ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ດໍາເນີນກອງປະຊຸມຄົບຄະນະກາງສະໄໝທີ V
ຈຳນວນຜູ້ອ່ານ: 22
ອະນຸມັດວັນທີ: 22/05/2023

ໂດຍ: ວິລະສະໄໝ ຍົດບຸນມີ

     ໃນວັນທີ 18-19 ພຶດສະພາ 2023 ຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມຄົບຄະນະກາງສະໄໝທີ V  ທີ່ສຳນັກງານຂອງຕົນ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ທັງໝົດ 61 ສະຫາຍ, ຍິງ 18 ສະຫາຍ ເຂົ້້າຮ່ວມ, ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມ ຂອງສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

     ໃນວາລະກອງປະຊຸມ ສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ໄດ້ເຜີຍແຜ່ ແລະ ເຊື່ອມຊຶມເອກະສານສຳຄັນຄື: ຄຳສັ່ງວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານແຕ່ລະຂັ້ນ ສະບັບເລກທີ 268/ຄລສພ ລົງວັນທີ 20 ມັງກອນ 2023, ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງ ສະບັບເລກທີ 25/ຄຈສພ ລົງວັນທີ 24 ມັງກອນ 2023 ແລະ ຄຳແນະນຳ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 74/ຄກສພ ລົງວັນທີ 27 ມີນາ 2023, ຈາກນັ້ນ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນຳ-ນຳພາຂອງຄະນະພັກຮາກຖານກາງສະໄໝ (ປີ 2019-2023)  ແລະ ແຜນການຕໍ່ໜ້າ (ປີ 2023-2025) ແລະ ສະຫາຍ ລັດຖະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ພ້ອມກັນນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນການປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບການຊີ້ນຳ-ນຳພາ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ ລລທ ຢ່າງພາວະວິໄສ, ກົງໄປກົງມາ ສະແດງໃຫ້ເຫັນໄດ້ດ້ານທີ່ພົ້ນເດັ່ນ ແລະ ດ້ານຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ນອກຈາກນັ້ນ ກອງປະຊຸມຍັງໄດ້ດຳເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ, ບຸກຄົນໃນຄະນະພັກຮາກຖານ ລລທ.

     ຮາກຖານພັກ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ປະກອບມີ: ຄະນະພັກຮາກຖານ 07 ສະຫາຍ ມີ 9 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 215 ສະຫາຍ, ຍິງ 82 ສະຫາຍ, ສໍາຮອງ 13 ສະຫາຍ, ຍິງ 3 ສະຫາຍ. ຊຶ່ງມີລະດັບການສຶກສາ: ປະລີນຍາໂທ 37  ສະຫາຍ, ຍິງ 12 ສະຫາຍ, ປະລີນຍາຕີ 122 ສະຫາຍ, ຍິງ 46 ສະຫາຍ,  ຊັ້ນສູງ 27 ສະຫາຍ, ຍິງ 11 ສະຫາຍ, ຊັ້ນກາງ 25 ສະຫາຍ, ຍິງ 13 ສະຫາຍ, ຊັ້ນຕົ້ນ 4 ສະຫາຍ, ລະດັບທິດສະດີການເມືອງ-ການປົກຄອງ ປະກອບມີ : ຂັ້ນສູງ 4 ສະຫາຍ, ຍິງ 2 ສະຫາຍ, ບຳລຸງໄລຍະສັ້ນ 208 ສະຫາຍ, ຍິງ 80 ສະຫາຍ.

     ການນໍາພາທາງດ້ານວຽກງານວິຊາສະເພາະ ມາຮອດປະຈຸບັນ ລາວໂທລະຄົມ ມີສະຖານີມືຖືທັງໝົດ 10.972 ສະຖານີ (ເພີ່ມຂຶ້ນຈາກປີ 2019 ຈຳນວນ 2.783 ສະຖານີ), ສັນຍານໂທລະສັບມືຖືສາມາດກວມເອົາ 75% ຂອງປະຊາກອນທົ່ວປະເທດ (ເພີ່ມຂຶ້ນ 17%), ທຽບໃສ່ແຜນພັດທະນາເສດຖະກິດສັງຄົມ 5 ປີ ຂອງລັດຖະບານກໍ່ຄືຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໃຫ້ສັນຍານ 4G ກວມ 90% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງໄວ້. ໃນໄລຍະຜ່ານມາ ສາມາດສ້າງລາຍຮັບໄດ້ 6.300 ຕື້ກ່ວາກີບ, ມີກໍາໄລສຸດທິ 802,64 ຕື້ກີບ ແລະ ສາມາດມອບພັນທະໃຫ້ລັດຖະບານໄດ້ 1.164 ຕື້ກີບ.

     ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາແກ່ບັນດາສະຫາຍຜູ້ແທນກອງປະຊຸມ ແລະ ຄະນະພັກຮາກຖານ ລລທ, ສະຫາຍໄດ້ເນັ້ນເຖີງໜ້າທີ່ ແລະ ສິດຂອງການຈັດຕັ້ງຮາກຖານພັກ ທີ່ກໍານົດໄວ້ໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກກອງປະຊຸມ, ບັນດາສະຫາຍຄະນະພັກຮາກຖານ ສະໄໝທີ V ຈົ່ງສືບຕໍ່ສຸມສະຕິປັນຍາ, ກໍາລັງວັງຊາ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອແບກຫາບພາລະກິດອັນສູງສົ່ງ ແລະ ໜັກໜ່ວງທີ່ກອງປະຊຸມໄດ້ມອບໝາຍໃຫ້ປະສົບຜົນສໍາເລັດເປັນຢ່າງດີ.