ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງແຂວງ ຊຽງຂວາງ ເຄື່ອນໄຫວເຮັດວຽກຢູ່ໜ່ວຍພັກບ້ານພຽງດ້າງ ແລະ ບ້ານພຽງພ່າງ ກຸ່ມບຸນຖິ່ນເມືອງຄໍາ
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 15/03/2023

ໂດຍ: ສົມໄຊ ຫຼ້າດວງມະນີ

     ໃນລະຫວ່າງວັນທີ 13-14 ມີນາ 2023 ສະຫາຍ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມ ແລະ ເຮັດວຽກຢູ່ບ້ານພຽງດ້າງ, ບ້ານພຽງພ່າງ ກຸ່ມບຸນຖິ່ນ ເມືອງຄໍາ ແຂວງຊຽງຂວາງ ໂດຍມີສະຫາຍ ຄຳເພັດ ໄຊຍະພັກ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຄຳ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ. ໃນການເຄື່ອນໄຫວເຮັດວຽກ ຢູ່ທັງ 2 ບ້ານ ຄະນະຈັດຕັ້ງແຂວງ ໄດ້ຮັບຟັງການລາຍງານ ຈາກສະຫາຍເລຂາໜ່ວຍພັກບ້ານ, ນາຍ ບ້ານ ໃນການນຳພາ-ຊີ້ນຳປະຊາຊົນໃນການພັດທະນາ ແລະ ການດຳລົງຊີວິດຢູ່ພາຍໃນບ້ານຂອງຕົນ.

     ໃນໂອກາດດັ່ງກ່າວ, ສະຫາຍ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ມີຄໍາເຫັນໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງບ້ານ ຊຶ່ງກ່ອນອື່ນສະຫາຍ ໄດ້ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍພັກ-ອົງການປົກຄອງບ້ານ, ສະມາຊິກພັກ, ພໍ່, ແມ່, ປະຊາຊົນໃຫ້ມີຄວາມຫ້າວຫັນ, ບຸກບືນສູ້ຊົນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍ່ຄືການພັດທະນາບ້ານຂອງຕົນໃຫ້ນັບມື້ມີບາດກ້າວຂະຫຍາຍ ຕົວສູ່ໂສມໜ້າໃໝ່; ພ້ອມນີ້ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະບ້ານ, ສະມາຊິກພັກ, ພໍ່ແມ່ປະຊາຊົນຈົ່ງສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກ​ຈັກ​ການ​ຈັດ​ຕັ້ງ​ໃຫ້​ເຂັ້ມ​ແຂງ, ໜັກ​ແໜ້ນ; ໂດຍສະເພາະແມ່ນວຽກງານຂະຫຍາຍສະມາຊິກພັກ, ວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານອອກບັດ-ມອບບັດ, ປັບ​ປຸງ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ, ແບບ​ແຜນ​ວິ​ທີ​ນຳ​ພາ ແລະ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ໃຫ້ສອດ​ຄ່ອງ, ສ້າງ​ຄວາມ​ມີ​ລະ​ບຽບ​ວິ​ໄນ, ຈຸດ​ໃດ​ທີ່ຍັງ​ອ່ອນ ແລະ ຄົງ​ຄ້າງຕ້ອງ​ໄປ​ແກ້​ຢ່າ​ງ​ເດັດ​ດ່ຽວ; ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ບ້ານ; ເອົາ​ໃຈ​ໃສ່​ວຽກ​ງາ​ນ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕີ​ຖອຍ​ການ​ສ້າງ​ກະ​ແສ​​ຄວາມ​ແຕກ​ແຍກ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ແກ້​ໄຂ​ຄວ​າມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃຫ້​ກ້າວ​ໄປ​ສູ່​ຄວາມ​ຢູ່​ດີ​ກິນ​ດີ ແລະ ມີ​ຄວາມ​ຜາ​ສຸກ.

     ບັນດາສະຫາຍທີ່ໄດ້ຮັບຜິດຊອບວຽກງານແຕ່ລະໜ່ວຍງານຂອງບ້ານຕ້ອງສືບຕໍ່ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດໜ້າທີ່ເ​ປັນ​ຕົ້ນແມ່ນ​ຕ້ອງ​ເຝິກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ,   ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີ​ຈັນ​ຍາ​ບັນ, ຈັນ​ຍາ​ທຳ, ຕ້ອງ​ເປັນ​ຜູ້​ທີ່​ມີ​ຄວາມ​ອົດ​ທົນ, ດຸ​ໝັ່ນ​ຄົ້ນ​ຄວ້າ​ບັນ​ດາ​ນິ​ຕິ​ກຳ​ຕ່າງໆ ໂດຍ​ສະ​ເພາະ​ກຳ​ ແໜ້ນ​ນິ​ຕິ​ກຳ​ໃນ​ການ​ວຽກ​ງານກໍ່​ສ້າງ​ພັກ​ ເປັນ​ຕົ້ນມະ​ຕິ, ຄຳ​ສັ່ງ, ຄຳ​ແນະ​ນຳ, ແຈ້ງ​ການ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະ​ນະເລຂາທິການສູນກາງພັກ ແລະ ຜັນ​ຂະ​ຫ​ຍາຍ​ອອກ​ເປັນ​ນິ​ຕິ​ກຳ​ຂອງ​ບ້ານຕ​າມ​ຄວາມ​ເໝາະ​ສົມ; ຕ້ອງ​ກຳ​ປະ​ຫວັດ​ຕົ້ນ​ກຳ​ເນີດ, ປະ​ຫວັດ​ການ​ເຄື່ອນ​ໄຫວ, ສະ​ພາບ​ຈຸດ​ພິ​ເສດ ແລະ ຜົນ​ງ​ານ​ຂອງ​ພໍ່, ແມ່, ປະຊາຊົນ, ສະມາຊິກພັກ-ພະ​ນັກ​ງານ-ລັດ​ຖະ​ກອນທີ່​ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ຂອງ​ບ້ານເປັນ​ແຕ່​ລະ​ໄລ​ຍະ, ຕ້ອງ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ລະ​ບອບ​ຊຸກ​ຍູ້, ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ສິດ, ໜ້າ​ທີ່​ຂອງ​ຄະ​ນະ​ພັກ, ຄະນະບ້ານ ໂດຍ​ສົມ​ທົບ​ກັບ​ຄະ​ນະ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເພື່ອ​ຕິ​ຕາມກວດ​ກາ​ໃຫ້​ເປັນ​ປົກ​ກະ​ຕິ.

      ໃນໄລຍະການເຄື່ອນໄຫວເຮັດວຽກຢູ່ບ້ານດັ່ງກ່າວ; ສະຫາຍຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະ ກໍ່ຍັງໄດ້ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທັງ 2 ບ້ານຈຳນວນໜຶ່ງລວມມູນຄ່າ 20,300,000 ກວ່າກີບ.