ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບາງທັດສະນະໃນການຍົກສູງບົດບາດເສນາທິການ ຂອງຫ້ອງວ່າການປົກຄອງແຂວງຄຳມ່ວນ
ຈຳນວນຜູ້ອ່ານ: 53
ອະນຸມັດວັນທີ: 09/08/2018

      ບົນ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່​ໃນ​ການ​ພັດທະນາ​ປ​ະ​ເທດ​ຊາດ ແນໃສ່ຍົກລະດັບການເຕີບໃຫຍ່ ເຂັ້ມແຂງທາງດ້ານເສດຖະກິດ, ວັດທະນະທຳສັງຄົມກໍຄືລະດັບຊີວິດ​ການ​ເປັນ​ຢູ່​ດ້ານ​ວັດ​ຖຸ ​ແລະຈິດ​ໃຈ​ ພວກເຮົາພວມເປີດກວ້າງການພົວພັນ​ກັບສາກົນຢ່າງກວ້າງ​ຂວາງ​ ໂດຍສະເພາະ​ເຂົ້າ​ຮ່ວມ​ຂະ​ບວນວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ເປັນ​ເຈົ້າ​ການ. ບົນ​ຈິດ​ໃຈ​ດັ່ງກ່າວ, ມັນ​ຮຽກຮ້ອງ​ມາ​ຍັງບັນດາ​ອົງການ, ຂະ​ແໜງການ ທີ່​ເຮັດ​ພາລະ​ບົດບາດ​ປະຕິບັດ​ໜ້າ​ທີ່​ເສນາ​ທິການ ​ໂດຍສ​ະ​ເພາະ​ແມ່ນຫ້ອງ​ວ່າການ​ ໃນ​ຖານະ​ເປັນ​ອົງການ​ເສນາ​ທິການ ກໍໄດ້​ຊ່ວຍ​​ໃນ​ການ​ອຳນວຍ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ຄະນະ​ພັກ, ອົງການ​ປົກຄອງ ແລະ ອົງການຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ຕ່າງໆ ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ສຸດຮັບ​ປະກັນ​ໃຫ້​ແກ່​ການ​ປະຕິ​ບັດ​ໜ້າ​ທີ່​ການ​ເມືອງ​ ຕິດ​ພັນ​ກັບ​ປະສິດທິພາບ ​ໃນ​ການ​ຊີ້​ນຳ-ນຳພາຂອງ​ພັກ​. ​ໃນ​ນັ້ນ, ສ່ວນສຳຄັນ ແລະ  ທີ່ຄໍ້າປະກັນໃຫ້ພັກເຮົາເຮັດສຳເລັດບົດບາດນຳພາຂອງຕົນ ແມ່ນຍ້ອນພັກມີອົງການເສນາທິການຊ່ວຍວຽກທີ່ໜັກແໜ້ນເຂັ້ມແຂງ, ໂດຍສະ ເພາະກໍແມ່ນບົດບາດ​ເສນາ​ທິການ​ຂອງ​ຫ້ອງ​ວ່າການ​ໄດ້ມີ​ສ່ວນຮ່ວມ​ສຳຄັນ ​ແລະ ຕັດສິນ​ການ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ ດັ່ງ​ໃນ​ບົດ​ສະຫຼຸບ​ສະພາບ​ການ​ເຄື່ອນ​ໄຫວວຽກ​ງານ​ຫ້ອງ​ວ່າການ​ທົ່ວ​ປະ​ເທດ ຄັ້ງ​ທີ III ​ເວົ້າ​ວ່າ: “ປະສິດທິພາບ​ໃນ​ການ​ເຄື່ອນ​ໄຫວ ຂອງ​ຫ້ອງ​ວ່າການ ຕິດ​ພັນກັບ​ປະສິດທິພາບ ຂອງ​ການ​ນຳພາຊີ້​ນຳ ຂອງ​ຄະນະ​ພັກ, ອົງການ​ປົກຄອງ ​ແລະ ການຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ຕ່າງໆ​”. ອັນ​ນີ້ ມັນ​ຊີ້​ບອກ​ວ່າ ການ​ເຄື່ອນ​ໄຫວ​ວຽກງານ ຂອງ​ຫ້ອງ​ວ່າການ ບໍ່​ສາມາດ​ຕັດ​​ແຍກ​ອອກ​ຈາກ​ການ​ເຄື່ອນ​ໄຫວ​ຂອງ​ຜູ້ນຳ​ພັກ-ລັດ ​ແຕ່ລະ​ຂັ້ນ​​ໄດ້.

