ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພະແນກການ ແລະ ອົງການທຽບແທົ່າ ພາຍໃນແຂວງຊຽງຂວາງ ປະເມີນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ
ຈຳນວນຜູ້ອ່ານ: 22
ອະນຸມັດວັນທີ: 21/09/2022

ໂດຍ: ສົມໄຊ ຫຼ້າດວງມະນີ

       ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຊຽງຂວາງ, ມະຕິກອງປະຊຸມໃຫຍ່ຄະນະພັກຂັ້ນຂອງຕົນ ແລະ ຮັບປະກັນການຈັດຕັ້ງປະຕິບັດມະຕິ 04/ຄບສພ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດໃນວຽກງານພະນັກງານ ໂດຍສະເພາະແມ່ນການສ້າງ ແລະ ປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຢ່າງເປັນລະບົບ ແລະ ສອດຄ່ອງກັບຕົວຈິງ.

       ໃນ 6 ເດືອນທ້າຍປີ 2022 ແຂວງຊຽງຂວາງໄດ້ດຳເນີນການສ້າງ ແລະ ປະເມີນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຢູ່ບັນດາເມືອງ ແລະ ພະແນກການ-ອົງການທຽບເທົ່າ ເຊິ່ງເມືອງທີ່ໄດ້ຈັດຕັ້ງປະຕິບັດສຳເລັດແລ້ວ ມີ: ເມືອງໜອງແຮດ ໄດ້ດຳເນີນສຳເລັດໃນວັນທີ 16 ສິງຫາ, ເມືອງຄູນ ສໍາເລັດໃນວັນທີ 18 ສິງຫາ, ເມືອງແປກ ສຳເລັດໃນວັນທີ 19 ສິງຫາ; ສ່ວນພະແນກການ ແລະ ອົງການທຽບເທົ່າ ທີ່ໄດ້ຈັດຕັ້ງປະຕິບັດສຳເລັດແລ້ວ ມີ: ສະຫະພັນແມ່ຍິງແຂວງ ດຳເນີນໃນວັນທີ 31 ສິງຫາ, ຄະນະກວດກາພັກ-ອົງການກວດກາລັດແຂວງ ດຳເນີນໃນວັນທີ 5 ກັນຍາ, ຄະນະໂຄສະນາອົບຮົມແຂວງ ດຳເນີນໃນວັນທີ 6 ກັນຍາ, ໂຮງຮຽນການເມືອງການປົກຄອງແຂວງ ດຳເນີນໃນວັນທີ 7 ກັນຍາ, ສານປະຊາຊົນແຂວງ ດໍາເນີນໃນວັນທີ 8 ກັນຍາ, ລັດວິສາຫະກິດນ້ຳປະປາແຂວງ ດໍາເນີນໃນວັນທີ 9 ກັນຍາ ໂດຍມີຄະນະຈັດຕັ້ງແຂວງ ແລະ ພາກສ່ວນກ່ຽວຂ້ອງຢູ່ແຕ່ລະບ່ອນເຂົ້າຮ່ວມ.

       ໃນວາລະການດຳເນີນຢູ່ແຕ່ບ່ອນ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການກະກຽມ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ໃນຄວາມຮັບຜິດຊອບຂອງຕົນໃນໄລຍະຜ່ານມາ; ອ່ານຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ,  ມະຕິເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26  ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ; ພ້ອມນີ້ ກໍ່ໄດ້ຮັບການແນະນຳວິທີ ແລະ ຂັ້ນຕອນໃນການປະເມີນ ແລະ ສ້າງແຜນກຳນົດພະນັກງານ ຈາກຄະນະຈັດຕັ້ງແຂວງໃຫ້ຖືກຕ້ອງຕາມນິຕິກຳກ່ຽວຂ້ອງ ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ; ການສ້າງແຜນກຳນົດພະນັກງານ ຕ້ອງບົນພື້ນຖານກຳແໜ້ນການເລັ່ງທວງໜ້າທີ່ການເມືອງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຂອງຂະແໜງການ ແລະ ທ້ອງຖິ່ນ; ແຜນກຳນົດພະນັກງານຕ້ອງເລີ່ມຈາກສະພາບຄວາມເປັນຈິງຂອງຖັນແຖວພະນັກງານ, ຮັບປະກັນລັກສະນະເປີດກ້ວາງ ແລະ ເຄື່ອນເໜັງ, ຮັບປະກັນຄວາມຖືກຕ້ອງໂປ່ງໃສ່, ພາວະວິໄສ, ຮອບດ້ານ, ຍຸຕິທຳ, ຄຳນຶງເຖິງໂຄງປະກອບເພດ, ເຜົ່າ ແລະ ເລັງໃສ່ພະນັກງານໜຸ່ມໃຫ້ກວມອັດຕາສ່ວນຫຼາຍ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄັດເລືອກເອົາບຸກຄະລາກອນເຂົ້າໃນຕຳແໜ່ງງານໃຫ້ຖືກຕ້ອງ, ຄົບຖ້ວນຕາມມາດຕະຖານເງື່ອນໄຂທີ່ກຳນົດ, ສິ່ງສຳຄັນຕ້ອງເລືອກເອົາບຸກຄົນທີ່ມີຄວາມຈົງຮັກພັກດີຕໍ່ພັກ,  ຕໍ່ປະເທດຊາດ,  ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ, ມີປະຫວັດຕົ້ນກຳເນີດຈະແຈ້ງ ແລະ ການເຄື່ອນໄຫວດີ ປາສະຈາກຄວາມອະຄະຕິຕໍ່ພັກ ແລະ ພະນັກງານ. ໃນຕອນທ້າຍຂອງກອງປະຊຸມໄດ້ດຳເນີນການປ່ອນບັດທາບທາມຮອບ 1 ແລະ ດຳເນີນການທາບທາມ ຮອບ 2  ຕາມລໍາດັບ...ຯ