ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດ XXV
ຈຳນວນຜູ້ອ່ານ: 27
ອະນຸມັດວັນທີ: 04/01/2023

     ຂ່າວ: ວິລະສະໄໝ

ພາບ: ແສງອາລຸນ

     ປະຕິບັດຕາມແຜນບຳລຸງສ້າງທາງດ້ານທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຂອງກະຊວງສາທາລະນະສຸກ, ໃນວັນທີ 30 ທັນວາ 2022 ຢູ່ທີ່ສະຖານບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ກະຊວງສາທາລະນະສຸກ ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ່ XXV ໂດຍການເປັນປະທານຮ່ວມຂອງ ສະຫາຍ ດຣ. ສະໜອງ ທອງຊະນະ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ກຳມະການພັກ, ຮອງຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດ, ມີຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ຫ້ອງການກະຊວງສາທາລະນະສຸກ, ສະຖາບັນສາທາລະນະສຸກສາດ ແລະ ພະຍາດເຂດຮ້ອນ, ຄູອາຈານຈາກສະຖາບັນການເມືອງ ແລະ ການປົກແຫ່ງຊາດ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ສຳມະນາກອນ ທັງໝົດ 46 ສະຫາຍ, ຍິງ 19 ສະຫາຍ.

     ຊຸດຝຶກອົບຮົມດັ່ງກ່າວ ໄດ້ເລີ່ມດຳເນີນມາແຕ່ວັນທີ 31 ຕຸລາ 2022 ແລະ ສຳເລັດລົງໃນວັນທີ 30 ທັນວາ 2022; ໃນໄລຍະ ດັ່ງກ່າວ ສຳມະນາກອນໄດ້ ຄົ້ນຄວ້າຮ່ຳຮຽນພື້ນຖານຂອງທິດສະດີມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ ເຊິ່ງມີທັງໝົດ 5 ພາກ​ວິຊາ​ ຈຳນວນ 40 ບົດຄື: 1. ພາກວິຊາປັດຊະຍາ 8 ບົດ; 2. ພາກວິຊາເສດຖະສາດການເມືອງ ແລະ ແນວທາງເສດຖະກິດຂອງພັກ 10 ບົດ; 3. ພາກວິຊາລັດທິສັງຄົມນິຍົມວິທະຍາສາດ 8 ບົດ; 4. ພາກວິຊາບໍລິຫານສາດ 8 ບົດ; 5. ພາກວິຊາກໍ່ສ້າງພັກ 5 ບົດ ແລະ ແນວທາງສາທາລະນະສຸກຂອງພັກ 1 ບົດ, ຜ່ານການຕີລາຄາຜົນໄດ້ຮັບຈາກການຝຶກອົບຮົມເຫັນວ່າ ຜູ້ເຂົ້າຮ່ວມຝຶກອົບຮົມແຕ່ລະສະຫາຍໄດ້ປະຕິບັດໜ້າທີ່ການເມືອງຂອງຕົນເອົາໃຈໃສ່ຂຶ້ນຫ້ອງຮັບຟັງການບັນຍາຍຂອງຄູ-ອາຈານ ແລະ ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳໄດ້ເປັນຢ່າງດີ.

     ໃນຕອນທ້າຍຂອງພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ດຣ. ສະໜອງ ທອງຊະນະ ເຊິ່ງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຮັບການຝຶກອົບຮົມຄັ້ງນີ້ ພ້ອມກັນນຳເອົາບົດຮຽນ ມາໝູນໃຊ້ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ແລະ ນຳພາພະນັກງານພາຍໃນກົມກອງຂອງຕົນຈັດຕັ້ງປະຕິບັດໃຫ້ ເກີດໝາກຜົນທີ່ດີ ແລະ ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.