ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບາງບັນຫາກ່ຽວກັບການພັດທະນາການບໍລິຫານລັດ ເພື່ອຮອງຮັບໜ້າທີ່ການເມືອງໃນໄລຍະໃໝ່
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 19/02/2018

     ໃນທາມກາງດຳເນີນພາລະກິດປ່ຽນແປງໃໝ່, ລັດ ສປປ ລາວ ແມ່ນຍັງສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຊຶ່ງແມ່ນສອງໜ້າທີ່ພື້ນຖານສະແດງເຖິງທາດແທ້ຂອງລັດພວກເຮົາ, ເປັນລັດປະຊາທິປະໄຕປະ ຊາຊົນ. ໌ັດຢາກເຮັດຫຼ້ອນພາລະບົດບາດຂອງຕົນ ໃນການຄຸ້ມຄອງເສດຖະກິດ-ສັງຄົມໃນສະເພາະໜ້າ ແລະ ຍາວນານ, ບັນຫາສຳຄັນ ແລະ ຮີບດ່ວນທີ່ສຸດແມ່ນຕ້ອງສຸມໃສ່ການພັດທະນາທາງດ້ານກົງ ຈັກການຈັດຕັ້ງ, ບຸກຄະລາກອນ ແລະ ແບບແຜນວິທີເຮັດວຽກ. ຄືດັ່ງກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກປະຊາຊົນປະຕິວັດລາວ ໄດ້ລະບຸໄວ້ວ່າ: "ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຂອງລັດຕາມທິດສັງຄົມນິ ຍົມເຮັດໃຫ້ກົງຈັກກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ". ສົມທຽບໃສ່ໄລຍະທີ່ຜ່ານມາ ພາຍຫຼັງ ມີມະຕິ ເລກທີ 21/ກມສພ, ລົງວັນທີ 8 ພຶດ ສະພາ 1993 ວ່າດ້ວຍທິດນຳຫຼັກໃນການຄຸ້ມຄອງ ຕາມຂະແໜງການ, ບັນດາອົງການຈັດຕັ້ງຢູ່ຂັ້ນ ທ້ອງຖິ່ນໄດ້ມີການປັບປຸງທາງດ້ານກົງຈັກ ແລະ ບຸກຄະລາກອນໄປຕາມກົນໄກຄຸ້ມຄອງໃໝ່ ເພື່ອຕອບສະໜອງຄວາມຕ້ອງການໃນການພັດ ທະນາເສດ ຖະກິດ-ສັງຄົມ ໃຫ້ມີຄວາມກ້າວໜ້າຂະຫຍາຍຕົວ ໄດ້ຢ່າງທັນການ.

