ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີເຜີຍແຜ່, ເຊື່ອມຊຶມ ເອກະສານສໍາຄັນຂອງກະຊວງແຜນການ ແລະ ການລົງທຶນ
ຈຳນວນຜູ້ອ່ານ: 111
ອະນຸມັດວັນທີ: 27/11/2023

ຂ່າວ:ອານຸລັກ

ພາບ: ກະຊວງແຜນການ-ການລົງທຶນ

     ໃນວັນທີ 22 ພະຈິກ 2023, ທີ່ຫ້ອງປະຊຸມ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ແລະ ຄໍາແນະນໍາ ຂອງຄະນະກວດກາສູນກາງພັກວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໂດຍການເປັນປະທານຂອງສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີຄະນະປະຈໍາພັກ, ເລຂາໜ່ວຍພັກ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມ ໃຫ້ກຽດຜ່ານເອກະສານໂດຍ ທ່ານ ຄໍາເຈນ ວົງໂພສີ ເຊິ່ງມີເອກະສານສໍາຄັນດັ່ງນີ້:

  • ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI
  • ເຜີຍແຜ່ ຄໍາສັ່ງຂອງຄະນະເລຂາທິການສູນກາງ ເລກທີ 411/ຄລສພ, ລົງວັນທີ 08 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ;
  • ເຜີຍແຜ່ ຄໍາແນະນໍາສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດ,ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ;
  • ເຜີຍແຜ່ ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 258/ຄກສພ, ລົງວັນທີ 15 ກັນຍາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນຊີວິການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

     ສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໜັກໃຫ້ຄະນະພັກ, ໜ່ວຍພັກ, ບຸກຄົນພາຍໃນພັກ, ສະມາຊິກພັກ ຕະຫຼອດຮອດພະນັກງານລັດຖະກອນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໃຫ້ປະກົດຜົນເປັນຈິງ. ຈາກນັ້ນ, ກອງປະຊຸມໄດ້ຜ່ານຮ່າງແຜນການກະກຽມດໍາເນີນ ກອງປະຊຸມໃຫຍ່ຮາກຖານພັກ, ຄະນະພັກຮາກຖານ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້.