ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງແຂວງ ຊຽງຂວາງ-ຫົວພັນ ພົບປະແລກປ່ຽນບົດຮຽນວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ.
ຈຳນວນຜູ້ອ່ານ: 45
ອະນຸມັດວັນທີ: 19/10/2022

ບົດ​ຂ່າວ: ສົມໄຊ  ຫຼ້າດວງມະນີ ນັກຂ່າວ ຄຈຂ ຊຽງຂວາງ

                                       ຮູບ​ພາບ: ຈິດ​ວິ​ຊານ ວາງ​ຊຶ​ຊາງວ່າງ ນັກຂ່າວ ຄຈຂ ຫົວພັນ

     ​ເພື່ອ​ເປັນ​ການ​ເສີມ​ຂະ​ຫຍາຍ​​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ຊຽງ​ຂວາງ ແລະ ແຂວງ​ຫົວ​ພັນ ກໍ່​ຄື​ລະ​ຫວ່າງ​ຄະ​ນະ​ຈັດ​ຕັ້ງ​ແຂວງຊຽງຂວາງ ແລະ ຄະ​ນະ​ຈັດ​ຕັ້ງ​ແຂວງຫົວພັນ;      ໃນລະຫວ່າງວັນທີ 13-16 ຕຸລາ 2022 ຄະນະຈັດຕັ້ງແຂວງ-ຄະນະຈັດຕັ້ງເມືອງ ແຂວງຊຽງຂວາງ ແລະ ຄະນະຈັດຕັ້ງແຂວງ-ຄະນະຈັດຕັ້ງເມືອງ ​ແຂວງຫົວພັນ ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັນທີ່​ແຂວງຫົວພັນ, ມີການນຳພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ, ຄະ​ນະຈັດຕັ້ງແຂວງຊຽງຂວາງ ນຳໂດຍ ສະຫາຍ ສູນທອນ ພັນມີໄຊ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ ແລະ ຄະ​ນະ​ຈັດຕັ້ງແຂວງຫົວພັນ ນຳໂດຍ ສະຫາຍ ນາງ ລ້ອງຄຳ ພອນມີໄຊ  ກໍາມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫົວພັນ, ມີຮອງຫົວໜ້າຄະນະຈັດຕັ້ງແຂວງ, ຜູ້​ຕາງ​ໜ້າຄະນະຈັດຕັ້ງບັນ​ດາເມືອງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິ​ຊາ​ການຄະນະຈັດຕັ້ງແຂວງທັງສອງແຂວງເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 13 ສະຫາຍ.

     ການພົບ​ປະແລກປ່ຽນບົດຮຽນໃນ​ຄັ້ງ​ນີ້ແມ່ນເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານ​ປັບ​ປຸງ​ກົງ​ຈັກ​ການຈັດຕັ້ງ, ກໍ່ສ້າງພັກ-ກໍ່ສ້າງພະນັກງານ ແລະ ພາ​ລະ​ບົດ​ບາດໜ້າທີ່ເປັນເສນາທິການໃຫ້ຄະນະພັກຂັ້ນເທິງ ເພື່ອຕີລາຄາ ແລະ ຖອນຖອນບົດຮຽນ; ໃນພິທີພົບປະຄະ​ນະ​ຈັດ​ຕັ້ງ​ສອງ​ແຂວງ​ໄດ້​ພັດ​ປ່ຽນ​ກັນ​ລາຍ​ງານ​ສະ​ພາບ​ພົ້ນ​ເດັ່ນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ຕົນ​ໃນ​ໄລ​ຍະ​ຜ່ານ​ມາ ຍົກໃຫ້ເຫັນທັງດ້ານດີ, ດ້ານ​ອ່ອນ​-ຂໍ້​ຄົງ​ຄ້າງ​​ທີ່​ຈະ​ຕ້ອງສືບຕໍ່​ແກ້​ໄຂ ແລະ ສະ​ເໜີ​ທິດ​ທາງ​ແຜນ​ການ​ສືບ​ຕໍ່​ຮ່ວມ​ມື​ໃນ​ຕໍ່​ໜ້າ.  ຈາກນັ້ນ, ຄະ​ນະ​​ຜູ້ແທນທັງ​ສອງ​ແຂວງ ໄດ້​​ສົນທະນາ​ແລກ​ປ່ຽນ​ບົດ​ຮຽນ​ເຊິ່ງ​ກັນ ແລະ ກັນ​ເປັນ​ຕົ້ນ: ວຽກງານປັບ​ປຸງກົງ​ຈັກ​ການ​ຈັດ​ຕັ້ງ​​, ວຽກ​ງານ​ກໍ່​ສ້າງ​ພັກ, ວຽກງານສ້າງ​ແຜນ​ກຳ​ນົດ​ພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງ, ວຽກງານນະໂຍບາຍຕໍ່ສະ​ມາ​ຊິກ​ພັກ; ໃນນັ້ນ ວຽກງານທີ່ພົ້ນເດັ່ນ​ກວ່າ​ໝູ່​ແມ່ນ​ການກໍ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ ຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018, ​ວຽກງານການຂະຫຍາຍສະມາຊິກພັກຢູ່ສຳນັກງານ-ອົງການອ້ອມຂ້າງເມືອງ-ແຂວງ ແລະ ​ຂັ້ນຮາກ​ຖານ​ບ້ານ,​ ການ​ອອກ​ບັດ-ມອບ​ບັດ​ສະ​ມາ​ຊິກ​ພັກ​ສົມ​ບູນ, ວຽກງານກອງ​ປະ​ຊຸມ​ໃຫ​ຍ່​ໜ່ວຍ​ພັກ​ບ້ານ, ຄະ​ນະ​ປົກ​ຄອງ​ບ້ານ, ​ການ​ປັບ​ປຸງ​ແກ້​ໄຂ​ປະ​ກົດ​ການ​ຫ​ຍໍ້​ທໍ້​ຕ່າງໆ​ຢູ່​ຮາກ​ຖານ​ພັກ​ບ້ານ, ​ການຢັ້ງ​ຢືນ ແລະ ​ທຽບລະ​ດັບ​ທິດ​ສະ​ດີ, ການ​ຍົກ​ຍ້າຍສະມາຊິກພັກ-​ພະ​ນັກ​ງານ, ນະ​ໂຍ​ບາຍ​ຕໍ່​ພະ​ນັກ​ງານ​ທີ່​ໄປ​ຍົກ​ລ​ະ​ດັບ​ວິ​ຊາ​ສະ​ເພາະ, ຮຽນ​ທິດ​ສະ​ດີ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕໍ່​ພະ​ນັກ​ງານ​ທີ່​ເສຍ​ຊີ​ວິດທັງ​ຜູ້​ປະ​ຈຳ​ການ ແລະ ພະ​ນັກ​ງານ​ບໍານານ.

     ກອງ​ປະ​ຊຸມ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ​ຄັ້ງ​ນີ້​​ ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ເຫັນ​ດີເປັນເອກະພາບກັນໃນບົດບັນທຶກການຮ່ວມມືລະຫວ່າງຄະນະຈັດຕັ້ງແຂວງຫົວພັນ ກັບ ຄະນະຈັດຕັ້ງແຂວງຊຽງຂວາງ​ ເພື່ອແລກ​ປ່ຽນ​ບົດ​ຮຽນ​ເຊິ່ງ​ກັນ ແລະ ກັນ ໂດຍປ່ຽນກັນເປັນເຈົ້າພາບປີ​ລະຄັ້ງ ເຊິ່ງເລີ່ມແຕ່ປີ 2023 ເປັນ​ຕົ້ນ​ໄປ.

     ໃນໂອ​ກາດ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ​ຢູ່​ແຂວງ​ຫົວ​ພັນ​ຄັ້ງ​ນີ້ ຄະ​ນະ​ຈັດ​ຕັ້ງ​ແຂວງ​ຫົວ​ພັນ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຄະ​ນະ​ຈັດ​ຕັ້ງ​ແຂວງ​ຊຽງ​ຂວາງ ທັດສະນະທ່ຽວ​ຊົມ​ບັນດາ​ຖ້ຳ​ທ່ານ​ຜູ້​ນຳ​ການ​ປະ​ຕິ​ວັດ ຢູ່​ທີ່​ເມືອງວຽງ​ໄຊ ຖານ​ທີ່​ໝັ້ນ​ຂອງ​ການ​ປະ​ຕິ​ວັດ​ລາວ, ທ່ຽວຊົມ​ພູ​ຜາ​ຖີ່ ຍຸດ​ທະ​ສາດ​ທາງ​ການ​ທະ​ຫານ​ໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ ແລະ ຍັງ​ໄດ້​ຈັດ​ກິດ​ຈະ​ກຳຫຼິ້ນ​ກິ​ລາ​ມິດ​ຕະ​ພາບ ເພື່ອ​ສືບ​ຕໍ່​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ອັນ​ເປັນ​ມູນ​ເຊື້ອ ແລະ ເປັນ​ບົດ​ຮຽນ​ທີ່​ດີ​ໃຫ້​ຄະ​ນະຈັດຕັ້ງທັງສອງ​ແຂວງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ ແລະ ການ​ວາງ​ທິດ​ທາງ​ແຜນ​ການ​ວຽກ​ງານ​ວິ​ຊາ​ສະ​ເພາະ​ໃນ​ຕໍ່​ໜ້າ ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ທ້ອງ​ຖິ່ນຕົນໃນ​ຕໍ່​ໜ້າ...ຯ