      ຫ້ອງວ່າ​ການ​ປົກ​ຄອງ​ແຂວງ​ຄຳ​ມ່ວນ ເປັນ​ອົງ​ປະ​ກອບ​ໜຶ່ງ​ທີ່​ສຳ​ຄັນໃນ​ໂຄງ​ປະ​ກອບ​ກົງ​ຈັກ ຂອງ​ອົງ​ການ​ປົກ​ຄອງ​ແຂວງ ເປັນ​ຜູ້​ຊ່ວຍ​ວຽກ​ໃຫ້​ແກ່​ຕົ​ວ​ແທນ​ ຂອງ​ລັດ​ຖະ​ບານ​ ໃນ​ການ​ຄຸ້ມ​ຄອງ-ບໍ​ລິ​ຫານ​ລັດ​ຢ່າງ​ຮອບ​ດ້ານ​ ຢູ່​ຂັ້ນ​ທ້ອງ​ຖິ່ນ, ເປັນ​ບ່ອນ​ພົວ​ພັນ​ປະ​ສານ​ວຽກ​ງານ​ລະ​ຫວ່າງ​ຄະ​ນະ​ພັກ​ແຂວງ, ເລ​ຂາ​ພັກ​ແຂວງ, ​ເຈົ້າແຂວງ, ຮອງ​ເຈົ້າ​ແຂວງກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ​ ຂອງ​ພັກ-ລັດ, ປະ​ຊາ​ຊົນ​ພາຍ​ໃນ​ແຂວງ, ລວມ​ທັງ​ພາຍ​ໃນ ແລະ ຕ່າງ​​ປະ​ເທດ; ປະ​ຕິ​ບັດ​ບົດ​ບາດ ເປັນ​ເສ​ນາ​ທິ​ການ​ຊ່ວຍ​ວຽກ​ໃຫ້​ແກ່​ສະ​ຫາຍ​ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງ ແລະ ຮອງ​ເຈົ້າ​ແຂວງ ໃນ​ການ​ອຳ​ນວຍ, ຄວບ​ຄຸມ, ຊຸກ​ຍູ້ ຕິດ​ຕາມ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ, ອົງ​ກາ​ນ​ປົກ​ຄອງ​ແຂວງ, ເປັນ​ເຈົ້າ​ການ​ຊ່ວຍ​ວຽກ​ ໃນ​ການ​ຄົ້ນ​ຄວ້າ​ກຳ​ນົດ​ກົນ​ໄກ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລະ​ບຽບ​ກົດ​ໝາຍ​ຂອງ​ລັດ, ຄົ້ນ​ຄວ້າ​ຮ່າງ​ລະ​ບອບ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ, ຄະ​ນະ​ປະ​ຈຳ​ພັກ​ແຂ​ວງ, ຄົ້​ນ​ຄວ້າ​ທາງ​ດ້ານ​ເນື້ອ​ໃນ​ກະ​ກຽມ​ແກ່ກອງ​ປະ​ຊຸມ​ບັ້ນ​ຕ່າງໆ ລວມ​ທັງ​ຄົ້ນ​ຄວ້າ ແລະ ຮ່າງ​ບັນ​ດາ​ນິ​ຕິ​ກຳ​ທີ່​ກ່ຽວ​ຂ້ອງ ເພື່ອ​ນຳ​ສະ  ​ເໜີ​ຂັ້ນ​ເທິງ​ພິ​ຈາ​ລະ​ນາ ຕະຫຼອດ​​ຮອດ​ຕິດ​ຕາມ, ຊຸກ​ຍູ້ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ຄຳ​ສັ່ງ​ ຂອງ​ບັນ​ດາ​ຂະ​ແໜງ​ການ​ກ່ຽວຂ້ອງ​ຂັ້ນ​ແຂວງ ແລະ ເມືອງ ເພື່ອ​ສັງ​ລວມ​ລາຍ​ງານ​ໃຫ້​ຄະ​ນະ​ພັກ-ຄະ​ນະ​ນຳ​ ຂອງ​ແຂວງ​ ຮັບ​ຊາບ​ເປັນ​ປະ​ຈຳ. ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ພົວ​ພັນ​ປະ​ສານ​ງານ​ຢ່າງ​ສະ​ໜິດ​ແໜ້ນ ກັບ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ທີ່​ເປັນ​ເສ​ນາ​ທິ​ການ ນັບ​ທັງ​ສູນ​ກາງ, ບັນ​ດາ​ແຂວງ, ພະ​ແນກ​ການ, ກົມ​ກອງ​ອ້ອມ​ຂ້າງ​ແຂວງ, ບັນ​ດາ​ເມືອງ ໃນ​ການ​ສ້າງ​ແຜນ​ເຄື່ອນ​ໄຫວ ໃຫ້​ແກ່​ຄ​ະ​ນະ​ນຳ​ຂອງ​ແຂວງ ໃຫ້​ມີ​ຄວາມ​ສອດ​ຄ່ອງ​ກົມ​ກຽວ​ກັນ​ໃນ​ທຸກ​ທ່າ​ບຸກ​ທະ​ລຸ ແລະ ເປັນ​ເຈົ້າ​ການ​ປະ​ສານ​ກັບ​ທຸກ​ພາກ​ສ່ວນ ພ້ອມ​ກັນ​ຄົ້ນ​ຄວ້າແກ້​ໄຂ​ບັນ​ຫາ​ທີ່​ພົ້ນ​ເດັ່ນ ແລະ ພົບ​ຂໍ້​ຫຍຸ້ງ​ຍາກ, ສົມ​ທົບ​ແໜ້ນ​ກັບ​ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ໃນ​ການ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ຄຸ້ມ​ຄອງ-ບໍ​ລິ​ຫານ​ຮັບ​ໃຊ້, ທັງ​ຮັບ​ປະ​ກັນ​ເງື່ອນ​ໄຂ​ຄວາມ​ພ້ອມ​ຢ່າງ​ຮອບ​ດ້ານ. ເພື່ອ​ເອື້​ອ​ອຳ​ນວຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຊີ້​ນຳ-ນຳ​ພາ​ ຂອ​ງ​ຄະ​ນະ​ພັກ-ຄະ​ນະ​ນຳ​ ຂອງ​ແຂວງ ຮັບ​ປະ​ກັນ​ໄດ້​ ໃຫ້​ມີ​ປະ​ສິດ​ທິ​ຜົນ​ສູງ.

