ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ອວຍພອນກອງທັບປະຊາຊົນລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ຈຳນວນຜູ້ອ່ານ: 147
ອະນຸມັດວັນທີ: 19/01/2024

ໂດຍ: ບານ ມູນປະເສີດ

     ໃນວັນທີ 17 ມັງກອນ 2024 ຄະນະຈັດຕັ້ງສູນກາງພັກ (ຄ​ຈ​ສ​ພ) ໄດ້​ເຂົ້າ​ອວຍພອນກອງທັບປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/1949 – 20/1/2024) ເຊິ່ງຕາງໜ້າ ຄ​ຈ​ສ​ພ ມີທ່ານ ປອ. ວິສຸກ ພົມພິທັກ ຮອງຫົວໜ້າ ຄ​ຈ​ສ​ພ ພ້ອມດ້ວຍຄະນະ ແລະ ເປັນກຽດຕ້ອນຮັບ​ໂດຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ, ຫົວໜ້າ​ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ  ພ້ອມດ້ວຍຄະນະນາຍ ແລະ ພົນທະຫານກະຊວງປ້ອງກັນປະເທດ.​

     ໃນໂອກາດດັ່ງກ່າວ ທ່ານ ປອ. ວິສຸກ ພົມພິທັກ ໄດ້ກ່າວອວຍພອນໄຊ ແລະ​ ຊົມເຊີຍມາຍັງກອງທັບປະຊາຊົນລາວ ກໍຄືນາຍ ແລະ ພົນທະຫານ ທີ່ໄດ້ເສຍສະຫຼະ​ ອອກເຫື່ອເທແຮງ ສຸມທຸກກຳລັງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອ​ຄວາມສະຫງົບສຸກຂອງບ້ານເມືອງ ແລະ ເພື່ອເສີມຂະຫຍາຍມູນເຊື້ອ, ທາດເເທ້, ຜົນງານໄຊຊະນະອັນໃຫຍ່ຫຼວງ, ວິລະກໍາອັນລໍ້າເລີດຂອງກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງເລື້ອຍມາ.​

     ໃນ​ໂອກາດ​ດຽວ​ກັນ​ ທ່ານ ພົ.ທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ  ກໍ່ໄດ້ກ່າວຄໍາຂອບໃຈ​ ທີ່ການຈັດຕັ້ງພັກລັດໃຫ້ຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ໃຫ້ການສະໜັບສະໜູນ ຊຸກຍູ້ສົ່ງເສີມຕະລອດມາ ໂດຍ​ສະ​ເພາະການກໍ່ສ້າງ,​ ຄຸ້ມຄອງ ສັບຊ້ອນຈັດວາງບຸກຄະລາກອນ ແລະ​ ວຽກງານອື່ນໆ​ທີ່ເປັນໃຈກາງ ເຮັດ​ໃຫ້​ກຳລັງ​ກໍຄືກອງທັບປະຊາຊົນລາວມີຄວາມເຂັ້ມຂຶ້ນເລື້ອຍໆ.​