ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງ ສາທາລະນະສຸກ ປິດຊຸດອົບຮົມວຽກງານການບໍລິການຄຸ້ມຄອງລັດສໍາລັບຜູ້ບໍລິຫານລະດັບສູງ ຊຸດທີ່ I
ຈຳນວນຜູ້ອ່ານ: 41
ອະນຸມັດວັນທີ: 05/05/2023

ໂດຍ: ໄກ່ທອງ

     ວັນທີ 28 ເມສາ 2023 ທີ່ ຫ້ອງປະຊຸມໃຫຍ່ ກະຊວງສາທາລະນະສຸກ ໄດ້ມີພິທີປິດຊຸດອົບຮົມວຽກງານການບໍລິການຄຸ້ມຄອງລັດສໍາລັບຜູ້ບໍລິຫານລະດັບສູງ ຊຸດທີ່ I ຫຼັງຈາກດໍາເນີນມາເປັນເວລາ 5 ວັນ ໂດຍໃຫ້ກຽດເປັນປະທານ ແລະ ມອບໃບຢັ້ງຢືນຂອງ ສະຫາຍ ທອງຈັນ ມະນີໄຊ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພາຍໃນ; ຄະນະພັກ, ມີຄະນະປະຈໍາພັກກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ປະທານ ແລະ ເລຂາຂອງ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງສາທາລະນະສຸກເຂົ້າຮ່ວມ.

     ຊຸດອົບຮົມຄັ້ງນີ້ນັກສໍາມະນາກອນ ໄດ້ຮັບຟັງການບັນຍາຍຈາກວິທະຍາກອນ 8 ທ່ານ ທີ່ມາຈາກກະຊວງພາຍໃນ 5 ທ່ານ, ກະຊວງສຶກສາ 1 ທ່ານ, ກະຊວງການເງີນ 1 ທ່ານ ແລະ ອົງການກວດສອບ 1 ທ່ານປະກອບມີ 10 ບົດຄື: 1). ບົດຮຽນການບໍລິຫານລັດໃນລະບອບການເມືອງ; 2).  ການນໍາພາ ແລະ ການຄຸ້ມຄອງ; 3). ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; 4). ບາງບົດຮຽນຕົວຈີງ ການນໍາພາ ແລະ ການຄຸ້ມຄອງ; 5). ບາງບົດຮຽນຕົວຈີງການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; 6). ການຄຸ້ມຄອງພະນັກງານ-ລັດຖະກອນ; 7). ການປະເມີນຜົນ ແລະ ການພັດທະນາພະນັກງານ-ລັດຖະກອນ; 8). ການວາງແຜນຍຸດທະສາດ; 9).  ການຄຸ້ມຄອງ ແລະ ກວດກາງົບປະມານລັດ ແລະ 10). ການກວດກາ, ກວດສອບ ແລະ ການຕ້ານການສໍ້ຫຼາດບັງຫຼວງ; ນອກນັ້ນ ຍັງໄດ້ມີການຍົກບັນຫາ ແລະ ພຶດຕິກໍາຕົວຈິງ ເພື່ອແລກປ່ຽນບົດຮຽນນຳກັນຕື່ມ.

     ຜ່ານການຝຶກອົບຮົມໄດ້ເຮັດໃຫ້ນັກສໍາມະນາກອນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລະບົບການເມືອງ ແລະ ການປົກຄອງທີ່ເປັນອັນລວມ ແລະ ອັນສະເພາະຂອງ ສປປ ລາວ ເພື່ອເປັນຂໍ້ມູນທີ່ສໍາຄັນໃນການດໍາເນີນວຽກງານໄປຕາມທິດນຳ ແລະ ພາລະບົດບາດຂອງຕົນ; ສາມາດຄາດຄະເນທິດທາງແຜນການໃນການປັບປຸງ ແລະ ບູລະນະການປົກຄອງທີ່ດີໃນອະນາຄົດຢ່າງຖືກຕ້ອງ; ກຳໄດ້ແນວຄິດ-ທິດສະດີການນຳພາ ແລະ ການຄຸ້ມຄອງ, ຄຸນລັກສະນະ ແລະ ຮູບແບບການນຳພາທີ່ດີເພື່ອເປັນທິດທາງປັບປຸງວິທີການນຳພາຂອງຕົນເອງໃຫ້ມີປະສິດທິພາບຫຼາຍຂຶ້ນ; ທັງເປັນການເພີ້ມແນວຄວາມຄິດ, ທິດສະດີການນຳພາ, ຄຸ້ມຄອງພະນັກງານ ແລະ ວຽກງານ ໃຫ້ສາມາດບັນລຸຕາມຈຸດປະສົງ ແລະ ຄາດໝາຍຂອງການຈັດຕັ້ງວາງໄວ້ ເຮັດໃຫ້ຜູ້ບໍລິຫານສາມາດນຳເອົາບົດຮຽນອັນໃໝ່ໄປເຜີຍແຜ່, ນຳໃຊ້ໃນຖານະເປັນຜູ້ບໍລິຫານໃຫ້ສອດຄ່ອງກັບພະນັກງານ-ລັດຖະກອນຕາມຄວາມຮັບຜິດຊອບຂອງຕົນ ແລະ ໃນພິທີໄດ້ມີການມອບ-ຮັບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມອົບ ຮົມ ຈໍານວນ 44 ສະ ຫາຍ, ຍິງ 15 ສະຫາຍ.