ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ເພີ່ມທະວີການກໍ່ສ້າງ ແລະ ປັບປຸງພັກໃຫ້ໜັກແໜ້ນເຂັ້ມແຂງເພື່ອຮັກສາບົດບາດຂອງພັກນຳພາ
ຈຳນວນຜູ້ອ່ານ: 70
ອະນຸມັດວັນທີ: 19/02/2018

    ພັກປະຊາຊົນປະຕິວັດລາວ ແມ່ນພັກກຳອຳ ນາດການປົກຄອງ, ເປັນແກນນຳ-ນຳພາໃນລະບົບ ການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ເຮົາການກຳອຳນາດໃນດ້ານເນື້ອແທ້ແມ່ນການ ຮັກສາ ອຳນາດ, ການກຳອຳນາດຍາກກວ່າການ ຍາດເອົາອຳນາດການປົກຄອງ. ພັກກຳອຳນາດ ແມ່ນພັກທີ່ມີ ຄວາມຮັບຜິດຊອບໃນການນຳພາໃນ ທົ່ວສັງຄົມ, ວາງ ແລະ ບູລະນະແນວທາງນະໂຍບາຍໃໝ່ທີ່ມີລັກ ສະນະກຳນົດທິດຂະຫຍາຍຕົວ ຂອງປະເທດຊາດໃນທຸກຂົງເຂດໃຫ້ສອດຄ່ອງກັບ ກົດເກນຂະຫຍາຍຕົວ ຂອງສັງຄົມ ແລະ ສອດຄ່ອງກັບສະພາບຕົວຈິງຂອງປະເທດຊາດ, ຕອບສະໜອງຕາມຄວາມມຸ່ງມາດປາ ຖະໜາອັນແຮງກ້າ ຂອງປະຊາຊົນ. ພັກເປັນຜູ້ຕົກລົງທິດທາງ, ກຳນົດ ມາດຕະຖານແກ້ໄຂບັນດາວຽກງານ ໃຫຍ່ຂອງທົ່ວ ປະເທດ, ການເຄື່ອນໄຫວຂອງພັກຍາມໃດກໍເຄົາ ລົບລັດຖະທຳມະນູນ ແລະ ກົດໝາຍ ຂອງລັດ, ບໍ່ ເຮັດພາລະບົດບາດຄຸ້ມຄອງອຳນວຍຄວບຄຸມດ້ານລັດ.

      ສືບຕໍ່ຢືນຢັນບັນດາບັນຫາທີ່ມີລັກສະນະຫຼັກການກ່ຽວກັບພັກ ແລະ ວຽກງານກໍ່ສ້າງພັກຕາມຫຼັກ ມູນພື້ນຖານຂອງທິດສະດີມາກ-ເລນິນ, ຍຶດໝັ້ນ ຫຼັກການລວມສູນປະຊາທິປະໄຕ ແລະ ຍົກສູງ ຄວາມຮັບຜິດຊອບການເມືອງຂອງຖັນແຖວສະ ມາຊິກພັກ, ເສີມຂະຫຍາຍປະຊາທິປະໄຕພາຍໃນ ພັກຕິດພັນກັບການເພີ່ມທະວີລະບຽບວິໄນຂອງ ພັກ, ປັບປຸງເພີ່ມທະວີຄວາມເປັນເອກະພາບທາງ ດ້ານແນວຄິດ ແລະ ການກະທຳໃນທົ່ວພັກ, ສ້າງ ໃຫ້ບັນດາການຈັດຕັ້ງພັກ ແລະ ສະມາຊິກພັກມີ ຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນໃນທຸກດ້ານ. ການປັບປຸງດັດແປງກົດລະບຽບພັກໄດ້ຄົ້ນ ຄວ້າຊອກເຫັນບັນດາຜົນສຳເລັດ, ຈຸດອ່ອນຂໍ້ຄົງຄ້າງ ແລະ ບັນຫາທີ່ຄວນໄດ້ຄົ້ນຄ້ວາຕື່ມ ໂດຍອີງ ໃສ່ສະພາບຄວາມເປັນຈິງທີ່ຜ່ານມາ. ພັກນຳພາ ປວງຊົນລາວທັງຊາດປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາປະເທດຊາດ ແລະ ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ, ສ້າງສາພັດທະ ນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບ ດ້ານທີ່ມີຫຼັກການຂອງພັກ, ແນໃສ່ກໍ່ສ້າງ ແລະ ເສີມ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນຕາມ ຈຸດໝາຍສັງຄົມນິຍົມເຮັດໃຫ້ປະຊາຊົນຮັ່ງມີຜາ ສຸກ, ປະເທດຊາດມັ່ງ ຄັ່ງເຂັ້ມແຂງ, ສັງຄົມສາມັກຄີ ປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສິວິໄລ.

        ເພີ່ມທະວີການນຳພາຂອງພັກ, ສ້າງພັກໃຫ້ປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ, ມີຄວາມສາ ມາດນຳພາຢ່າງສົມຄູ່ກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນເງື່ອນ ໄຂໃໝ່, ຍຶດໝັ້ນໃນທິດທາງລວມກ່ຽວກັບການ ສ້າງພັກດັ່ງນີ້: ຍຶດໝັ້ນໃນທາດແທ້ຂອງພັກມາກ- ເລນິນອອກແຮງສ້າງ ແລະ ປັບປຸງຕົນເອງ ໃຫ້ທຽມ ທັນກັບຍຸກສະໄໝ, ເປັນພັກທີ່ມີຄວາມສາມາດກຳ ອຳນາດ ແລະ ກຳອຳນາດ ເພື່ອປະຊາຊົນ, ເພື່ອ ຄວາມຈະເລີນວັດທະນາຂອງປະເທດຊາດ, ເປັນ ພັກທີ່ມີການຈັດຕັ້ງເຂັ້ມແຂງ ແລະ ມີຄວາມສາມັກ ຄີເປັນເອກະພາບໜັກແໜ້ນທາງດ້ານມານະຈິດ ແລະ ການກະທຳ, ມີການຄຸ້ມຄອງທີ່ຮັດກຸມ, ມີລະ ບຽບວິໄນອັນເຂັ້ມງວດ, ມີແບບແຜນວິທີນຳພາທີ່ ວິທະຍາສາດປະດິດສ້າງ ແລະ ແທດຕົວຈິງ, ເປັນ ພັກທີ່ມີຄວາມປອດໃສຂາວສະອາດ ໂດຍມີຄວາມ ເດັດຂາດເຂັ້ມງວດໃນການສະກັດກັ້ນ, ກຳຈັດການ ສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ອື່ນໆຢູ່ໃນ ກົງຈັກຂອງພັກ, ຂອງລັດ ແລະ ໃນຖັນແຖວພະນັກ ງານ, ສະມາຊິກພັກ.

          ການກໍ່ສ້າງ ແລະ ປັບປຸງພັກ ແມ່ນກໍ່ສ້າງ ແລະ ປັບປຸງກະໂຕການຈັດຕັ້ງພັກ ແລະ ສະມາຊິກແຕ່ ລະຄົນ ພັກທີ່ເຂັ້ມແຂງແມ່ນພັກທີ່ຮູ້ກໍ່ສ້າງ ແລະ ປັບປຸງຕົນເອງຢູ່ສະເໝີ ຍ້ອນວ່າຂະບວນວິວັດ ແຫ່ງການຊີ້ນຳ-ນຳພາຂອງພັກ ລ້ວນແລ້ວແຕ່ປ່ຽນ ແປງໄປຕາມກາລະ ເທສະທີ່ແນ່ນອນ, ບໍ່ມີສິ່ງວັດຖຸ ແລະ ປະກົດການໃດຄົງຕົວຢູ່ບ່ອນເກົ່າ ທຸກສິ່ງວັດຖຸ ແລະ ປະກົດການມີການປ່ຽນແປງໄປເລື້ອຍໆ ຈາກສະພາບແວດລ້ອມພາຍໃນ ແລະ ພາຍນອກ ທີ່ກະທົບໃສ່ການຈັດຕັ້ງພັກໜຶ່ງໆຈະມີຄວາມໝັ້ນຄົງ, ເຂັ້ມແຂງກໍ່ຕໍ່ເມື່ອສະມາຊິກຂອງການຈັດຕັ້ງ ມີຄວາມໜັກແໜ້ນເຂັ້ມແຂງ ສະມາຊິກພັກແຕ່ລະ ສະຫາຍ ກໍຄືຈຸດປະສົງຂອງພັກ, ຮາກຖານພັກເຂັ້ມ ແຂງ ກໍເຮັດໃຫ້ລະບົບການຈັດຕັ້ງຂອງພັກມີຄວາມ ເຂັ້ມແຂງ. ສະນັ້ນ, ການກໍ່ສ້າງ ແລະ ປັບປຸງພັກ ແມ່ນສຸມໃສ່ສີ່ເນື້ອໃນຕົ້ນຕໍຄື: ການກໍ່ສ້າງປັບປຸງ ພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນປະຕິບັດການເຄື່ອນໄຫວນຳພາ ຈັດຕັ້ງຂອງພັກ ກໍຄືສະມາຊິກພັກ.

        ໂດຍໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິ ກຳຕົວຈິງ ແລະ ສອດຄ່ອງກັບຈຸດພິເສດຂອງປະ ເທດເຮົາ, ພັກປະຊາຊົນປະຕິວັດລາວ ກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການຄື:

    ຫຼັກການທີ 1: ຢຶດໜັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ ທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນຳ ໜ້າ, ລັກສະນະຕໍ່ສູ້ຂອງຊົນຊັ້ນກຳມະກອນ, ກໍ່ສ້າງ ແລະ ປັບປຸງພັກໃຫ້ປອດໃສ, ໜັກແໜ້ນ ແລະ ເຂັ້ມ ແຂງ.

        ຫຼັກການທີ 2: ຈັດຕັ້ງຕາມຫຼັກການລວມສູນ ປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບ ຜິດຊອບ, ພັກມີລະບຽບວິໄນທີ່ເຂັ້ມງວດ.

      ຫຼັກການທີ 3: ຖືເອົາຄວາມສາມັກຄີເປັນປືກ ແຜນ ຊຶ່ງເປັນຫຼັກການພື້ນຖານ ເພື່ອຮັບປະກັນ ຄວາມເປັນເອກະພາບທາງດ້ານການເມືອງ-ແນວ ຄິດ, ການຈັດຕັ້ງ ແລະ ການກະທຳຂອງພັກ.

     ຫຼັກການທີ 4: ຖືເອົາປະຊາຊົນເປັນກົກ, ຮັບ ໃຊ້ປະຊາຊົນດ້ວຍຄວາມບໍລິສຸດ, ສັດຊື່, ເຄື່ອນໄຫວ ຕາມແນວທາງອົງການມະຫາຊົນຂອງພັກ, ອີງໃສ່ ມະຫາຊົນ ແລະ ຜ່ານຂະບວນການປະຕິວັດຂອງ ມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ.

         ຫຼັກການທີ 5: ຖືເອົາການຕຳນິຕິຊົມຕົນເອງ, ຕິຊົມກັນເປັນກົດເກນໃນການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກ.

ພ້ອມກັນນັ້ນ, ພັກປະຊາຊົນປະຕິວັດລາວ ກໍ່ສ້າງ ແລະ ປັບປຸງຕົນເອງຕາມ 3 ທິດນຳດັ່ງນີ້:

       ທິດນຳທີ 1: ກໍ່ສ້າງພັກໃຫ້ປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການ ຈັດຕັ້ງ ແລະ ແບບແຜນນຳພາຂອງພັກ.

       ທິດນຳທີ 2: ການກໍ່ສ້າງ, ປັບປຸງພັກຕ້ອງຖືເອົາ ຄຸນນະພາບເປັນກົກ, ຮັບເອົາຜູ້ດີເດັ່ນ, ມີມາດຕະ ຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າພັກ, ເດັດດ່ຽວ ເອົາຜູ້ເຊື່ອມທາດຂາດຄຸນອອກຈາກພັກ, ພັກບູລະ ນະ ແລະ ພັກນຳພາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ ທຽບທັນກັບຄວາມຮຽກຮ້ອງຕ້ອງການ ໃນການນຳ ພາຂອງພັກ ໃນແຕ່ລະໄລຍະ.

    ທິດນຳທີ 3: ສົມທົບລະຫວ່າງການເພີ່ມທະວີ ການນຳພາຂອງພັກກັບການເຊີດຊູຄວາມສັກສິດ ໃນການຄຸ້ມ ຄອງລັດ, ເສີມຂະຫຍາຍບົດບາດເປັນ ເຈົ້າການຂອງແນວລາວສ້າງຊາດ, ບັນດາອົງການ ຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ.

      ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ ໃນການກໍ່ສ້າງ ແລະ ປັບປຸງຕົນເອງໃນໄລ ຍະການປະ ຕິບັດພາລະກິດຕໍ່ສູ້ກູ້ຊາດ ຍາດເອົາເອກະລາດອຳນາດອະທິປະໄຕ ກໍຄືໃນໄລຍະຕ່າງກັນ ປະຕິບັດສອງໜ້າ ທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດນັ້ນ, ບົດຮຽນນຳພາໃນ ການກໍ່ສ້າງ ແລະ ປັບປຸງພັກເຮົາຄວນສຸມໃສ່ເສີມ ຂະຫຍາຍບົດຮຽນການກໍ່ສ້າງພັກດັ່ງນີ້:

1). ການກໍ່ສ້າງ ແລະ ປັບປຸງພັກຕາມແຜນ ການກໍ່ສ້າງຢ່າງເປັນລະບົບ.

      ພັກປະຊາຊົນປະຕິວັດລາວທີ່ມີຕົ້ນກຳເນີດ ມາຈາກພັກກອມມູນິດອິນດູຈີນພັກເຮົາໄດ້ກໍ່ສ້າງ ປັບປຸງ ຕົນເອງໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ່ງ. ຜ່ານມາການກໍ່ສ້າງພັກສ່ວນໃຫຍ່ ແມ່ນຕິດ ພັນກັບພຶດຕິກຳຕົວຈິງ ໃນຂະບວນການ ປະຕິວັດ, ເຮັດໃຫ້ພັກກາຍເປັນກຳລັງການເມືອງ, ມີບົດບາດເປັນ ແກນນຳ-ນຳພາໃນທົ່ວສັງຄົມ. ປັດຈຸບັນນີ້ ໜ້າທີ່ການເມືອງຂອງພັກ ມີການປ່ຽນແປງ ໂດຍຫັນຈາກ ການນຳພາຕໍ່ສູ້ປະຕິວັດຍາດເອົາອຳນາດໄປສູ່ການນຳພາ ເພື່ອພັດທະນາເສດຖະກິດ. ສະນັ້ນ, ມັນຮຽກ ຮ້ອງໃຫ້ການຈັດຕັ້ງພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງໄດ້ກໍ່ສ້າງ ແລະ ປັບປຸງຕົນເອງ ຜ່ານລະບົບ ໂຮງຮຽນ, ຜ່ານສະຖາບັນ ການສຶກສາ ທີ່ເຮັດໜ້າທີ່ກໍ່ສ້າງ, ປັບປຸງພັກໂດຍກົງ ການກໍ່ສ້າງພັກຕ້ອງ ຮັບປະກັນ ລັກສະນະວິທະຍາສາດຂອງມັນເຊັ່ນ: ການກໍ່ສ້າງຕ້ອງເປັນລະບົບ, ມີໂຄງການ, ມີຫຼັກສູດ, ມີເນື້ອໃນທີ່ຄົບຖ້ວນ ໝາຍ ວ່າສ້າງພັກຕ້ອງໄປຕາມກົດເກນ, ຫຼັກການຢ່າງ ເຄັ່ງຄັດ, ຍົກລະດັບຄວາມຮູ້ ທາງດ້ານທິດສະດີຢ່າງ ເປັນລະບົບ ໂດຍສະເພາະແມ່ນການຈັດຕັ້ງການ ຮຽນການຍົກລະດັບຕາມ ແຕ່ລະຫຼັກການ, ໂຄງ ການການກໍ່ສ້າງພັກຂະຫຍາຍສະມາຊິກພັກຕ້ອງ ປະຕິບັດຄົບຖ້ວນ, ຂັ້ນຕອນຢ່າງ ເຄັ່ງຄັດ ເພື່ອຮັບ ປະກັນຕາມທິດທີ່ວ່າສ້າງພັກ ໂດຍອີງໃສ່ຄຸນນະພາບເປັນກົກ. ໃນສະພາບປັດຈຸບັນ ການກໍ່ສ້າງ ແລະ ປັບປຸງພັກ ຕ້ອງໄປຕາມແຜນການຢ່າງຄັກແດ່, ມີການກຳນົດແຜນການ, ການກໍ່ສ້າງຢ່າງ ເປັນລະບົບ ແລະ ມີການຈັດຕັ້ງບຳລຸງຍົກລະດັບຢ່າງເປັນປົກກະຕິ ເພື່ອໃຫ້ພະນັກງານ, ສະມາຊິກພັກ ໄດ້ຍົກສູງຄວາມຮູ້, ຄວາມສາມາດ, ຄວາມເປັນແບບຢ່າງໃນການເຄື່ອນໄຫວດຳລົງຊີວິດ ແລະ ປະຕິບັດ ໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບ.