     ລັດເຮົາໄດ້ມີການປັບປຸງ ແລະ ພັດທະນາ ກົງຈັກບໍລິຫານຂອງຕົນໄປຕາມແນວທາງນະໂຍ ບາຍຂອງພັກໃນແຕ່ລະໄລຍະ ໂດຍສະເພາະໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII, ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວທີ່ໄດ້ກຳນົດແຈ້ງວ່າ: "ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງລັດແຫ່ງກົດໝາຍເທື່ອລະກ້າວພາຍໃຕ້ການນຳພາຂອງພັກ". ລັດຂອງພວກເຮົາແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນ, ສິດອຳນາດທັງໝົດຂອງລັດແມ່ນສິດອຳນາດຂອງປະຊາຊົນ. ການບູລະນະລັດປະ ຊາທິປະໄຕປະຊາຊົນ ຕ້ອງແນໃສ່ເຊີດຊູສິດເປັນເຈົ້າຂອງປະຊາຊົນ ແລະ ເພື່ອສິດຜົນປະໂຫຍດ ອັນຊອບທຳຂອງປະຊາຊົນ. ເພື່ອເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ສອດຄ່ອງກັບກົນໄກເສດ ຖະກິດຕະຫຼາດ ແລະ ເຊື່ອມໂຍງກັບສາກົນ, ພັກເຮົາໄດ້ມີແຜນນະໂຍບາຍດຳເນີນການສ້າງລັດແຫ່ງກົດໝາຍເປັນກ້າວໆ ຮັບປະກັນໃຫ້ພົນລະເມືອງສາມາດປະຕິບັດສິດ ແລະ ພັນທະຂອງຕົນໄດ້ຢ່າງເຕັມສ່ວນ, ຮັບປະກັນຄວາມສະເໜີພາບຕໍ່ ໜ້າກົດໝາຍ. ເນື່ອງຈາກວ່າ ພັກມີບົດບາດເປັນແກ່ນນຳໃນທຸກຂົງເຂດວຽກງານ ສະນັ້ນ, ການບູລະ ນະລະບົບອຳນາດລັດຈຶ່ງຕ້ອງດຳເນີນໄປພ້ອມໆ ກັບການປັບປຸງແບບແຜນນຳພາຂອງພັກຕໍ່ລັດ ເພື່ອໃຫ້ກົງຈັກບໍລິຫານລັດສາມາດປະຕິບັດໜ້າທີ່ຂອງຕົນຢ່າງເປັນເຈົ້າການ. ປັບປຸງແບບແຜນນຳ ພາຂອງພັກຕໍ່ກົງຈັກການບໍລິຫານລັດ ຕ້ອງປະຕິ ບັດບົນຫຼັກການທີ່ວ່າ: ພັກເປັນຜູ້ກຳນົດແນວທາງແຜນນະໂຍບາຍ ແລະ ທິດທາງໃໝ່ກ່ຽວກັບການເຄື່ອນໄຫວຂອງກົງຈັກບໍລິຫານລັດ ເປັນຕົ້ນແມ່ນການອອກລະບຽບກົດໝາຍ ແລະ ນິຕິກຳຕ່າງໆຂອງລັດ ພ້ອມກັນນັ້ນ, ພັກກໍເປັນຜູ້ຈັດວາງສັບ ຊ້ອນພະນັກງານນຳພາຫຼັກແຫຼ່ງຜູ້ທີ່ມີຄວາມສາ ມາດ ແລະ ມີຄຸນສົມບັດສິນທຳປະຕິວັດເຂົ້າໃນຕຳແໜ່ງສຳຄັນຂອງອົງການບໍລິຫານລັດອັນໄດ້ເຮັດ ໃຫ້ການເຄື່ອນຂອງການບໍລິຫານລັດນັບແຕ່ຂັ້ນ ສູນກາງ ຮອດທ້ອງຖິ່ນຮາກຖານມີຄວາມໜັກແໜ້ນ ເຂັ້ມແຂງເປັນກ້າວໆ. ແຕ່ຄຽງຄູ່ກັບການພັດທະນາ ຂົງເຂດດັ່ງ ກ່າວນັ້ນ, ກໍສັງເກດເຫັນວ່າກົງຈັກການ ຈັດຕັ້ງຂອງອົງການລັດເຮົາ ຍັງມີບາງດ້ານບໍ່ທັນເອື້ອອຳນວຍໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍໃຫ້ມີປະສິດທິຜົນດີເທື່ອ. ກົງຈັກຂອງລັດຍັງບໍ່ທັນມີຄວາມກະທັດຮັດ ແລະ ສົມເຫດສົມຜົນ ຍັງມີສະພາບພະນັກງານເຫຼືອບໍ່ພໍ, ການນຳໃຊ້ພະນັກງານບໍ່ຖືກຕາມເປົ້າໝາຍ; ສ່ວນຫຼາຍແມ່ນພວກເຮົາປັບປຸງກົງຈັກໃສ່ຄົນ ໂດຍບໍ່ຄຳນຶງເຖິງການປັບປຸງຄົນໃສ່ກົງຈັກການຈັດຕັ້ງພາໃຫ້ພະ ນັກງານ ມີຄວາມສັບສົນລັ່ງເລ, ກົງຈັກການຈັດຕັ້ງເຄື່ອນໄຫວ ແລະ ພາໃຫ້ອຳນາດລັດບໍ່ສັກສິດ. ການ ບໍລິການຂອງລັດຕໍ່ການພັດທະນາປະເທດຊາດບໍ່ທັນແທດເຖິງ ເປັນຕົ້ນແມ່ນຢູ່ຂັ້ນທ້ອງຖິ່ນຮາກຖານທີ່ເປັນເຂດທີ່ໝັ້ນ ແລະ ຊົນນະບົດຫ່າງໄກສອກ ຫຼີກ. ດັ່ງນັ້ນ, ການປັບປຸງກົງຈັກບໍລິຫານລັດ ຈຶ່ງ ແມ່ນວຽກງານບຸລິມະສິດອັນສຳຄັນຂອງພັກ, ຂອງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ເພື່ອ ແນໃສ່ຍົກລະດັບຄຸນນະພາບການບໍລິການຂອງລັດໃຫ້ດີຂຶ້ນ. ຮັບປະກັນໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການໄດ້ຢ່າງສະດວກວ່ອງໄວ.

