ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ເຜີຍແຜ່, ເຊື່ອມຊຶມເອກະສານວັນສໍາຄັນຂອງພັກ ຂອງຊາດ
ຈຳນວນຜູ້ອ່ານ: 62
ອະນຸມັດວັນທີ: 26/05/2023

ໂດ​ຍ: ສ.ສາທາ

     ວັນທີ 26 ພຶດສະພາ 2023 ທີ່ຫ້ອງປະຊຸມໃຫຍ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ວິທະຍາເຂດດົງໂພສີ), ກະຊວງສາທາລະນະສຸກ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມເອກະສານວັນສໍາຄັນຂອງພັກ ຂອງຊາດ ຈໍານວນ 02 ເອກະສານຄື: ການຜ່າວົງປິດລ້ອມຂອງກອງ​ພັນ​ທີ 2 ວິລະ​ຊົນ​ທີ່​ທົ່ງ​ໄຫ​ຫີນ​ຊຽງ​ຂວາງ 18 ພຶດສະພາ 1958 ​ແລະ ວິລະ​ກຳ​ໂຕນ​ຄຸກ​ຢ່າງ​ມະຫັດສະຈັນ​ຂອງ​ບັນດາ​ຜູ້ນຳ​ຂອງ​ພັກ ​ແລະ ​ແນວ​ລາວ​ຮັກ​ຊາດ 24​ ພຶດສະພາ 1960  ໂດຍການເປັນປະທານຂອງສະຫາຍ ດຣ. ໄພວັນ ແກ້ວປະເສີດ ກຳມະການປະຈໍາພັກ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ​​ໃຫ້​ກຽດ​​​​ເຜີຍ​ແຜ່​​ເອກະສານໂດຍສະຫາຍ ພົຈວ ບົວຫອມ ແສງບົວລົມ ຮອງເລຂາຄະນະພັກ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ວິລະຊົນແຫ່ງຊາດ, ມີຄະນະປະຈໍາພັກກະຊວງ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ; ຄະນະບໍລິຫານງານຂອງ 3 ອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງ (ຄົບຊຸດ); ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ທຽບເທົ່າ, ຫົວໜ້າພະແນກ (ຕໍາແໜ່ງບໍລິຫານປະເພດ 4) ລວມທັງຢູ່ ມວສ ທີ່ບໍ່ແມ່ນຄະນະພັກກະຊວງ ຫຼື ຄະນະໜ່ວຍພັກ ເຊິ່ງມີຜູ້ເຂົ້່າຮ່ວມທັງໝົດ 315 ຄົນ, ຍິງ 198 ຄົນ.

     ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ກະຊວງສາທາລະນະສຸກ ຮັບຮູ້ເຖິງມູນເຊື້້ອ ແລະ ໄຊຊະນະອັນຍິງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ-ຊີ້ນໍາຂອງພັກປະຊາຊົນປະຕິວັດລາວ ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມຂອງພັກເຮົາ ໃນການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍ່ຄືການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມທິດສັງຄົມນິຍົມ, ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງຂອງບັນດາທ່ານຜູ້ນໍາ ແລະ ນັກຮົບປະຕິວັດທີ່ອຸທິດເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ມີຫຼາຍເຫດການປະຫວັດສາດ ເຊິ່ງປວງຊົນລາວທັງຊາດບໍ່ມີວັນລືມ.