ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ
ຈຳນວນຜູ້ອ່ານ: 21
ອະນຸມັດວັນທີ: 25/11/2022

ໂດຍ: ອານຸລັກ

     ກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ຈັດ​ຂຶ້ນ​ໃນ​ວັນທີ 23 ພະຈິກ 2022 ທີ່​ຫ້ອງ​ປະ​ຊຸມ​ໃຫ​ຍ່​ຊັ້ນ 6 ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູຸນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີ​ຄະນະ​ພັກ​ກະຊວງ, ຄະນະ​ໜ່ວຍ​ພັກ, ຄະນະ​ຫ້ອງການ, ຫົວໜ້າ​ກົມ, ຮອງ​ຫົວໜ້າ​ກົມ, ຫົວໜ້າ​ພະ​ແນ​ກ ​ພາຍ​ໃນ​ກະຊວງແຜນ​ການ ແລະ ການລົງທຶນ​ ​ແລະ ພະນັກງານ​ຈາກ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກຈຳນວນ​ໜຶ່ງ​ເຂົ້າ​ຮ່ວມ ລວມທັງໝົດ 81 ສະຫາຍ, ຍິງ 23 ສະຫາຍ.

     ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມ​ຄອງຄັ້ງນີ້ ແມ່ນເພື່ອເປັນການຄັດເລືອກເອົາພະນັກງານ​ຜູ້ທີ່ມີຄວາມຮູ້-ຄວາມສາມາດ, ມີຄຸນ​ທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີແບບແຜນການເຮັດວຽກທີ່ລະອຽດ, ເຂັ້ມແຂງ, ກ້າຕໍານິກໍ່ສ້າງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ, ສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ຮູ້ຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງ ເຊິ່ງກ່ອນ​ຈະ​ດຳ​ເນີນ​ການ​ທາບ​ທາມ​ ສະຫາຍ ຄໍາເຈນ ວົງໂພສີ ໄດ້ມີຄໍາເຫັນຊີ້ນໍາຕໍ່ກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃນແຕ່ລະຂັ້ນ, ແຕ່ລະພາກສ່ວນ ໂດຍແນໃສ່ການກໍ່ສ້າງພະນັກງານຮຸ້ນສືບທອດປ່ຽນແທນຕາມຄວາມຮຽກຮ້ອງຫັນເປັນໜຸ່ມຂອງຍຸກສະໄໝ ໂດຍແນໃສ່ການເລືອກເຟັ້ນເປົ້າໝາຍພະນັກງານທີ່ຈະສືບທອດປ່ຽນແທນ ແລະ ກຽມພ້ອມຫັນເອົາພະນັກງານລົງສູ່ຮາກຖານການເມືອງ ທີ່ຕິດພັນກັບການພັດທະນາຊົນນະບົດຕາມທິດສາມສ້າງ. ອີງໃສ່ມະຕິຂອງກົມການເມືອງສູນກາງພັກວາງອອກນັ້ນ ໃນໄລຍະໃໝ່ຄະນະພັກ, ຄະນະນໍາແຕ່ລະຂັ້ນຕ້ອງເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພະນັກງານທີ່ມີຄວາມຮູ້ຄວາມສາມາດ,​ ມີຄຸນສົມບັດສິນທໍາປະຕິວັດ ເຮັດແນວນັ້ນພວກເຮົາຈຶ່ງຈະໄດ້ພະນັກງານນໍາພາຄຸ້ມຄອງຜູ້ທີ່ເໝາະສົມ. ສະຫາຍຍັງໄດ້ເນັ້ນໜັກບາງຈຸດຕໍ່ກັບການສ້າງພະນັກງານນໍາພາ-ຄຸ້ມຄອງຄື: ການສ້າງແຜນກໍານົດພະນັກງານ ແລະ ການຄາດຄະເນເປົ້າໝາຍພະນັກງານ ທີ່ຈະຈັດວາງເຂົ້າໃນຕໍາແໜ່ງນໍາພາຄຸ້ມຄອງແຕ່ລະຂັ້ນ ແຕ່ລະຂະແໜງການ ຕ້ອງຮັບປະກັນລັກສະນະສືບທອດປ່ຽນແທນ ຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງ ຕອບສະໜອງທາງດ້ານຈໍານວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການໃນລະບົບການເມືອງ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ ແນໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ.

     ຈາກນັ້ນ, ສະຫາຍ ນາງ ຄໍາຈັນ ວົງແສນບຸນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນຜ່ານ 2 ເອກະສານຄື: ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 03/01/2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານ-ນໍາພາຄຸ້ມຄອງ,  ມະຕິຂອງກົມການເມືອງ ສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 03/01/2018 ວ່າດ້ວຍມາດຖານພະນັກງານນໍາພາ-ຄຸ້ມຄອງ ແລະ ສະຫາຍ ທອງຈັນ ໂຂງພູມຄໍາ ຄະ​ນະ​ປະ​ຈຳ​ພັກ, ຮອງຫົວ​ໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາແນະນໍາ ເລກທີ 292/ຄຈສພ, ລົງວັນທີ 26/04/2018 ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກວ່າ​ດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ​ວຽກງານ​ຄຸ້ມຄອງພະນັກງານ ແລະ ວຽກງານສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ. ກອງປະຊຸມ ຈະດໍາເນີນການປ່ອນບັດທາບທາມ ທັງ​ໝົດ 3 ຮອບໃຊ້ເວລາ 3 ວັນ ຈິ່ງສຳ​ເລັດ.