       ຜ່ານ​ໄລຍະ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ພາລະ​ບົດບາດ​ໜ້າ​ທີ່​ຮັບ​ໃຊ້​ການ​ນຳ​ພັກ-ລັດ ຫ້ອງ​ວ່າການ​ໄດ້​ຮັບ​ການ​ທົດ​ສອບ​, ຊຸບ​ຫຼໍ່ ​ແລະ ​ເຕີບ​ໃຫຍ່​ຂຶ້ນ​ເປັນ​ກ້າວໆ ຫ້ອງ​ວ່າການ​ປົກ​ຄອງ​ແຂວງ​ຄຳ​ມ່ວນ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ ​ໃຫ້ສົມ​ຄູ່​ກັບ​ໜ້າ​ທ່ີ​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ ເພື່ອ​ຍົກ​ສູງ​ບົດບາດ ​ແລະ ໜ້າ​ທີ່ ທີ່​ມີ​ກຽດ​ອັນ​ສູງ​ສົ່ງ​ນັ້ນກໍ​ຄື​ສາມາດ​ບັນລຸ​ໄດ້​ຕາມ​ຄຳ​ຂວັນ​ທີ່ວ່າ “ສ້າງ​ຫ້ອງ​ວ່າການ​ປົກຄອງ​ແຂວງ​ໃຫ້​ກາຍ​ເປັນ​ເສນາ​ທິການ​ທີ່​ດີ ​ເປັນ​ຜູ້​ຄົ້ນຄວ້າ-ສັງ​ລວມທີ່​ດີ, ​ເປັນ​ຜູ້​ປະສານ​ງານ​ທີ່​ດີ ​ແລະ ​ເປັນຜູ້​ຮັບ​ໃຊ້​ທີ່​ດີ”. ​ຫ້ອງວ່າການປົກຄອງແຂວງຄຳມ່ວນ ມີ​ສະມາຊິກ​ພັກ​ທັງໝົດ 64 ສະຫາຍ ຍິງ 20 ສະຫາຍ, ສະມາຊິກ​ພັກ​ສຳຮອງ 3 ສະຫາຍ ຍິງ 2 ສະຫາຍ; ປະກອບ​ດ້ວຍ 5 ຂະ​ແໜງ​, ມີ​ພະນັກງານ​ລັດຖະກອນ​ທັງ​ໝົດ 79 ຄົນ, ຍິງ 28 ຄົນ; ລະດັບ​ວິຊາ​ສະ​ເພາະ​ມີ: ປະລິນຍາ​​ໂທ 11 ຄົນ, ປະລິນຍາ​ຕີ 35​ ຄົນ ຍິງ 18 ຄົນ, ຊັ້ນ​ສູງ 16 ຄົນ ຍິງ 9 ຄົນ, ຊັ້ນ​ກາງ 7 ຄົນ, ບໍ​ມີ​ຊັ້ນ​ວິຊາ​ສ​ະ​ເພາະ 9 ຄົນ ຍິງ 2 ຄົນ.

         ຄຽງ​ຄູ່​ກັບ​ບັນດາ​ຜົນ​ສຳ​ເລັດໃນຫຼາຍດ້ານ ໃນການເຮັດໜ້າທີ່ເປັນເສນາທິການຊ່ວຍວຽກໃຫ້ແກ່ອົງການປົກຄອງ ແຂວງ​ຍັງເຫັນວ່າ​ມີ​ບາງ​ບັນຫາ​ທີ່​ຕັ້ງ​ຂຶ້ນ​ທີ່​ຄວນ​ໄດ້​ຮັບ​ການ​ເພີ້ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່​ສືບ​ຕໍ່​ແກ້​ໄຂ​ ​ແລະ ປັບປຸງ​ຍົກ​ລະດັບ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ​ເປັນ​ຕົ້ນ:

        ໜຶ່ງ: ການ​ປະຕິບັດ​ພາລະ​ບົດບາດ​ເສນາ​ທິການ, ບໍລິການ​ຮັບ​ໃຊ້​ໃຫ້​ແກ່​ຄະນະ​ພັກ​ແຂວງ ​ແລະ ອົງການ​ປົກຄອງ​ແຂວງ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ການ​ຊ່ວຍ​ວຽກ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ, ຮອງ​ເຈົ້າ​ແຂວງ ມີ​ບາງ​ດ້ານ​ມີ​ລັກສະນະ​ຊັກ​ຊ້າ, ການ​ນຳ​ໃຊ້​ຫົວຄິດ​ປະດິດ​ສ້າງ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກ ຍັງ​ບໍ່​ທັນ​ກົມກຽວ​ກັນ ​ແລະ ຖ້າ​ທຽບ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ໃນ​ໄລຍະ​ໃໝ່​ຍັງ​ບໍ່ທັນ​ໄດ້​ດີ​​ເທົ່າ​ທີ່​ຄວນ.

       ສອງ: ການ​ພົວພັນ​ປະສານ​ງານ​ກັບ​ພາກ​ສ່ວນ​ພະ​ແນ​ກການ, ກົມ​ກອງ ​ແລະ ບັນດາ​​ເມືອງຂອງ​ແຂວງ, ບັນດາ​ແຂວງ, ກໍ​ຄື​ການຈັດ​ຕັ້ງ​ສູນ​ກາງ ມີ​ບາງ​ກໍລະນີຍັງ​ບໍ່​ທັນ​ກົມກຽວ​ກັນ, ຍັງ​ບໍ່​ທັນ​ສາມາດ​ບຸກທະ​ລຸ​ໄດ້​ດີ​ເທົ່າ​ທີ່​ຄວນ ທາງ​ດ້ານ​ລະບອບ​ລະບຽບການບໍລິຫານ-ຄຸ້ມ​ຄອງ​ລັດ, ຍັງ​ເກີດ​ມີ​ການ​ປະຕິບັດ​ວຽກ​ງານ​ຊ້ຳ​ຊ້ອນ​ກັນ​ໃນ​ບາງ​ຄັ້ງ.

