ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ
ຈຳນວນຜູ້ອ່ານ: 155
ອະນຸມັດວັນທີ: 03/01/2024

ພາບ​ ​ແລະ ຂ່າວໂດຍ: ສ.ສົດ​ໃສ

      ​ໃນ​ວັນ​ທີ 03 ມັງກອນ 2024 ຢູ່​ທີ່​ສະ​ໂມ​ສອນ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດກອງ​ປະຊຸມ​ເຜີຍ​ແຜ່​ເຊື່ອມ​ຊຶມ ​ແລະ ຜັນ​ຂະຫຍາຍບັນດາ​ນິຕິ​ກຳກ່ຽວກັບ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ປອ ​ເພັດ ພົມ​ພິພັກ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ມີ​ບັນດາ​ສະຫາຍຄະນະ​ປະຈຳ​ພັກ, ຄະນະ​ບໍລິຫານ​ງານ​ພັກ​ກະຊວງ; ສະຫາຍເລຂາ, ຮອງ​ເລຂາ, ຄະນະ​ພັກ​ຮາກ​ຖານ; ​ເລຂາ​, ຮອງ​ເລຂາ, ຄະນະ​ໜ່ວຍ​ພັກ​ຮາກ​ຖານ; ສະຫາຍ​ຫົວໜ້າ​ກົມ​ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ; ​ເລຂາ, ຮອງ​ເລຂາ ​ແລະ ປະທານ-ຮອງ​ປະທ​ານ 3 ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ກະຊວງ; ຜູ້​ຊ່ວຍ​ວຽກ​ຄະນະ​ພັກ​ຮາ​ກຖານ, ໜ່ວຍ​ພັກ​ຮາກ​ຖານ​ເຂົ້າຮ່ວມ.

​    ໃນ​ກອງ​ປະຊຸມ ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​​ເອກະສານ​ທີ່​ສຳຄັນ​ຕ່າງໆເຊັ່ນ: ບົດຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ; ຄຳ​ສັ່ງ​ຂອງ​ເລຂາທິການ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ສະບັບ​ເລກທີ 411/ຄລສພ, ລົງ​ວັນ​ທີ 08 ສິງຫາ 2023; ຄຳ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ການຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາທິການ​ສູ​ນກາງ​ພັກ ວ່າ​ດ້ວຍ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງພັກ ສະບັບ​ເລກທີ 211/ຄຈສພ, ລົງ​ວັນ​ທີ 16 ສິງຫາ 2023 ​ໂດຍ​ການ​ເຜີຍ​ແຜ່​ຂອງ​ສະຫາຍ ປອ ​ເພັດ ພົມ​ພິພັກ. ຈາກ​ນັ້ນ, ​ໄດ້​ຮັບ​ຟັງ​ຄຳ​ແນະນຳ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ກ່ຽວກັບ​ການ​ສ້າງ​ຂະ​ບວນການ​ເພື່ອ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ສະບັບ​ເລກທີ 254/ຄຈສພ, ລົງ​ວັນ​ທີ 06 ພະຈິກ 2023. ຈາກ​ນັ້ນ​, ຮັບ​ຟັງ​ບົດ​ແນະນຳ (ສະບັບ​ປັບປຸງ) ຂອງ​ຫ້ອງ​ວ່າການ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ກະກຽມ​ເນື້ອ​ໃນຮ່າງ​ລາຍ​ງານ​ການ​ເມືອງຂອງ​ອົງຄະ​ນະ​ພັກ​ແຕ່ລະ​ຂັ້ນ ສະບັບ​ເລກທີ 05/ຫສພ, ລົງ​ວັນ​ທີ 31 ຕຸ​ລາ 2023; ຄຳ​ແນະນຳ ຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ ການ​ກະກຽມ ​ແລະ ດຳ​ເນີນຊີວິດ​ການ​ເມືອງ​ທ້າຍ​ສະ​ໄໝ ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ສະບັບ​ເລກທີ 285/ຄກສພ, ລົງ​ວັນ​ທີ 15 ກັນຍາ 2023; ​ແຜນການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ ​ໃນ​ທົ່ວ​ອົງຄະ​ນະ​ພັກ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ສະບັບ​ເລກທີ 0353/ຄພ.ກປ, ລົງ​ວັນ​ທີ 25 ຕຸລາ 2023.

    ຕອນ​ທ້າຍ​ກອງ​ປະຊຸມ ສະຫາຍ ປອ ​ເພັດ ພົມ​ພິພັກ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງກະສິກຳ ​ແລະ ປ່າ​ໄມ້ ​​ໄດ້​ມີ​ຄຳ​ເຫັນ​​ໂອ້​ລົມ​ໃຫ້​ຄະນະ​ພັກ​ທຸກ​ຂັ້ນ, ສະມາຊິກ​ພັກ-ພະນັກງານ​ທຸກ​ສະຫາຍ ຜູ້​ຊ່ວຍ​ວຽກ​ຄະນະ​ພັກ​ຮາ​ກຖານ, ໜ່ວຍ​ພັກ​ຮາກ​ຖານ ຈົ່ງ​ສ້າງ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ​ເປັນ​ເອກະ​ພາບ​ກຳ​ແໜ້ນ​ເນື້ອ​​ໃນ​ບັນດາ​ນິຕິ​ກຳ​ກ່ຽວກັບການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ​ໃຫ້​ເລິກ​ເຊິ່ງ ​ເພື່ອ​ເຮັດ​​ໃຫ້​ການ​ກະກຽມ ​ແລະ ​ດຳ​ເນີນມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຄັ້ງ​ທີ VII ນີ້​ໃຫ້​ເປັນ​ຂະ​ບວນການ​ຟົດ​ຟື້ນ, ກວ້າງ​ຂວາງ ​ແລະ ມີ​ຜົນສຳ​ເລັດຕາມ​ລະ​ດັບ​ຄາດ​ໝາຍ​ທີ່​ວາງ​ໄວ້.