ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງແຂວງຫົວພັນ ສຳເລັດການເຄື່ອນໄຫວຊຸກຍູ້ວຽກງານພາຍໃນ 5 ເມືອງຂອງແຂວງ
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 11/11/2022

ຂ່າວ: ອາລັນ ພີມມະທອນ

     ໃນລະຫວ່າງ ເດືອນ ຕຸລາ - ພະຈິກ 2022 ຄະນະຈັດຕັ້ງແຂວງຫົວພັນ ​ໄດ້​ເຄື່ອນ​ໄຫວຊຸກຍູ້ແບບແຜນວີທີການເຮັດວຽກຂອງຄະນະພັກ ແລະ ວິທີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ຕິດພັນກັບວຽກງານ 3 ສ້າງ ພາຍ​ໃນ 5 ເມືອງ ຂອງແຂວງຫົວພັນຄື: ເມືອງ ວຽງໄຊ, ເມືອງ ສົບເບົາ, ເມືອງ ຊຽງຄໍ້, ເມືອງ ແອດ ແລະ ເມືອງ ຮ້ຽມ ທັງໝົດ 25 ບ້ານ ເຊິ່ງມີບັນດາສະຫາຍ ຄະນະໜ່ວຍພັກບ້ານ ແລະ ສະມາຊິກພັກແຕ່ລະບ້ານ ເຂົ້າຮ່ວມທັງໝົດ 299 ສະຫາຍ, ຍິງ 63 ສະຫາຍ.

     ໃນວາລະກອງປະຊຸມ ໄດ້ຜ່ານບົດສະຫຼຸບລາຍງານແບບແຜນວິທີນຳພາ ແລະ ວິທີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຈາກເລຂາໜ່ວຍພັກ ແຕ່ລະບ້ານ ທີ່​ໄດ້​ລົງ​ເຄື່ອນ​ໄຫວ​ຊຸກ​ຍູ້​ໃນ​ຄັ້ງ​ນີ້. ຄະນະຈັດຕັ້ງແຂວງ ໄດ້ຜ່ານຄຳສັ່ງເລກທີ 01/ກມສພ ແລະ ຄຳແນະນຳເລກທີ 291/ຄຈສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຄຳສັ່ງເລກທີ 064/ກມສພ ແລະ ຄຳແນະນຳເລກທີ 201/ຄຈສພ ວ່າດ້ວຍວຽກງານຂະຫຍາຍພັກ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໜ່ວຍພັກແຕ່ລະບ້ານພ້ອມກັນຈັດຕັ້ງປະຕິບັດໃຫ້​ມີ​ປະ​ສິດ​ທິ​​ພາບ ແລະ ປະ​ສິດ​ທິ​ຜົນ.