2). ການກໍ່ສ້າງ ແລະ ປັບປຸງພັກ ຜ່ານການຈັດ ຕັ້ງບຳລຸງຍົກລະດັບດ້ານຕ່າງໆຢ່າງຮອບດ້ານ.

        ຄວາມຮຽກຮ້ອງຕ້ອງການໃນການນຳພາຂອງພັກ ໃນກົນໄກເສດຖະກິດຕະຫຼາດ ແມ່ນນັບມື້ນັບ ສູງຂຶ້ນ. ສະນັ້ນ, ການກໍ່ສ້າງ ແລະ ປັບປຸງພັກ ຄວນ ສຸມໃສ່ຈັດຕັ້ງປະຕິບັດຢ່າງຮອບດ້ານໂດຍເລີ່ມ ຈາກຄວາມຮູ້, ຄວາມສາມາດດ້ານວິຊາສະເພາະ ຂອງສະມາຊິກພັກ, ບົດຮຽນໃນການຊີ້ນຳ-ນຳພາ ຄຸ້ມຄອງ ແລະ ຄຸນທາດການເມືອງຂອງສະມາຊິກ ພັກມີຄວາມຮັບຜິດຊອບໂດຍກົງ ໃນການສັບຊ້ອນ ຈັດວາງພະນັກງານ ໄປຮັບຜິດຊອບໃນຕຳແໜ່ງ ງານຕ່າງໆໃນສາຍພັນ ກໍຄືອຳນາດການປົກຄອງ. ຄວາມຮັບຜິດຊອບໃນອຳ ນາດການປົກຄອງລັດ, ຮຽກຮ້ອງໃຫ້ຄະນະພັກຂັ້ນຕ່າງໆ ຕ້ອງໄດ້ຄັດເລືອກ ສັບຊ້ອນພະນັກງານສະມາຊິກ ພັກທີ່ມີຄວາມຮູ້ ດ້ານນັ້ນຢ່າງເລິກເຊິ່ງ, ກຳແໜ້ນວຽກງານນັ້ນ, ມີປະສົບການ, ມີຄວາມຊຳນິຊຳນານ ໃນວຽກງານນັ້ນ ໄປຮັບຜິດຊອບ ຈຶ່ງເກີດປະສິດທິຜົນສູງໃນການປະຕິບັດໜ້າທີ່ວຽກງານ, ດ້ວຍເຫດນັ້ນ ພວກເຮົາຕ້ອງ ສ້າງພະນັກງານຂອງພັກໄປຕາມໜ້າວຽກດັ່ງກ່າວດ້ວຍຫຼາຍຮູບການ ແລະ ວິທີການທີ່ແຕກ ຕ່າງກັນ. ນອກຈາກປະກອບຄວາມຮູ້ດ້ານວິຊາສະເພາະ, ຄວາມສ່ຽງຊານງານດ້ານຕ່າງໆ ແລ້ວຮຽກຮ້ອງໃຫ້ ສະມາຊິກພັກ ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ. ເປັນເຈົ້າການຕ້ານທຸກການກະທຳທີ່ຈະສົ່ງຜົນເສຍຫາຍໃຫ້ແກ່ປະເທດຊາດ ເພື່ອຮັບປະກັນໃຫ້ແກ່ຄຸນທາດ ການເມືອງຂອງສະມາຊິກພັກໄດ້ຮັບການ ຍົກສູງຂຶ້ນນັ້ນ ຄະນະພັກຕ້ອງຈັດຕັ້ງການສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກພັກຢ່າງ ເປັນລະບົບດ້ວຍການເອົາແນວທາງ, ແຜນນະໂຍບາຍ, ນະໂຍບາຍ ວຽກງານພັກ, ລະບຽບກົດໝາຍ ຂອງລັດໃຫ້ສະມາຊິກພັກໄດ້ຮັບຮູ້ເຊື່ອມຊຶມ, ກຳ ແໜ້ນຈັດຕັ້ງປະຕິບັດທິດ ທາງການດຳເນີນຊີວິດ ການເມືອງພາຍໃນພັກ ເພື່ອກວດກາການຈັດຕັ້ງປະຕິບັດບັນຫາວຽກງານທີ່ໄດ້ຮັບ ມອບໝາຍມີຜົນ ສຳເລັດຄືແນວໃດຊອກຫາວິທີການແກ້ໄຂຢ່າງ ສອດຄ່ອງ ເພື່ອໃຫ້ພະນັກງານ, ສະມາຊິກ ພັກໄດ້ ມີການປ່ຽນແປງຕົນເອງ ແລະ ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີປະສິດທິຜົນ.

         ການຊີ້ນຳ-ນຳພາຂອງສະມາຊິກພັກ ທີ່ສັງກັດ ຢູ່ໃນແຕ່ລະຂະແໜງການວຽກງານ ຕ້ອງໄດ້ປັບປຸງ ແລະ ຖອດຖອນບົດຮຽນຢູ່ເລື້ອຍໆໄປ, ການຍົກລະ ດັບຄວາມຮູ້ໃນການຊີ້ນຳ-ນຳພາຮຽກຮ້ອງໃຫ້ສະ ມາຊິກພັກ ໄດ້ຮ່ຳຮຽນໃນພຶດຕິກຳຕົວຈິງ. ພັກເຮົາ ຍາມໃດກໍປະຕິບັດຕາມທິດທີ່ວ່າ: ການຊີ້ນຳ-ນຳ ພາດ້ວຍການວາງແນວທາງ, ເຂົ້າຮ່ວມການຈັດຕັ້ງ ປະຕິບັດແນວທາງ ດ້ວຍຄວາມຮັບຜິດຊອບສູງ ຄວາມຕື່ນຕົວເປັນເຈົ້າການຂອງສະມາຊິກພັກ ແລະ ກວດກາການຈັດຕັ້ງປະຕິວັດແນວທາງດັ່ງກ່າວ. ພັກ ນຳພາຜ່ານຄວາມເປັນແບບຢ່າງຂອງສະມາຊິກ ພັກ ແລະ ນຳພາຢູ່ໃຕ້ລະບຽບກົດໝາຍຂອງລັດ, ຖືກົດໝາຍເປັນບັນທັດຖານ ໃນການເຄື່ອນໄຫວ ຂອງສະມາຊິກພັກແຕ່ລະສະຫາຍ.

3). ການກໍ່ຕັ້ງ ແລະ ປັບປຸງພັກ ຜ່ານຂະບວນ ການຕົວຈິງຂອງວຽກງານ ແລະ ຂະບວນການຂອງ ມະຫາຊົນ.

         ພັກປະຊາຊົນປະຕິວັດລາວ ກຳເນີດເກີດຂຶ້ນ ຈາກພຶດຕິກຳຕ່າງໆ ການເຄື່ອນໄຫວຕໍ່ສູ້ປະຕິວັດ, ຜ່ານຂະ ບວນການຕົວຈິງຂອງມະຫາຊົນ ພັກເຮົາ ຍາມໃດກໍຢຶດໜັ້ນໃນທັດສະນະ ແລະ ຈຸດຢືນຂອງພັກ ວ່າພັກ ເຄື່ອນໄຫວຕາມແນວທາງມະຫາຊົນ, ຖື ມະຫາຊົນເປັນກົກຂອງທຸກໆຂະບວນການຕົວຈິງ ຂອງວຽກງານໃນ ປັດຈຸບັນ, ສະພາບແວດລ້ອມສາ ກົນພາກພື້ນ ແລະ ພາຍໃນປະເທດມີການປ່ຽນແປງ ຢ່າງໄວວາ ມີຄວາມ ສະຫຼັບສັບຊ້ອນ. ສະນັ້ນ, ການສ້າງ ແລະ ປັບປຸງພັກພວກເຮົາ ກໍຕ້ອງເບິ່ງການເຕີບ ໂຕ, ຂະຫຍາຍຕົວຂອງ ສະມາຊິກພັກຜູ້ໜຶ່ງນັ້ນ ໄດ້ຜ່ານການທົດສອບຂະບວນການຕົວຈິງຂອງວຽກ ງານຫຼາຍໜ້ອຍສຳໃດ, ພະນັກງານໄດ້ໃຫ້ຄວາມ ເຊື່ອໜັ້ນຕໍ່ຜູ້ກ່ຽວຄືແນວໃດ ອັນນີ້ແມ່ນພຶດຕິກຳ ຕົວຈິງ ເພື່ອຢັ້ງຢືນຄວາມຮູ້ຄວາມ ສາມາດຂອງສະມາຊິກພັກຜູ້ນັ້ນ. ບົດຮຽນໃນການຊີ້ນຳ-ນຳພາຂອງ ພັກເຮົາໄດ້ສະຫຼຸບວ່າ ສະມາຊິກພັກ ຜູ້ໃດຫາກເຕີບ ໂຕຈາກຂະບວນການຕົວຈິງຂອງພະນັກງານ, ຂະບວນການຕົວຈິງຂອງວຽກງານກໍ່ສ້າງ ຮາກຖານຕິດ ແທດກັບຕົວຈິງ ເຮັດໃຫ້ພະນັກງານ, ສະມາຊິກພັກ ຜູ້ນັ້ນມີຄວາມໜັກແໜ້ນ, ມີຄວາມອຸ່ນ ອ່ຽນໃນການ ປະຕິບັດໜ້າທີ່ວຽກງານ, ມີຄວາມເຊື່ອໜັ້ນຕໍ່ກຳລັງແຮງອັນມະຫາສານຂອງປະຊາຊົນ, ມີຜົນ ສຳເລັດໃນໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບ ສູງ.