     ຈາກຜົນສຳເລັດໃນໄລຍະ 40 ປີແຫ່ງການຈັດ ຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກເຮົາແມ່ນໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ, "ໂດຍສະເພາະຜົນສຳເລັດໃນການກຳນົດກ່ຽວກັບການບູລະນະ ລະບົບການການເມືອງປະຊາທິປະໄຕປະຊາຊົນຢ່າງຖືກຕ້ອງ ອັນໄດ້ເຮັດໃຫ້ບົດບາດ ແລະ ຄວາມເຊື່ອໝັ້ນ ຂອງປະຊາຊົນຕໍ່ພັກໄດ້ຮັບການເຊີດຊູຂຶ້ນຢ່າງບໍ່ຢຸດຢັ້ງ" ໂດຍສະເພາະກໍແມ່ນການປັບປຸງກົງຈັກລັດ ເພາະ ກົງຈັກການຈັດຕັ້ງແມ່ນພາກສ່ວນ ໜຶ່ງໃນໂຄງປະກອບຂອງລະບົບການເມືອງ, ແມ່ນອົງການພື້ນຖານແຫ່ງອຳນາດການເມືອງ, ທີ່ເປັນເຄື່ອງມືຂອງລັດໃນການຈັດຕັ້ງປະຕິບັດສິດ ອຳນາດແນໃສ່ປົກປັກຮັກສາ ຜົນປະໂຫຍດລວມ ຂອງພົນລະເມືອງໃນທົ່ວປະເທດ, ເປັນອົງການ ແຫ່ງສິດອຳນາດອະທິປະໄຕແຫ່ງລັດ, ມັນເຄື່ອນ ໄຫວພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ.

     ເຖິງຢ່າງໃດກໍຕາມ ຕໍ່ກັບການພັດທະນາການ ບໍລິຫານລັດ, ມີບາງທັດສະນະກ່າວວ່າ: ກົງຈັກ ຫຼື ກົງຈັກການຈັດຕັ້ງ ແມ່ນສ່ວນປະກອບໜຶ່ງຂອງ ການຈັດຕັ້ງ (ອົງການໜຶ່ງ), ໝາຍວ່າ ການຈັດຕັ້ງ ຫຼື ອົງການຈັດຕັ້ງຈະມີໂຄງປະກອບສຳຄັນຢູ່ສອງ ພາກສ່ວນ: ໂຄງປະກອບກົງຈັກ ແລະ ໂຄງປະກອບບຸກຄະລາກອນ. ສະນັ້ນ, ຄວາມໝາຍ ກົງຈັກ ໃນທີ່ ນີ້ຈຶ່ງໝາຍເຖິງພາຫະນະເຄື່ອງມື, ວັດຖຸອຸປະກອນ, ງົບປະມານ, ກົນໄກປະສານງານ, ໜ່ວຍງານຕ່າງໆ ເຮັດໜ້າ ທີ່ປິ່ນອ້ອມ, ຊຸກດັນສົ່ງເສີມ ແລະ ອຳນວຍຄວາມສະດວກ ເພື່ອໃຫ້ການຈັດຕັ້ງດັ່ງກ່າວນັ້ນ ສາ ມາດເຄື່ອນໄຫວ ແລະ ກ້າວໄປສູ່ເປົ້າໝາຍທີ່ວາງໄວ້. ຖ້າຢືນຢູ່ໃນທັດສະນະດັ່ງກ່າວນີ້, ສາມາດເວົ້າໄດ້ວ່າ ກົງຈັກລັດແມ່ນສ່ວນໜຶ່ງຂອງການຈັດຕັ້ງ ລັດ ຊຶ່ງປະກອບດ້ວຍພາຫະນະເຄື່ອງມື, ວັດຖຸອຸ ປະກອນ, ງົບປະມານກົນໄກປະສານງານປິ່ນອ້ອມ, ເຮັດໃຫ້ລັດສາມາດເຄື່ອນໄຫວສຳເລັດຕາມເປົ້າ ໝາຍທີ່ວາງໄວ້. ແຕ່ເພື່ອໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ມັນຈຶ່ງເລັ່ງທວງໃຫ້ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ໃນການປັບປຸງກົງຈັກບໍລິຫານລັດໃຫ້ມີຄວາມເຂັ້ມແຂງ, ເພື່ອເຮັດໃຫ້ສອດຄ່ອງ ແລະ ເໝາະສົມກັບສະພາບຄວາມເປັນຈິງຂອງປະເທດກໍຄືຂອງທ້ອງຖິ່ນ, ເພື່ອຮັບປະກັນໃຫ້ແກ່ການຈັດ ຕັ້ງປະຕິບັດແນວທາງຂອງພັກ ແລະ ນະໂຍບາຍຂອງລັດວາງອອກ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ. ການປັບປຸງກົງຈັກບໍລິຫານລັດໃຫ້ມີຄວາມ ເຂັ້ມແຂງນັ້ນ, ກ່ອນອື່ນໝົດແມ່ນເລັ່ງໃສ່ປັບປຸງກົງ ຈັກການຈັດຕັ້ງ, ປັບປຸງການເຄື່ອນໄຫວ ແລະ ແບບແຜນວິທີເຮັດວຽກຂອງອົງການບໍລິຫານລັດ ແລະ ວຽກງານດ້ານອື່ນ ກໍຕ້ອງເອົາໃຈໃສ່ປັບປຸງໄປພ້ອມໆ ກັນ ເພາະວ່າວຽກງານດັ່ງກ່າວເປັນຂອດທີ່ສຳຄັນ ແລະ ຕັດສິນຜົນສຳເລັດໃນການຈັດຕັ້ງປະຕິບັດ ແນວທາງຂອງພັກ, ແຜນພັດທະນາເສດຖະກິດ- ສັງຄົມ ແລະ ລະບຽບກົດໝາຍທີ່ລັດວາງອອກ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

