ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຜນການ ແລະ ການລົງທຶນ ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍ-ຊົມເຊີຍ ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນປະຈຳປີ 2022
ຈຳນວນຜູ້ອ່ານ: 104
ອະນຸມັດວັນທີ: 16/10/2023

ໂດຍ: ແສງຄຳ ຈິດຕະວົງ

     ໃນວັນທີ 12 ຕຸລາ 2023 ຢູ່ຫ້ອງປະຊຸມຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມອບໃບຍ້ອງຍໍ ປະຈໍາປີ 2022 ແລະ ມອບບັດສະມາຊິກພັກສົມບູນ  ຊຸດທີ IX ໂດຍການເປັນປະທານຂອງສະຫາຍ ນາງ ຄຳຈັນ ວົງແສນບຸນ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຄະນະປະຈຳພັກ, ບັນດາເລຂາ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີສະຫາຍ ບຸນມີ ວິໄລຈິດ ກຳມະການຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດສະຫລຸບຕີລາຄາການກໍໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ໂດຍສັງເຂບ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ສະຫາຍ ຍັງໄດ້ຜ່ານມະຕິຕົກລົງ ສະບັບເລກທີ 029/ຄຈພ.ກຜທ, ລົງວັນທີ 10 ມີນາ 2023 ວ່າດ້ວຍການຮັບຮອງມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ມີໜ່ວຍພັກທີີ່ໄດ້ຮັບການຈັດປະເພດ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 15 ໜ່ວຍພັກ; ໄດ້ມີການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມອບບັດສະມາຊິກພັກສົມບູນ ຊຸດທີ IX ມີສະມາຊິກພັກສົມບູນໄດ້ຮັບບັດ ຈຳນວນ 32 ສະຫາຍ; ຍ້ອງຍໍ ແລະ ຊົມເຊີຍກົມກອງ, ບຸກຄົນ ຂອງພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນປະຈຳປີ 2022 ມີຄື:

    ມອບໃບຍ້ອງຍໍກົມກອງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ 1 ປີຜ່ານມາໃຫ້ແກ່ 15 ກົມກອງ, ພ້ອມທັງມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນນີ້ໄດ້ຮັບໃບຍ້ອງຍໍບຸກຄົນຈຳນວນ 635 ທ່ານ, ຍິງ 242 ທ່ານ; ໃບຊົມເຊີຍ ບຸກຄົນ ຈຳນວນ 02 ທ່ານ, ຍິງ 01 ທ່ານ.

     ຕອນທ້າຍຂອງພິທີໄດ້ຮັບຟັງການມີຄຳເຫັນໂອ້ລົມຂອງສະຫາຍ ນາງ ຄຳຈັນ ວົງແສນບຸນ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ-ຜົນສຳເລັດຂອງບັນດາໜ່ວຍພັກທີ່ຍາດມາໄດ້ ຈົນສາມາດໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງໝົດ 15 ໜ່ວຍພັກ ແລະ ໃຫ້ບັນດາໜ່ວຍພັກຈົ່ງຮັກສາມູນເຊື້ອ ແລະ ສືບຕໍ່ສ້າງຂະບວນການແຂ່ງຂັນກັນໃນການສ້າງໜ່ວຍພັກຕາມເນື້ອໃນໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ແບບແຜນການນໍາພາ ແລະ ການປະຕິບັດຕໍ່ໜ້າທີ່ການເມືອງ ໃຫ້ເປັນປົກກະຕິ, ຕໍ່ເນື່ອງ  ແລະ ບັນລຸມາດຖານເງື່ອນໄຂທີ່ທາງກົມການເມືອງສູນກາງພັກໄດ້ກຳນົດໄວ້ ແລະ ສະຫາຍ ກໍ່ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາກົມກອງ, ພະນັກງານທີ່ດີເດັ່ນ ທີ່ໄດ້ຮັບໃບຍ້ອງຍໍ, ໃບຊົມເຊີຍ ເພື່ອເປັນການສ້າງຂວັນກຳລັງໃຈ ຄວາມເອົາໃຈໃສ່ຫ້າວຫັນ ປະກອບສ່ວນໃນການປະຕິບັດໜ້າທີ່ວຽກງານຂອງຕົນ ແລະ ໃຫ້ທຸກຄົນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດເປັນກ້າວໆ...ຯ