ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຮໍ່າຮຽນເອົາແບບຢ່າງດ້ານການນຳພາ-ຊີ້ນຳ ແລະ ຄຸນສົມບັດ ອັນໃສແຈ້ງຂອງຜູ້ນຳການປະຕິວັດຮຸ່ນທຳອິດຂອງພັກເຮົາ
ຈຳນວນຜູ້ອ່ານ: 47
ອະນຸມັດວັນທີ: 02/07/2018

       ບັນດາຜູ້ນຳຮຸ່ນທຳອິດຂອງພວກເຮົາທີ່ໄດ້ກ່າວມານັ້ນໄດ້ນຳພາສະມາຊິກພັກ, ພະນັກງານ, ນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນທີ່ມີນ້ຳໃຈຮັກເຊື້ອ ແພງຊາດ ເຮັດສຳເລັດພາລະກໍາປະຫວັດສາດອັນຍິ່ງໃຫຍ່ໄດ້ຢ່າງໜ້າອັດສະຈັນ ນັ້ນຄື ການພາບແພ້ອິດທິກໍາລັງຂອງຈັກກະພັດຜູ້ຮຸກຮານ ທີ່ມີກຳລັງແຮງເໜືອກ່ວາຕັ້ງຫຼາຍເທົ່າ; ປົດປ່ອຍທົ່ວປະເທດ ແລະ ລຶບລ້າງອຳນາດການປົກຄອງຂອງພວກປະຕິການຂາຍຊາດ ແລະ ລະບອບລາຊາທິປະໄຕ ແລ້ວສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 02 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຜ່ານພາຍຸລົມແດງແຫ່ງການຕໍ່ສູ້ກ່ວາ 30 ປີ ທີ່ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ເປັນປະຫວັດການ ພາຍໃຕ້ການນຳພາຂອງພັກ ໂດຍມີກໍາມະການກົມການເມືອງ 07 ທ່ານ ທີ່ເປັນແກ່ນນຳນັ້ນ, ພວກເຮົາໄດ້ເຫັນແຈ້ງສັດຈະທຳທີ່ວ່າ “ມະຫາຊົນເປັນຜູ້ສ້າງປະຫວັດສາດ; ປະຫວັດສາດໄດ້ສ້າງຜູ້ນຳ”

        ພາຍຫຼັງສະຖາປະນາລະບອບໃໝ່ ບັນດາຜູ້ນຳຮຸ່ນທຳອິດ ຊຶ່ງມີທ່ານ ໄກສອນ ພົມວິຫານ ທີ່ເຄົາລົບຮັກເປັນຜູ້ນຳໜ້າ ກໍໄດ້ສືບຕໍ່ອຸທິດຕົນທັງເຫືອແຮງ ແລະ ສະຕິປັນຍາເຂົ້າໃນການນຳພາ ພາລະກິດປົກປັກຮັກສາໝາກຜົນ ຂອງການປະຕິວັດ, ກໍ່ສ້າງພື້ນຖານເສດຖະກິດສັງຄົມ-ວັດທະນະທຳ ແລະ ລະບົບລະບອບປະຊາທິປະໄຕປະຊາຊົນ. ເຖິງວ່າຈະຍັງຂາດບົດຮຽນຕົວຈິງ, ແຕ່ບັນດາຜູ້ນຳຂອງພວກເຮົາກໍໄດ້ເຊີດຊູມານະຈິດ ປະຕິວັດອັນສູງຊົ່ງ ນຳພາ-ພາລະກິດປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ໄດ້ຢ່າງມີໄຊ, ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທົດສອບນາໆປະການ; ພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍປາຍທາງໄດ້ຢ່າງໜັກແໜ້ນ ມາເປັນກ້າວໆ. ພວກເພີ່ນໄດ້ນຳພາພັກເຮົາເຮັດສຳເລັດພາລະກຳປະຫວັດສາດ ໃນໄລຍະໃໝ່ ໄດ້ຢ່າງສົມກຽດ, ທັງໄດ້ໃຫ້ບົດຮຽນ ແລະ ຄວາມເປັນແບບຢ່າງອັນໃສແຈ້ງໄວ້ໃຫ້ພັກເຮົາສືບທອດເສີມຂະຫຍາຍ.