     ໃນທາງທິດສະດີແລ້ວ, ລັດປະຕິບັດອຳນາດແຫ່ງລັດໂດຍຜ່ານອົງການຈັດຕັ້ງຂອງລັດ ຫຼື ກົງຈັກ ລັດ ຊຶ່ງຕາມຫຼັກການປົກຄອງຂອງລະບອບປະຊາ ທິປະໄຕປະຊາຊົນແລ້ວ, ຈະມີການຈັດສັນອົງການ ສິດອຳນາດແຫ່ງລັດ ຫຼື ກົງຈັດລັດອອກເປັນສາມ ອົງການ ແລະ ສປປ ລາວ ກໍມີ 3 ອົງການເຊັ່ນກັນຄື :

- ອົງການນິຕິບັນຍັດ (ກົງຈັກລັດນິຕິບັນຍັດ) ໝາຍເຖິງ ສະພາແຫ່ງຊາດ.

- ອົງການບໍລິຫານ (ກົງຈັກບໍລິຫານລັດ) ໝາຍ ເຖິງ ລັດຖະບານ.

- ອົງການຕຸລາການ (ກົງຈັກລັດຕຸລາການ) ໝາຍເຖິງ ສານ ແລະ ໄອຍະການປະຊາຊົນ.

     ສຳລັບ ສປປ ລາວ ໃນເງື່ອນໄຂການປະຕິບັດຫຼັກການແບ່ງຂັ້ນຄຸ້ມຄອງໄດ້ແບ່ງອຳນາດບໍລິຫານ ອອກເປັນ 2 ຂັ້ນຄື: ອົງການປົກຄອງຂັ້ນສູນກາງ ແລະ ອົງການປົກຄອງຂັ້ນທ້ອງຖິ່ນ ຊຶ່ງມີພາລະບົດ ບາດ ໃນການເຄື່ອນໄຫວເຊັ່ນ:

+ ອົງການປົກຄອງຂັ້ນສູນກາງ ໝາຍເຖິງກົງ ຈັກການຈັດຕັ້ງ ແລະ ບຸກຄະລາກອນທີ່ເປັນພະນັກ ງານລັດຢູ່ຂັ້ນສູນກາງ ປະກອບມີຄື: ປະທານປະ ເທດ, ນາຍົກລັດຖະມົນຕີ, ລັດຖະບານ, ລັດຖະມົນ ຕີກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການ ຈັດຕັ້ງຝ່າຍບໍລິຫານຢູ່ຂັ້ນສູນກາງ.

+ ອົງການປົກຄອງທ້ອງຖິ່ນ ໝາຍເຖິງ ກົງຈັກ ການຈັດຕັ້ງ ແລະ ບຸກຄະລາກອນ ທີ່ປະກອບດ້ວຍ ເຈົ້າແຂວງ, ເຈົ້າຄອງນະຄອນ, ເຈົ້າເມືອງ, ຫົວໜ້າເທດສະບານ, ນາຍບ້ານ; ພ້ອມດ້ວຍພະນັກງານທີ່ຂຶ້ນກັບ ແລະ ເຈົ້າໜ້າທີ່ຕາມຂະແໜງການສາຍຕັ້ງ. ເປັນຜູ້ຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ພ້ອມທັງເປັນຜູ້ບໍລິການສາທາລະນະ ແລະ ຮັບໃຊ້ປະຊາຊົນ.

     ລັກສະນະຈຸດພິເສດພື້ນຖານຂອງກົງຈັກບໍລິ ຫານລັດ ໂດຍທົ່ວໄປແລ້ວປະກອບມີລັກສະນະຈຸດ ພິເສດ ຫຼາຍດ້ານດັ່ງນີ້:

+ ເປັນການຈັດຕັ້ງທີ່ເປັນລະບົບແຕ່ເທິງລົງ ລຸ່ມ (ສູນກາງຫາທ້ອງຖິ່ນ) ອຳນາດບໍລິຫານລັດມີລັກສະນະປະຕິບັດຄຳສັ່ງຢ່າງເຄັ່ງຄັດ.

+ ເປັນພາກສ່ວນໜຶ່ງຂອງກົງຈັກລັດທີ່ມີລັກ ສະນະກວ້າງຂວາງທົ່ວສັງຄົມຄຸ້ມຄອງເປັນເອກະ ພາບຮອບດ້ານ: ການເມືອງ, ເສດຖະ ກິດ-ສັງຄົມ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

+ ມີລັກສະນະຫັນເປັນວິຊາສະເພາະຕາມຂະແໜງການ (ກະສິກຳ, ການເງິນ, ການຄ້າ, ພະລັງ ງານບໍ່ແຮ່, ສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວວັດທະນະທຳ, ແຮງງານສະຫັວດດີການ ແລະ ອື່ນໆ).

+ ນຳໃຊ້ກົດໝາຍຄຸ້ມຄອງສັງຄົມ, ນຳໃຊ້ລະ ບຽບກົດໝາຍຢ່າງຫຼວງຫຼາຍເຄື່ອນໄຫວທາງລັດ ຖະການຂັ້ນສູນກາງຄຸ້ມຄອງມະຫາພາກ, ໃຊ້ກົດ ໝາຍບັນຊາໂດຍທາງອ້ອມ.

+ ມີລັກສະນະເປັນທາງການສູງຕາມລະດັບຂັ້ນຕອນ, ມີການຕໍ່ເນື່ອງກັນແບບຕ່ອງໂສ້ ຕົວຢ່າງ: ປະ ຊາຊົນມີສິດເຮັດທຸກສິ່ງທຸກຢ່າງຂໍພຽງແຕ່ບໍ່ຜິດກົດໝາຍ, ບັນດາລະບຽບກົດໝາຍ ແລະ ນິຕິກຳທີ່ປະກາດ ໃຊ້ເປັນທາງການແລ້ວ ຕ້ອງປະຕິບັດຢ່າງເຂັ້ມງວດ ແລະ ຄົບຖ້ວນຈົນກວ່າຈະມີການປ່ຽນແປງ.

+ການເຄື່ອນໄຫວຂອງພະນັກງານ-ລັດຖະ ກອນຖືກປະຕິບັດຕາມລະບຽບ ແລະ ກົດໝາຍຢ່າງເຄັ່ງຄັດ.

+ ມີວິຊາການວິຊາສະເພາະຫຼາຍຢ່າງທີ່ແຕກຕ່າງກັນ ແລະ ການເຄື່ອນໄຫວມີຫຼາຍລັກສະນະ ແຕກຕ່າງແຕ່ລະວຽກ.

+ ມີສອງພາລະບົດບາດທີ່ສຳຄັນຄື: ເຮັດໜ້າທີ່ດ້ານການປົກຄອງ ແລະ ບໍລິການຮັບໃຊ້ປະຊາ ຊົນ ໃນນັ້ນ,ການປະຕິບັດໜ້າທີ່ດ້ານການປົກຄອງ: ບໍ່ປ່ອຍສິດອຳນາດໃຫ້ການຈັດຕັ້ງອື່ນປະຕິບັດແທນ, ການປະຕິບັດແຕ່ເທິງລົງລຸ່ມຕາມລຳດັບບໍລິການຮັບໃຊ້: ໝາຍເຖິງຕອບສະໜອງ (ໃຫ້ການບໍລິການ) ຕາມຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ (ປະຕິບັດແຕ່ເທິງລົງລຸ່ມ).

