ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ເຜີຍແຜ່, ເຊື່ອມຊຶມ ມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝ XI, ຄຳແນະນຳກ່ຽວກັບການດຳເນີນກອງປະຊຸມ 3 ຂັ້ນ ຂອງພັກ ແລະ ເອກະສານສຳຄັນຂອງພັກ-ຂອງຊາດ
ຈຳນວນຜູ້ອ່ານ: 111
ອະນຸມັດວັນທີ: 01/12/2023

ຂ່າວ: ວິລະສະໄໝ 

ພາບ: ແສງອາລຸນ

     ໃນວັນທີ 30 ພະຈິກ 2023 ທີ່ຫ້ອງປະຊຸມມະຫາ ວິທະຍາໄລ ວິທະຍາສາດ ສຸຂະພາບ, ກະຊວງສາທາລະນະສຸກ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ມະຕິຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝ XI, ຄໍາແນະນໍາກ່ຽວກັບການດໍາເນີນກອງປະຊຸມ 3 ຂັ້ນ  ຂອງພັກ ແລະ ເອກະສານສໍາຄັນຕ່າງໆຂອງພັກ-ຂອງຊາດ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ດຣ ສະໜອງ ທອງຊະນະ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫາຍ ດຣ ໄພວັນ ແກ້ວປະເສີດ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະປະຈໍາພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຄົບຊຸດ, ຫົວໜ້າກົມ, ຮອງຫົວໜ້າກົມຄະນະບໍດີ, ຮອງອະທິການບໍດີ, ຜູ້ອໍານວຍການໂຮງໝໍ, ໂຮງງານຜະລິດຢາ  ແລະ ພະນັກງານຫຼັກແຫຼງ ທີ່ມີຕໍາແໜ່ງບໍລິຫານປະເພດ 4 ຂຶ້ນເມືອ, ຈໍານວນ 450 ສະຫາຍ, ຍິງ 207 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມບັນດາເອກະສານສຳຄັນຄື: ມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝ XI, ຄໍາແນະນໍາ ເລກທີ 34/ຄອສພ ລົງວັນທີ 15 ກັນຍາ 2023 ກ່ຽວກັບການນໍາໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບສະມາຊິກພັກ, ພະນັກກງານຫຼັກແຫຼ່ງ ເພື່ອດໍາເນີນກອງປະຊຸມ 3 ຂັ້ນ ຂຶ້ນເຜີຍແຜ່ເອກະສານດັ່ງກ່າວໂດຍ ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ. ຈາກນັ້ນ, ສະຫາຍ ດຣ ສະໜອງ ທອງຊະນະ ໄດ້ຂຶ້ນເຜີຍແຜ່ເອກະສານ ຄໍາແນະນໍາ ເລກທີ 255/ ຄອສພ ລົງວັນທີ 6 ພະຈິກ 2023 ກ່ຽວກັບການສະເຫຼີມສະຫຼອງວັນເກີດ ຂອງທ່ານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ສະຫາຍ ດຣ ໄພວັນ ແກ້ວປະເສີດ  ຂຶ້ນເຜີຍແຜ່ເອກະສານ ຄໍາແນະນໍາ ເລກທີ 254/ຄອສພ ລົງວັນທີ 6 ພະຈິກ 2023 ກ່ຽວກັບການສ້າງຂະບວນການ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມ 3 ຂັ້ນ ແລະ ເອກະສານໂຄສະນາ-ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຄອບ 48 ປີ.

     ຜ່ານການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ກໍ່ຈະເຮັດໃຫ້ສະມາຊິກ, ພະນັກງານ-ລັດຖະກອນທີ່ຂຶ້ນກັບອົງຄະນະພັກກະຊວງສາທາລະນະສຸກ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບ ຕໍ່ເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ໃນມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝ XI, ຄຳແນະນຳກ່ຽວກັບການດຳເນີນກອງປະຊຸມ 3 ຂັ້ນຂອງພັກ ແລະ ເອກະ ສານວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ, ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດວຽກງານໃນຄວາມຮັບຜິດຊອບຂອງຕົນໃຫ້ສອດຄ່ອງ, ເກີດດອກອອກຜົນ, ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້.