ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງກະສິກຳ ແລະ ປ່າໄມ້ ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 24/03/2023

   ໂດຍ: ໄກ່ທອງ ວິລະວົງ

     ໃນວັນທີ 21 ມີນາ 2023 ທີ່ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 - 22 ມີນາ 2023 )  ແລະ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ປອ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີຄະນະປະຈຳພັກ, ກຳມະການພັກກະຊວງ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍສະມາຊິກພັກ-ພະນັກງານ ເຂົ້າຮ່ວມ 102 ສະຫາຍ  ຍິງ 20 ສະຫາຍ.

     ພິທີດັ່ງກ່າວ ສະຫາຍ ປອ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດປາຖະກະຖາເລົາມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 - 22 ມີນາ 2023 ) ໂດຍໄດ້ຫວນຄືນມູນເຊື້ອປະຫວັດສາດ ຂອງການເຕີບໃຫ່ຍຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ ແລະ ຕົ້ນກຳເນີດຂອງພັກເຮົາ ເຊິ່ງພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ພັກເຮົາໄດ້ສືບຕໍ່ນຳພາປວງຊົນລາວທັງຊາດດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດ້ວຍການວາງແນວທາງນະໂຍບາຍ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຢ່າງຖືກຕ້ອງ ແລະ ສອດຄ່ອງ ນັບມື້ມີຜົນສໍາເລັດເປັນກ້າວໆ. ມີຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ.

     ຈາກນັ້ນ, ກອງປະຊຸມໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງປະຈຳປີ 2023 ສະເໜີໂດຍ ສະຫາຍ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານເຊິ່ງໃນ 1 ປີ ຜ່ານມາ  ຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການໃນການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ເອກະສານຕ່າງໆເຊັ່ນ: ຄຳສັ່ງ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ໃນການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະກວດກາພັກ ແລະ ປະທານ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງທີຂື້ນກັບອົງຄະນະພັກກະຊວງກະຊິກຳ ແລະປ່າໄມ້ ເພືອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຢູ່ຂັ້ນຂອງຕົນ, ພ້ອມທັງເຜີຍແຜ່ເຊືອມຊືມໃຫ້ຄະນະໜ່ວຍພັກ ແລະ ພະນັກງານຫຼັກແຫຼ່ງ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງອົງຄະນະພັກກະຊວງ, ຜ່ານການຄົ້ນຄວ້າປະເມີນຄືນ ຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ  ປະຈຳປີ 2022 ໃນຈຳນວນທັງໝົດ 59 ໜ່ວຍພັກ ຈັດປະເພດເປັນໜ່ວຍພັກແຂງ 43 ໜ່ວຍພັກ ປະເພດເປັນໜ່ວຍພັກກາງ 16 ໜ່ວຍພັກ. ຈຳນວນສະມາຊິກພັກແຂງ ຈຳນວນ 834 ສະຫາຍ, ຍິງ 289 ສະຫາຍ, ປະເພດກາງ ຈຳນວນ 58 ສະຫາຍ, ຍິງ 19 ສະຫາຍ ແລະ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຕອນທ້າຍພິທີ, ສະຫາຍ ປອ ເພັດ ພົມພິພັກ ກໍ່ໄດ້ມີຄໍາເຫັນເຫັນໂອ້ລົມ ແລະ ມອບໃບຢັ້ງຢືນໃຫ້ແກ່ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງສົມກຽດ.