ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ບັນດາມະຕິກອງປະຊຸມຕ່າງໆ ແລະ ເອກະສານສຳຄັນຈຳນວນໜຶ່ງ
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 23/01/2023

     ໂດຍ: ວິລະສະໄໝ

     ໃນວັນທີ 23 ມັງກອນ 2023 ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ວິທະຍາເຂດດົງໂພສີ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມບັນດາມະຕິກອງປະຊຸມ ແລະ ບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ, ບົດໂອ້ລົມຂອງຂັ້ນເທິງ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ74 ປີ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ.ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ມີ ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງ, ຫົວໜ້າກົມ, ຮອງຫົວໜ້າກົມ, ແລະ ພະນັກງານຫຼັກແຫຼ່ງ ທົ່ວກົມກອງອ້ອມຂ້າງກະຊວງສາທາລະນະສຸກຈຳນວນ 450 ສະຫາຍ, ຍິງ 275 ສະຫາຍເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຄື: 1. ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI; 2. ມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງສາທາລະນະສຸກ ສະໄໝສາມັນ ຄັ້ງທີ 8 ສະໄໝທີ IX; 3. ບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະ 2003-2022 ແລະ ທິດທາງ 2025; 4. ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V; 5. ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V; 6. ຕັ້ງໜ້າຜັນຂະຫຍາຍມະຕິວ່າດ້ວຍຍົກສູງຄຸນນະພາບວຽກງານການ ເມືອງ-ແນວຄິດ ໃນໄລຍະໃໝ່ເຂົ້າໃນຊີວິດສັງຄົມຕົວຈິງ ແລະ 7. ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ເຊິ່ງການເຜີຍແຜ່, ເຊື່ອມຊຶມ ບັນດາເອກະສານສຳຄັນຕ່າງໆຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ-ພະນັກງານ ໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະ ກຳແໜ້ນບັນດາເນື້ອໃນເອກະສານດັ່ງກ່າວ ແລະ ນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນ.