ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສໍານັກງານປະທານປະເທດ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022
ຈຳນວນຜູ້ອ່ານ: 56
ອະນຸມັດວັນທີ: 15/05/2023

ໂດຍ: ອານຸລັກ ຈິດຕິລາດ

     ໃນວັນທີ 12 ພຶດສະພາ 2023 ຢູ່ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໃຫ້ແກ່ 05 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ຫ້ອງວ່າການສໍານັກງານປະທານປະເທດ. ເປັນກຽດເຂົ້າຮ່ວມໃນພິທີໂດຍ ສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ມີສະຫາຍຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມທັງໝົດ 56 ສະຫາຍ ຍິງ 26 ສະຫາຍ.

     ໃນພິທີດັ່ງກ່າວ ສະຫາຍ ສົມພຽນ ແກ້ວວິເສດ ເລຂາໜ່ວຍພັກ ກົມກົດໝາຍຕາງໜ້າ 05 ໜ່ວຍພັກ ໄດ້ຜ່ານບົດສະຫຼຸບສັງລວມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ແຜນສູ້ຊົນລວມຂອງ 05 ໜ່ວຍພັກ ປະຈໍາປີ 2023 ຈາກນັ້ນ, ສະຫາຍ ນາງ ຈັນທະໜອມ ໄຊວິສິດ ຮອງຫົວໜ້າກົມຈັດຕັ້ງ ແລະ ກວດກາ ຜ່ານມະຕິຕົກລົງເລກທີ 06/ຄບພ.ຫສປທ ລົງວັນທີ 02 ກຸມພາ 2023 ວ່າດ້ວຍການຮັບຮອງເອົາ 05 ໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ເຊິ່ງປະກອບມີ: ໜ່ວຍພັກກົມບໍລິຫານຄຸ້ມຄອງ, ໜ່ວຍພັກກົມຄົ້ນຄວ້າສັງລວມ, ໜ່ວຍພັກກົມພົວພັນຕ່າງປະເທດ, ໜ່ວຍພັກກົມກົດໝາຍ, ໜ່ວຍພັກກົມຈັດຕັ້ງ ແລະ ກວດກາ.

     ໃນຕອນທ້າຍ ສະຫາຍ ນາງ ເຂັມມະນີ ພົນເສນາ  ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ 05 ໜ່ວຍພັກ ອັນເປັນຂີດໝາຍສໍາຄັນໃຫ້ຄະນະພັກໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກທີ່ໄດ້ກໍານົດໄວ້; ພ້ອມທັງໄດ້ກ່າວໂອ້ລົມສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຕໍ່ບັນດາໜ່ວຍພັກ  ແລະ ເນັ້ນໜັກໃຫ້ບັນດາໜ່ວຍພັກ-ສະມາຊິກພັກ ຈັດຕັ້ງປະຕິບັດຕໍ່ວຽກງານຂອງຕົນໃຫ້ມີຄວາມຄືບໜ້າ, ໝູນໃຊ້ຄວາມຮູ້ຄວາມສາມາດໃນການປະດິດສ້າງຕໍ່ວຽກງານທີ່ຕົນເອງໄດ້ຮັບມອບໝາຍ, ເຕົ້າໂຮມຄວາມສາມັກຄີ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ອຸ່ນອ່ຽງທຸ່ນທ່ຽງຕໍ່ສະພາບການຕ່າງໆ, ເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ, ປະຕິບັດໜ້າທີ່ໃຫ້ມີຜົນສໍາເລັດໃນຄວາມຮັບຜິດຊອບຂອງຕົນ.