ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ອົງການກວດສອບແຫ່ງລັດ ດຳເນີນກອງປະຊຸມວຽກງານກວດສອບແຫ່ງລັດ
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 06/06/2023

ຂ່າວ : ພິດສະໄໝ

     ໃນວັນທີ 1-2 ມິຖຸນາ 2023 ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມວຽກງານກວດສອບແຫ່ງລັດ ຢູ່ທີ່ໂຮງແຮມດອນຈັນພາເລດ ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ, ມີບັນດາຮອງປະທານອົງການກວດສອບແຫ່ງລັດ, ຄະນະນໍາ ແລະ ພະນັກງານອົງການກວດສອບປະຈໍາພາກ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບເຂົ້າຮ່ວມຢ່າງພ້ອມພຽງ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ໂດຍ ສະຫາຍ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ.

     ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພ້ອມອອກແຮງແຂ່ງຂັນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າໃນວຽກງານຕົວຈິງ ເຊິ່ງກໍ່ກ້າວເຂົ້າສູ່ກາງສະໄໝ ເວົ້າລວມ, ເວົ້າສະເພາະ ອົງການກວດສອບແຫ່ງລັດ ກໍາລັງຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງການກວດສອບແຫ່ງລັດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 076/ສພຊ ຢ່າງເປັນຂະບວນການຟົດຟື້ນ.

     ກອງປະຊຸມ ໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ບັນຫາທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 076/ສພຊ, ຕິດພັນກັບບັນດາວຽກຈຸດສຸມຂອງອົງການກວດສອບແຫ່ງລັດ ໂດຍສະເພາະ:

     1) ເພື່ອເຜີຍແຜ່, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ທີ່ເປັນເອກະພາບ ຕໍ່ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ 2022;

     2) ເພື່ອຖອດຖອນບົດຮຽນ ກ່ຽວກັບວຽກງານກວດສອບແຫ່ງລັດ ໃນປີຜ່ານມາ, ເພື່ອສົ່ງເສີມດ້ານດີ ແລະ ແກ້ໄຂ, ປັບປຸງດ້ານອ່ອນ ແລະ ຂໍ້ຄົງຄ້າງ;

     3) ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ທີ່ເປັນເອກະພາບກັນ ຕໍ່ແນວທາງ, ວິທີທາງໃນການດຳເນີນວຽກງານກວດສອບແຫ່ງລັດໃນອານາຄົດໃຫ້ມີປະສິດທິພາບ, ປະສິດທິຜົນກວ່າເກົ່າ.

     ຕອນທ້າຍກອງປະຊຸມ, ສະຫາຍ ສົມມາດ ພົນເສນາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ, ຄວາມຮັບຜິດຊອບການເມືອງ, ການຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຂອງພະນັກງານ-ລັດຖະກອນ-ນັກກວດສອບທັງໝົດ ແລະ ຍັງໃຫ້ທິດຊີ້ນຳ ເພື່ອແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຮັບປະກັນໃຫ້ວຽກງານກວດສອບໄດ້ຮັບການແກ້ໄຂໃຫ້ຖຶກທິດ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ນຳພາ-ຊີ້ນຳ ວຽກງານກວດສອບຢ່າງແທດເຖິງ ຂອງຄະນະນຳແຕ່ລະຂັ້ນ ຂອງອົງການກວດສອບແຫ່ງລັດ ແລະ ການບຸກບືນສູ້ຊົນໃນການປະຕິບັດວຽກງານກວດສອບ ຂອງພະນັກງານ-ລັດຖະກອນ-ນັກກວດສອບ ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ຕໍ່ບັນດາຫົວໜ່ວຍງົບປະມານສູນກາງ ແລະ ທ້ອງຖິ່ນ ຈະເຮັດໃຫ້ວຽກງານກວດສອບ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍຢ່າງມີປະສິດທິພາບ ແລະ ມີປະສິດທິຜົນຢ່າງແທ້ຈິງ.