     ໃນນີ້, ແມ່ນໃຫ້ຖືສຳຄັນການປັບປຸງກົງຈັກບໍລິ ຫານລັດຢູ່ຂັ້ນທ້ອງຖິ່ນ ເປັນບັນຫາສຳຄັນ ໝາຍວ່າ ຢາກໃຫ້ກົງຈັກການບໍລິຫານລັດມີຄວາມເຂັ້ມແຂງ ກໍບົນພື້ນຖານຂອງລັດຖະທຳມະນູນແຫ່ງ ສປປ ລາວ ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ລະບົບການປົກຄອງທ້ອງຖິ່ນມີ 3 ຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ; ປະຕິບັດຕາມລະບົບການ ຄຸ້ມຄອງຕາມຂະແໜງການແບບລວມສູນເອກະພາບ; ມີການປະສານສົມທົບ ລະຫວ່າງ ສາຍຕັ້ງ ແລະ ສາຍຂວາງ, ມີການແບ່ງຂອບເຂດສິດ ແລະ ຄວາມຮັບຜິດຊອບ, ລະຫວ່າງ ແຂວງກັບເມືອງ, ເມືອງກັບບ້ານ ໃຫ້ມີຄວາມຈະແຈ້ງຂຶ້ນຕື່ມ ຊຶ່ງເຮັດໃຫ້ການແກ້ໄຂວຽກງານມີຄວາມຄ່ອງຕົວ ແລະ ສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນດີຂຶ້ນ. ເນື່ອງຈາກວ່າ ກົງຈັກບໍລິຫານລັດຂັ້ນແຂວງແມ່ນການຈັດຕັ້ງບໍລິຫານລັດທີ່ມີພາລະບົດບາດເປັນຕົວແທນ ແລະ ຮັບຜິດຊອບຕໍ່ລັດຖະບານ, ໃນການ ຄຸ້ມຄອງບໍລິຫານທາງດ້ານການເມືອງ, ເສດຖະ ກິດ, ວັດທະນະທຳ-ສັງຄົມ. ນອກຈາກການປັບປຸງກົງຈັກບໍລິຫານລັດໃຫ້ມີຄວາມເຂັ້ມຍັງມີຄວາມສຳຄັນຕໍ່ການບໍລິຫານລັດທີ່ດີຢູ່ ສປປ ລາວ ຊຶ່ງຈຸດເລັ່ງໃນປັດຈຸບັນ ແມ່ນການພັດທະນາ ແລະ ຂະ ຫຍາຍ ບັນດາກິດຈະກຳທີ່ກຳລັງດຳເນີນຢູ່ໃນແຜນ ການ ເພື່ອກ້າວໄປສູ່ການບໍລິຫານລັດທີ່ດີຢ່າງກວ້າງຂວາງນັ້ນຫຼາຍຂຶ້ນ, ເປົ້າໝາຍຂອງມັນແມ່ນເພື່ອນຳເອົາ ສປປ ລາວ ອອກຈາກຖັນແຖວປະເທດດ້ອຍພັດທະນາ ໃນປີ 2020.

     ຜ່ານການປັບປຸງການບໍລິຫານລັດຕາມທິດ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເມື່ອ ທຽບໃສ່ຫຼັກການບໍລິຫານໃນປັດຈຸບັນແລ້ວ ຍັງມີຂໍ້ ຈຳກັດ ແລະ ຂາດຄວາມສັກສິດຂອງຜູ້ບໍລິຫານຂັ້ນ ທ້ອງຖິ່ນ ໃນການປະຕິບັດສິດ ແລະ ໜ້າທີຂອງ ຕົນ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍຂອງລັດ ຖະບານຮອບ ດ້ານຢູ່ຂັ້ນທ້ອງຖິ່ນ ເປັນຕົ້ນແມ່ນ:

- ການປັບປຸງກົງຈັກການຈັດຕັ້ງ ອົງການທີ່ມີ ພາລະບົດບາດຊ່ວຍຜູ້ບໍລິຫານຂັ້ນທ້ອງຖິ່ນ ຍັງປັບ ປຸງ ແລະ ປ່ຽນແປງບໍ່ທັນກັບບໍລິມາດວຽກທີ່ສູນກາງ ມອບໃຫ້ເຮັດ, ໃຫ້ການປະຕິບັດສິດ ແລະ ໜ້າທ່ີບໍ່ ສອດຄ່ອງກັບສະພາບຄວາມເປັນຈິງ, ເຮັດໃຫ້ການ ເຄືອນໄຫວຂາດປະສິດທິພາບສະແດງອອກຫຼາຍ ອົງການເຮັດວຽກດຽວກັນ ຫຼື ບາງວຽກພັດບໍ່ມີອົງ ການໃດຮັບຜິດຊອບ ຫຼື ການປັບປຸງການຈັດຕັ້ງ ຊັກຊ້າ; ການປັບປຸງພະແນກ, ຫ້ອງການຂອງຂະ ແໜງການຢູ່ທ້ອງຖິ່ນຍັງຈັດຕັ້ງຂຶ້ນແບບຄົບທຸກ ແຂວງ ແລະ ທຸກເມືອງຍັງບໍ່ໄດ້ຄຳນຶງເຖິງຄວາມຈຳເປັນ, ຄວາມເຫມາະສົມ ແລະ ບໍລິມາດວຽກຕົວຈິງ, ເຮັດໃຫ້ກົງຈັກຢູ່ ຂັ້ນທ້ອງຖິ່ນບໍ່ສອດຄ່ອງກັບທິດທີ່ ວ່າ ກະທັດລັດສົມເຫດສົມຜົນ.

- ການຄຸ້ມຄອງລັດຖະກອນ ເຖິງວ່າມີລະບຽບ ການແລ້ວ, ການຄຸ້ມຄອງ ແລະ ພຶດຕິກຳກ່ຽວກັບ ການຝຶກອົບຮົມ ຫຼື ການພັດທະນາລັດຖະກອນຍັງ ບໍ່ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງພາລະກິດການປ່ຽນແປງໃໝ່່ ເຮັດໃຫ້ການບັນຈຸ, ແຕ່ງຕັ້ງຕຳແໜ່ງຜູ້ບໍລິຫານຂັ້ນທ້ອງຖິ່ນມີ ຄວາມຫຍຸ້ງ ຍາກຕອບສະໜອງບໍ່ທັນໄດ້ກັບຄວາມ ຕ້ອງການຂອງສັງຄົມ ກໍຄືຕຳແໜ່ງງານທີ່ກຳນົດ ໄວ້ເຮັດໃຫ້ຜູ້ບໍລິ ຫານຈຳນວນບໍ່ໜ້້ອຍພັດທະນາ ຕົນເອງບໍ່ທັນກັບສະພາບການປ່ຽນແປງໃຫມ່.

     ເພື່ອປັບປຸງກົງຈັກບໍລິຫານລັດໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ ຕ້ອງບົນພື້ນຖານທິດທາງໜ້າທີ່ລວມ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກວາງອອກຄື: " ສຶບຕໍ່ປັບປຸງລະບົບການເມືອງ, ສ້າງພັກໃຫ້ປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ, ສຶກ ສາອົບຮົມ ແລະ ບຳລຸງສ້າງຖັນແຖວສະມາຊິກພັກໃຫ້ເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດທີ່ສົດໃສກ້າວໜ້າ ແລະ ສ້າງລັດເຮົາໃຫ້ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ; ດຳເນີນ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຕາມລະບຽບກົດ ໝາຍຢ່າງສັກສິດ, ແກ້ໄຂບັນຫາສັງຄົມໃຫ້ມີປະສິດ ທິພາບ, ເສີມສ້າງອະລິຍະທຳທາງດ້ານຈິດໃຈ ແລະ ຄວາມຍຸດຕິທຳໃນສັງຄົມ"; ພ້ອມນັ້ນ ການປັບປຸງກົງຈັກບໍລິຫານລັດໃຫ້ມີຄວາມເຂັ້ມແຂງແມ່ນເລັ່ງ ໃສ່ເຮັດໃຫ້ກົງຈັກບໍລິຫານລັດຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມສາມາດໃນການປະຕິບັດພາລະບົດບາດຂອງຕົນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ສ້າງການບໍລິການຂອງລັດ ໃຫ້ເປັນການບໍລິການທີ່ດີ: ແມ່ນສະແດງອອກໃນການກຳນົດແນວທາງຢ່າງຈະແຈ້ງວ່າ: ແມ່ນຮັບໃຊ້ໃຜ, ບໍລິການໃຫ້ໃຜ ຫຼື ເພື່ອຮັບໃຊ້ໃຫ້ແກ່ຄົນຊັ້ນໃດ, ນອກຈາກແນວທາງຈະແຈ້ງແລ້ວ ກໍຕ້ອງຜັນຂະຫຍາຍແນວທາງໃຫ້ເປັນນະໂຍບາຍ ແລະ ແຜນ ການຂອງລັດຢ່າງລະອຽດໂດຍສ້າງເປັນກົດໝາຍ, ລະບຽບການ ແລະ ວິທີການໃນການຈັດຕັ້ງປະຕິ ບັດພ້ອມທັງມີພະນັກງານທີ່ມີຄຸນນະພາບຮອບ ດ້ານນັບທັງຄວາມຮູ້, ຄວາມສາມາດ, ຄຸນສົມບັດ, ຈັນຍາທຳ ແລະ ຈັນຍາບັນໃນການບໍລິການດ້ວຍຄວາມຈິງໃຈ, ມີສິ່ງອຳນວຍຄວາມສະດວກ ແລະ ງົບປະມານທີ່ພຽງພໍ ແລະ ເໝາະສົມ ຈຶ່ງຈະສາມາດ ສະໜອງການບໍລິການທີ່ດີໄດ້ ຊຶ່ງຄວາມສຳຄັນໃນການປັບປຸງກົງຈັກບໍລິຫານລັດ ໃຫ້ມີຄວາມເຂັ້ມແຂງກ່ອນອື່ນຄະນະພັກແຕ່ລະຂັ້ນຕ້ອງ ບຸກທະລຸ ໃຫ້ໄດ້ທັງ 4 ດ້ານ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ເປັນຕົ້ນຕໍ; ພ້ອມດຽວກັນ ນັ້ນ, ກໍຕ້ອງສຸມໃສ່ບາງບັນຫາທີ່ສຳຄັນ ດັ່ງນີ້:

