ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂະແໜງຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຢູ່ ແຂວງຫົວພັນ
ຈຳນວນຜູ້ອ່ານ: 90
ອະນຸມັດວັນທີ: 07/11/2023

ບົດຂ່າວ ແລະ ຖ່າຍພາບ: ຈິດວິຊານ ວາງຊຶຊາງວ່າງ

     ວັນທີ 17-31 ຕຸລາ 2023  ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານນໍາພາ-ຄຸ້ມຄອງຂະແໜງຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສໍານັກງານຂອງແຂວງຫົວພັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນ. ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນແຂວງ, ມີນັກສໍາມະນາກອນມາຈາກ 10 ເມືອງທົ່ວແຂວງ ທີ່ເປັນຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານແນວຄິດ-ທິດສະດີຂັ້ນເມືອງ, ຫົວໜ້າ, ຮອງຫົວໜ້າ, ພະນັກງານຄະນະຈັດຕັ້ງເມືອງຈໍານວນໜຶ່ງ ແລະ ບັນດາສະຫາຍຮອງຫົວໜ້າຄະນະຈັດຕັ້ງແຂວງ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງຂອງຄະນະຈັດຕັ້ງແຂວງຫົວພັນເຂົ້າຮ່ວມທັງໝົດ 54 ສະຫາຍ, ຍິງ 15 ສະຫາຍ.

     ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ພະນັກງານນໍາພາ-ຄຸ້ມຄອງຂະແໜງຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຢູ່ແຂວງຫົວພັນໃນຄັ້ງນີ້ມີໃຊ້ເວລາ 15 ວັນ ຊຶ່ງບົດທີ່ນໍາເອົາມາຝຶກອົບຮົມໃນຄັ້ງນີ້ປະກອບມີທັງໝົດ 20 ບົດຄື: ວຽກງານທັດສະນະຂອງພັກຕໍ່ພະນັກງານ ແລະ ວຽກງານພະນັກງານ, ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ, ວຽກງານສ້າງມາດຕະຖານພະນັກງານ, ວຽກງານສ້າງແຜນກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງ, ວຽກງານທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ສິດຂອງຄະນະຈັດຕັ້ງແຕ່ລະຂັ້ນ, ວຽກງານຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາ, ວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່, ວຽກງານຍົກສູງຄຸນນະພາບການຄຸ້ມຄອງສະມາຊິກພັກ, ວຽກງານຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ, ວຽກງານຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ວຽກງານການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງພັກ, ວຽກງານລະບົບການເມືອງຂອງ ສປປ ລາວ ໃນເງື່ອນໄຂໃໝ່, ວຽກງານຄວາມຮູ້ພື້ນຖານກ່ຽວກັບທິດສະດີຈັດຕັ້ງ ແລະ ການສ້າງໂຄງຮ່າງການຈັດຕັ້ງ, ວຽກງານແບບແຜນນໍາພາ ແລະ ຫຼັກການລວມສູນປະຊາທິປະໄຕຂອງພັກ, ວຽກງານການດໍາເນີນຊີວິດໜ່ວຍພັກ, ວຽກງານການຄົ້ນຄວ້າ-ສັງລວມວຽກງານຈັດຕັ້ງ, ວຽກງານການຄຸ້ມຄອງເອກະສານວຽກງານຈັດຕັ້ງ, ວຽກງານທັດສະນະຂອງພັກປະຊາຊົນປະຕິວັດລາວກ່ຽວກັບວຽກງານກໍ່ສ້າງພັກ, ວຽກງານຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ ໂດຍມີວິທະຍາກອນຈາກບັນດາກົມຂອງຄະນະຈັດຕັ້ງສູນກາງພັກ ທັງໝົດ 12 ສະຫາຍ, ຍິງ 2 ສະຫາຍ ໄດ້ພ້ອມກັນຈັດຕັ້ງເຜີຍແຜ່ ແລະ ແລກປ່ຽນຖອດຖອນບົດຮຽນກ່ຽວກັບດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ

     ຜ່ານການຝຶກອົບຮົມເປັນໄລຍະເວລາກວ່າ 2 ອາທິດ ໄດ້ບັນລຸຕາມຈຸດປະສົງຄາດໝາຍຂອງແຜນການທີ່ວາງໄວ້ ໂດຍສະເພາະເປັນການຍົກລະດັບຄວາມຮູ້ດ້ານທິດສະດີວຽກງານກໍ່ສ້າງພັກ, ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານປິ່ນອ້ອມຈຳນວນໜຶ່ງ. ຜູ້ເຂົ້າຮ່ວມຝຶກອົບຮົມກໍາໄດ້ເນື້ອໃນຈິດໃຈບັນດານິຕິກໍາກ່ຽວຂ້ອງເຖິງວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ທີ່ປະກາດໃຊ້ຜ່ານມາ ທັງເປັນໂອກາດໃຫ້ແຕ່ລະສະຫາຍໄດ້ຄົ້ນຄວ້າແລກປ່ຽນບົດຮຽນຈາກການຈັດຕັ້ງປະຕິບັດໃນພຶດຕິກຳຕົວຈິງຢູ່ໃນຂະແໜງການ ແລະ ທ້ອງຖີ່ນ; ສ້າງໄດ້ເຄືອຂ່າຍປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອແລກປ່ຽນທາງດ້ານວິຊາການກ່ຽວກັບວຽກງານຈັດຕັ້ງເວົ້າລວມ.  ສິ່ງສຳຄັນຜ່ານການຝຶກອົບຮົມຄັ້ງນີ້ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຮັບຮູ້ ແລະ ເຂົົ້າໃຈແຈ້ງຂຶ້ນຕື່ມອີກຕໍ່ການເປັນເສນາທິການໃຫ້ຄະນະພັກ ຂອງຂະແໜງເຮັດວຽກງານຈັດຕັ້ງ ທັງເປັນການປັບປຸງທັດສະນະຫຼັກໝັ້ນການເມືອງ, ປັບປຸງແບບແຜນວິທີເຮັດວຽກຂອງພະນັກງານເຮັດວຽກງານຈັດຕັ້ງໃຫ້ແກ່ການປະກອບສ່ວນເຂົ້າໃນການປັບປຸງຄວາມສາມາດໃນການເຮັດບົດບາດເປັນເສນາທິການໃນດ້ານວຽກງານພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຊ່ວຍຄະນະພັກ, ຄະນະນຳຂັ້ນຂອງຕົນດີຂຶ້ນຕື່ມເທື່ອລະກ້າວ.