ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ເປິດຊຸດອົບຮົມວຽກງານການບໍລິການຄຸ້ມຄອງລັດສໍາລັບຜູ້ບໍລິຫານລະດັບສູງ ຊຸດທີ່ I
ຈຳນວນຜູ້ອ່ານ: 30
ອະນຸມັດວັນທີ: 24/04/2023

ໂດຍ: ວິລະສະໄໝ ຍົດບຸນມີ

     ໃນວັນທີ 24 ເມສາ 2023 ທີ ຫ້ອງປະຊຸມໃຫຍ່ ກະຊວງສາທາລະນະສຸກ ໄດ້ມີພິທີເປິດຊຸດອົບຮົມວຽກງານການບໍລິການຄຸ້ມຄອງລັດສໍາລັບຜູ້ບໍລິຫານລະດັບສູງ ຊຸດທີ່ I ໂດຍການເປັນປະທານຂອງ ສະຫາຍ ປອ.ດຣ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງສາທາລະນະສຸກ, ມີສະຫາຍ ປອ. ນ. ຈັນທາ ອ່ອນໄຊວຽງ ຄະນະພັກກະຊວງ, ຫົວໜ້າສະຖາບັນຄົ້ນຄ້ວາ ວິທະຍາສາດການປົກຄອງ ແລະ ຝືກອົບຮົມ ກະຊວງພາຍໃນ,  ຄະນະປະຈໍາພັກກະຊວງ, ຄະນະພັກກະຊວງ,​ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ,  ປະທານ ແລະ ເລຂາຂອງ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງສາທາລະນະສຸກ ເຂົ້້າຮ່ວມທັງໝົດ  44 ສະຫາຍ, ຍິງ 15 ສະຫາຍ.

     ຈຸດປະສົງການເຝິກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ນັກສໍາມະນາກອນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລະບົບການເມືອງ ແລະ ການປົກຄອງທີ່ເປັນອັນລວມ ແລະ ອັນສະເພາະຂອງ ສປປ ລາວ ເພື່ອເປັນຂໍ້ມູນທີ່ສໍາຄັນໃນການດໍາເນີນວຽກງານໄປຕາມທິດນຳ ແລະ ພາລະບົດບາດຂອງຕົນ, ສາມາດຄາດຄະເນທິດທາງແຜນການໃນການປັບປຸງ ແລະ ບູລະນະການປົກຄອງທີ່ດີໃນອະນາຄົດ ເປັນເຄື່ອງມືທີ່ສຳຄັນໃນການກຳນົດບັນດາໜ້າວຽກ ແລະ ກິດຈະກໍາຂອງຕົນຢ່າງຖືກຕ້ອງ, ກຳໄດ້ແນວຄິດ-ທິດສະດີການນຳພາ ແລະ ການຄຸ້ມຄອງ, ຄຸນລັກສະນະ ແລະ ຮູບແບບການນຳພາທີ່ດີ ເປັນທິດທາງປັບປຸງວິທີການນຳພາຂອງຕົນເອງໃຫ້ມີປະສິດທິພາບຫຼາຍຂຶ້ນ; ພ້ອມຮັບເອົາແນວຄວາມຄິດ, ທິດສະດີການນຳພາ ແລະ ຄຸ້ມຄອງພະນັກງານ ແລະ ວຽກງານເພື່ອໃຫ້ສາມາດບັນລຸຕາມຈຸດປະສົງ ແລະ ຄາດໝາຍຂອງການຈັດຕັ້ງວາງໄວ້ ເຮັດໃຫ້ຜູ້ບໍລິຫານສາມາດນຳເອົາບົດຮຽນອັນໃໝ່ໄປເຜີຍແຜ່, ນຳໃຊ້ໃນຖານະເປັນຜູ້ບໍລິຫານໃຫ້ສອດຄ່ອງກັບພະນັກງານ-ລັດຖະກອນຕາມຄວາມຮັບຜິດຊອບຂອງຕົນ.

     ຊຸດອົບຮົມຄັ້ງນີ້ຈະໃຊ້ເວລາ 5 ວັນ ໂດຍນັກສໍາມະນາກອນຈະໄດ້ຮັບຟັງການບັນຍາຍຈາກວິທະຍາກອນ 8 ທ່ານ ທີ່ມາຈາກກະຊວງພາຍໃນ 5 ທ່ານ, ກະຊວງສຶກສາ 1 ທ່ານ, ກະຊວງການເງິນ 1 ທ່ານ ແລະ ອົງການກວດສອບ 1 ທ່ານ ເຊິ່ງປະກອບມີທັງໝົດ 10 ບົດຄື: 1). ບົດຮຽນການບໍລິຫານລັດໃນລະບອບການເມືອງ; 2).  ການນໍາພາ ແລະ ການຄຸ້ມຄອງ; 3). ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; 4). ບາງບົດຮຽນຕົວຈິງ ການນໍາພາ ແລະ ການຄຸ້ມຄອງ; 5). ບາງບົດຮຽນຕົວຈິງການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; 6). ການຄຸ້ມຄອງພະນັກງານ-ລັດຖະກອນ; 7). ການປະເມີນຜົນ ແລະ ການພັດທະນາພະນັກງານ-ລັດຖະກອນ; 8). ການວາງແຜນຍຸດທະສາດ; 9).  ການຄຸ້ມຄອງ ແລະ ກວດກາງົບປະມານລັດ ແລະ 10). ການກວດກາ, ກວດສອບ ແລະ ການຕ້ານການສໍ້ຫຼາດບັງຫຼວງ.