        ຄືພວກເຮົາຮູ້ນໍາກັນແລ້ວວ່ ປະຫວັດແຫ່ງການຕໍ່ສູ້ ແລະ ສ້າງສາຊາດລາວເຮົາໄດ້ຜ່ານໄລຍະປະຫວັດສາດແຫ່ງການຕໍ່ສູ້ ແລະ ສ້າງສາມາເປັນພັນໆປີ; ຄົນລາວມີນ້ຳໃຈຕໍ່ສູ້ອາດຫານຊານໄຊຕ້ານການຮຸກຮານຂອງອິດທິກຳລັງຕ່າງດ້າວ ແລະ ມີຄວາມອົດທົນບາກບັ່ນ, ປະດິດສ້າງໃນການທຳມາຫາກິນ ແລະ ສ້າງສາ. ໃນແຕ່ລະໄລຍະຂອງປະຫວັດສາດອັນຍາວນານນັ້ນ, ຊາດເຮົາກໍ່ມີບັນພະບູຣຸດຜູ້ເກັ່ງກ້າສາມາດ ທີ່ໄດ້ນຳພາປວງຊົນດຳເນີນການຕໍ່ສູ້ຕ້ານການຮຸກຮານ ແລະ ການຄອບຄອງກົດຂີ່ຂອງຕ່າງຊາດ ເພື່ອຮັກສາຊາດ-ຮັກສາແຜ່ນດິນ. ຍ້ອນແນວນັ້ນຈຶ່ງມີຊາດລາວ-ມີຄົນລາວດຳລົງຄົງຢູ່ຮອດທຸກມື້ນີ້ໃນປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາຊາດ ແລະ ສ້າງຊາດເປັນພັນໆປີນັ້ນ ພວກເຮົາເຫັນວ່າໄລຍະທີ່ພົ້ນເດັ່ນ ແມ່ນໄລຍະແຫ່ງການຕໍ່ສູ້ອັນຫຍຸ້ງຍາກ, ຍືດເຍື້ອຍາວນານ ແຕ່ເດັດຂາດມີໄຊ ຂອງປະຊາຊົນລາວພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ແລະ ແນວລາວສ້າງຊາດ ຕ້ານການຄອບຄອງຂອງພວກຈັກກະພັດລ່າເມືອງຂື້ນ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ເພື່ອຄວາມເອກະລາດແຫ່ງຊາດ ແລະ ອິດສະຫຼະພາບຂອງປະຊາຊົນລາວບັນດາເຜົ່າ. ພວກເຮົາຮູ້ສຶກພາກພູມໃຈທີ່ສຸດທີ່ໄດ້ມີຜູ້ນຳ 07 ທ່ານຄື: ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ຄຳໄຕ ສີພັນດອນ, ທ່ານ ສີສົມພອນ ລໍວັນໄຊ ແລະ ທ່ານ ພູນ ສີປະເສີດ. ເປັນແກ່ນສານນຳພາປີຊາສາມາດ, ສະຫຼາດສ່ອງໃສໃນຂະບວນການຕໍ່ສູ້ ຂອງປະຊາຊົນເຮົາ.

