ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ຈັດຝຶກອົບຮົມວຽກງານຫາງສຽງສັງຄົມ ຄັ້ງທີ IV
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 27/03/2023

ພາບ: ແສງຄຳ; ຂ່າວໂດຍ: ສ. ສົດໃສ

     ໃນວັນທີ 27 ມີນາ 2023 ກະຊວງສາທາລະນະສຸກ ໄດ້ເປີດຊຸດອົບຮົມວຽກງານຫາງສຽງສັງຄົມ ໃຫ້​ແກ່​ຄະນະ​ພັກ​ຮາກ​ຖານ, ໜ່ວຍ​ພັກ​ຮາກ​ຖານ​ອ້ອມຂ້າງກະຊວງສາທາລະນະສຸກ ຄັ້ງທີ IV ໂດຍໃຫ້ກຽດເປັນປະທານຮ່ວມກັນຂອງສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ສະໜອງ ທອງສະນະ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ມີຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະກົມ, ຄະນະອຳນວຍການ, ຄະນະ 3 ອົງການຈັດຕັ້ງມະຫາຊົນ ​ແລະ ບັນດາໜ່ວຍພັກກົມກອງອ້ອມຂ້າງກະຊວງ ສາທາລະນະສຸກ ເຂົ້າຮ່ວມທັງໝົດ  51 ສະຫາຍ, ຍິງ 25 ສະຫາຍ.

     ການອົບຮົມຄັ້ງນີ້ ເພື່ອເຮັດໃຫ້ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະໃໝ່ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ລວງເລິກ ທັງສອດຫ້ອຍໄປໃນທຸກຂະແໜງການວຽກງານ, ແນໃສ່ເຮັດໃຫ້ການຕິດຕາມ, ເກັບກໍາສະພາບການຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມໄດ້ຢ່າງຄົບຖ້ວນ  ແລະ  ທົ່ວເຖິງ; ທັງເປັນການສະໜອງຂໍ້ມູນໃຫ້ແກ່ຄະນະພັກ, ຄະນະນໍາ ເປັນບ່ອນອີງໃນການຄົ້ນຄວ້າກໍານົດທິດທາງ ແລະ ມາດຕະການແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດທີ່ວາງອອກ ແລະ ເພື່ອເຮັດໃຫ້ເພື່ອນຮ່ວມງານ ກໍາໄດ້ພາລະບົດບາດ, ສິດ, ໜ້າທີ່, ຄວາມໝາຍຄວາມສໍາຄັນ ແລະ ວິທີການເຄື່ອນໄຫວ ທັງເປັນການຍົກສູງຄວາມຮັບຜິດຊອບຂອງຜູ້ເຮັດວຽກງານດັ່ງກ່າວໃນການຕິດຕາມສະພາບແນວຄິດ-ຫາງສຽງສັງຄົມ ທາງດ້ານຕັ້ງໜ້າ ແລະ ຫຍໍ້ທໍ້, ບັນດາປະກົດການຖ້ອຍທໍານອງບິດເບືອນໃສ່ຮ້າຍປ້າຍສີຂອງບັນດາອິດທິກໍາລັງປໍລະປັກທີ່ມີຜົນກະທົບຕໍ່ແນວທາງນະໂຍບາຍຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ.

     ຊຸດອົບຮົມໃນຄັ້ງນີ້ຈະໃຊ້ເວລາ 2 ວັນ ໂດຍມີວິທະຍາກອນ ທີ່ມາຈາກຄະນະໂຄສະນາອົບຮົມສູນກາງພັກໃຫ້ການບັນຍາຍ ປະກອບມີ 3 ບົດຄື: 1) ບັນຫາພື້ນຖານກ່ຽວກັບຫາງສຽງສັງຄົມ; 2) ວິທີການເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ ແລະ 3) ຕໍາແໜ່ງເພື່ອນຮ່ວມງານ; ນອກນັ້ນຍັງມີການຄົ້ນຄວ້າ, ສະເໜີຄໍາຖາມເຈາະຈີ້ມ ແລະ ຕອບແກ້ໄຂຂໍ້ຂ້ອງໃຈລະຫວ່າງວິທະຍາກອນ ແລະ ສໍາມະກອນທີ່ເຂົ້າຮ່ວມ.