ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ
ຈຳນວນຜູ້ອ່ານ: 60
ອະນຸມັດວັນທີ: 30/10/2022

ໂດຍ: ສົມໄຊ ຫຼ້າດວງມະນີ

ນັກຂ່າວ ຄຈຂ ຊຽງຂວາງ

       ໃນລະຫວ່າງວັນທີ 26-28 ຕຸລາ 2022 ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງຢູ່ແຂວງຊຽງຂວາງ ໂດຍໃຫ້ການຕ້ອນຮັບຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ; ໃນໂອກາດດັ່ງກ່າວ ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ຮັບຟັງການລາຍງານສະພາບລວມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຈາກທ່ານເຈົ້າແຂວງ ແລະ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ກໍ່ຄືວຽກງານຈັດຕັ້ງຂອງແຂວງຈາກທ່ານ ສູນທອນ ພັນມີໄຊ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ ເຊິ່ງໃນປີ 2022 ຄະນະພັກແຕ່ລະຂັ້ນໄດ້ເປັນເຈົ້າການໂຄສະນາເຜີຍແຜ່, ເຊື່ອມຊຶມບັນດານິຕິກຳຂອງພັກ-ລັດຖະບານ, ອົງການຕຸລາການ ແລະ ອົງການນິຕິບັນຍັດ ໃຫ້ຖັນແຖວສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ; ປັດຈຸບັນທົ່ວແຂວງມີ 7 ເມືອງ, ມີ 88 ຄະນະ​ພັກ​ຮາກ​ຖານ, ມີ​ໜ່ວຍ​ພັກທັງໝົດ 1,071 ໜ່ວຍ, ສືບ​ຕໍ່​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ​ເຂັ້ມ​ແຂງ ໜັກ​ແໜ້ນ ຕາມ​ຄຳ​ສັ່ງ​ເລກທີ 01/ກມສພ​ ໄດ້ 745 ໜ່ວຍ, ກວມ 69,56%. ທົ່ວອົງຄະນະພັກແຂວງມີ​ສະມາຊິກ​ພັກ​ທັງ​ໝົດ 18,731 ສະຫາຍ, ຍິງ 5,602 ສະຫາຍ, ອອກບັດ-ມອບ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ​ໄດ້ທັງໝົດ 17.006 ສະຫາຍ, ກວມ 90,79%; ຍິງ 4,639 ສະຫາຍ, ກວມ 82,80%; ໃນນັ້ນ ປີ 2022 ໄດ້ອອກບັດ-ມອບ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ​ໄດ້ 1 ຊຸດ; ມີ 479 ສະຫາຍ,  ຍິງ 147 ສະຫາຍ (ສະຖິຕິ 6 ເດືອນຕົ້ນປີ 2022).

       ໃນໂອກາດເຄື່ອນໄຫວເຮັດວຽກຄັ້ງນີ້ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ການນຳຫຼັກແຫຼ່ງຂອງແຂວງ ເຊິ່ງກ່ອນອື່ນທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ອົງການປົກຄອງແຂວງແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານ, ປະຊາຊົນບັນດາເຜົ່າ ທີ່ມີຄວາມຫ້າວຫັນ, ບຸກບືນສູ້ຊົນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍ່ຄືການພັດທະນາແຂວງຂອງຕົນໃຫ້ນັບມື້ມີບາດກ້າວຂະຫຍາຍຕົວສູ່ໂສມໜ້າໃໝ່, ພ້ອມນີ້ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະຈັດຕັ້ງແຂວງ, ຄະນະຈັດຕັ້ງເມືອງ, ສະມາຊິກພັກ-ພະນັກງານ ຈົ່ງສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານວຽກງານຈັດຕັ້ງ, ພັກ-ພະນັກງານ ແລະ ວຽກງານປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ​ໃຫ້​ເຂັ້ມ​ແຂງ ໜັກ​ແໜ້ນ ສ້າງ​ພະ​ນັກ​ງານ​ໃຫ້​ມີ​ຄວາ​ມສັດຊື່​ບໍ​ລິ​ສຸດ, ມີ​ນ້ຳ​ໃຈ​ຮັບ​ໃຊ້​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ, ປັບ​ປຸງ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ, ແບບ​ແຜນ​ວິ​ທີ​ນຳ​ພາ ແລະ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ໃຫ້ສອດ​ຄ່ອງ, ສ້າງ​ຄວາມ​ມີ​ລະ​ບຽບ​ວິ​ໄນ, ຈຸດ​ໃດ​ທີ່ຍັງ​ອ່ອນ ແລະ ຄົງ​ຄ້າງຕ້ອງ​ໄປ​ແກ້ໄຂ​ຢ່າ​ງ​ເດັດ​ດ່ຽວ, ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ, ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແກ່​ເສດ​ຖະ​ກິດ​ຂອງ​ແຂວງ​, ເອົາ​ໃຈ​ໃສ່​ວຽກ​ງາ​ນ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕີ​ຖອຍ​ການ​ສ້າງ​ກະ​ແສ​​ຄວາມ​ແຕກ​ແຍກ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ແກ້​ໄຂ​ຄວ​າມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃຫ້​ກ້າວ​ໄປ​ສູ່​ຄວາມ​ຢູ່​ດີ​ກິນ​ດີ ແລະ ມີ​ຄວາມ​ຜາ​ສຸກ.