       ຄວາມເປັນແບບຢ່າງອັນໃສແຈ້ງຂອງຜູ້ນຳປະຕິວັດຮຸ່ນທຳອິດຂອງພັກເຮົາສຳຄັນທຳອິດແມ່ນຄວາມເດັດດ່ຽວອາດຫານ ແລະ ຄວາມເຊື່ອໝັ້ນອັນໜັກແໜ້ນຕໍ່ໄຊຊະນະຂອງການປະຕິວັດ ແລະ ຄວາມປີຊາສາມາດ ໃນການວາງແນວທາງຍຸດທະສາດ ແລະ ຍຸດໂທບາຍ ການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາລະບອບໃໝ່ຢູ່ປະເທດເຮົາມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫຼາຍຢ່າງ; ສະຖານະການກໍມີການປ່ຽນແປງທີ່ສັບສົນຢູ່ເລື້ອຍໆ. ເຖິງວ່າສະຖານະການຈະຜັນແປໄປຄືແນວໃດກໍຕາມ ແຕ່ບັນດາຜູ້ນຳເຮົາເວລາໃດເພີ່ນກໍມີຄວາມອາດຫານ-ໜັກແໜ້ນ ແລະ ເວລາໃດພວກເພີ່ນກໍເຊີດຊູຄວາມເປັນເຈົ້າການປະດິດສ້າງ ໃນການນຳພາ-ຊີ້ນຳ; ຍິ່ງຍາກກໍຍິ່ງອັດທັນ, ຍິ່ງສັບສົນກໍຍິ່ງມີຄວາມທຸ່ນທ່ຽງ, ຍິ່ງລະອິດລະອ້ຽວຂ້ຽວຂາດກໍ່ຍິ່ງສະຫຼາດສ່ອງໃສ. ຄວາມເປັນແບບຢ່າງຂອງບັນດາຜູ້ນຳ 07 ທ່ານ ດັ່ງກ່າວນັ້ນໄດ້ສ້າງຄວາມເຊື່ອໝັ້ນ ແລະ ຄວາມເຫຼື້ອມໃສ ສັດທາໃຫ້ແກ່ສະມາຊິກພັກ; ພະນັກງານ ແລະ ທົ່ວປວງຊົນເຮົານັບມື້ນັບເພີ້ມຂຶ້ນ, ທັງເປັນສິ່ງຊຸກຍູ້ປຸກລະດົມກຳລັງໃຈໃນການປະຕິບັດໜ້າທີ່ສູ້ຮົບ ແລະ ສ້າງສາ. ຍ້ອນແນວນັ້ນ, ຂະບວນການຕໍ່ສູ້ປົດປ່ອຍຊາດ ຈຶ່ງມີກຳລັງແຮງຊະນະເລີດ, ເຮັດໃຫ້ການປົກປັກຮັກສາລະບອບໃໝ່ ແລະ ສ້າງສາພັດທະນາ ປະເທດຊາດກາຍເປັນພາລະກິດຂອງທົ່ວປວງຊົນ ແລະ ມີຜົນສຳເລັດເປັນກ້າວໆ ມາຢ່າງຕໍ່ເນື່ອງ.

