ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ເຜີຍແຜ່ ເຊື່ອມຊຶມ ເອກະສານວັນສຳຄັນຂອງພັກ-ຂອງຊາດ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 22/03/2023

ຂ່າວ: ວິລະສະໄໝ ຍົດບຸນມີ

ພາບ: ພອນສະຫວັນ ລາຊະບັນເທົາ

     ໃນວັນທີ 21 ມີນາ 2023 ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ (ວິທະຍາເຂດດົງໂພສີ) ກະຊວງສາທາລະນະສຸກໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມ ເອກະສານວັນສຳຄັນຂອງພັກ-ຂອງຊາດຂຶ້ນ, ໂດຍການເປັນປະທານຮ່ວມ ແລະ ໃຫ້ກຽດເຜີຍແຜ່ ເອກະສານຄັ້ງນີ້ໂດຍ ສະຫາຍ ປອ. ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫາຍ ດຣ. ສະໜອງ ທອງຊະນະ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ສາທາລະນະສຸກ, ມີຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະບໍລິຫານງານຂອງ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ 335 ສະຫາຍ, ຍິງ 195 ສະຫາຍ.

     ໃນໂອກາດດັ່ງກ່າວ ສະຫາຍ ປອ. ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ກຽດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ ( 22 ມີນາ 1955 - 22 ມີນາ 2023 ) ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດພັກປະຊາຊົນ ປະຕິວັດລາວ ໃຫ້ເຫັນເຖິງການເຄື່ອໄຫວຕໍ່ສູ້ກູ້ຊາດຂອງບັນພະບູລຸດ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະຜ່ານມາ. ຈາກນັ້ນ, ດຣ. ສະໜອງ ທອງຊະນະ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ກຽດປາຖະກະຖາວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 77 ປີ ( 21 ມີນາ 1946 – 21 ມີນາ 2023 ) ເພື່ອຫວນຄືນປະຫວັດສາດຄວາມເປັນມາ ຂອງນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ເຊິ່ງວັນທີ 21 ມີນາ 1946 ເປັນບັ້ນຮົບໜຶ່ງທີ່ມີຄວາມໝາຍສຳຄັນ, ຂອງການຕໍ່ສູ້ ປ້ອງກັນຕົວເມືອງ ທ່າແຂກ, ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳພາຕໍ່ສູ້ ຄຽງບ່າຄຽງໄຫຼ່ກັບທະຫານ ແລະ ປະຊາຊົນ ຊາວເມືອງທ່າແຂກຢ່າງພິລະອາດຫານຈົນສາມາດປົກປ້ອງຜືນແຜນດິນໄວ້ຢ່າງໝັ້ນຄົງ.

     ການເຜີຍແຜ່ເຊື່ອມຊຶມເອກະສານຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານກະຊວງ ສາທາລະນະສຸກຮັບຮູ້ເຖິງມູນເຊື້ອ ແລະ ໄຊຊະນະອັນຍິງໃຫຍ່ ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 68 ປີ ຜ່ານມາ ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງເຖິງຄວາມປີຊາສາມາດ, ກໍ່ຄືການນຳພາອັນສະຫຼາດສ່ອງໃສຂອງພັກເຮົາໃນການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ, ປະຕິບັດ 2 ໜ້າທີ່ຍຸດທະສາດ ຄືປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມທິດສັງຄົມນິຍົມ ແລະ ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນຳໃຈເສຍສະຫຼະອັນສູງສົ່ງຂອງບັນດານັກຮົບທີ່ອຸທິດເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ມີຫຼາຍເຫດການປະຫວັດສາດທີ່ປວງຊົນລາວທັງຊາດບໍ່ມີວັນລືມ.