ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ່ XXV
ຈຳນວນຜູ້ອ່ານ: 50
ອະນຸມັດວັນທີ: 02/11/2022

ໂດຍ: ສ.ສົດ​ໃສ

​     ກະຊວງສາທາລະນະສຸກ ໄດ້ເ​ປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ່ XXV ​​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ ​ໃນວັນທີ 31 ຕຸລາ 2022 ທີ່​ຫ້ອງ​ປະຊຸມສະຖາບັນ​ສາທາລະນະສຸກ​ສາດ ​ແລະ ການ​ແພດ​ເຂດ​ຮ້ອນ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ,  ​ເປັນກຽດ​ເຂົ້າຮ່ວມມີສະຫາຍ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີບັນດາ​ວິ​ທະ​ຍາກ​ອນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ສໍາມະນາກອນທີ່ມາຈາກກົມກອງອ້ອມຂ້າງກະຊວງສາທາລະນະສຸກ ທັງໝົດ 46 ສະຫາຍ, ຍິງ 19 ສະຫາຍ.

     ຊຸດຝຶກ​ອົບຮົມ​ຄັ້ງ​ນີ້ ສຳມະນາກອນຈະໄດ້ຄົ້ນຄວ້າຮ່ຳຮຽນພື້ນຖານຂອງທິດສະດີມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ ມີທັງໝົດ 5 ພາກ​ວິຊາ​ ແລະ 40 ບົດຄື: 1. ພາກວິຊາປັດຊະຍາ 8 ບົດ; 2. ພາກວິຊາເສດຖະສາດການເມືອງ ແລະ ແນວທາງເສດຖະກິດຂອງພັກ 10 ບົດ; 3. ພາກວິຊາລັດທິສັງຄົມນິຍົມວິທະຍາສາດ 8 ບົດ; 4. ພາກ ວິຊາບໍລິຫານສາດ 8 ບົດ; 5. ພາກວິຊາກໍ່ສ້າງພັກ 5 ບົດ ແລະ ແນວທາງສາທາລະນະສຸກຂອງພັກ 1 ບົດ.

     ຕອນ​ທ້າຍ​ຂອງ​ພິທີ ສຳ​ມະກອນຍັງໄດ້​ຮັບ​ຟັງ​ຄຳ​ເຫັນໂອ້​ລົມ​ຂອງ​ສະຫາຍ​ ປອ. ດຣ. ບຸນ​ແຝງ ພູມ​ມະ​ໄລ​ສິດ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ເຊິ່ງສະຫາຍ​ໄດ້​ຮຽກຮ້ອງ​ເຖິງ​ສຳ​ມະກອນ​ທຸກ​ສະຫາຍ ທີ່​ເຂົ້າ​ຮ່ວມຝຶກ​ອົບຮົມ​ຄັ້ງນີ້ ຈົ່ງ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ຮ່ຳຮຽນ, ​ແລກປ່ຽນບົດຮຽນ​ປະກອບ​ຄຳ​ຄິດ​ເຫັນ​ນຳ​ວິທະຍາກອນ​ທີ່​ມາ​ສິດສອນ ​ເພື່ອ​ກຳ​ແໜ້ນ​ບົດຮຽນ, ທິດ​ສະ​ດີ​ມາກ-​ເລນິນ, ​ແນວ​ຄິດ​ປະທານ ​ໄກສອນ ພົມວິຫານ, ​ບັນດາ​ຫຼັກ​ມູນ​ພື້ນຖານ,​ ກົດໝາຍ ກໍ​ຄື​ແນວທາ​ງນະ​ໂຍບາຍ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ​ຢ່າງ​ຈະ​ແຈ້ງ. ກາຍເປັນພະນັກງານຫຼັກແຫຼ່ງທີ່ເຂັ້ມແຂງ ມີຄຸນນະພາບ ເຮັດສຳເລັດທຸກໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ. ຊຸ​ດຝຶກ​ອົບຮົມ​ດັ່ງກ່າວ ຈະດຳ​ເນີນ​ການຮຽນການສອນໄປຈົນເຖິງວັນທີ  23/12/2022 ຈິ່ງຈະສໍາເລັດ.