ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຜນການ ແລະ ການລົງທຶນ ເຜີຍແຜ່ ເຊື່ອມຊຶມ ເອກະສານວັນສຳຄັນຂອງພັກ-ຂອງຊາດ
ຈຳນວນຜູ້ອ່ານ: 26
ອະນຸມັດວັນທີ: 27/03/2023

ໂດຍ: ວິລະສະໄໝ ຍົດບຸນມີ

     ໃນວັນທີ 23 ມີນາ 2023 ທີ່ຫ້ອງປະຊຸມໃຫຍ່ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມ ເອກະສານວັນສຳຄັນຂອງພັກ-ຂອງຊາດ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຄັ້ງນີ້ໂດຍ ສະຫາຍ ນ. ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ-ພະນັກງານເຂົ້າຮ່ວມ.

     ໃນພິທີ ສະຫາຍ ນ. ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ກຽດປາຖະກະຖາ 03 ເອກະສານສຳຄັນຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ-ນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 77 ປີ, ວັນສ້າງຕັ້ງອົງການກວດກາພັກ-ລັດ  ສປປ ລາວ ຄົບຮອບ 41 ປີ, ໂດຍສະຫາຍ ໄດ້ຍົກໃຫ້ເຫັນປະຫວັດສາດ ແຫ່ງການກຳເນີດ ພັກປະຊາຊົນປະຕິວັດລາວ ແລະ ຜົນງານອັນໃຫຍ່ຫຼວງໃນການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ ຕະຫຼອດໄລຍະທີ່ຜ່ານມາ, ທົບທວນຄືນມູນເຊື໊ອອັນພິລະອາດຫານຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ ໃນການຕໍ່ສູ້ເພື່ອປ້ອງກັນຕົວເມືອງທ່າແຂກຈາກພວກລ່າເມືອງຂຶ້ນຜູ້ຮຸກຮານໃນວັນທີ 21 ມີນາ 1946 ແລະ ໃນຕອນທ້າຍສະຫາຍ ກໍ່ໄດ້ປາຖະກະຖາ ວັນສ້າງຕັ້ງອົງການກວດກາພັກ-ລັດ  ສປປ ລາວ ຄົບຮອບ 41 ປີ ຍົກໃຫ້ເຫັນການສ້າງຕັ້ງອົງການກວດກາພັກ-ລັດ  ສປປ ລາວ  ແລະ ບັນດາຜົນງານການເຄື່ອນ ໄຫວຕະຫຼອດໄລຍະທີ່ຜ່ານມາ.

     ການເຜີຍແຜ່ເຊື່ອມຊຶມເອກະສານຄັ້ງນີ້ ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 68 ປີ; ຖືເອົາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ເພື່ອຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ  XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ; ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົ້ນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດການນໍາພາຂອງພັກ ໄປພ້ອມກັບການປຸກລະດົມຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ" ໂດຍຕິດພັນກັບການຍູ້ແຮງຂະບວນການດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ໃນຕໍ່ໜ້ານີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ດ້ານແນວຄິດ ແລະ ການກະທໍາ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມຂອງພັກເຮົາໃນການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍ່ຄືການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ; ເພື່ອພ້ອມກັນລະນຶກເຖິງຄຸນງາມ ຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດ ເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຫຼາຍເຫດການປະຫວັດສາດເຊິ່ງປວງຊົນລາວທັງຊາດບໍ່ມີວັນລືມ ແລະ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ເຫັນໄດ້ເຖິງຜົນສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນຂອງການເຄື່ອນໄຫວວຽກງານກວດກາໃນໄລຍະ 41 ປີ ຜ່ານມາ ພ້ອມທັງຖືເອົາວຽກງານກວດກາ ເປັນໜ້າທີ່ສຳຄັນຕົນຕໍ ໃນການຕິດຕາມ-ກວດກາ ໃນການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ຂອງພະນັກງານ-ສະມາຊິກພັກ ເພື່ອສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານກວດກາ.