ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງແຂວງອັດຕະປື ຈັດຝຶກອົບຮົມວຽກງານກໍ່ສ້າງພັກ
ຈຳນວນຜູ້ອ່ານ: 58
ອະນຸມັດວັນທີ: 24/09/2022

ໂດຍ: ນາງ ພິດສະໄໝ ແກ້ວວິເສດ

ນັກຂ່າວຄະນະຈັດຕັ້ງແຂວງອັດຕະປື

       ໃນລະຫວ່າງວັນທີ 16-19 ສິງຫາ 2022 ຄະນະຈັດຕັ້ງແຂວງອັດຕະປື ໄດ້ຈັດຝຶກອົບຮົມວຽກງານກໍ່ສ້າງພັກ ໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ພະແນການ-ອົງການອ້ອມຂ້າງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຄຳບຸນ ດວງພະບາງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ມີວິທະຍາກອນຈາກຄະນະຈັດຕັ້ງສູນກາງພັກ 2 ສະຫາຍ, ຄະນະຈັດຕັ້ງແຂວງ 1 ສະຫາຍ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ພະແນກການ-ອົງການອ້ອມຂ້າງແຂວງ ແລະ ຄະນະຈັດຕັ້ງ 5 ຕົວເມືອງ ເຂົ້າຮ່ວມທັງໝົດ 94 ສະຫາຍ, ຍິງ 19 ສະຫາຍ.

ການຝຶກອົບຮົມໄດ້ຮັບຟັງການບັນຍາຍເອກະສານ 5 ບົດ ດັ່ງນີ້:

  1. ເອກະສານ ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ບັນຍາຍໂດຍສະຫາຍ ນາງ ສີບານ ສີສະອາດ ຄະນະພັກ, ວ່າການແທນຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ.
  2. ເອກະສານ ກ່ຽວກັບການຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ໃຫ້ກຽດຂື້ນບັນຍາຍໂດຍສະຫາຍ ນາງ ສີບານ ສີສະອາດ ຄະນະພັກ, ວ່າການແທນຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ.
  3. ເອກະສານ ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່ ບັນຍາຍໂດຍສະຫາຍ ຄຳເສົາ ອຳມະສອນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະຈັດຕັ້ງແຂວງ.
  4. ເອກະສານ ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍສະມາຊິກພັກ ບັນຍາຍໂດຍສະຫາຍ ນາງ ສີບານ ສີສະອາດ ຄະນະພັກ, ວ່າການແທນຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ.

ເອກະສານ ພື້ນຖານກ່ຽວກັບວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່ ໃຫ້ກຽດບັນຍາຍໂດຍສະຫາຍ ຄຸນເພັງ ໄຊສະຫວາດ ຮອງຫົວໜ້າກົມປ້ອງກັນພັກ - ພະນະງານ ຄະນະຈັດຕັ້ງສູນກາງພັກ.

       ການຝຶກອົບຮົມ ນັກວິທະຍາກອນໄດ້ມີຄຳເຫັນເຈາະຈິ້ມ ແລະ ຕັ້ງບັນຫາແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກຢູ່ຂັ້ນຂອງຕົນມີສະພາບຄືແນວໃດ ເຊິ່ງການຝຶກອົບຮົມຄັ້ງນີ້ ໄດ້ຈັດແບ່ງອອກເປັນ 6 ຈຸ, ພາຍຫຼັງຮຽນທິດສະດີແລ້ວ ໄດ້ມີພາກປະຕິບັດຂຽນບົດສະຫຼູບ ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນບົດຕົວຢ່າງ ພ້ອມທັງນຳເອົາບົດຕົວຢ່າງດັ່ງກ່າວ ມາຖອດຖອນແລກປ່ຽນບົດຮຽນນຳກັນຢູ່ຫ້ອງສອນ ເຮັດໃຫ້ການຝຶກອົບຮົມມີບັນຍາກາດ ແລະ ມີເນື້ອໃນຫຼາກຫຼາຍບົດຮຽນຈາກຫຼາຍໜ່ວຍພັກ.

       ໃນມື້ສຸດທ້າຍຂອງຊຸດຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ແລະ ມີທິດຊີ້ນຳ-ໂອ້ລົມຈາກສະຫາຍ ຄໍາບຸນ ດວງພະບາງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງອັດຕະປື ເຊິ່ງໄດ້ເນັ້ນຄວາມໝາຍສຳຄັນວຽກງານກໍ່ສ້າງພັກຕໍ່ພາລະກິດປະຕິວັດ ໃນຖານະທີ່ພັກມີບົດບາດກຳອຳນາດ, ເປັນແກນນຳໃນລະບົບການເມືອງ, ຄະນະໜ່ວຍພັກຕ້ອງໄດ້ເອົາໃຈໃສ່ຫຼັກການ ແລະ ແບບແຜນວິທີເຮັດວຽກຂອງພັກ ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເຮັດວຽກແບບລວມສູນປະຊາທິປະໄຕມີການປຶກສາຫາລືເປັນໝູ່ຄະນະ-ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ມີການສະຫຼູບຖອດຖອນບົດຮຽນ, ຮູ້ຈັກເສີມຂະຫຍາຍດ້ານຕັ້ງໜ້າ-ແກ້ໄຂ້ດ້ານຄົງຄ້າງ, ກ້າເວົ້າຄວາມຈິງ ແລະ ກ້າຕຳນິກໍ່ສ້າງບຸກຄົນທີ່ຂາດຄວາມຮັບຜິດຊອບ.

       ແບບແຜນວິທີເຮັດວຽກ ແລະ ການນໍາພາຮອບດ້ານຂອງພັກ ແມ່ນການຈັບເອົາໂອກາດ, ເຫດການ ແລະ ໄລຍະເວລາມາເປັນໜ້າທີ່ການເມືອງ, ເຮັດວຽກມີແຜນການລະອຽດ (ແຜນວຽກ, ແຜນຄົນ, ແຜນເງິນ), ການເຮັດວຽກມີການຄາດຄະເນຜົນໄດ້ ແລະ ຜົນເສຍ, ຮູ້ສາຍພົວພັນຂອງວຽກ, ຮູ້ວຽກຂອງຕົນ ຂອງໝູ່ ຕາມສິດໜ້າທີ່ທີ່ຖຶກຕ້ອງໃນລະບຽບ-ກົດໝາຍ, ຮູ້ຈັດລຳດັບຄວາມສຳຄັນຂອງວຽກ, ຕ້ອງເບີ່ງບັນຫາວຽກງານຕ່າງໆຢູ່ຮາກຖານຢ່າງພາວະວີໃສ, ເຊີດຊູພາລະບົດບາດໃນວຽກງານເສນາທິການ ແລະ ຮັບໃຊ້ໜ້າທີ່ການເມືອງຂອງຕົນຢ່າງສຸດກົກສຸດປາຍ.