໄດ້ ເປັນການຍົກບົດບາດຂອງແມ່ຍິງລາວໃຫ້ມີໃບໜ້າອັນໃໝ່ ເທົ່າທຽມເພດຊາຍ. ນອກຈາກນັ້ນ ສຸດາພອນ ຍັງໄດ້ຊຸກຍູ້ປຸກລະດົມ ໃຫ້ສະມາຊິກແມ່ຍິງ ຈຳນວນ 2 ຄົນ ໄດ້ຮຽນເປັນນັກບິນ ATR 72 ກຽມພ້ອມບິນຮັບ ໃຊ້ສັງຄົມໃນມໍ່ໆນີ້. ພ້ອມທັງໃຫ້ກຳລັງໃຈ ໝູ່ຄູ່ນັກບິນດ້ວຍກັນ ໃຫ້ມີຄວາມອົດທົນພະຍາຍາມ ປະສົບຜົນສຳເລັດ ໂດຍໄວສົມດັ່ງຄອບຄົວ ກໍຄືການຈັດຕັ້ງລໍຄອຍ.

        ສະຫາຍ ສີທອນ ຈະເລີນສຸກ ເລຂາໜ່ວຍພັກ ພະແນກປະຕິບັດການບິນ ບໍລິສັດ ລັດວິສາຫະກິດການບິນລາວ ໄດ້ເວົ້າວ່າ : ນາງ ສຸດາພອນ ແມ່ນພະນັກງານຜູ້ໜຶ່ງ ທີ່ຢູ່ພາຍໃຕ້ການຊີ້ນຳໆພາ ຂອງໜ່ວຍພັກ ພະແນກປະຕິບັດການບິນ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມ ວຽກງານການເມືອງ ແນວຄິດ ໃຫ້ຜູ້ກ່ຽວໄດ້ຮັບຮູ້ພາລະບົດບາດ ໜ້າທີ່ວິຊາສະເພາະ ດ້ວຍຮູບການຈັດຕັ້ງ, ການຮ່ຳຮຽນແນວທາງປ່ຽນ ແປງໃໝ່ຂອງພັກ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂອງບໍລິສັດວາງອອກ, ກຳໄດ້ຄຸນທາດການເມືອງຢ່າງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ເປັນເອກະພາບໃນການປະຕິບັດ ໜ້າທີ່ວຽກງານ, ມີຄວາມສະຫງົບ, ອຸ່ນອ່ຽນ ທຸ່ນທ່ຽງ ແລະ ເປັນຄົນທີ່ມີ ຄວາມຮັບຜິດຊອບສູງ. ນອກຈາກວຽກ ວິຊາສະເພາະແລ້ວ ສຸດາພອນ ຍັງໄດ້ປະກອບສ່ວນເຂົ້າໃນວຽກງານ ຂະບວນການຕ່າງໆ, ຜ່ານການຝຶກຝົນ ຫລໍ່ຫລອມຕົນເອງ ຈຶ່ງໄດ້ກາຍເປັນສະມາຊິກກຳມະບານ, ຊາວໜຸ່ມ, ແມ່ຍິງ ແລະ ເປັນມະຫາຊົນ ກ້າວໜ້າທີ່ຈະກ້າວເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ຜົນງານດັ່ງກ່າວນັ້ນ ແມ່ນຍ້ອນໄດ້ຮັບການຊີ້ນຳ ຈາກໜ່ວຍພັກ ກໍຄືການຊຸກຍູ້ຈາກຄອບຄົວ ທາງດ້ານວັດຖຸ ແລະ ຈິດໃຈ, ຍ້ອນການ ຮ່ວມມືຈາກການຈັດຕັ້ງພັກ ລັດ  ເວົ້າລວມ, ເວົ້າສະເພາະ ແມ່ນການຊີ້ນຳໆພາຂອງ ຄະນະພັກ ຄະນະອຳນວຍການທີ່ໃຫ້ຄວາມໃກ້ຊິດ ຕິດແທດໜ່ວຍພັກ ພະແນກປະຕິບັດການບິນຢ່າງເປັນປົກກະຕິ.

          ທຸກສາຂາອາຊີບລ້ວນແລ້ວມີອຸປະສັກແຕກຕ່າງກັນໄປ ພຽງແຕ່ທຸກຄົນມີຄວາມຝັນ, ຄວາມຫວັງ, ຄວາມອົດທົນ ພະຍາຍາມ, ການຊອກຮູ້ຮ່ຳຮຽນ, ບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້, ບໍ່ມີສິ່ງໃດເໜືອຄວາມພະຍາຍາມ, ບາງຄັ້ງກໍຕ້ອງໄດ້ເສາະສະແຫວງຫາໂອກາດ, ບາງຄັງກໍຕ້ອງອົດທົນລໍຄອຍ, ສຳຄັນແມ່ນຄວາມຕັ້ງໃຈ, ເຊື່ອໝັ້ນ ໃນຕົນເອງ ແລະ ກ້າວໄປເຮັດໃຫ້ຄວາມຝັນນັ້ນກາຍເປັນຈິງ.

ໂດຍ : ດວງໃຈ

ຄັດຈາກ ວາລະສານກໍ່ສ້າງພັກ ປະຈຳເດືອນມີນາ 2018