      ສາມ: ​ໃນ​ການ​ບໍລິການ​ຮັບ​ໃຊ້​ໃຫ້​ແກ່​ການ​ນຳ​ຂອງ​ແຂວງ ຍັງ​ບໍ່​ສາມາດ​ຮັບປະກັນ​ໄດ້​ທາງ​ດ້ານ​ມາດຖານ, ລະບຽບ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ຍັງ​ບໍ່​ຈະ​ແຈ້ງ, ຍັງ​ບໍ່​ທັນ​ສາມາດ​ຍົກ​ສູງ​ໄດ້​ຈິດ​ໃຈ​ປະຢັດ​ມັດທະຍັດ​ກໍ​ເກີດ​ມີ​ຫາງ​ສຽງ​ວິພາກ​ວິຈານ​ຈາກ​ສັງຄົມ.

        ສີ່: ການ​ຊີ້​ນຳ-ນຳພາ ຂອງ​ຄະນະ​ພັກ​ຮາກ​ຖານ​ຍັງ​ບໍ່​ທັນ​ແທດ​ເຖິງ​ເລິກ​ເຊິ່ງ ​ແລະ ກົມກຽວ​ກັບ​ວຽກ​ງານ​ບໍລິຫານ​ເບື້ອງ​ລັດ​​ເທົ່າ​ທີ່​ຄວນ, ການ​ສຶກສາ​ອົບຮົມ​ການ​ເມືອງ-ນຳພາ​ແນວ​ຄິດ​ຍັງ​ຊັກ​ຊ້າ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຍັງ​ບໍ່​ທັນ​ໄດ້​ເຄື່ອນ​ໄຫວ​ຕາມ​ພາລະ​ຢ່າງ​ເຕັມ​ສ່ວນ.

        ຫ້າ: ກົງຈັກ​ການຈັດ​ຕັ້ງ​ຢູ່​ຫ້ອງ​ວ່າການ​ປົກຄອງ​ແຂວງ ມີ​ການ​ປັບປຸງ​ສັບຊ້ອນ​ໄປ​ຕາມ​ແຕ່ລະ​ໄລຍະ, ​ເຮັດ​ໃຫ້ການ​ຊີ້​ນຳ-ນຳພາ ບໍ່​ຕໍ່​ເນ່ືອງ​ນັບ​ທັງ​ບຸກຄະລາ​ກອນ​ຢູ່​​ໃນ​ກົງຈັກ ກໍ​ມີ​ການ​ປັບປຸງ​ຍົກຍ້າຍ​ສັບ​ຊ້ອນ​ປ່ຽນ​ແປງ​ເລື້ອຍໆ.

        - ການ​ບັນຈຸ​ສັບ​ຊ້ອນ​ພະນັກງານ​ຍັງ​ບໍ່​ທັນ​ແທດ​ເໝາະ​ບໍ່​ຖືກ​ກັບ​ວິຊາ​ສະ​ເພາະ​ເທົ່າທີ່​ຄວນ, ພະ​ນັກ​ງານ​ຈຳນວນ​ໜຶ່ງ​ຄຸນ​ທາດ​ກາ​ນ​ເມືອງ​ຍັງ​ບໍ່​ທັນ​ໜັກ​ແໜ້ນ ຍັງ​ຖື​ເບົາ ຂາດ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ​ເປັນ​ຕົ້ນ​ແມ່ນ​ຄວາມ​ສາມາດ​ໃນ​ການ​ຄົ້ນຄວ້າ, ໝູນ​ໃຊ້​ລັດທິ​ມາກ-​ເລນິນ ​ເຂົ້າ​ສູ່​ພຶດຕິ​ກຳ​ຕົວ​ຈິງ ​ແລະ ກາ​ນຫັນ​ເອົາ​​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ມາ​ເປັນ​ແຜນການ, ​ໂຄງການ ​ແລະ ​ແຜນ​ງານ​ອັນ​ລະອຽດ​ບໍ່ທັນ​ໄດ້​ດີ, ບໍ່​ທັນ​ແທດ​ເໝາະ​ກັບກາລະ​ໂອ  ກ​າດ, ​ສະພາບ​ຈຸ​ດພິ​ເສດ ​ແລະ ໜ້າ​ທີ່​ຄວາມ​ຮັບຜິດຊອບ, ລະດັບ​ຄວາມ​ຮູ້​ທາງ​ດ້ານ​ທິດ​ສະ​ດີກາ​ນ​ເມືອງ​ຂອງ​ພະນັກງານ​ ຍັງ​ມີ​ຂີດ​ຈຳກັດ, ມີ​ແຕ່​ກວມ​ສ່ວນ​ໜ້ອຍ ບວກ​ກັບ​ລະດັບ​ຄວາມ​ຕື່ນ​ຕົວ ຫຼື ສະດຸ​ງ​ໄວ ​ໃນ​ການ​ຄົ້ນຄວ້າ​ເຊື່​ອມຊຶມ​ຍັງ​ຕໍ່າ, ນອກ​ນັ້ນ​ຍັງ​ມີ​ພະນັກງານ​ຈຳນວນໜຶ່ງ ​ແມ່ນ​ລໍຖ້າ​ປະຕິ​ບັດ​ຕາມ​ຄຳ​ສັ່ງ​, ຂາດ​ຄວາມ​ບຸກບືນ ບໍ່​ປະດິດ​ສ້າງ.

