ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ປິດຝຶກອົບຮົມ ວຽກງານຫາງສຽງສັງຄົມ ຄັ້ງທີ IV
ຈຳນວນຜູ້ອ່ານ: 29
ອະນຸມັດວັນທີ: 29/03/2023

ພາບ: ແສງຄໍາ

ຂ່າວ: ອານຸລັກ

     ໃນວັນທີ 28 ມີນາ 2023 ກະຊວງສາທາລະນະສຸກ ໄດ້ຈັດພິທີປິດຊຸດອົບຮົມວຽກງານຫາງສຽງສັງຄົມ ຄັ້ງທີ IV ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ນາງ ອາພອນ ວິຊາເທບ ກໍາມະການປະຈໍາພັກກະຊວງ, ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ; ພ້ອມດ້ວຍສໍາມະນາກອນ ແລະ ວິທະຍາກອນ ເຂົ້າຮ່ວມຢ່າງພ້ອມພຽງ.

     ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະໃໝ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ລວງເລິກ ແນ່ໃສ່ການຕິດຕາມ, ເກັບກໍາສະພາບການຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມໄດ້ຢ່າງຄົບຖ້ວນ ແລະ ທົ່ວເຖິງ; ທັງເປັນບ່ອນອີງໃນການຄົ້ນຄວ້າກໍານົດທິດທາງ ແລະ ມາດຕະການແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ທີ່ວາງອອກ ແລະ ເພື່ອເຮັດໃຫ້ເພື່ອນຮ່ວມງານ ກໍາໄດ້ເຖິງພາລະບົດບາດ, ສິດ, ໜ້າທີ່, ຄວາມໝາຍຄວາມສໍາຄັນ  ແລະ ວິທີການເຄື່ອນໄຫວທັງເປັນການຍົກສູງຄວາມຮັບຜິດຊອບຂອງຜູ້ທີ່ເຮັດວຽກງານດັ່ງກ່າວໃຫ້ສູງຂຶ້ນໃນການຕິດຕາມສະພາບແນວຄິດ-ຫາງສຽງສັງຄົມທາງດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ ບັນດາປະກົດການຫຍໍ້ຖໍ້ທໍານອງບິດເບືອນໃສ່ຮ້າຍປ້າຍສີຂອງບັນດາອິດທິກໍາລັງປໍລະປັກທີ່ມີຜົນກະທົບຕໍ່ແນວທາງນະໂຍບາຍຂອງພັກ ແລະ ການບໍລິຫານຄຸ້ມຄອງຂອງລັດ. ເຊິ່ງຕະຫຼອດການຝຶກອົບຮົມ ນັກສໍາມະນາກອນ ໄດ້ຮັບຟັງການບັນຍາຍຈາກວິທະຍາກອນ ທີ່ມາຈາກ ຄະນະໂຄສະນາອົບຮົມສູນກາງພັກ ປະກອບມີ 3 ບົດ ຄື: 1) ບັນຫາພື້ນຖານກ່ຽວກັບຫາງສຽງສັງຄົມ; 2) ວິທີເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ 3) ຕາໜ່າງເພື່ອນຮ່ວມງານ; ນອກນັ້ນຍັງມີການຄົ້ນຄວ້າ, ສະເໜີ ຄໍາຖາມເຈາະຈິ້ມ ແລະ ຕອບໄຂຂໍ້ຂ້ອງໃຈ.

     ໃນຕອນທ້າຍພິທີຍັງໄດ້ມີການມອບ-ຮັບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມອົບຮົມຈໍານວນ 51 ສະຫາຍ, ຍິງ 25 ສະຫາຍ ທີ່ມາຈາກ ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະກົມ, ຄະນະອໍານວຍການ, 3 ອົງການຈັດຕັ້ງມະຫາຊົນ ແລະ ໜ່ວຍພັກກົມກອງອ້ອມຂ້າງກະຊວງ.