​       ບັນ​ດາ​ທ່ານ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ຈັດ​ຕັ້ງ​ທຸກ​ຂັ້ນ​ຕ້ອງ​ສືບ​ຕໍ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່, ​ເ​ປັນ​ຕົ້ນແມ່ນ​ຕ້ອງ​ເຝິກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີ​ຈັນ​ຍາ​ບັນ, ຈັນ​ຍາ​ທຳ, ຕ້ອງ​ເປັນ​ຜູ້​ທີ່​ມີ​ຄວາມ​ອົດ​ທົນ, ດຸ​ໝັ່ນ​ຄົ້ນ​ຄວ້າ​ບັນ​ດາ​ນິ​ຕິ​ກຳ​ຕ່າງໆ ໂດຍ​ສະ​ເພາະ​ກຳ​ແໜ້ນ​ນິ​ຕິ​ກຳ​ໃນ​ການ​ວຽກ​ງານກໍ່​ສ້າງ​ພັກ​, ມະ​ຕິ, ຄຳ​ສັ່ງ, ຄຳ​ແນະ​ນຳ, ແຈ້ງ​ການ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະ​ນະເລຂາທິການສູນກາງພັກ ແລະ ຜັນ​ຂະ​ຫ​ຍາຍ​ອອກ​ເປັນ​ນິ​ຕິ​ກຳ​ຂອງ​ແຂວງ, ຂອງ​ເມືອງ ຕ​າມ​ຄວາມ​ເໝາະ​ສົມ; ຕ້ອງ​ກຳ​ປະ​ຫວັດ​ຕົ້ນ​ກຳ​ເນີດ, ປະ​ຫວັດ​ການ​ເຄື່ອນ​ໄຫວ, ສະ​ພາບ​ຈຸດ​ພິ​ເສດ ແລະ ຜົນ​ງ​ານ​ຂອງ​ພະ​ນັກ​ງານ-ລັດ​ຖະ​ກອນທີ່​ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ຂອງ​ແຂວງ, ຂອງ​ເມືອງ​ເປັນ​ແຕ່​ລະ​ໄລ​ຍະ, ຕ້ອງ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ລະ​ບອບ​ຊຸກ​ຍູ້, ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ສິດ, ໜ້າ​ທີ່​ຂອງ​ຄະ​ນະ​ພັກ, ສະ​ມາ​ຊິກ​ພັກ ໂດຍ​ສົມ​ທົບ​ກັບ​​ພາກ​ສ່ວນ​ກ່ຽວ​ຂ້ອງ​ເພື່ອ​ຕິ​ຕາມກວດ​ກາ​ໃຫ້​ເປັນ​ປົກ​ກະ​ຕິ.

       ໃນໄລຍະເຄື່ອນໄຫວເຮັດວຽກຢູ່ແຂວງດັ່ງກ່າວ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະຍັງໄດ້ຢ້ຽມຊົມຫ້ອງວາງສະແດງສິນຄ້າພູມປັນຍາຂອງທ້ອງຖິ່ນ ແລະ ຢ້ຽມຢາມຄອບຄົວຜະລິດເຫຼົ້າວາຍເຂົ້າໄກ່ນ້ອຍ ຢູ່ບ້ານຍວນ ເມືອງແປກ ແຂວງຊຽງຂວາງ, ກວດກາ ແລະ ທັດສະນະຢ້ຽມຊົມສະໜາມກິລາທີ່ຈະໃຊ້ໃນພິທີເປີດ-ປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໄດ້ຮັບກຽດເປັນເຈົ້າພາບ ໃນທ້າຍປີ 2022 ແລະ ຢ້ຽມຢາມຮາກຖານຫົວໜ່ວຍທຸລະກິດຈຳນວນໜຶ່ງຕື່ມອີກ...ຯ