        ຄວາມເປັນແບບຢ່າງສຳຄັນອັນທີສອງ ແມ່ນຄວາມເປັນເຈົ້າການປະດິດສ້າງ ໃນການປັບປຸງບູລະນະແນວທາງຂອງພັກ ໃຫ້ສອດຄ່ອງສະພາບຈຸດພິເສດ ຂອງສະພາບແວດລ້ອມພາຍໃນ ແລະ ພາຍນອກ, ທັງຖຶກກັບຄວາມມຸ້ງມາດປາດຖະ ໜາຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນ ຄືຮູ້ນຳກັນແລ້ວວ່າ, ຜູ້ນຳທັງ 07 ທ່ານ ຂອງພວກເຮົາລ້ວນແຕ່ມີຄວາມສາມາດສູງດ້ານການຮຽນຮູ້ຈາກຕົວຈິງ; ທັງມີຄວາມສະດຸ້ງໄວຕໍ່ການຜັນແປ ຂອງສະຖານະການ ແລະ ມີໄຫວພິບສູງ. ຍ້ອນແນວນັ້ນພວກເພີ່ນຈຶ່ງມີຄວາມກ້າຫານປັບປຸງບູລະນະແນວທາງໃຫ້ມີຄວາມສອດຄ່ອງກັບສະພາບແວດລ້ອມໃນແຕ່ລະໄລຍະ ທັງຮູ້ໃຊ້ຍຸດໂທບາຍເພື່ອບັນລຸເປົ້າໝາຍຍຸດທະສາດ; ທັງກຳແໜ້ນກາລະໂອກາດອັນອຳນວຍ ແລະ ຮູ້ນຳໃຊ້ຢ່າງວ່ອງໄວທັນການ. ອັນພົ້ນເດັ່ນທີ່ສຸດ ແມ່ນການວາງແນວທາງປ່ຽນແປງໃໝ່ ແລະ ຫົກຫຼັກການພື້ນຖານແຫ່ງການດຳເນີນພາລະກິດປ່ຽນແປງໃໝ່ ຊຶ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາລິເລີ່ມ ແລະ ແນວທາງປ່ຽນແປງໃໝ່ ກໍແມ່ນປັດໄຈໃໝ່ແຫ່ງການເສີມຂະຫຍາຍກຳລັງແຮງສັງລວມພາຍໃນຊາດສົມທົບກັບກຳລັງແຮງຈາກສາກົນ ເຂົ້າໃນການພັດທະນາສ້າງສາປະເທດຊາດ ຂອງພວກເຮົາໃຫ້ມີຈັງຫວະ ແລະ ບາດກ້າວຂະຫຍາຍຕົວໃໝ່; ມີແນວທາງປ່ຽນແປງໃໝ່ຈຶ່ງເຮັດໃຫ້ສັງຄົມມີຄວາມສາມັກຄີປອງດອງ ແລະ ເຮັດໃຫ້ວົງຄະນະຍາດແຫ່ງຊາດມີຄວາມເປັນປຶກແຜ່ນແໜ້ນໜາຍິ່ງຂຶ້ນ; ມີແນວທາງປ່ຽນແປງໃໝ່ຈຶ່ງເຮັດໃຫ້ການພົວພັນສາກົນນັບມື້ນັບເປີດກ້ວາງ ແລະ ມີເພື່ອມິດນັບມື້ນັບຫຼາຍ, ຖານະບົດບາດຂອງປະເທດເຮົາໄດ້ຮັບການເຊີດຊູຢ່າງສົມຄູ່. ອັນນີ້ທັງເປັນແບບຢ່າງ ແລະ ເປັນບົດຮຽນສຳລັບພັກເຮົາ ທີ່ໄດ້ຮັບການສຶບທອດເສີມຂະຫຍາຍຕໍ່ໆມາ ໃນກອງປະຊຸມໃຫຍ່ແຕ່ລະຄັ້ງດ້ວຍຄວາມຈົງຮັກພັກດີ.

        ຄວາມເປັນແບບຢ່າງສຳຄັນອັນທີສາມ ທີ່ຜູ້ນຳຮຸ່ນທຳອິດໄດ້ສ້າງເປັນມໍລະດົກປະໄວ້ໃຫ້ພວກເຮົານັ້ນ ແມ່ນຄວາມສາມັກຄີເປັນເອກະພາບ ພາຍໃນໝູ່ຄະນະການຳພາສູງສຸດທັງ 07 ທ່ານ ທີ່ໄດ້ເປັນຫີນສີລາອັນແຂງແກ່ນໃຫ້ແກຄວາມສາມັກຄີເປັນເອກະພາບ ໃນທົ່ວພັກ ແລະ ທົ່ວປວງຊົນ.

        ພັກເຮົາໄດ້ຖືເອົາການຊີ້ນໍາ-ນໍາພາ ແລະ ເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ. ພວກເຮົາຮູ້ສຶກຊື່ນຊົມຍິນດີທີ່ສຸດ ທີ່ເຫັນວ່າຕະຫຼອດເວລາອັນຍາວນານທີ່ໄດ້ນຳພາການປະຕິວັດຕັ້ງແຕ່ຕົ້ນຈົນເຖິງໄຊຊະນະສຸດທ້າຍ; ຄະນະນຳທັງ 07 ທ່ານ ເວລາໃດກໍ່ໄດ້ເຊີດຊູຄວາມຮັບຜິດຊອບການເມືອງ, ປະຕິບັດໜ້າທີ່ມອບໝາຍຂອງແຕ່ລະທ່ານດ້ວຍຄວາມທໍລະຫົດອົດທົນ ແລະ ຄວາມຈົງຮັກພັກດີ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ການນຳພາລວມໝູ່ມີຄວາມເຂັ້ມແຂງ.

