ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສຳເລັດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ IV
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 18/01/2023

ຂ່າວ:​ ອານຸລັກ

     ວັນທີ 16 ມັງກອນ 2023 ທີ່ຫ້ອງປະຊຸມໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ IV  ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ສັນວິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ; ສະຫາຍ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ, ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ມີຄະນະພັກຮາກຖານ ລາວ ໂທລະຄົມມະນາຄົມ, ຄະນະໜ່ວຍພັກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ສໍາມະນາກອນ ເຂົ້າຮ່ວມທັງໝົດຈຳນວນ  68 ສະຫາຍ, ຍິງ 26 ສະຫາຍ.

    ຊຸດຝຶກອົບຮົມດັ່ງກ່າວໄດ້ດໍາເນີນມາແຕ່ວັນທີ 14 ພະຈິກ 2022 ແລະ ສໍາເລັດລົງໃນວັນທີ 16 ມັງກອນ 2023, ໃນພິທີສະຫາຍ ອາລຸນຍະເດດ ບານຈິດ ຄະນະປະຈໍາພັກ, ຮອງຜູ້ອໍານວຍການໃຫຍ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ທັງເປັນຫົວໜ້າຄະນະຮັບຜິດຊອບຊຸດຝຶກອົບຮົມ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດຊຸດຝຶກອົບຮົມ ແລະ ລາຍງານສະພາບຜົນສໍາເລັດການຈັດຕັ້ງປະຕິບັດຫຼັກສູດພ້ອມທັງຕີລາຄາຄວາມຮັບຮູ້ເຂົ້າໃຈຂອງຜູ້ເຂົ້າຮ່ວມຝຶກອົບຮົມໂດຍລວມແມ່ນຢູ່ໃນລະດັບດີຫຼາຍ ກວມເອົາ 90%, ຫຼັງຈາກນັ້ນ ສະຫາຍ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕາງໜ້າຄະນະປະທານໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ.

     ໃນຕອນທ້າຍຂອງພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງຄໍາເຫັນໂອ້ລົມຂອງສະຫາຍ ປອ ສັນຕິສຸກ ສິມມາລາວົງ ໂດຍເນັ້ນໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ນໍາເອົາທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ-ລັດ ແລະ ບົດຮຽນຈາກການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຮັບໝາກຜົນສູງສຸດ.