4). ລວມສູນປະຊາທິປະໄຕແມ່ນຫຼັກການຈັດ ຕັ້ງຂອງພັກ, ເນື້ອໃນຂອງມັນແມ່ນລວມສູນບົນ ພື້ນຖານ ປະຊາທິປະໄຕ ແລະ ປະຊາທິປະໄຕພາຍ ໃຕ້ການນຳພາລວມສູນຫຼັກການນີ້ແມ່ນເສີມຂະຫຍາຍ ແລະ ຍົກສູງຕັ້ງໜ້າປະຕິບັດ, ລັກສະນະປະ ດິດສ້າງຂອງສະມາຊິກພັກ ແລະ ຂອງການຈັດຕັ້ງພັກ ເພື່ອຮັບປະ ກັນຄວາມເປັນເອກະພາບທາງ ດ້ານຈິດໃຈ, ການກະທຳ ແລະ ປົກປັກຮັກສາລະບຽບວິໄນຂອງພັກ ຄະນະພັກຍາມໃດກໍກຳແໜ້ນ ການນຳພາເປັນໝູ່ຄະນະ ແມ່ນຫຼັກການສູງສຸດ ຂອງພັກ.

5). ການນຳພາເປັນໝູ່ຄະນະ ມັນຮັບປະກັນ ໃຫ້ແກ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງ ພັກຖືກຕ້ອງ ບົນພື້ນຖານເຕົ້າໂຮມເອົາບົດຮຽນ, ຄວາມຄິດເຫັນຂອງສະມາຊິກພັກ ແລະ ມະຫາຊົນ, ຫຼຸດຜ່ອນ ໄດ້ຄວາມ ຜິດພາດໃນຕົວ, ບໍ່ຮອບດ້ານ ແລະ ເສີມຂະຫຍາຍໄດ້ຄວາມຮັບຜິດຊອບລັກສະ ນະຕັ້ງໜ້າ ແລະ ປະດິດສ້າງຂອງສະມາຊິກພັກ, ຄວາມເປັນເອກະພາບພາຍໃນພັກ, ເອົາໃຈໃສ່ບໍ່ ໃຫ້ການນຳພາເປັນ ໝູ່ຄະນະຕົກເຂົ້າໃນສະ ພາບ ເປັນພຽງແຕ່ຮູບການ.

