ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມທາບທາມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ກະຊວງກະສິກຳ ແລະ ປ່າໄມ້
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 11/05/2023

ໂດຍ: ວິລະສະໄໝ ຍົດບຸນມີ

     ໃນວັນທີ 9 ພຶດສະພາ 2023 ທີ່ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີກອງປະຊຸມທາບທາມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງຂຶ້ນ ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ປອ. ເພັດ ພົມພີພັກ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ, ບັນດາສະຫາຍໃນຄະນະປະຈຳ, ຄະນະພັກກະຊວງ, ບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ, ເລຂາ,  ປະທານອົງການຈັດຕັ້ງມະຫາຊົນ, ບັນດາສະຫາຍຄະນະຮັບຜິດຊອບແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງ ແລະ ຂອງຄະນະພັກກະຊວງ ເຂົ້້າຮ່ວມ.

     ໃນວາລະຂອງກອງປະຊຸມ ສະຫາຍ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຜ່ານບົດສະຫຼຸບ ແລະ ຕີລາຄາການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 2018-2021, ສະຫາຍ ເພັດ  ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນຜ່ານມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳ ພາ-ຄຸ້ມຄອງ ເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018, ສະຫາຍ ກິແກ້ວ ສິງນາວົງ ຄະນະປະຈໍາພັກກະ ຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນຜ່ານມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດ ຕະຖານຂອງພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ແລະ ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມ ຄອງ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018.

     ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ໃນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ເພາະເປັນການກຳນົດບຸກຄະລາກອນຂັ້ນສູງ ເພື່ອນຳພາ, ຊີ້ນຳ ຢູ່ໃນກະຊວງກະສິກຳ ແລະ ປ່າໄມ້, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ທັງເປັນການຫັນຍຸດທະສາດ ກ່ຽວກັບວຽກງານພະນັກງານເປັນອັນລະອຽດ, ເປັນບ່ອນອີງໃນການບໍາລຸງ-ກໍ່ສ້າງພະນັກງານ ແລະ ຄາດຄະເນການບັນຈຸສັບຊ້ອນ-ຈັດວາງພະນັກງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ໃນຕໍ່ໜ້າ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານຕົວຈິງ, ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ ແລະ ເປັນລະບົບຄົບຊຸດ.

     ໃນຕອນທ້າຍຂອງກອງປະຊຸມ ໄດ້ດຳເນີນການປ່ອນບັດທາບທາມຮອບ  1  ແລະ ຈະສືບຕໍ່ດຳເນີນການທາບທາມ ຮອບ 2  ແລະ ຮອບ 3 ຕາມດຳດັບໃຫ້ສຳເລັດ.