       ເພື່ອ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ໜ້າ​ທີ່​ວຽກ​ງານ​ໃນ​ໄລຍະ​ໃໝ່ ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ເສນາ​ທິການ ສັງ​ລວມ, ປະສານ​ງານ ​ແລະ ບໍລິການ​ຮັບ​ໃຊ້​​ໃຫ້​ແກ່​ອົງຄະ​ນະ​ພັກ​ແຂວງ, ອຳນາດ​ການ​ປົກຄອງ​ແຂ​ວງ, ການ​ຍົກ​ສູງ​ບົດບາດ​ກາ​ນນຳພາ​ຂອງ​ພັກ​ຢູ່​ຫ້ອງ​ວ່າການ​ປົກຄ​ອງ​ແຂວງ​ຄຳ​ມ່ວນ ​ ​ໃນ​ເງື່ອ​ນ​ໄຂ​​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ​ສາກົນ, ກໍ​ຄື​ການບຸກທະລຸ​ໄດ້​ຕາມ​ທິດ​ທາງ, ຄາດໝາຍ​ສູ້​ຊົນ​ຮອດ​ປີ 2030, 2025 ​ແລະ ທິດ​ທາງ​ໜ້າ​ທີ່​ຈຸດ​ສຸມ​ຮອດ​ປີ 2020 ຂອ​ງ​ແຂວງ​ຄຳ​ມ່ວນ ​ແລະ ບັນຫາ​ອື່ນໆ ​ໃຫ້​ສຳ​ເລັດ​ຜົນ ສິ່ງ​ເຫຼົ່າ​ນີ້​ແມ່ນ​ບັນຫາ​ພື້ນຖານ​ທີ່​ຄະນະ​ພັກ-ຄະນະ​ນຳ​ຂອງ​ແຂວງ ກໍ​ຄື​ຄະນະ​ພັກ-ຄະນະ​ນຳ​ຂອງ​ຫ້ອງ​ວ່າການ​ປົກຄອງ​ແຂວງ ຕະຫຼອດ​ຮອດ​ ສະມາຊິກ​ພັກ, ພະນັກງານທັງ​ໝົດຄວນ​ໄດ້​ເພີ້ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່​ບາ​ງບັນຫາ​ດັ່ງ​ນີ້:

         ໜຶ່ງ: ກ່ອນ​ອື່ນ​ໝົດ​ຄວນ​ໄດ້​ເອົາ​ໃຈ​ໃສ່​ຊ່ວຍ​ສະຫາຍ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ, ຮອງ​ເຈົ້າ​ແຂວງ ຄົ້ນ​ຄວ້າ ​ແລະ ຜັນ​ຂະຫຍາຍ​ແນວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ IX ຂອງ​ອົງຄະ​ນະ​ພັກ​ແຂວງ, ຍົກ​ສູງ​ພາລະ​ບົດບາດ ​ແລະ​ ຄຸນ​ນະພາ​ບວຽກງານ​ບັນນາທິການ, ການ​ຄົ້ນ​ຄວ້າ​ກັ່ນ​ຕອງ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ຮ່າງ​ນິຕິ​ກຳ​ຕ່າງໆ ລວມທັງ​ບັນດາ​ຮ່າງ​ສັນຍາ ​ແລະ​ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຂອງ​ພາກ​ສ່ວນ​ຕ່າງໆ ຂອງ​ແຂວງ ​ເພື່ອ​ນຳ​ສະ​ເໜີ​ຄະນະ​ພັກ-ຄະນະ​ນຳ​ຂອງ​ແຂວງ ພິຈາລະນາ ຮັບຮອງ ຫຼື ປະກາດ​ນຳ​ໃຊ້, ​ເພີ້ມ​ທະວີ​ວຽກ​ງານ​ປະສານ​ສົມທົບ ກັບ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ນັບ​ທັງ​ສູນ​ກາງ, ບັນດາ​ແຂວງ ​ແລະ ພາຍ​ໃນ​ແຂວງ, ຮັບ​ຟັງ​ຂໍ້​ສະ​ເໜີ ​ແລະ​ຄວາມ​ຄິດ​ເຫັນ​ຕ່າງໆ ຕໍ່​ກັບ​ຜົນ​ກະທົບ​ດ້ານ​ຕັ້ງໜ້າ ​ແລະ ຫຍໍ້​ທໍ້ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຂອງ​ແຂວງ ກໍ​ຄື​ຂອງ​ລັດຖະບານ ຢ່າງ​ພາວະ​ວິ​ໄສ.

         ສອງ: ກຳນົດ​ແຜນການ​ເຄື່ອນ​ໄຫວ​ໃຫ້​ແກ່​ຄະນະ​ພັກ-ຄະນະ​ນຳ​ຂອງ​ແຂວງ ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ຕົວ​ຈິງ ​ແຕ່ລະ​ໄລຍະ ​ໃນ​ການ​ເຄື່ອ​ນ​ໄຫວ​ຊີ້​ນຳ​-ນຳພາການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ​ຢູ່​ບັນດາ​ພະ​ແນ​ກການ, ກົມ​ກອງ ​ແລະ​​ເມືອງ ຕະຫຼອດ​ຮອດ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຕ່າງ​ປະ​ເທດ ​ໃຫ້ລະອຽດ​ຊັດ​ເຈນ.

     ສາມ: ​ເປັນ​ເຈົ້າ​ການ​ໃນ​ການ​ຊ່ວຍ​ການ​ນຳ​ແຂວງ ຂຶ້ນ​ແຜນ​ກະກຽມ​ຮອບດ້ານ ​ແລະ​ ອຳນວຍ​ຄວບ​ຄຸມ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ກອງ​ປະຊຸມ​ຄະ​ນະປະຈຳ​ພັກ​ແຂວງ, ກອງ​ປະຊຸມ​ອົງການ​ປົກຄອງ​ແຂວງ, ກອງ​ປະຊຸມ​ກັບ​ພາກ​ສ່ວນ​ຕ່າງໆ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ໃຫ້​ມີ​ປະສິດທິພາບ, ມີ​ປະສິດທິ​ຜົນ​ສູງ ​ແລະ​ ທັນ​ເວລາ.