        ໃນສະພາບທີ່ຫຍຸ້ງຍາກສັບສົນ, ລະອິດລະອ້ຽວຂ້ຽວຂາດ ແລະ ເປັນອັນຕະລາຍແບບສ່ຽງເປັນສ່ຽງຕາຍ; ການນຳພາຂອງພັກເຮົາກໍຍັງປະຕິບັດລະບອບປະຊຸມປຶກສາຫາລື ແລະ ຕົກລົງບັນຫາສຳຄັນເປັນໝູ່ຄະນະ ເຖິງວ່າແຕ່ລະຄົນຢູ່ໄກກັນ ແລະ ການຕິດຕໍ່ສື່ສານລຳບາກ, ແຕ່ພວກເພີ່ນກໍ່ໄດ້ປະຕິບັດ ລະບອບລາຍງານຂໍຄວາມເຫັນຊີ້ນຳເປັນປະຈຳ, ທັງໝົດນັ້ນສະແດງອອກໃຫ້ເຫັນວ່າ ການນຳພາພວກເຮົາເວລາໃດເພີ່ນມີສະຕິຕໍ່ການຈັດຕັ້ງ-ມີລະບຽບວິໄນສູງ, ມີຄວາມເຄົາລົບນັບຖືຊຶ່ງກັນ ແລະ ກັນ, ທັງມີຄວາມຮັກແພງເຊື່ອໝັ້ນກັນຖານສະຫາຍຮ່ວມອຸດົມການ ແລະ ຮ່ວມເປັນຮ່ວມຕາຍນຳກັນແທ້ໆ. ອັນນີ້ເປັນປັດໄຈສຳຄັນໃນການເສີມສ້າງຄວາມສາມັກຄີເປັນເອກະພາບພາຍໃນການນຳ ແລະ ເຮັດໃຫ້ນຳພາ-ຊີ້ນຳ ມີຄວາມກົມກຽວ ແລະ ມີຄວາມສັກສິດ; ເຮັດໃຫ້ການປະຕິວັດເຕີມໃຫຍ່ ແລະ ມີໄຊມາຮອດສູ່ມື້ນີ້ ສິ່ງດັ່ງກ່າວໄດ້ກາຍເປັນມູນເຊື້ອອັນສັກກາລະບູຊາ ຂອງພວກເຮົາແລ້ວ, ພວກເຮົາຕ້ອງສຶບຕໍ່ຮັກສາ ແລະ ເພີ້ມພູມຄູນສ້າງໃຫ້ຍືນຍົງຄົງໝັ້ນຢູ່ກັບພວກເຮົາຕະຫຼອດໄປ.

        ອັນທີສີ່, ແມ່ນຄວາມເປັນແບບຢ່າງທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດທີ່ປອດໃສຈົບງາມ ພວກເຮົາລ້ວນແຕ່ໄດ້ຮູ້-ໄດ້ເຫັນນຳກັນວ່າ ການນຳຮຸ່ນອາວຸໂສແຕ່ລະທ່ານລ້ວນແຕ່ມີອິດທິພົນບົດບາດສູງ, ທັງນີ້ກໍຍ້ອນຄວາມເປັນແບບຢ່າງຂອງເພີ່ນ. ພາຍຫຼັງການສ້າງຕັ້ງລະບອບໃໝ່, ພັກເຮົາໄດ້ເປັນພັກກຳອຳນາດ; ການນຳແຕ່ລະທ່ານຕ່າງກໍໄດ້ຮັບຕຳແໜ່ງທີ່ສຳຄັນ, ແຕ່ພວກເພີ່ນກໍຍັງຍຶດໝັ້ນຕໍ່ທາດແທ້-ມູນເຊື້ອອັນດີງາມ ຂອງພັກ;ໃຫ້ສືບຕໍ່ເຄື່ອນໄຫວນຳພາດ້ວຍຄວາມຈົງຮັກພັກດີ, ຖືປະຊາຊົນເປັນກົກ, ເປັນກຳລັງແຮງທີ່ບໍ່ເຫືອດແຫ້ງ ແລະ ເປັນເປົ້າໝາຍເຄື່ອນໄຫວຮັບໃຊ້ຂອງພັກ; ເວລາໃດພວກເພີ່ນກໍລົງໃກ້ຊິດຕິດແທດກຳແໜ້ນສະພາບແນວຄິດ ແລະ ຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນ; ພ້ອມກັນນັ້ນກໍ່ໄດ້ດຳເນີນຍຸດທະສາດຫັນລົງຮາກຖານ ພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ, ເຮັດທຸກສິ່ງທຸກຢ່າງເພື່ອຕອບສະໜອງຜົນປະໂຫຍດພື້ນຖານຂອງປະຊາຊົນບັນດາເຜົ່າ.

