ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີເຜີຍແຜ່ເຊືອມຊຶມ ເອກະສານ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ປ່າໄມ້ ສະໄໝທີ VI ແລະ ຜັນຂະຫຍາຍກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ- ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັັ້ງ ທົ່ວປະເທດ ປະຈໍາປີ 2022.
ຈຳນວນຜູ້ອ່ານ: 16
ອະນຸມັດວັນທີ: 09/03/2023

ຂ່າວ: ວິລະສະໄໝ

ພາບ: ພິດສະໄໝ

      ວັນທີ 6 ມີນາ 2023 ທີ່ຫ້ອງປະຊຸມກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີເຜີຍແຜ່ເຊື່ອມຊຶມເອກະສານ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານ ກະຊວງກະສິກຳ ແລະ ປ່າໄມ້ສະໄໝທີ VI ແລະ ຜັນຂະຫຍາຍກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັັກການຈັດຕັ້ງ ທົ່ວປະເທດປະຈຳປີ 2022. ໂດຍການເປັນປະທານຂອງສະຫາຍ ປອ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາສະຫາຍຄະນະປະຈຳພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ປະທານ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

     ເນື້ອໃນເອກະສານທີ່ເຜີຍແຜ່, ເຊື່ອມຊຶມໃນຄັ້ງນີ້ປະກອບມີ 6 ເອກສານສຳຄັນຄື:1. ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝ ສະບັບເລກທີ 268/ຄລສພ ລົງວັນທີ 20 ມັງກອນ 2023, 2. ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 25/ຄຈສພ ລົງວັນທີ 24 ມັງກອນ 2023 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝ ສະບັບເລກທີ 268/ຄລສພ ລົງວັນທີ 20 ມັງກອນ 2023, 3. ສະເໜີແຜນດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງກະສິກຳ ແລະ ປ່າໄມ້, 4. ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2022 ແລະ ທິດທາງໜ້າທີ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ຂອງຄະນະຈັດຕັ້ງສູນກາງພັກ, 5. ບົດໂອ້ລົມຂອງສະຫາຍຫົວໜ້າຄະນະຈັດຕັ້ງສູນກາງພັກ, 6. ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປີ 2022 ແລະ ທິດທາງໜ້າທີ່ ປີ 2023 ຂອງຄະນະພັກກະຊວງກະສິກຳແລະປ່າໄມ້.

     ກອງປະຊຸມຄັ້ງນີ້, ໄດ້ດຳເນີນເປັນເວລາ 1 ວັນ ດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ, ເຕັມໄປດ້ວຍບັນຍາກາດທີ່ດີ ບົນຈິດໃຈຍົກສູງຄວາມຮັບຜິດຊອບຂອງບັນດາສະຫາຍ, ການເຜີຍແຜ່ເຊື່ອມຊຶມຄັ້ງນີ້ເພື່ອເຮັດໃຫ້ບັນດາເອກະສານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ມີຄວາມເຂົ້າໃຈເປັນເອກະພາບທິດທາງແຜນການ, ວຽກງານຈຸດສຸມ; ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນຕ້ອງໄດ້ຫັນປ່ຽນຢ່າງແຂງແຮງ ມີຄວາມຕັດສິນໃຈ, ຄວາມເສຍສະຫຼະ ແລະ ຍົກສູງຄວາມຮັບຜິດຊອບ ເພື່ອເຮັດຫຼ້ອນໜ້າທີ່ການເມືອງກ້າວສູ່ຄຸນນະພາບໃໝ່.