     ສີ່: ​ເອົາ​​ໃຈ​ໃສ່​ຕິດຕາມ​ຊຸກຍູ້ ​ແລະ​ ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ ​ແລະ ​ແຜນການ​ແຕ່​ລະ​ສົກ​ປີ ​ໃຫ້​ສາມາດ​ບັນລຸ​ໄດ້​ຕາ​ມລະດັບ​ຄາດໝາຍ ​ໂດຍ​ມີ​ກຳນົດ​ໝາຍ ​ແລະ​ ກຳນົດ​ເວລາ, ບັນດາ​ໂຄງການ​ຂອງ​ລັດຖະບານ, ​ໂຄງການ​ຍຸດ​ທະ​ສາດ​ຂອງ​ແຂວງ, ຕິດຕາມສະພາບ​ເສດຖະກິດ​ໂດຍ​ລວມຂອງ​ແຂວງ, ສະພາບ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ ສະພາບ​ການ​ພົ້ນ​ເດ່ັນ​ທາງ​ດ້ານ​​ເສດຖະກິດ-ສັງຄົມ ​ແລະ​ ການ​ເມືອງ​ພາຍ​ໃນ ​ແລະ​ ຕ່າງປະ​ເທດທີ່​ສົ່ງ​ຜົນ​ກະທົບ​ຕໍ່​ແຂວງ​ເຮົາ; ພ້ອມ​ທັງ​ສຶກສາ​ຄົ້ນ​ຄວ້າ​ບັນຫາ ​ແລະ​ ໃຫ້​ຄຳ​ເຫັນ​ດ້ານ​ວິຊາ​ການຊ່ວຍ​ການ​ນຳ​​ແຂວງ​ໃນ​ການວາງ​ແນວທາ​ງຮັບ​ມື ​ແລະ​​ ແກ້​ໄຂ​​ໄດ້​ຢ່າງ​ເໝາະ​ສົມ.

       ຫ້າ: ​ເອົາ​ໃຈ​​ໃສ່​​ໃນ​ການ​ສັງ​ລວມ-ຄົ້ນ​ຄວ້າ ​ແລະ ​ກັ່ນ​ຕອງ​ບັນດາ​ຂໍ້​ມູນ​ຂ່າວສານ, ບັນຫາ​ພົ້ນ​ເດັ່ນ​ຢ່າງ​ຄົບ​ຖ້ວນ ​ແລະ​ ເລິກ​ເຊິ່ງ ​ເພື່ອ​ສ່ອງ​ແສງ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ຄະນະ​ປະຈຳ​ພັກ​ແຂວງ​ຢ່າງ​ທັນ​ການ ສະໜອງ​ຂໍ້​ມູນ​ໃນ​ການ​ຊີ້​ນຳ ​ແລະ​ພິຈາລະນາ​ຈົກ​ລົງ​​ໃຫ້​ຊັດ​ເຈນ; ພ້ອມ​​ນັ້ນ​ກໍຕ້ອງ​ຍົກ​ສູງ​ວຽກ​ງານ​ປະຊາສຳພັນ​ຜ່ານ​ສື່ສານ​ມວນ​ຊົນ ​ແລະ​ ລະບົບ​ອີ​ເລັກ​ໂທ​ນິກທີ່​ທັນ​ສະ​ໄໝ​ໃນ​ຕໍ່ໜ້າ.

      ຫົກ: ວາງ​ແຜນ​ກຳນົດ​ສ້າງ​ພະນັກງານ​​ໃຫ້​ພຽງພໍ, ​​ແທດ​ເໝາະ​ກັບ​ວິຊາ​ສະ​ເພາະ ​ແລະ ຄວາມ​ຕ້ອງ​ການ ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ ​ແນ​ໃສ່​ຮັບປະກັນ​ລັກສະນະ​ສືບ​ທອດ​ຕໍ່​ເນື່ອງ, ທັງ​ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ ພຽບພ້ອມ​ໄປ​ດ້ວຍ​ຄວາມ​ຮູ້-ຄວາມ​ສາມາດ ​ແລະ​ ຄຸນ​ສົມບັດ ສິນ​ທຳ​ປະຕິວັດ ອັນ​ສູງ​ສົ່ງ, ກຳນົດ​ແຜນ​ວຽກ​ງານ​ບຳລຸງ-ກໍ່ສ້າງ​ພະນັກງານ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ ມີ​ທັງ​ໄລຍະ​ສັ້ນ, ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ ​ໂດຍ​ມີການຂຶ້ນ​ແຜນ​ກໍານົດພະນັກງານເພື່ອ​ກໍ່ສ້າງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ ຮັບປະກັ​ນ​ໄດ້​ພື້ນຖານ​ກຳ​ແໜ້ນ ​ແລະ​ ປະຕິ​ບັດ​ໃຫ້​ສອດຄ່ອງ​ຕາມ​ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ພະນັກງານ, ຮັບ​ປະກັນ​ໂຄງ​ປະກອບ​ທາງ​ດ້ານ​ຊົນ​ຊັ້ນ, ​ເພດ-​ໄວ, ຊົນ​ເຜົ່າ, ປັນຍາ​ຊົນ​ປະຕິວັດ, ນອນ​ໃນ​ແຜນ​ສືບ​ທອດ​ກຳລັງ​ແຮງ​ໜຸ່ມ​ນ້ອຍ ພຽບພ້ອມ​ໄປ​ດ້ວຍ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ບົ່ມ​ຊ້ອນ​ໃນ​ແຕ່ລະ​ຂະ​ແໜງ​ການ.