         ການນຳຮຸ່ນອາວຸໂສຂອງພັກ ແລະ ລັດເຮົາແຕ່ລະທ່ານລ້ວນແຕ່ມີແບບແຜນການດຳລົງຊີວິດທີ່ຮຽບງ່າຍ, ປະຢັດ, ຊື່ສັດ ແລະ ບໍລິສຸດປອດໃສ; ເວລາໃດພວກເພີ່ນກໍຕຳນິວິຈານ ແລະ ກ້າຫານກຳຈັດແກ້ໄຂລັດທິອາດຍາສິດ-ການສໍ້ລາດບັງຫຼວງ ແລະ ຫຼີ້ນກິຟູມເຟືອຍ ກໍຄືຄວາມເປື່ອຍເຍື່ອຍ ດ້ານຄຸນສົມບັດສິນທຳ ຢູ່ໃນຖັນແຖວສະມາຊິກພັກ-ພະນັກງານທຸກຂັ້ນ. ເວົ້າລວມ, ຖ້າຫາກອັນໃດເປັນຜົນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ, ອັນໃດຈະເຮັດໃຫ້ພັກມີອິດທິພົນບົດບາດສູງຂຶ້ນ ແມ່ນພວກເພິ່ນຕັ້ງໜ້າເຮັດໃຫ້ເຫັນເປັນແບບຢ່າງ; ກົງກັນຂ້າມຖ້າຫາກອັນໃດສ້າງຄວາມເສື່ອມເສຍຕໍ່ອິທິພົນບົດບາດຂອງພັກກໍຄືຜົນປະໂຫຍດລວມຂອງຊາດ-ຂອງປະຊາຊົນ ແມ່ນພວກເພີ່ນຕໍ່ສູ້ກຳຈັດແກ້ໄຂຢ່າງຈິງຈັງ. ທັງໝົດນີ້ແມ່ນອາລົມຈິດ ແລະ ທັງແມ່ນມູນເຊື້ອຂອງພັກປະຕິວັດ ໂດຍສະເພາະກໍແມ່ນຜູ້ນໍາຮຸ່ນທໍາອິດທີ່ຄວນໄດ້ຮັບການເສີມຂະຫຍາຍສຶບທອດຕໍ່ໆໄປ.

        ຮ່ໍ່າຮຽນເອົາແບບຢ່າງດ້ານການນຳພາ-ຊີ້ນຳ ແລະ ດ້ານຄຸນສົມບັດອັນໃສແຈ້ງຂອງຜູ້ນຳປະຕິວັດຮຸ່ນທຳອິດ ຂອງພັກເຮົາ ເພື່ອປັບປຸງຍົກລະດັບຄວາມສາມດກຳອຳນາດ ຂອງພັກເຮົາໃນເງື່ອນໄຂໃໝ່.

         ໃນໂອກາດອັນສະຫງ່າລາສີແຫ່ງການປະດິດສະຖານອັດທິຂອງຜູ້ນຳການປະຕິວັດຮຸ່ນທຳອິດຂອງພັກເຮົາໄວ້ທີ່ສຸສານແຫ່ງຊາດນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມກະຕັນຍູຮູ້ບຸນຄຸນ ຂອງທົ່ວພັກທົ່ວລັດ ແລະ ທົ່ວປວງຊົນເຮົາຕໍ່ຜົນງານການອຸທິດ ແລະ ຄຸນງາມຄວາມດີຂອງພວກເພີ່ນ:

