ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປີດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ IV
ຈຳນວນຜູ້ອ່ານ: 31
ອະນຸມັດວັນທີ: 22/11/2022

ພາບ: ສໍສົດໃສ, ແຫຼ່ງຂ່າວ: ລາວໂທລະຄົມ

     ໃນວັນທີ 14 ພະຈິກ 2022 ທີ່ຫ້ອງປະຊຸມ ສໍານັກງານ​ໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ (ລລທ) ໄດ້ເປີດ​ຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ IV ເປັນປະທານໂດຍ ສະຫາຍ ຄໍາພູ ດວງຖະໜອມ ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີເລຂາຄະນະພັກຮາກຖານ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະພັກຮາກຖານ ລລທ, ຄະນະໜ່ວຍພັກ ແລະ ສຳມະນາກອນ ລວມທັງໝົດ 50 ສະຫາຍ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ອາລຸນນະເດດ ບານຈິດ ຄະນະປະຈຳພັກຮາກຖານ ຮອງຜູ້ອໍານວຍການໃຫຍ່ ຂະແໜງຈັດຕັ້ງ-ບໍລິຫານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ  ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປີດຊຸດຝຶກອົບຮົມ ຂອງ ສມປຊ, ມະຕິຕົກລົງຂອງຄະນະພັກກະຊວງ ຕສ ແລະ ແຜນການເຄື່ອນໄຫວການຝຶກອົບຮົມຂອງ ສມປຊ ເຊິ່ງຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອປະກອບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ເປັນຕົ້ນແມ່ນຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ, ຍົກລະດັບຄວາມຮູ້ພື້ນຖານທິດສະດີການເມືອງ, ຫຼັກໝັ້ນ ແລະ ທັດສະນະຊົນຊັ້ນກໍາມະກອນ, ຮູ້ຈໍາແນກມິດ-ສັດຕູ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຄຸນທາດປະຕິວັດ, ສ້າງແບບແຜນການດໍາລົງຊີວິດທີ່ປອດໃສຂາວສະອາດ, ຍົກສູງສະຕິລະວັງຕົວຕໍ່ທຸກເລ່ຫຼ່ຽມກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ກຽມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ແລະ ປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສໍາເລັດຜົນ, ເຊື່ອມຊຶມ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນແນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ສ້າງຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ໃນຂົງເຂດວຽກງານຕົວຈິງໃຫ້ເກີດດອກອອກຜົນ ທັງເປັນການຕ້ານທັດສະນະຜິດເຂວອອກຈາກແນວທາງນະໂຍບາຍຂອງພັກ ເຊັ່ນ: ແນວຄິດຄອງເດີມ, ກົນຈັກລອກແບບ, ຈຸ້ມເຈື້ອ, ເຊື້ອສາຍ, ຫຼາຍພັກຫຼາຍເຄົ້າ ແລະ ອຶ່ນໆ. ຊູດຝຶກອົບຮົມຄັ້ງນີ້ ຈະດໍາເນີນໄປຈົນເຖິງວັນທີ 17 ມັງກອນ 2023 ຈຶ່ງຈະສຳເລັດ.