     ໜຶ່ງ, ກົນໄກ, ນະໂຍບາຍ ແລະ ລະບຽບກົດ ໝາຍຕ່າງໆ ຂອງກົງຈັກບໍລິຫານລັດ, ໄດ້ຮັບການ ປັບປຸງ ຫຼື ສ້າງຂຶ້ນໃໝ່ຢ່າງເປັນລະບົບ ແນໃສ່ເອື້ອ ອຳນວຍໃຫ້ແກ່ການປະຕິບັດແຜນຍຸດທະສາດ, ຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ເທື່ອລະກ້າວ. ບັນດາຂັ້ນຕອນ, ລະບຽບການບໍລິ ຫານຫຼາຍຂັ້ນຫຼາຍຂອດ, ຫຍຸ້ງເຫຍີງ ຊຶ່ງເປັນຊ່ອງ ຫວ່າງໃຫ້ແກ່ຜູ້ບໍ່ດີສວຍໂອກາດ ຫຼື ສ້າງຄວາມ ຫຍຸ້ງຍາກລຳຄານໃຈໃຫ້ແກ່ປະຊາຊົນໄດ້ຮັບ ການ ແກ້ໄຂ.

     ສອງ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດ ສິດຂອງລັດຖະບານ, ບັນດາກະຊວງ, ອົງການທຽບ ເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໄດ້ຮັບ ການປັບປຸງບູລະນະໃຫ້ຄົບຖ້ວນຈະແຈ້ງກວ່າເກົ່າ ເຮັດໃຫ້ອົງການບໍລິຫານຂັ້ນສູນກາງກະທັດຮັດ ແລະ ປະຕິບັດພາລະບົດບາດຄຸ້ມຄອງມະຫາພາກ ເປັນຕົ້ນຕໍ, ເຮັດໃຫ້ອົງການບໍລິຫານຂັ້ນທ້ອງຖິ່ນມີ ຄວາມສາມາດ ແລະ ມີກຳລັງແຮງຫຼາຍຂຶ້ນໃນການ ຈັດຕັ້ງ ປະຕິບັດ.

     ສາມ, ໂຄງປະກອບກົງຈັກຂອງລັດຖະບານ, ຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ມີ ຄວາມກະທັດຮັດແທດເໝາະກັບສະພາບ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຂອງການ ພັດທະນາເສດຖະກິດ-ສັງຄົມຂອງປະເທດ. ໂຄງປະກອບກົງຈັກຂອງອົງການປົກຄອງ ທ້ອງຖິ່ນໄດ້ຮັບການ ປັບປຸງ ແລະ ສ້າງຕັ້ງຂຶ້ນແທດ ເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງຂອງແຕ່ ລະທ້ອງຖິ່ນ.

     ສີ່, ຖັນແຖວພະນັກງານ-ລັດຖະກອນ, ໄດ້ຮັບ ການປັບປຸງຍົກລະດັບຢ່າງຮອບດ້ານທັງໃນດ້ານ ຈຳນວນ ແລະ ຄຸນນະພາບ. ຮັບປະກັນໃຫ້ພະນັກ ງານ-ລັດຖະກອນສ່ວນຫຼາຍມີແນວຄິດ, ຫຼັກໝັ້ນ, ຄຸນທາດການເມືອງທີ່ດີ, ມີວິຊາສະເພາະທີ່ຖືກຕ້ອງ ຕາມຕຳແໜ່ງງານທີ່ກຳນົດໄວ້, ຮູ້ພາສາຕ່າງປະ ເທດໃດໜຶ່ງ ແລະ ຮູ້ນຳໃຊ້ເຄື່ອງມືທັນສະໄໝເຂົ້າ ໃນການປະຕິບັດວຽກງານຂອງຕົນ, ໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນ.

     ຫ້າ, ຍົກສູງລະດັບຄວາມສາມາດ, ຂອງບັນ ດາອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງ ສັງຄົມ ແລະ ປະຊາຊົນໃນການມີສ່ວນຮ່ວມເຂົ້າ ໃນວຽກງານຄຸ້ມຄອງບໍລິຫານລັດ, ການວາງແຜນ ພັດທະນາເສດ ຖະກິດ-ສັງຄົມ ແລະ ຕິດຕາມກວດ ກາການປະຕິບັດໜ້າທີ່ຂອງອົງການບໍລິຫານລັດ ຂັ້ນຕ່າງໆ.

     ທັງໝົດນັ້ນ, ແມ່ນບາງຄວາມຄິດເຫັນເພື່ອ ພັດທະນາການບໍລິຫານລັດ ເຄື່ອນໄຫວຢ່າງມີປະ ສິດທິຜົນ, ຮັບປະກັນໃຫ້ແກ່ການເຄື່ອນໄຫວໜ້າທີ່ ການເມືອງຂອງພັກ-ລັດ ໄດ້ຢ່າງໜັກແໜ້ນ...

ໂດຍ: ຄຳຟອງ ອິນມານີ