ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດພິທີຝຶກອົບຮົມວຽກງານກໍ່ສ້າງພັກ ຊຸດທີ V
ຈຳນວນຜູ້ອ່ານ: 46
ອະນຸມັດວັນທີ: 10/11/2022

   ຂ່າວ: ວິລະສະໄໝ ຍົດບຸນມີ 

 ໃນວັນທີ 9 ພະຈິກ 2022 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ຊຸດທີ V ໂດຍການເປັນປະທານຂອງສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະພັກກະຊວງ, ຄະນະຮາກຖານພັກ ແລະ ບັນດາສະຫາຍເລຂາໜ່ວຍພັກອ້ອມຂ້າງກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງສຳມະນາກອນ 73 ສະຫາຍ, ຍິງ 28 ສະຫາຍ ເຂົ້້າຮ່ວມ.

     ຊຸດຝຶກອົບຮົມຄັ້ງນີ້ຈັດຂຶ້ນເພື່ອຍົກສູງຄຸນນະພາບໃຫ້ສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ຜູ້ຊ່ວຍວຽກໜ່ວຍພັກທີ່ຢູ່ໃນແຜນການກຳນົດພະນັກງານນຳພາຄຸ້ມຄອງສືບທອດປ່ຽນແທນຂອງບັນດາໜ່ວຍພັກ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ  ແລະ ກຳແໜ້ນເນື້ອໃນກົດລະບຽບພັກປະຊາຊົນປະຕິວັດລາວ ພ້ອມທັງມີການປະຕິບັດລະບຽບວິໄນຢ່າງເຂັ້ມງວດ.

     ບົດຮຽນທີ່ນຳມາຝຶກອົບຮົມຄັ້ງນີ້ມີທັງໝົດ 6 ບົດ ຄື: 1. ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, 2. ການຕີລາຄາຄຸນນະພາບແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ; 3. ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, 4, ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ; 5. ການອອກບັດ-ມອບບັດ ສະມາຊິກພັກສົມບູນ; 6. ເນື້ອໃນພື້ນຖານກ່ຽວກັບ ວຽກງານປ້ອງກັນພັກ-ພະນັກງານ. ມີວິທະຍາກອນທີ່ມາຈາກຄະນະຈັດຕັ້ງສູນກາງພັກຂຶ້ນບັນຍາຍ ແລະ ຊຸດຝຶກອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 3 ວັນ ເລີ່ມວັນທີ 9-11 ພະຈິກ 2022 ຈຶ່ງຈະສຳເລັດ.