          1. ສະມາຊິກພັກ, ພະນັກງານ, ທະຫານຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ບັນດາຊັ້ນຄົນ ໃນຂອບເຂດທົ່ວປະເທດຈົ່ງເຊີດຊູນ້ຳໃຈຮັກຊາດ ຕິດກັບການເພີ້ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນເຈົ້າການປະກອບສ່ວນເຂົ້າການປົກປັກຮັກສາສະເຖຍລະພາບ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ; ຕັ້ງໜ້າທຳມາຫາກິນ, ຜະລິດເປັນສິນຄ້າ ແລະ ສ້າງສາພັດທະນາເພື່ອຄວາມຢູ່ດີກິນດີຂອງຄອບຄົວ ແລະ ຄວາມເຂັ້ມແຂງຂອງປະເທດຊາດ.

          2. ທຸກຄົນຈົ່ງຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງທາງດ້ານມະນາຈິດ ແລະ ການອຸທິດຕົນເພື່ອຊາດ-ເພື່ອປະຊາຊົນດ້ວຍຄວາມຈົງຮັກພັກດີ ຂອງບັນດາຜູ້ນຳເຮົາ. ແຕ່ລະຄົນຈົ່ງເຊີດຊູຄວາມຮັບຜິດຊອບ ແລະ ມີຄວາມອົດທົນສູ້ຊົນໃນການປະຕິບັດໜ້າທີ່ໃຫ້ບັນລຸຜົນສຳເລັດ ເປັນຕົ້ນແມ່ນ ການປະຕິບັດໜ້າທີ່ລວມດ້ານການພັດທະນາຊົນນະບົດ, ສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ; ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ເປັນຈິງ ແລະ ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ໃນປີ 2018 ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

          ຢາກເຮັດໄດ້ຄືແນວນັ້ນພວກເຮົາຕ້ອງພ້ອມກັນສ້າງບາດກ້າວບຸກທະລຸທັງ 4 ດ້ານຢ່າງຈິງຈັງ, ພ້ອມກັນນັ້ນກໍ່ຕ້ອງຮູ້ເສີມຂະຫຍາຍບັນດາປັດໄຈໃໝ່ທີ່ກ້າວໜ້າ ແລະ ຮູ້ສ້າງເງື່ອນໄຂອັນອຳນວຍ ເພື່ອຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດແຫ່ງຊາດໃຫ້ບັນລຸລະດັບ 8% ຂຶ້ນໄປ ໃນແຕ່ລະປີ ປະເທດເຮົາຈຶງຈະຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2020.

          3. ຕ້ອງເພີ້ມທະວີວຽກງານປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ  ເປັນພັກທີ່ມີຄວາມສາມາດກຳອຳນາດເພື່ອຄວາມຮັກມີຜາສຸກຂອງປະຊາຊົນ ແລະ ຄວາມມັ້ງຄັ້ງເຂັ້ມແຂງຂອງປະເທດຊາດ. ພ້ອມກັນນັ້ນກໍ່ຕັ້ງໜ້າປະຕິບັດມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ເພື່ອຄວາມໝັ້ນຄົງຂອງລັດ ປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ.

          ບັນດາກຳມະການກົມການເມືອງສູນກາງພັກຮຸ່ນທຳອິດ ຊຶ່ງມີທ່ານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າໄດ້ສ້າງວິລະກຳ ແລະ ຜົນງານອັນຍິ່ງໃຫຍ່ໄວ້ໃຫ້ປະຫວັດສາດ ແລະ ປະຊາຊົນ ກໍ່ຄືການປະຕິວັດຂອງລາວເຮົາ ຊື່ສຽງຂອງພວກເພິ່ນໄດ້ຈາລຶກໄວ້ໃນປະຫວັດສາດຍຸກໃໝ່ ຂອງຊາດລາວເຮົາແລ້ວ ແລະ ຈະຄົງຢູ່ໃນຄວາມຊົງຈຳຂອງຄົນລາວຜູ້ຮັກເຊື້ອແພງຊາດໄປຕາບເທົ່າໃດໆ.

ໂດຍ: ປທ ອຳໄພ ອັກຄະລາດ

ຄັດຈາກ ວາລະສານກໍ່ສ້າງພັກ ປະຈຳເດືອນມີນາ 2018