ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ແຂວງໄຊສົມບູນ ສະຫຼຸບວຽກງານຈັດຕັ້ງ ປະຈໍາປີ 2022
ຈຳນວນຜູ້ອ່ານ: 24
ອະນຸມັດວັນທີ: 11/03/2023

ໂດຍ: ນາງ ຄຳສະຫວັນ ພົມມະວົງ

        ກອງປະຊຸມວຽກງານພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2022 ທົ່ວແຂວງໄຊສົມບູນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ມີນາ 2023 ທີ່ສຳນັກງານປົກຄອງແຂວງ ໂດຍ​ການ​ເປັນ​ປະ​ທານຮ່ວມ​ຂອງ​ສະ​ຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ-ເຈົ້າແຂວງໄຊສົມບູນ, ມີບັນດາສະຫາຍ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການ, ອົງການ-ກົມກອງອ້ອມຂ້າງແຂວງ, ບັນດາຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ 5 ເມືອງທົ່ວແຂວງເຂົ້າຮ່ວມທັງໝົດ 70 ກວ່າສະຫາຍ.

        ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງທົ່ວແຂວງ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ສະເໜີໂດຍ ສະຫາຍ ທອງວັນ ທໍາມະວົງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເຊິ່ງໃນໄລຍະ 1 ປີຜ່ານມາ ໄດ້ຈັດຕັ້ງປະຕິບັດທິດທາງວຽກງານ ກໍຄືບັນດາຄາດໝາຍທີ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງໄຊສົມບູນ ຄັ້ງທີ I ໄດ້ວາງອອກໃຫ້ເລິກເຊິ່ງ-ຖືກກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງຕໍ່ກັບໝາກຜົນທີ່ໄດ້ຮັບ, ຍົກໃຫ້ເຫັນເຖິງຈຸດອ່ອນຂໍ້ບົກ​ຜ່ອງ ທີ່ຈະຕ້ອງປັບປຸງແກ້ໄຂ, ຊອກໃຫ້ເຫັນສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນ: ວຽກງານການເມືອງ-ແນວຄິດຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ ອົງຄະນະພັກແຂວງໄຊສົມບູນ ໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຢ່າງເປັນຂະບວນກວ້າງຂວາງ ໂດຍການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິ, ຄໍາສັ່ງ ຂອງຂັ້ນເທິງວາງອອກແຕ່ລະໄລຍະ ເປັນຕົ້ນແມ່ນເຊື່ອມຊຶມບັນດາເອກະສານສໍາຄັນຕ່າງໆຂອງພັກ ລວມທັງໝົດໄດ້ 29 ຄັ້ງ, ມີຜູ້ເຂົ້າຮ່ວມ 4,300 ກວ່າເທື່ອຄົນ, ຍິງ 1,300 ກວ່າເທື່ອຄົນ, ການກໍ່ສ້າງພັກທາງດ້ານການຈັດຕັ້ງໄດ້ເອົາໃຈໃສ່ນໍາພາ-ຊີ້ນຳຕໍ່ການປັບປຸງການຈັດຕັ້ງພັກ ຕິດພັນກັບການປັບປຸງກົງຈັກລັດໃຫ້ມີຄວາມກະທັດຮັດ, ສອດຄ່ອງຕາມນິຕິກຳ ສຸມໃສ່ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍການຊີ້ນໍາຄະນະພັກແຕ່ລະຂັ້ນໃຫ້ເອົາໃຈໃສ່ຕິດຕາມຊຸກຍູ້ບັນດາຮາກຖານພັກໃນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງສອດຄ່ອງກັບຄໍາສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ, ຄໍາແນະນໍາເລກທີ 291 ຂອງຄະນະຈັດຕັ້ງສູນກາງພັກ ແລະ ຄໍາແນະນໍາເພີ່ມເຕີມເລກທີ 271 ຂອງຄະນະປະຈໍາພັກແຂວງກ່ຽວກັບການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ;

        ປີ 2022 ທົ່ວແຂວງສາມາດຮັບຮອງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 235 ໜ່ວຍພັກ ເທົ່າກັບ 86,08%  ຂອງແຜນການປີ, ກວມເອົາ 71,42% ຂອງຈໍານວນໜ່ວຍພັກທັງໝົດໃນທົ່ວອົງຄະນະພັກແຂວງ. ປັດຈຸບັນທົ່ວ​ແຂວງໄຊ​ສົມ​ບູນມີການຈັດຕັ້ງຮາກຖານພັກທັງໝົດ 353 ຮາກຖານພັກ, ໃນນີ້ມີ ຄະນະພັກຮາກຖານ 24 ຄະນະພັກຮາຖານ, ມີໜ່ວຍພັກທັງໝົດ 329 ໜ່ວຍພັກ, ຂັ້ນແຂວງມີ 70 ໜ່ວຍພັກ, ຂັ້ນເມືອງມີ 259 ໜ່ວຍພັກ; ມີສະມາຊິກພັກທັງໝົດ 4.800 ກວ່າສະຫາຍ, ຍິງ 1.000 ກວ່າສະຫາຍ.  ວຽກງານປັບປຸງກົງຈັກການຈັດຕັ້ງ ໄດ້ປັບປຸງໂຮມກົງຈັກຂັ້ນຂະແໜງຂອງພະແນກການ, ອົງການຂັ້ນແຂວງ ໃນ 31 ພາກສ່ວນ ລວມທັງໝົດມີ 188 ຂະແໜງ-ທຽບເທົ່າ ແລະ 16 ໜ່ວຍງານ ໂດຍໄດ້ປັບປຸງໃຫ້ຍັງເຫຼືອ 149 ຂະແໜງ-ທຽບເທົ່າ, 13 ໜ່ວຍງານ, ຫຼຸດລົງ 39 ຂະແໜງ-ທຽບເທົ່າ ແລະ 3 ໜ່ວຍງານ, ຂັ້ນເມືອງ ປັບປຸງໂຮມກົງຈັກຂັ້ນຫ້ອງການມີທັງໝົດ 138 ພາກສ່ວນ, 545 ໜ່ວຍງານ-ທຽບເທົ່າ ແລະ 71 ຈຸງານ ໂດຍໄດ້ປັບປຸງເຫຼືອ 135 ພາກສ່ວນ, 398 ໜ່ວຍງານ-ທຽບເທົ່າ ແລະ 49 ຈຸງານ, ຫຼຸດລົງ 3 ພາກສ່ວນ, 147 ໜ່ວຍງານ-ທຽບເທົ່າ ແລະ 22 ຈຸງານ, ອອກມະຕິຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາພະແນກການ, ອົງການເສນາທິການຂອງພັກ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງສໍາເລັດຈໍານວນ 27 ພາກສ່ວນ.

        ນອກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການປະກອບ​ຄຳ​ເຫັນ ​ຕໍ່ຮ່າງບົດ​ສະຫຼຸບດັ່ງກ່າວ ພ້ອມນີ້ ກອງປະຊຸມຍັງໄດ້ເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວຂ້ອງຈຳນວນໜຶ່ງ ຄື: 1. ເນື້ອໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈໍາປີ 2022 ແລະ ທິດທາງປີ 2023; 2. ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ, ລົງວັນທີ 09/11/2022 ວ່າດ້ວຍການຕີລາຄາພະນັກງານ; 3. ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນ ທີ 20/01/2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ; 4. ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວອົງຄະນະພັກແຂວງໄຊສົມບູນ ປະຈໍາປີ 2022; 5. ເຜີຍແຜ່ຜົນສໍາເລັດການຢ້ຽມຢາມ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ໃນມື້ທີສອງຂອງກອງປະຊຸມໄດ້ສະຫຼຸບຕີລາຄາ ແລະ ຈັດພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ໃຫ້ກັບໜ່ວຍພັກ ຈຳນວນ 235 ໜ່ວຍພັກ ຢ່າງສົມກຽດ.

        ໃນໂອກາດດັ່ງກ່າວ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ມີຄຳເຫັນຕໍ່ກອງປະຊຸມໂດຍສະຫາຍໄດ້ເນັ້ນໃຫ້ເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດ ຕ້ານທ່າອ່ຽງທີ່ເປັນໄພອັນຕະລາຍຕໍ່ພັກ ເຊັ່ນ: ພະຍາດອາດຍາສິດ, ຫ່າງເຫີນປະຊາຊົນ, ຂີ້ຄ້ານມັກງ່າຍ, ຫຼິ້ນກິນຟຸມເຟືອຍ… ຄົ້ນຄວ້າ, ຈັດຕັ້ງເຊື່ອມຊຶມກົດລະບຽບພັກສະໄໝທີ XI ໃຫ້ເລິກເຊິ່ງ ເປັນຕົ້ນສິດ,ໜ້າທີ່ມາດຕະຖານຂອງສະມາຊິກພັກ, ບັນດາຂໍ້ຫ້າມຕ່າງໆ ເຂົ້າສູ່ຕົວຈິງ ໂດຍສະເພາະຕໍ່ການຈັດຕັ້ງປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກ. ພ້ອມກັນຄົ້ນຄວ້າ ເພື່ອຫາສາເຫດຕ່າງໆ ທີ່ພົບໃນການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ປະເມີນແຜນກຳນົດພະນັກງານຕາມກຳນົດເວລາ ຮັບປະກັນດ້ານໂຄງປະກອບເພດ, ເຜົ່າ ແລະ ຕາມທິດຫັນເປັນໜຸ່ມ ອີງໃສ່ສະພາບຕົວຈິງ, ກົງຈັກການຈັດຕັ້ງໃຫ້ມີການປະສານກົມກຽວ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ.

        ກອງປະຊຸມວຽກງານພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2022 ຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍ ເພາະໄດ້ພ້ອມກັນສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວແຂວງໄຊສົມບູນ ຄັ້ງທີ I ໄດ້ວາງອອກໃຫ້ເລິກເຊິ່ງ-ຖືກກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງຕໍ່ກັບໝາກຜົນທີ່ຍາດມາໄດ້ ເພື່ອສືບຕໍ່ເສີມຂະຫຍາຍ, ຍົກໃຫ້ເຫັນເຖິງຈຸດອ່ອນຂໍ້ບົກ​ຜ່ອງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ຊອກໃຫ້ເຫັນສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນີ້ ກອງປະຊຸມຍັງໄດ້ຄົ້ນຄວ້າ ມີຄວາມຄິດຄວາມເຫັນຕໍ່ທິດທາງຄາດໝາຍ ແລະ ໜ້າທີ່ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນ 01 ປີຕໍ່ໜ້າ, ແນໃສ່ປັບປຸງກໍ່ສ້າງພັກ-ພະ​ນັກ​ງານ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນໃນເງື່ອນໄຂໃໝ່; ປະຕິບັດການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານໃຫ້ເປັນຮູບປະທໍາຕົວຈິງ, ຮັບປະກັນໃຫ້ມີຖັນແຖວສະມາຊິກພັກ, ພະນັກງານທີ່ໜັກແໜ້ນ ເພື່ອສືບຕໍ່ນໍາພາພາລະກິດປົກປັກຮັກສາ ແລະ ພັດທະນາ​ແຂວງ​ໄຊ​ສົມ​ບູນ ໃຫ້​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.