        ​ເຈັດ: ຈັດ​ວາງ​ສັບ​ຊ້ອນ​ພ​ະນັກ​ງານ ຄວນ​ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ໜ້າ​ທີ່​ການ​ເມືອງ​ຂອງ​ກົງຈັກ​ການຈັດ​ຕັ້ງ, ສົມ​ເຫດ​ສົມ​ຜົນ ​ແລະ ​ຖືກ​ກັບ​ຄວາມ​ຮູ້​ຄວາມ​ສາມາດ​ແຕ່ລະຄົນ, ບໍ່​ຈຳ​ແນ​ກຊົນ​ຊ້ັນ, ວັນນະ, ​ເຜົ່າ, ​ເດັດດ່ຽວ​ແກ້​ໄຂ​ໃຫ້​ໄດ້​ແນວ​ຄິດ​ທີ່​ບໍ່​ຖືກຕ້ອງ​ເປັນ​ແນວ​ຄິດ​ຄັບ​ແຄບ, ທ້ອງ​ຖິ່ນ, ຈຸ້ມ​ເຈື້ອ​​ເຊື້​ອສາຍ​ພີ່ນ້ອງ, ການ​ສັບ​ຊ້ອນ​ຄວນ​ເບິ່ງ​ຄວາມ​ຮູ້-ຄວາມ​ສາມາດ, ພອນ​ສະຫວັນ ​ແລະ​ ຄຸນສົມບັດ​ຂອງ​ພະນັກງານ, ຄວນ​ເອົາ​ໃຈ​ໃສ່​ພະນັກງານ ທີ່​ໄດ້​ຮັບ​ການ​ທົດ​ສອບ​ຈາກ​ຮາກ​ຖານ, ລະຫວ່າງ​ພະນັກງານ​ອາວຸ​ໂສ ​ແລະ ພະນັກງານ​ໜຸ່ມ​ນ້ອຍ, ລະຫວ່າງ​ພະນັກງານ​ທິດ​ສະ​ດີກາ​ນ​ເມືອງກັບ​ພະນັກງານ​ວິຊາ​ສະ​ເພາະ. ພ້ອມ​ນັ້ນ​ດ້ານ​ວຽກ​ງານ​ນະ​ໂຍບາຍ​ກໍ​ສຳຄັນ ​ເປັນ​ພື້ນຖານ​ທີ່​ຕິດ​ພັນ​ກັບ​ຜົນ​ປະ​ໂຫຍ​ດ ​ແລະ​ ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ​-ລັດຖະກອນ ທັງ​ເປັນ​ເຄື່ອງມື​ໃນ​ການ​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ພະນັກງານ​ມີ​ຄວາມ​ຫ້າວ​ຫັນ, ບຸກບືນ​ໃນ​ການ​ປະຕິ​ບັດ​ໜ້າ​ທີ່​ວຽກ​ງານ​ນັບ​ມື້​ນັບ​ດີ​ຂຶ້ນ​ເລື້ອຍໆ ​ແຕ່​ຄວນ​ຮັບ​ປະກັນ​ປະຕິບັດ​ໃຫ້​ໄດ້​ຄວາມ​​ໂປງ​ໃສ ຍຸຕິ​ທຳ ​ແລະ ທົ່ວ​ເຖິງ​ ຄວນ​ຕິດ​ພັນ​ກັບການຈັດ​ຕັ້ງ​ການ​ເມືອງ-​ນຳພາ​ແນວ​ຄິດ ​ໃຫ້​ເຂົາເຈົ້າ​ເຂົ້າ​ໃຈ ​ແລະ ​ເຫັນ​ໄດ້​ສະພາບ​ຄວາມ​​ເປັນ​ຈິງ​ຂອງ​ຊາດ ​ແລະ ​ເງື່ອນ​ໄຂ​ຄວາມ​ສາມາດ​ຕອບ​ສະໜອ​ງ​ໄດ້.

         ​ແປດ: ວຽກ​ງານ​ຄຸ້ມ​ຄອງ-ປ້ອງ​ກັນ​ພັກ ​ແມ່ນ​ຄວນ​ໄດ້​ເອົາ​ໃຈ​ໃສ່​ການ​​ເຜີຍ​ແຜ່​ລະບຽບ ​ແລະ ​ວິທີ​ການ​ຄຸ້ມ​ຄອງ​ສະມາຊິກ​ພັກ​ໃນ​ອົງການ​ຈັດ​ຕັ້ງ, ຄຸ້ມ​ຄອງ​ທາງ​ດ້ານ​ຊີວະ​ປະຫວັດ, ສະຖິຕິ​ສະມາຊິກ​ພັກ, ​ຮັບ​ເອົາ​ມະຫາຊົນ​ກ້າວໜ້າ​ເຂົ້າ​ພັກ, ຍ້ອງຍໍ ​ແລະ ​ເດັດຂາດ​ປະຕິບັດ​ວິ​ໄນຕໍ່​ຜູ້​ທີ່ກະທຳ​ຜິດ​ລະບຽບຂອງ​ພັກ; ຕິດຕາມ​ຄຸ້ມ​ຄອງ​ສັບ​ຊ້ອນ​ຈັດ​ວາງ, ບຳລຸງສ້າງດ້ວຍ​ການ​ຍົກ​ລະດັບ​ທາງ​ດ້ານ​ການ​ເມືອງ-​ແນວ​ຄິດ ​ແລ​ະ ໜ້າ​ທີ່​ວຽກ​ງານ​ໃຫ້​ພະນັກງານ​ສະມາຊິກ​ພັກ ພາຍ​ໃນ​ຄະນະ​ພັກ​ຮາກ​ຖານ​ຢ່າງ​ຄົບ​ຖ້ວນ, ຮັບຜິດຊອບການ​ຕີ​ລາຄາ ​ແລະ ​ປ​ະ​ເມີນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ສະມາຊິກ​ພັກ, ຊຸກຍູ້​ການຈັດ​ຕັ້ງ​ມະຫາຊົນ​ ​ຢູ່​ພາຍ​ໃນ​ຄະນະ​ພັກ​ຮາກ​ຖານ ​ແລະ ກົມກອງ​ຂອງ​ຕົນ. ​ເພື່ອ​ຮັບປະກັ​ນ​ໄດ້​ສະມາຊິກ​ພັກ ທີ່​ມີ​ຄວາມ​ປອດ​ໃສ, ໜັກ​ແໜ້ນ ​ແລະ ​ເຂ້ັມ​ແຂງ.