6). ການນຳພາເປັນໝູ່ຄະນະ ຕ້ອງໄປຄຽງຄູ່ ກັບການແບ່ງຄວາມຮັບຜິດຊອບໃຫ້ສະມາຊິກພັກຢ່າງ ຈະແຈ້ງ ການນຳພາເປັນໝູ່ຄະນະ ຈະຕົກເຂົ້າ ໃນສະພາບປືກສາກັນລ້າໆ, ເວົ້າແຕ່ບໍ່ເຮັດ, ກົງກັນ ຂ້າມມີແຕ່ແບ່ງ ຄວາມຮັບຜິດຊອບແຕ່ບໍ່ອີງໃສ່ ການນຳພາເປັນໝູ່ຄະນະ ຈະພາໄປເຖິງການນຳພາກະແຈກກະຈາຍຜະ ເດັດການ, ໃຊ້ແຕ່ສິດອຳນາດດ້ານດຽວ. ຍ້ອນແນວນັ້ນ, ຈຶ່ງໄດ້ຍົກສູງຄວາມ ຮັບຜິດຊອບຂອງສ່ວນບຸກຄົນ, ພາກສ່ວນຮັບຜິດຊອບສະເພາະ ຕ້ອງສົມທົບຢ່າງຖືກຕ້ອງການນຳພາເປັນໝູ່ຄະນະກັບການແບ່ງຄວາມຮັບ ຜິດຊອບ, ປະຕິບັດຫຼັກການທີ່ວ່າ ບຸກຄົນຕ້ອງປະຕິບັດຕາມ ການຈັດຕັ້ງສ່ວນໜ້ອຍຂຶ້ນກັບສ່ວນຫຼາຍ ການຈັດ ຕັ້ງຂັ້ນລຸ່ມ ຕ້ອງປະຕິບັດຕາມມະຕິຂອງການຈັດຕັ້ງຂັ້ນເທິງຢ່າງເຂັ້ມງວດ.

          ສັງລວມແລ້ວ, ພັກເຮົາແມ່ນພັກການເມືອງ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ລາວ, ຖືລັດທິມາກ-ເລນິນ ເປັນພື້ນຖານແຫ່ງແນວ ຄິດ ແລະ ເປັນເຂັມຊີ້ທິດແຫ່ງການກະທຳ. ສະນັ້ນ, ທຸກແນວທາງແຜນະໂຍບາຍຂອງພັກ ແມ່ນການ ໝູນໃຊ້ບັນດາຫຼັກມູຂອງລັດທິມາກ-ເລນິນເຂົ້າໃສ່ ສະພາບຕົວຈິງຂອງປະເທດຊາດຢ່າງປະດິດສ້າງ, ເອົາເອກະລາດຕິດພັນກັບສັງຄົມນິຍົມ, ປະສານສົມທົບ ຢ່າງກົມກຽວລະຫວ່າງ ລັດທິຮັກຊາດທີ່ໃສ ແຈ້ງກັບລັດທິສາກົນກຳມະຊີບອັນຜ່ອງໃສ, ດຳ ເນີນການຄົ້ນ ຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ ແລະ ຂອງຊາດ; ນຳເອົາສິ່ງຍອດຍິ່ງທາງດ້ານສະຕິປັນ ຍາທີ່ກ້າວໜ້າຂອງມວນມະນຸດ ເພື່ອກຳນົດແນວ ທາງຂອງພັກ, ເຊີດຊູຈິດໃຈເອກະລາດເປັນເຈົ້າ ຕົນເອງ ແລະ ປະດິດສ້າງໃນການວາງແນວທາງ ແລະ ຊີ້ນຳ-ນຳພາປະ ຕິບັດແນວທາງ, ທັງມີຄວາມ ສະດຸ້ງໄວໃນການບູລະນະແນວທາງ ເພື່ອໃຫ້ແທດເໝາະກັບການຜັນແປ ຂອງສະພາບການພາຍໃນ ແລະ ສາກົນ, ຕ້ານ ແລະ ສະກັດກັ້ນລະບອບຫຼາຍ ພັກຫຼາຍເຄົ້າ, ຕ້ານລັດທິເອກະຊົນ ແລະ ລັດທິສວຍ ໂອກາດໃນທຸກຮູບແບບພາຍໃນພັກ ເຮັດທຸກສິ່ງ ທຸກຢ່າງ ເພື່ອຮັບໃຊ້ຜົນປະໂຫຍດຂອງປະຊາຊົນ. ມີແຕ່ເຮັດຄືແນວນັ້ນ ການກໍ່ສ້າງ ແລະ ປັບປຸງພັກ ຈຶ່ງຈະໄດ້ຮັບການເສີມຂະຫຍາຍບົດບາດນຳພາຮອບດ້ານ, ເປັນແກນນຳທີ່ສະຫຼາດສ່ອງໃສໃນການ ນຳພາລະບົບການເມືອງ, ຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງການພັດທະນາເສດຖະ ກິດ-ສັງຄົມ ຢູ່ໃນເງື່ອນໄຂໃໝ່, ໃນເງື່ອນໄຂປະຊາ ຊົນເປັນເຈົ້າປະເທດຊາດ ແລະ ເປັນເຈົ້າສັງຄົມໃນປັດຈຸບັນ...

  ໂດຍ: ເດດສົງຄາມ ທຳມະວົງ