ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຝຶກອົບຮົມວຽກງານກໍ່ສ້າງພັກ ຊຸດທີ IV
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 21/10/2022

ໂດຍ: ວິລະສະໄໝ

     ໃນລະຫວ່າງວັນທີ 17-20 ຕຸລາ 2022 ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມວຽກງານກໍ່ສ້າງພັກ ໃຫ້ບັນດາເລຂາ, ຮອງເລຂາ, ຄະນະໜ່ວຍພັກ, ຄະນະພັກຮາກຖານ ແລະ ກອງເລຂາບັນດາໜ່ວຍພັກ ໂດຍການ ເປັນປະທານຂອງ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີວິທະຍາກອນຈາກຄະນະຈັດຕັ້ງສູນກາງພັກ 3 ສະຫາຍ, ມີສຳມະນາກອນທັງໝົດ 71 ສະຫາຍ, ຍິງ 23 ສະຫາຍ.

     ຊຸດຝຶກອົບຮົມຄັ້ງນີ້ບັນດາສຳມະນາກອນ ໄດ້ຮຽນຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມໝາຍຂອງວຽກງານກໍ່ສ້າງພັກ, ບັນດາເນື້ອໃນ ແລະ ທິດທາງຂອງການນຳພາຂອງພັກຢ່າງເລິກເຊິ່ງ ໂດຍຜ່ານການຮັບຟັງການບັນຍາຍເອກະສານທັງໝົດ 6 ບົດ ຄື: ບົດທີ 1 ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບົດທີ 2 ກ່ຽວກັບການຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ, ບົດທີ 3 ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ບົດທີ 4 ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍສະມາຊິກພັກ, ບົດທີ 5 ການອອກບັດ-ມອບບັດສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ, ບົດທີ 6 ເນື້ອໃນພື້ນຖານກ່ຽວກັບວຽກງານປ້ອງກັນພັກ-ພະນັກງານ.

     ໂດຍ​ໄດ້​ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ ຕໍ່ບັນດາ​ເນື້ອ​ໃນ​ເອກ​ະສານ​ດັ່ງກ່າວຢ່າງ​ເລິກ​ເຊິ່ງບົນ​ພື້ນ​ຖານ​ອີງ​ໃສ່​ບັນດາ​ທັດສະນະ​ຂອງ​ພັກ ​ແລະ ບົດ​ແນະນຳ​ກ່ຽວ​ກັບ​ການກໍ່ສ້າງ​ພັກ, ຍົກ​ໃຫ້​​ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຊອກ​ໃຫ້​ເຫັນ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ​ເພື່ອ​ພ້ອມ​ກັນຊອກ​ຫາ​ວິທີ​ແກ້​ໄຂ​ໃນ​ຕໍ່ໜ້າ.

     ໃນມື້ສຸດທ້າຍຂອງຊຸດຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ແລະ ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ຄຳພູ ດວງຖະໜອມ ຄະນະພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ເນັ້ນໜັກໃຫ້ບັນດາ​ສະຫາຍ​ສຳມະນາກອນຈົ່ງກຳ​ແໜ້ນບັນດາ​ເອກະສານ ໃນການຝຶກ​ອົບຮົມ​​ຄັ້ງ​ນີ້​ ເພື່ອໝູນໃຊ້ເຂົ້າໃນ​ການ​ປະຕິບັດໜ້າທີ່ວຽກງານຂອງ​ຕົນໃຫ້​​ເກີດ​ຜົນ​ເປັນ​ຈິງ. ຄະນະ​ໜ່ວຍ​ພັກ​ ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ກຳ​ແໜ້ນ​ເປັນ​ເອກະ​ພາບ ​ແລະ ຫັນ​ເປັນອັນ​ລະອຽດ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຕໍ່​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ເຮັດ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​​ ສາມາດ​ຕອບ​ສະໜອງ​ໄດ້ກັບຄວາມ​ຮຽກຮ້ອງ​ຕ້ອງການ​​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ສະ​​ເພາະ​ໜ້າ ​ແລະ ຍາວ​ນານ.