         ​ເກົ້າ: ຍົກ​ສູງ​ພາລະ​ບົດບາດ​ກວດກາ, ຕິດຕາ​ມ ​ແລະ ​ຊຸກຍູ້​ບັນດາ​ພະ​ແນ​ກການ, ກົມ​ກອງ ​ແລະ ​ບັນດາ​ເມືອງ ​ໃນ​ການ​ປະຕິບັດ ​ແລະ ​ຜັນ​ຂະຫຍາຍ​ບັນດາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ມະຕິ​, ຄຳ​ສັ່ງ... ​ແລະ ​ການ​ຊີ້​ນຳ​ຂອງ​ຄະນະ​ພັກ-ຄະນະ​ນຳ​ຂອງ​ແຂວງ ພ້ອມ​ທັງ​ສັງ​ລວມລາຍ​ງານ​ໃຫ້​​ໄດ້​ເປັນ​ປົກກະຕິ, ຊັດ​ເຈນ, ​ແທດ​ເຖິງ​ຄວາມ​ຈິງ ​ແລະ​ ທັນ​ກັບ​ສະພາບ​ການ.

         ສັງ​ລວມ​ແລ້ວ: ​ບັນຫາໃນ​ການ​ຍົກ​ສູງ​ບົດບາດ​ເສນາ​ທິການ​ຂອງ​ຫ້ອງ​ວ່າການ​ປົກຄອງ​ແຂວງ​ຄຳ​ມ່ວນ ​ໃນ​ຕໍ່​ໜ້າ​ຄວນ​ສຸມ​ໃສ່​ຕາມ​ວິທີ​ການ ​ແລະ ​ທິດ​ທາງທີ່​ກ່າວ​ມາ​ຂ້າງ​ເທິງ​ ຖືເອົາວຽກງານດັ່ງກ່າວຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມືອງ​ ຂອງ​ຄະນະ​ພັກ, ອົງການ​ປົກຄອງ​ແຂວງ, ຍາມໃດກໍຖືເອົາການ​ປະສານ​ງານ ​ແລະ ກາ​ນບໍລິການ​ຮັບ​ໃຊ້​ການ​ນຳ​ເປັນ​ສຳຄັນ, ຍົກ​ສູງ​ການ​ເປັນ​ເສນາ​ທິການ ຕາມ​ທິດ​ວ່ອງ​ໄວ, ທັນ​ກັບສະພາບ​ການ, ປະດິດ​ສ້າງ ​ແລະ ມີ​ປະສິດທິ​ຜົນ ສອດຄ່ອງ​ກັບ​ຄຳ​ເວົ້າ​ທີ່​ວ່າ: “ສືບຕໍ່​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ປະຕິບັດ​ບົດບາດ​ ​ແລະ ​ໜ້າ​ທີ່​ຂອງ​ການ​ເປັນ​ເສນາ​ທິການ, ການ​​ເປັນ​ໃຈກາງ​ປະສານ​ງານ ​ແລະ​ການ​ບໍລິການ​ຮັບ​ໃຊ້​ຂອງ​ຫ້ອງ​ວ່າການ​ແຕ່ລະ​ຂັ້ນ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ, ມີ​ຄຸນ​ນະພາ​ບ ​ແລະ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ”. ຢາກ​ເຮັດ​ໄດ້​ທັງ​ໝົດ​ເຫຼົ່າ​ນັ້ນ​; ຄະນະ​ພັກ, ອົງການ​ປົກຄອງ​ແຂວງ ກໍ​ຄື​ຄະນະ​ຫ້ອງ​ວ່າການ​ປົກຄອງ​ແຂວງ ຕ້ອງ​ໄດ້​ເພີ້ມ​ທະວີ​ການ​ຊີ້​ນຳ-ນຳພາ ຕໍ່​ວຽກງານ​ທັງ​ໝົດ ຂອງ​ຫ້ອງ​ວ່າການ​ຢ່າງ​ຈົດ​ຈໍ່, ປັບປຸງ​ກົງຈັກ​ການຈັດ​ຕັ້ງ ​ແລະ ປະກອບ​ບຸກຄະລາ​ກອນ, ສະໜອງ​ອຸປະກອນ, ມີການຊຸກ​ຍູ້, ຕິດຕາມ​ກວດກາ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ, ຈັດ​ຕັ້ງ​ປະ​ເມີນ​ຜົນ, ປະຕິບັດ​ນະ​ໂຍບາຍ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ແລະ​ເຂັ້ມ​ງວດ​ດ້ານ​ວິ​ໄນ.

ໂດຍ: ຈັນທະ​ບູນ ວົງ​ສຸດທິ