ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ
ຈຳນວນຜູ້ອ່ານ: 34
ອະນຸມັດວັນທີ: 27/01/2023

ໂດຍ: ພຸດທະສອນ ເວດສະວົງ

ນັກຂ່າວແຂວງໄຊສົມບູນ

     ວັນທີ 24 ມັງກອນ 2023 ທີ່ຫ້ອງປະຊຸມຂອງ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ໄດ້ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງສະຫາຍ ພຸດ ອິນທະວົງ ເລຂາຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ມີຄະນະພັກຮາກຖານ, ມີຕາງໜ້າໜ່ວຍພັກກຸ່ມເສດຖະກິດ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ຄື້ວ່າງ ວ່າຕົວ ຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 6 ສະຫາຍ ແລະ ມະຕິຕົກລົງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ 4 ສະຫາຍ ເຊິ່ງບັນດາສະຫາຍດັ່ງກ່າວ ໄດ້ຜ່ານການຮຽນສະໜັບສະໜູນ, ຮຽນກົດລະບຽບພັກ ແລະ ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງ ຈາກໜ້າທີ່ວຽກງານຕົວຈິງ, ຜ່ານການຕິດຕາມຈາກຄະນະໜ່ວຍພັກ ແລະ ຄະນະພັກຮາກຖານຢ່າງໃກ້ຊິດ ເຫັນວ່າບັນດາສະຫາຍ ເຫຼົ່ານັ້ນ ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ, ທັງມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ມີຜົນສຳເລັດໃນຫຼາຍດ້ານ ເຊິ່ງຄົບຕາມເງື່ອນໄຂມາດຖານເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນເປັນສະມາຊິກພັກສົມບູນ. ຈາກນັ້ນ ສະຫາຍ ພຸດ ອິນທະວົງ ເລຂາຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ໄດ້ຂຶ້ນກ່າວຮັບ ແລະ ມອບມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ໃຫ້ແກ່ສະມາຊິກພັກສຳຮອງ ແລະ  ສະມາຊິກພັກສົມບູນໃໝ່.

     ໃນຕອນທ້າຍຂອງພິທີ ຍັງໄດ້ຮັບຟັງຄຳເຫັນໂອ້ລົມ ຈາກສະຫາຍ ພຸດ ອິນທະວົງ ເຊິ່ງສະຫາຍໄດ້ເນັ້ນໜັກ ໃຫ້ບັນດາສະມາຊິກພັກ ໂດຍສະເພາະແມ່ນບັນດາສະຫາຍທີ່ໄດ້ເຂົ້າເປັນສະມາຊິກພັກສຳຮອງ ແລະ ສົມບູນໃໝ່ໃນຄັ້ງນີ້ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຂອງພັກໃຫ້ເຂັ້ມງວດ ພ້ອມທັງຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເປັນຕົ້ນ ສຶກສາຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ແນວທາງນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ໄປພ້ອມກັບການຍົກລະດັບຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ  ທັງເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ເພື່ອໃຫ້ກາຍເປັນສະມາຊິກພັກທີ່ເຂັ້ມແຂງໃນຕໍ່ໜ້າ.