ໂດຍ: ລັດດາວັນ
ໃນວັນທີ 27 ທັນວາ 2023 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ມີພິທີເຜີຍແຜ່ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຈຳປີ 2023, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງ ຜທ, ມີຜູ້ຕາງໜ້າບັນດາໜ່ວຍພັກອ້ອມຂ້າງກະຊວງ ຜທ ແລະ ມະຫາຊົນກ້າວໜ້າຈຳນວນ 35 ສະຫາຍ ຍິງ 18 ສະຫາຍ.
ການຄັດເລືອກເອົາມະຫາຊົນເຂົ້າຮຽນເອກະສານກ່ຽວຂ້ອງຄັ້ງນີ້ແມ່ນໄດ້ຄັດເລືອກເອົາຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນຕາມກົດລະບຽບຂອງພັກວາງອອກ ຈາກບັນດາໜ່ວຍພັກອ້ອມຂ້າງອົງຄະນະພັກ ກະຊວງ ຜທ ດັ່ງນີ້:
1. ເປັນຜູ້ທີ່ມີຄວາມຕື່ນຕົວທາງດ້ານການເມືອງ ຕາມອຸດົມຄະຕິຂອງພັກ, ໄດ້ຜ່ານການທົດສອບໃນການເຮັດວຽກງານຕົວຈິງ, ເຮັດສຳເລັດໜ້າທີ່ທີ່ພັກ ແລະ ການຈັດຕັ້ງມອບໝາຍໃຫ້.
2. ເປັນຜູ້ທີ່ມີຊີວະປະຫວັດຈະແຈ້ງຂາວສະອາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມບໍລິສຸດສັດຊື່, ມີຄວາມຮູ້-ຄວາມສາມາດ ແລະຈົງຮັກພັກດີຕໍ່ອຸດົມການຂອງພັກ.
3. ເປັນຜູ້ທີ່ໄດ້ຜ່ານການເຝິກຝົນຫລໍ່ຫລອມໃນຂະບວນການ ຂອງ 3 ອົງການຈັດຕັ້ງມະຫາ ຊົນ, ເປັນແບບຢ່າງນຳໜ້າໃນຂະບວນການຂອງມະຫາຊົນ ແລະ ໄດ້ຮັບຄວາມເຊື່ອຖືໄວ້ເນື້ອເຊື່ອໃຈຈາກມະຫາຊົນ.
4. ເປັນຜູ້ທີ່ມີສຸຂະພາບແຂງແຮງ, ຕື່ນຕົວສະໝັກໃຈເຂົ້າພັກ ແລະ ຍິນດີປະຕິບັດຕາມກົດລະບຽບຂອງພັກ.
ກອງປະຊຸມ, ໄດ້ເຜີຍແຜ່ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ຄໍາແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7/7/2021 ກ່ຽວກັບການນຳໃຊ້ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຈຳນວນ 13 ຫົວຂໍ້. ພາຍຫຼັງເຜີຍແຜ່-ເຊື່ອມຊຶມເອກະສານສຳເລັດ ໄດ້ມີການຄົ້ນຄວ້າ ຖາມ-ຕອບຂໍ້ຂ້ອງໃຈຂອງມະຫາຊົນກ້າວໜ້າຢ່າງກົງໄປກົງມາ.
ຈາກນັ້ນ, ສະຫາຍ ບຸນມີ ວິໄລຈິດ ກຳມະການຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຜທ ໄດ້ສະຫຼຸບຕີລາຄາຜົນສຳເລັດການເຜີຍແຜ່ເອກະສານອົບຮົມຊຸດນີ້ ພ້ອມທັງໄດ້ມອບໃບຢັ້ງຢືນໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ໄດ້ເນັ້ນໃຫ້ມະຫາຊົນກ້າວໜ້າຕ້ອງເປັນເຈົ້າການໃນການປະຕິບັດແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ຢ່າງເຂັ້ມງວດ, ຍຶດຖືຫຼັກການລວມສູນປະຊາທິປະໄຕ, ຕ້ອງມີຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບສູງ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຫ້າວຫັນເປັນເຈົ້າການປະຕິບັດວຽກງານຢ່າງປະດິດສ້າງ, ມີຄວາມກ້າຫານຮັບຜິດຊອບຕໍ່ຜົນໄດ້ຜົນເສຍໃນການປະຕິບັດໜ້າທີ່ວຽກງານ, ບໍ່ເລືອກວຽກ, ເລືອກງານທີ່ການຈັດຕັ້ງມອບໝາຍໃຫ້, ມີຄວາມຕັດສິນໃຈຜ່ານຜ່າອຸປະສັກນາໆປະການ, ເຮັດວຽກມີຜົນສຳເລັດ ແລະ ມີປະສິດທິຜົນສູງ.