ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫ້ອງວ່າການສຳນັກງານປະທານປະເທດ ສະຫຼຸບວຽກງານຈັດຕັ້ງ ປະຈໍາປີ 2022
ຈຳນວນຜູ້ອ່ານ: 30
ອະນຸມັດວັນທີ: 17/05/2023

ໂດຍ: ນາງ ລັດດາວັນ ສີຫານຸວົງ

     ວັນທີ 16 ພຶດສະພາ 2023 ຫ້ອງວ່າການສຳນັກງານປະທານປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023, ເປັນປະທານໂດຍ ​ສະ​ຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຫສປທ, ສະຫາຍ ພູຂົງ ພິລາເພັດ ກຳມະການພັກ ຄະນະຈັດຕັ້ງສູນກາງພັກ ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຫສປທ, ເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານລັດຖະກອນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 92 ສະຫາຍ ຍິງ 43 ສະຫາຍ.

     ໃນວາລະກອງປະຊຸມ ສະຫາຍ ຄຳຕາ ລາດຊະວົງ ຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ກວດກາ  ຫສປທ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023. ໃນໄລຍະ 1 ປີຜ່ານມາ ຄະນະພັກຫ້ອງວ່າການສຳນັກງານປະທານປະເທດ ໄດ້ເປັນເຈົ້າການນໍາພາ ແລະ ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຈັດຕັ້ງເຜີຍແຜ່ເອກກະສານຕ່າງໆ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກວາງອອກ. ໃນນັ້ນໄດ້ເຜີຍແຜ່, ເຊື່ອມຊຶມມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຈັດປາຖະກະຖາເນື່ອງໃນວັນສຳຄັນຂອງພັກ-ຂອງຊາດ ຈໍານວນ 08 ຄັ້ງ 25 ເອກະສານ. ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນກຳລັງດຳເນີນຕີລາຄາແຜນສູ້ຊົນຂອງໜ່ວຍພັກຕົນຕາມຄຳສັ່ງ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳແນະນຳ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ການກໍ່ສ້າງພັກ-ຂະຫຍາຍພັກ ໄດ້ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ ຈໍານວນ 10 ສະຫາຍ, ຍິງ 07 ສະຫາຍ ແລະ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 13 ສະຫາຍ, ຍິງ 05 ສະຫາຍ, ຮຽນກົດລະບຽບພັກໃຫ້ມະຫາຊົນກ້າວໜ້າ ຈໍານວນ 08 ສະຫາຍ, ຍິງ 03 ສະຫາຍ ແລະ ຮຽນສະໜັບສະໜຸນ ຈໍານວນ 08 ສະຫາຍ, ຍິງ 02 ສະຫາຍ. ວຽກງານພະນັກງານ ແມ່ນສຳເລັດການສ້າງແຜນກຳນົດພະນັກງານຂັ້ນ ຫສປທ ຄຸ້ມຄອງ ແລະ ຂັ້ນສູນກາງຄຸ້ມຄອງ, ຊຶ່ງໄດ້ຮັບການຮັບຮອງຈາກຄະນະເລຂາທິການສູນກາງພັກ ເລກທີ 184/ຄລສພ, ລົງວັນທີ 30 ສິງຫາ 2022. ດຳເນີນການແຈ້ງຊັບສິນ-ລາຍຮັບ ຂອງພະນັກງານໃນກໍລະນີຕ່າງໆ ລວມທັງພະນັກງານຂັ້ນສູນກາງຄຸ້ມຄອງ ທັງໝົດຈຳນວນ 54 ສະຫາຍ, ໄດ້ຈັດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ II ຈຳນວນ 35 ສະຫາຍ, ຍິງ 14 ສະຫາຍ, ບໍາລຸງດ້ານພາສາຕ່າງປະເທດ ໄລຍະ 03 ເດືອນ ຈໍານວນ 06 ສະຫາຍ, ບຳລຸງທິດສະດີການເມືອງໄລຍະ 05 ເດືອນ ຈຳນວນ 01 ສະຫາຍ, ວຽກງານປັບປຸງກົງຈັກການຈັດຕັ້ງ ແມ່ນໄດ້ສຳ​ເລັດ​ການປັບ​ປຸງ​ພາ​ລະ​ບົດ​ບາດ​ຂອງ ຫ​ສ​ປ​ທ ຕາມ​ຄຳ​ເຫັນ​ຂອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ກະ​ຊວງ​ພາຍ​ໃນ, ໄດ້ຮັບຮອງເອົາຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 208/ປປທ, ລົງວັນທີ 30 ພະຈິກ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສຳນັກງານປະທານປະເທດ ແລະ ຂຸ້ນຂ້ຽວປັບ​ປຸງ​ພາ​ລະ​ບົດ​ບາດ​ຂອງ​ບັນ​ດາ​ກົມ​ໃຫ້​ສຳ​ເລັດຕາມຄາດໝາຍ. ຈາກນັ້ນ, ໄດ້ພ້ອມກັນປະກອບຄໍາຄິດຄຳເຫັນ​ເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບຄົບຖ້ວນ ແລະ ມີຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆ ລວມທັງທິດທາງແຜນການປີ 2023 ທີ່ກໍານົດໄວ້.

     ຕອນທ້າຍຂອງກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຫສປທ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ມີຄຳເຫັນໃສ່ຂໍ້ຄົງຄ້າງທີ່ຈະແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ ໂດຍໄດ້ເນັ້ນຕື່ມວ່າ ການສ້າງ ແລະ ປັບປຸງຄຸນນະພາບກົງຈັກການຈັດຕັ້ງຂອງພັກ ຕິດພັນກັບການຫັນປ່ຽນຢ່າງແຂງແຮງຮອບດ້ານຂອງ ສະມາຊິກພັກແຕ່ລະສະຫາຍໃຫ້ໄປສູ່ຄຸນນະພາບໃໝ່ຢ່າງເປັນຮູບປະທຳ ແມ່ນໜຶ່ງໃນບັນດາທິດທາງຕົ້ນຕໍ ທັງເປັນເປົ້າໝາຍໃຈກາງຂອງການບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ຢາກເຮັດໄດ້ແນວນັ້ນ ພວກເຮົາຕ້ອງສືບຕໍ່ຮຽນຮູ້ສິ່ງໃໝ່ໆ ທາງດ້ານທິດສະດີ ແລະ ພຶດຕິກຳຂອງຍຸກໃໝ່, ຮຽນຮູ້ການຜັນແປຂອງສະພາບການຂອງໂລກ, ມີຫລັກວິທະຍາສາດ, ມີຫລັກມູນໃນການປັບປຸງການຈັດຕັ້ງ, ປັບປຸງແບບແຜນວິທີເຮັດດວຽກ, ແບບແຜນການນຳພາ ແລະ ກ້າວໄປເຖິງການຊອກຫາ, ເລືອກເຟັ້ນເອົາສະມາຊິກພັກ-ພະນັກງານໃຫ້ມີຄຸນນະພາບ, ມີປະສິດຕິພາບ ແລະ ໄດ້ຜູ້ທີ່ເປັນແບບຢ່າງທີ່ດີເດັ່ນ ເພື່ອຮັບປະກັນໃຫ້ວຽກງານໄດ້ຮັບການປັບປຸງແກ້ໄຂໃຫ້ສົມບູນຂຶ້ນເທື່ອລະກ້າວ.