ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ
ຈຳນວນຜູ້ອ່ານ: 30
ອະນຸມັດວັນທີ: 25/11/2022

ໂດຍ: ວິລະສະໄໝ

     ໃນວັນທີ 24 ພະຈິກ 2022 ທີ່ຫ້ອງປະຊຸມໃຫຍ່ ວິທະຍາເຂດ ດົງໂພສີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດຈຳນວນໜຶ່ງ  ໂດຍການເປັນປະທານຂອງສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ,  ລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະປະຈໍາພັກກະຊວງ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າກົມ, ຮອງກົມ ແລະ ປະທານ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງ ຈໍານວນ 450  ສະຫາຍເຂົ້າຮ່ວມ.

     ໃຫ້ກຽດເຜີຍແຜ່ເອກະສານໂດຍ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ,  ລັດຖະມົນຕີກະຊວງສາທາລະນະສຸກ ເຊິ່ງມີເອກະສານສຳຄັນດັ່ງນີ້: ແຈ້ງການແນະນຳກ່ຽວກັບການຈັດຕັ້ງໂຄສະນະປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນເກີດປະທານໄກສອນພົມວິຫານ ຄົບຮອບ 102 ປີ ເຊິ່ງການເຜີຍແຜ່-ເຊື່ອມຊຶມເອກະສານຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານນໍາພາຫຼັກແຫຼ່ງ ທົບທວນຄືນມູນເຊື້ອ ແລະ ພາລະກິດ ຕໍ່ສູ້ປົດປ່ອຍຊາດຍາດໄດ້ໄຊຊະນະໃນເມື່ອກ່ອນກໍຄືຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກ, ຖືເອົາໂອກາດນີ້ ສຶກສາອົບຮົມພະນັກງານ, ສະມາຊິກພັກ, ໃຫ້ມີນໍ້າໃຈເສຍສະຫຼະ, ມີນໍ້າໃຈຮັກຊາດ, ມູນເຊື້ອຄວາມສາມັກຄີປອງດອງ ແລະ ຄົ້ນຄວ້າຮໍ່າຮຽນເອົາມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດ-ສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ, ຖືເອົາແນວຄິດໄກສອນ ພົມວິຫານ ເປັນທິດນໍາໃນການຈັດຕັ້ງປັບປຸງໜ້າທີ່ວຽກງານໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ.