ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V
ຈຳນວນຜູ້ອ່ານ: 31
ອະນຸມັດວັນທີ: 23/11/2022

ຂ່າວ: ສ.ສົດ​ໃສ, ພາບ: ສຳນານ ໜັງສືພິມປະຊາຊົນ

     ​ໃນລະຫວ່າງວັນທີ 17-18 ພະຈິກ 2022 ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໄດ້​ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ພາຍໃຕ້ຄຳຂວັນ “ເພີ່ມທະວີ​ການ​ນຳພາ​ຂອງ​ພັກ, ສ້າງ​ການ​ຫັນປ່ຽນ​ໃໝ່​ຢ່າງ​ແຂງ​ແຮງ-​ເລິກ​ເຊິ່ງ ວຽກ​ງານ​ການ​ເມືອງ​-​ແນວ​ຄິດ, ທິດ​ສະ​ດີ​ຂອງ​ພັກ ​ເຂົ້າ​ສູ່​ຄຸນ​ນະພາ​ບ​ໃໝ່” ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນໍາກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຜູ້ປະຈຳການຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ, ບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈໍາພັກ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ນະຄອນຫຼວງວຽງຈັນ, ບັນດາສະຫາຍທີ່ເຮັດວຽກງານໂຄສະນາ-ອົບຮົມຂອງກະຊວງ-ອົງການກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV (2003) ເຖິງປັດຈຸບັນ, ພ້ອມທັງຄົ້ນຄວ້າກໍານົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ, ພ້ອມກັນປະກອບຄຳຄິດເຫັນ ຕໍ່ເນື້ອໃນຂອງກອງປະຊຸມຕາມຫົວຂໍ້ຕ່າງໆ ແລະ ຕາມການເຈາະຈີ້ມຂອງປະທານກອງປະຊຸມບົນພື້ນຖານບົດລາຍງານລວມ ທີ່ໄດ້ສະເໜີຕໍ່ກອງປະຊຸມ, ແນໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດຜ່ານມາ ແລະ ການກໍານົດທິດທາງຄາດໝາຍໃນຕໍ່ໜ້າແທດເໝາະກັບການຜັນແປຂອງສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງກວ້າງຂວາງ, ຟົດຟື້ນ ແລະ ແຂງແຮງກວ່າເກົ່າ;​ ຄົ້ນຄວ້າ​ປຶກສາ​ຫາລື​ຢ່າງເປັນ​ເອກະ​ພາບ​ກ່ຽວກັບການສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເຊິ່ງພັກເຮົາຖືວ່າ: "ວຽກງານການເມືອງ-ແນວຄິດ ເປັນວຽກງານກົກໃນການກໍ່ສ້າງປັບປຸງພັກ, ເປັນປັດໄຈສຳ​ຄັນຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ, ສ້າງ​ກຳລັງ​ແຮງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ຕົວ​ຈິງ​ຂອງ​ພັກ”.

     ການຄົ້ນຄວ້າປະກອບຄໍາເຫັນຕໍ່ກອງປະຊຸມ ຕິດພັນກັບຈິດໃຈເນື້ອໃນມະຕິຂອງກົມການເມືອງສູນກາງພັກ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດ ເພື່ອສ້າງຄວາມເປັນເອກະພາບສູງ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ ກໍຄືພະນັກງານ, ສະມາຊິກພັກແຕ່ລະສະຫາຍ ຕໍ່ການເຄື່ອນໄຫວໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແຂງແຮງ-ເລິກເຊິ່ງ ແລະ ມີການຫັນປ່ຽນເຂົ້າສູ່ຄຸນນະພາບໃໝ່.

     ໃນໂອກາດ ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍສະ​ຫາຍໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍບັນ​ດາ​ຜູ້​ແທນທັງ​ໝົດ ​ທີ່ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ ພ້ອມທັງ​ມີຄຳເຫັນ​ແລກປ່ຽນ​ບົດຮຽນ-ປະສົບ​ການ​ທີ່​ດີ ​ແລະ ສະ​​ເໜີ​ແນວ​ຄວາມ​ຄິດ, ທັດສະນະ​ເປັນ​ຮູບ​ປະ​ທຳຢ່າງ​ກົງ​ໄປ​ກົງ​ມາ ​ແລະ ມີ​ວິທະຍາສາດ​ ​ເພື່ອ​ຍົກສູງ​ຄຸນ​ນະພາ​ບ, ປະສິດ​ພາບ​ຂອງ​ວຽກ​ງານ​ການ​ເມືອງ-​ແນ​ວຄິດ ​ໃນ​ສະພາບ​ເງື່ອນ​ໄຂ​ໃໝ່;​ ພ້ອມ​ນັ້ນ ສະຫາຍ ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່​ອໝັ້ນ​ວ່າ ພາຍ​ໃຕ້ການ​ນຳພາ​ຊີ້​ນຳຂອງ​ສູນ​ກາງ​ພັກ ກໍ​ຄື​ບັນດາ​ສະຫາຍກຳມະການ​ສູນ​ກາງ​ພັກ ຈະ​ສື​ບຕໍ່​ນຳພາ​ຊີ້​ນຳ​ຄະນະ​ພັກ​ແຕ່ລະ​ຂັ້ນ ກໍ​ຄື​ຜູ້​ທີ່​ເຮັດ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ​ໂດ​ຍກົງ ໃນ​ກາ​ນສືບ​ຕໍ່​ຄົ້ນຄວ້າ, ວິ​ໄຈ, ສະຫຼຸບ, ຖອດ​ຖອນ​ບົດຮຽນ​ກ່ຽວກັບ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​​ໄລຍະ​ໃໝ່, ປະກອບ​ສ່ວນ​ໂດຍ​ກົງ​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ລັກສະນະ​ນຳ​ໜ້າ​ຂອງ​ພັກ​ເຮົາ, ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ໄດ້​ຮັບ​ຜົນສຳ​ເລັດ.